ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍການປິດຊີວິດຄົນ ໂດຍອາສາສະໝັກ ເລີ່ມມີຜົນບັງຄັບໃຊ້ ໃນປະເທດ ນິວ ຊີແລນ


ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ແວລລິງຕັນ, ນິວ ຊີແລນ. 4 ຕຸລາ, 2021
ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ແວລລິງຕັນ, ນິວ ຊີແລນ. 4 ຕຸລາ, 2021

ການຊ່ວຍເຫຼືອທາງການແພດສຳລັບຄົນທີ່ກຳລັງໃກ້ຈະຕາຍ ປັດຈຸບັນນີ້ແມ່ນສິ່ງທີ່ຖືກຕ້ອງຕາມກົດໝາຍໃນປະເທດ ນິວ ຊີແລນ. ກົດໝາຍທາງເລືອກຂອງການປິດຊີວິດແມ່ນໄດ້ມີຜົນບັງຄັບໃຊ້ນຶ່ງປີ ຫຼັງຈາກປະຊາຊົນ ນິວ ຊີແລນ ເກືອບສອງສ່ວນສາມໄດ້ລົງຄະແນນສຽງສະໜັບສະໜູນມັນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກຜູ້ສະໜັບສະໜູນເຊື່ອວ່າ ກົດໝາຍການຊ່ວຍເຫຼືອຄົນທີ່ກຳລັງຈະຕາຍຈະເຮັດໃຫ້ຊາວ ນິວ ຊີແລນ ຜູ້ທີ່ກຳລັງມີຄວາມທຸກທໍລະມານໃນໄລຍະສຸດທ້າຍຂອງຊີວິດເຂົາເຈົ້າມີທາງເລືອກ, ມີຄວາມເຫັນອົກເຫັນໃຈ ແລະ ກຽດສັກສີ.

ເພື່ອທີ່ຈະມີສິດຕາມກົດໝາຍດັ່ງກ່າວນັ້ນ, ຄົນຜູ້ນຶ່ງຕ້ອງມີຄວາມເຈັບປ່ວຍໄລຍະສຸດທ້າຍທີ່ມີຄວາມເປັນໄປໄດ້ວ່າຈະປິດຊີວິດຂອງເຂົາເຈົ້າພາຍໃນ 6 ເດືອນ. ເຂົາເຈົ້າຕ້ອງສາມາດທີ່ຈະແຈ້ງໃຫ້ຊາບ ກ່ຽວກັບ ການຕັດສິນໃຈດ້ວຍ.

ກົດໝາຍນິຕິບັນຍັດດັ່ງກ່າວໄດ້ຖືກບັງຄັບໃຊ້ໃນວັນອາທິດທີ່ຜ່ານມາ, ນຶ່ງປີຫຼັງຈາກການລົງປະຊາມະຕິຕົກລົງ.

ທ່ານນາງ ບຣຸກ ແວນ ແວລເດັນ ແມ່ນຮອງຜູ້ນຳຂອງພັກ ACT New Zealand, ເຊິ່ງສະໜັບສະ ໜູນກົດໝາຍ ຊ່ວຍດັບ​ຊີ​ວິດຄົນ ທີ່ທຸກທໍລະມານໂດຍຄວາມສະໝັກ​ໃຈ.

ທ່ານນາງໄດ້ກ່າວຕໍ່ວິທະຍຸ ນິວ ຊີແລນ ວ່າມາດຕະການດັ່ງກ່າວຈະເປັນຜົນປະໂຫຍດຕໍ່ປະຊາ ຊົນ 5 ລ້ານຄົນໃນປະເທດທີ່ຕັ້ງຢູ່ພາກໃຕ້ຂອງມະຫາສະໝຸດນັ້ນ.

