ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຊີແລນ ເປີດເຜີຍແຜນການແຫ່ງຊາດຄັ້ງທໍາອິດ ເພື່ອປັບໂຕໃຫ້ເຂົ້າກັບການປ່ຽນແປງຂອງສະພາບອາກາດ


ແຟ້ມຮູບ-ພວກຜູ້ປະທ້ວງທີ່ຕ້ອງການໃຫ້ມີການດໍາເນີນງານກ່ຽວກັບການປ່ຽນແປງຂອງສະພາບອາກາດ ມາລວມກັນຢູ່ທີ່ຈະຕຸລັດ ເທ ນາຄາວ (Te Ngakau) ໃນນະຄອນຫຼວງວີລລິງຕັນ, ປະເທດນິວຊີແລນ, ເມື່ອວັນທີ 15 ມີນາ 2019.
ແຟ້ມຮູບ-ພວກຜູ້ປະທ້ວງທີ່ຕ້ອງການໃຫ້ມີການດໍາເນີນງານກ່ຽວກັບການປ່ຽນແປງຂອງສະພາບອາກາດ ມາລວມກັນຢູ່ທີ່ຈະຕຸລັດ ເທ ນາຄາວ (Te Ngakau) ໃນນະຄອນຫຼວງວີລລິງຕັນ, ປະເທດນິວຊີແລນ, ເມື່ອວັນທີ 15 ມີນາ 2019.

ນິວຊີແລນ ໄດ້ເຜີຍແຜ່ແຜນການລະດັບຊາດ ຂອງພວກເຂົາເຈົ້າເປັນຄັ້ງທໍາອິດ ໃນວັນພຸດແລ້ວນີ້ ເພື່ອຈັດການກັບຜົນກະທົບຈາກພາວະໂລກຮ້ອນ. ລັດຖະບານຢູ່ໃນນະຄອນຫຼວງວີລລິງຕັນ ໄດ້ອອກມາເຕືອນວ່າ ຊຸມຊົນບາງແຫ່ງອາດຈະໄດ້ຖືກປະຖິ້ມ ເນື່ອງຈາກການປ່ຽນແປງທາງສະພາບອາກາດໄດ້ເປັນສາເຫດໃຫ້ມີພາຍຸ ແລະນໍ້າຖ້ວມທີ່ຮຸນແຮງຂຶ້ນນັບມື້. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີແຫ່ງການປ່ຽນແປງທາງສະພາບອາກາດຂອງນິວຊີແລນ ທ່ານເຈມສ໌ ຊອລວ໌ (James Shaw) ກ່າວວ່າ ເຫດການຮຸນແຮງທາງສະພາບອາກາດທີ່ບໍ່ສາມາດຈະເກີດຂຶ້ນໄດ້ໃນເມື່ອກ່ອນ “ແມ່ນກໍາລັງເກີດຂຶ້ນເທື່ອລະກ້າວ ແລະຮຸນແຮງຂຶ້ນເລື້ອຍ ນະເວລານີ້ ແບບທີ່ພວກເຮົາບໍ່ເຄີຍປະສົບມາກ່ອນ.”

ທ່ານໄດ້ປະກາດກ່ຽວກັບຍຸດທະສາດໄລຍະຍາວ ໃນວັນພຸດແລ້ວນີ້ ເພື່ອຊ່ວຍໃຫ້ນິວຊີແລນສາມາດປັບໂຕ ແລະດັດແປງໃຫ້ເຂົ້າກັບສະພາບອາກາດທີ່ປ່ຽນແປງ ໄດ້ຫຼາຍຂຶ້ນ. ສິ່ງນຶ່ງທີ່ອາດຈະເກີດຂຶ້ນໄດ້ ກໍແມ່ນບັນດາທີ່ຢູ່ອາໄສຕ່າງໆທີ່ໃກ້ກັບຊາຍຝັ່ງ ມີໂອກາດທີ່ຈະໄດ້ຖືກປະຖິ້ມຫຼາຍທີ່ສຸດ ເນື່ອງຈາກລະດັບນໍ້າທະເລທີ່ເພີ້ມສູງຂຶ້ນ. ບົດລາຍງານຫຼັກການຊີ້ນໍາ 200 ໜ້າ ບອກໃຫ້ກຽມພ້ອມສຳລັບເຫດການທີ່ຮ້າຍແຮງຕ່າງໆ ກ່ອນທີ່ມັນຈະເກີດຂຶ້ນ, ແທນທີ່ວ່າ ຫຼັງການເກີດເຫດ.

ການຍົກອາຄານຕ່າງໆ ໃຫ້ສູງຂຶ້ນເໜືອກວ່າລະດັບນໍ້າຖ້ວມ ຫຼືເສີມຂະຫຍາຍການປ້ອງກັນລະດັບນໍ້າຖ້ວມຕ່າງໆ ແມ່ນນຶ່ງໃນທາງເລືອກຂອງຫຼາຍໆສິບທາງ. ແລະຈະບໍ່ມີການອະນຸມັດໃຫ້ສ້າງອາຄານທີ່ຢູ່ອາໄສຕ່າງໆຢູ່ໃນຂົງເຂດທີ່ມີຄວາມສ່ຽງສູງ.

ທ່ານ ຊອລວ໌ ກ່າວຕໍ່ບັນດານັກຂ່າວ ຢູ່ໃກ້ກັບນະຄອນຫຼວງວີລລິງຕັນ ວ່າ ນິວຊີແລນ ມີຄວາມຈໍາເປັນທີ່ຈະຕ້ອງກະກຽມຮັບມືກັບສະພາບອາກາດທີ່ຮ້ອນຂຶ້ນໃນອະນາຄົດ, ເຊິ່ງທ່ານໄດ້ເວົ້າວ່າ:

“ໃນຊ່ວງໄລຍະຂອງປີທີ່ຜ່ານມາ ຫຼືປະມານນັ້ນ ປະຊາຊົນຊາວນິວຊີແລນທົ່ວປະເທດທີ່ໄດ້ປະສົບຄັ້ງທໍາອິດ ກ່ຽວກັບຜົນກະທົບຂອງສະພາບອາກາດທີ່ປ່ຽນແປງຢູ່ໃນຊຸມຊົນຂອງພວກເຂົາເຈົ້າ. ສະນັ້ນ, ປັດຈຸບັນນີ້ ປະຊາຊົນກໍາລັງປະສົບກັບບັນຫານໍ້າຖ້ວມ, ຄວາມແຫ້ງແລ້ງ ແລະພາຍຸຕ່າງໆ ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະຮຸນແຮງຂຶ້ນ ຊຶ່ງພົວພັນກັບການປ່ຽນແປງທາງສະພາບອາກາດ.”

ທ່ານ ຊອລວ໌ ກ່າວວ່າ ຊຸມຊົນຕ່າງໆໃນທົ່ວປະເທດທີ່ຕັ້ງຢູ່ທາງທິດໃຕ້ຂອງມະຫາສະໝຸດປາຊີຟິກ ມີປະຊາກອນ 5 ລ້ານຄົນ ຫຼືຫຼາຍກວ່ານັ້ນ ແມ່ນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ໄພແລ້ງ ແລະພາຍຸຕ່າງໆ.

ໃນປີ 2021, ແມ່ນປີທີ່ຮ້ອນເປັນປະຫວັດການຢູ່ໃນນິວຊີແລນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG