ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ KICKOFF


ຮຽນຄຳສັບພາສາອັງກິດໃນຂ່າວ KICKOFF
please wait

No media source currently available

0:00 0:01:00 0:00

ຮຽນຄຳສັບພາສາອັງກິດໃນຂ່າວ KICKOFF

NEWS WORDS: KICKOFF

Welcome to the Voice of America’s “News Words,”

ລິງໂດຍກົງ

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ບ່ອນທີ່​ພວກເຮົາເວົ້າ ກ່ຽວກັບ ຄຳສັບທີ່ທ່ານອາດໄດ້ຍິນ ຢູ່ໃນຂ່າວ.

This news word is about a beginning

ຄຳສັບໃໝ່ໃນຂ່າວນີ້ ກ່ຽວກັບການເລີ້ມຕົ້ນ

KICKOFF

KICKOFF : ຄິກອັອຟ

The president and his entourage took a brief walk through the rain-soaked streets of Havana’s Old Town Sunday night; a fitting kickoff to the historic state visit. The White House has dubbed the trip “new beginning for old Havana.”

ປະທານາທິບໍດີ ແລະ ຜູ້​ຕິດ​ຕາມຂອງທ່ານ ໄດ້ພາກັນຍ່າງໄລຍະສັ້ນໆຜ່ານ ຖະໜົນທີ່​ປຽກ​ຝົນຂອງເມືອງເກົ່າ ຂອງນະຄອນຫຼວງ ຮາວານາ ເມື່ອຕອນຄ່ຳ​ຂອງວັນອາທິດ, ເຊິ່ງການເລີ້ມຕົ້ນທີ່​ເໝາະ​ສົມ​ສຳ​ລັບຢ້ຽມຢາມທາງ​ລັດ​ຖະ​ການເປັນຄັ້ງປະຫວັດສາດດັ່ງ​ກ່າວ. ທຳນຽບຂາວໄດ້ຕັ້ງຊື່ໃຫ້ການເດີນທາງນັ້ນ​ວ່າ “ການເລີ້ມຕົ້ນໃໝ່ສຳລັບເມືອງເກົ່າຮາວານາ.”

Kickoff means beginning of something like the game or campaign. President Obama visited Cuba in March. It was the first official visit by a U.S president in almost 90 years.

ຄິກອັອຟ ແປວ່າການເລີິ້ມຕົ້ນຂອງ​ບາງ​ຢ່າງຄືຶ ການຫລິ້ນເກມ ຫລືການໂຄສະ ນາຫາສຽງ. ປະທານາທິບໍດີໂອບາມາ ໄດ້ຢ້ຽມຢາມ ຄິວບາ ໃນເດືອນມີນາ. ມັນແມ່ນການຢ້ຽມຢາມຢ່າງເປັນທາງການເທື່ອທຳອິດໂດຍ ປະທານາທິບໍດີ ສະຫລັດ ໃນເກືອບ 90 ປີ.

President Obama’s trip was a kickoff attempt warmer relations between the United States and Cuba.

ການເດີນທາງຂອງປະທານາທິບໍດີໂອບາມາ ໄດ້ເລີ້ມຕົ້ນຄວາມ​ພະ​ຍາ​ຍາມ​ສ້າງ​ສາຍ​ພົວທີ່ອົບອຸ່ນ ລະຫວ່າງ ສະຫະລັດ ແລະຄີິວບາ.

Now you know the word kickoff.

ບັດນີ້ ທ່ານກໍ​ຮູ້​ແລ້ວ​ວ່າ​ຄຳ​ສັບ kickoff ແປ​ວ່າ​ຫຍັງ.

XS
SM
MD
LG