ທ່ານນາງ ແວນ ແວລເດັນ ໄດ້ກ່າວວ່າ “ທ້າຍອາທິດນີ້ ນິວ ຊີແລນ ແມ່ນໄດ້ມີຄວາມເມດຕາຂຶ້ນກວ່າເກົ່າ, ມີຄວາມເຫັນອົກເຫັນໃຈກວ່າເກົ່າ ແລະ ສັງຄົມທີ່ມີມະນຸດສະທຳ ສຳລັບການອະນຸຍາດໃຫ້ຄົນຜູ້ທີ່ກຳລັງດີ້ນຮົນ ແລະ ທຸກທໍລະມານໃນບໍ່ເທົ່າໃດວັນສຸດທ້າຍກັບຄວາມເຈັບປ່ວຍໄລຍະສຸດທ້າຍຂອງເຂົາເຈົ້າມີທາງເລືອກ ແລະ ຄວາມເຫັນອົກເຫັນໃຈ ກ່ຽວກັບ ວິທີ ແລະ ເວລາໃດທີ່ເຂົາເຈົ້າຈະຈາກໄປ.”

ແນວໃດກໍຕາມ, ຜູ້ວິພາກວິຈານບາງຄົນຢືນຢັດວ່າ ພວກຄົນໄຂ້ທີ່ມີໂຣກຊໍາເຮື້ອອາດຮູ້ສຶກຖືກບັງຄັບທີ່ຈະໃຊ້ການຊ່ວຍຂ້າຄົນນັ້ນ ເພື່ອຫຼີກລ່ຽງຈາກການເປັນພາລະໃຫ້ຄອບຄົວຂອງເຂົາເຈົ້າ.

ເຂົາເຈົ້າຍັງເຊື່ອວ່າ “ການບໍລິການປິ່ນປົວບັນເທົາຄວາມເຈັບປວດທີ່ບໍ່ພຽງພໍ” ຕ້ອງຖືກຈັດຫາໃຫ້ດີກວ່າເກົ່າ, ສະນັ້ນຄົນໄຂ້ທີ່ປ່ວຍໄລຍະສຸດທ້າຍຈຶ່ງໄດ້ຮັບການເບິ່ງແຍງທີ່ດີຂຶ້ນ.

ຜູ້ນຳອາວຸໂສໃນໂບດບາງຄົນໄດ້ກ່າວວ່າ ໃນຂະນະທີ່ເຂົາເຈົ້າຄັດຄ້ານ “ການເອົາຊີວິດຂອງມະນຸດໂດຍຕັ້ງໃຈນັ້ນ,” ເຂົາເຈົ້າຍັງຈະສະໜອງການປິ່ນປົວ ແລະ ຄຳແນະນຳໃຫ້ຄົນຜູ້ທີ່ເລືອກ “ການຊ່ວຍເຫຼືອຄົນທີ່ກຳລັງຈະຕາຍ” ພາຍໃຕ້ກົດໝາຍໃໝ່ນັ້ນ.

ລັດຖະບານໄດ້ແຕ່ງຕັ້ງຜູ້ຊ່ຽວຊານສາມຄົນ, ລວມທັງນັກຈັນຍາບັນການແພດ, ເພື່ອຕິດຕາມຮ່າງກົດໝາຍດັ່ງກ່າວ. ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວວ່າ ທ່ານນາງໄດ້ລົງຄະແນນສຽງ “ເຫັນພ້ອມ” ໃນການລົງປະຊາມະຕິເມື່ອປີກາຍນີ້ ກ່ຽວກັບ ການຂ້າຄົນໂດຍອາສາສະໝັກ ແລະ ຮ່າງກົດໝາຍ ກ່ຽວກັບ ກັນຊາທີ່ບໍ່ມີຜົນທາງການແພດ.

ນິວ ຊີແລນ ໄດ້ເຂົ້າຮ່ວມກຸ່ມປະເທດຂະໜາດນ້ອຍກຸ່ມນຶ່ງ ທີ່ລວມມີປະເທດ ເນເທີແລນ ແລະ ການາດາ ທີ່ອະນຸຍາດໃຫ້ມີການຂ້າຄົນເພື່ອຊ່ວຍຜູ້ທີ່ກຳລັງທຸກທໍລະມານຈາກການເຈັບປ່ວຍໄລຍະສຸດທ້າຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG