ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນິວຊີແລນ ຕໍ່​ເວ​ລາ​ປິດ​ເມືອງ​ອອກ​ໄປ ​ອີກ​ຢ່າງ​ໜ້ອຍ ນຶ່ງອາ​ທິດ​ ເພື່ອ​ສ​ະ​ກັດ​ກັ້ນ​ ການ​ແຜ່​ລະ​ບາດຂອງ COVID-19


ພະ​ນັກ​ງານ​ການແພດກຳ​ລັງ​ສັກ​ວັກ​ຊີນ​ກັນ​ໂຄວິດ-19 ຢູ່​ຄ​ລີ​ນິກ​ທີ່​ຕັ້ງຂຶ້ນ​ພິ​ເສດ​ ສຳ​ລັບ​ໃຫ້ສັກ​ວັກ​ຊີນນີ້ເປັນ​ກ​ານ​ສະ​ເພາະ ​ຢູ່​ໃນນະ​ຄອນ​ອອກ​ແລນ ຂອງ New Zealand, ວັນ​ທີ 11 ຕຸ​ລາ, 2021
ພະ​ນັກ​ງານ​ການແພດກຳ​ລັງ​ສັກ​ວັກ​ຊີນ​ກັນ​ໂຄວິດ-19 ຢູ່​ຄ​ລີ​ນິກ​ທີ່​ຕັ້ງຂຶ້ນ​ພິ​ເສດ​ ສຳ​ລັບ​ໃຫ້ສັກ​ວັກ​ຊີນນີ້ເປັນ​ກ​ານ​ສະ​ເພາະ ​ຢູ່​ໃນນະ​ຄອນ​ອອກ​ແລນ ຂອງ New Zealand, ວັນ​ທີ 11 ຕຸ​ລາ, 2021

ນາຍົກລັດຖະມົນຕີນິວຊີແລນ, ທ່ານນາງເຈ​ຊິນ​ດາ ອາ​ເດີນ (Jacinda Ardern) ກ່າວວ່າ ປະເທດໃນເກາະມະ​ຫາ​ສະ​ໝຸດປາຊີຟິກເຂດໃຕ້ແຫ່ງນັ້ນແມ່ນຢູ່ໃນ “ຊ່ວງເວລາທີ່ມີ​ຄວາມທ້າທາຍທີ່ສຸດໃນການລະບາດຂອງພະຍາດ COVID-19” ເມື່ອຂໍ້ຈຳກັດໃນການປິດເມືອງ ຢູ່ໃນນະ​ຄອນ​ອອກແລນ (Auckland) ໄດ້ຕໍ່ເວ​ລາອອກໄປອີກຢ່າງໜ້ອຍນຶ່ງອາທິດ. Phil Mercer ມີລາຍງານຈາກ Sydney ຊຶ່ງ​ບົວ​ສ​ະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ມີລາຍ​ງານວ່າ​ມີ ການຕິດ​ເຊື້ອ​ COVID-19 ລາຍໃໝ່ໃນຊຸມຊົນຢູ່ 43 ກໍລະນີ ໃນນິວຊີແລນ ໃນວັນອັງຄານວານນີ້. ຈຳນວນຜູ້ຕິດເຊື້ອອາດຈະໜ້ອຍຖ້າທຽບໃສ່ປະເທດອື່ນ, ແຕ່ໃນສະພາບການຂອງນິວຊີແລນແລ້ວ ແມ່ນ​ຫລວງຫຼາຍ.

ນັບແຕ່ເລີ້ມມີການລະບາດເປັນ​ຕົ້ນ​ມາ ປະເທດໃນ​ມະ​ຫາ​ສະ​ໝຸດປາຊີຟິກເຂດໃຕ້ແຫ່ງນັ້ນ ໄດ້ບັນທຶກວ່າ ມີປະມານ 4,700 ກໍລະນີ ທີ່ຖືກຢືນຢັນວ່າ​ເປັນ ແລະອາດເປັນໄປໄດ້ວ່າ​ຕິດ​ພະ​ຍາດນີ້ແລ້ວ. 28 ຄົນໄດ້ເສຍຊີວິດຍ້ອນ​ພະ​ຍາດ​ດັ່ງ​ກ່າວ.

ເຈົ້າໜ້າທີ່ກ່າວໃນວັນຈັນວານນີ້ວ່າອອກແລນ (Auckland), ຊຶ່ງ​ເປັນ​ນະ​ຄອນ​ທີ່ໃຫຍ່ທີ່ສຸດຂອງປະເທດ, ຊຶ່ງມີປະຊາກອນ 1 ລ້ານ 7 ແສນຄົນ, ຈະຢູ່ໃນສະ​ພາບເຕືອນໄພລະດັບ 3 ໄປ​ອີກຢ່າງໜ້ອຍນຶ່ງອາທິດ. ມາດຕະການອັນດຽວກັນນີ້ເຊິ່ງຈໍາກັດການເດີນທາງ ແລະເຮັດໃຫ້​ການ​ບັງ​ຄັບ​ໃຊ້ໜ້າກາກປິດ​ປາກຢູ່​ໃນ​ຂະ​ແໜງຂົນສົ່ງສາທາລະນະ ກໍ​ຖືກນໍາໃຊ້ກັບເມືອງວາຍ​ກາ​ໂຕ (Waikato) ແລະນອດ​ແລນ (Northland) ທີ່​ເປັນຂົງເຂດໃກ້ຄຽງກັນ​ນັ້ນ​ອີກ​ດ້ວຍ.

ນາຍົກລັດຖະມົນຕີເຈ​ຊິນ​ດາ ອາ​ເດີນ (Ardern Jacinda) ກ່າວວ່າ ການ ປິດເມືອງແມ່ນມີຄວາມຈຳເປັນ.

ທ່ານ​ນາງອາ​ເດີນ (Ardern) ກ່າວ​ດັ່ງ​ນີ້:
"ພວກເຮົາຮູ້ວ່າ ນີ້ເປັນໄລຍະທີ່ຍາກທີ່ສຸດສຳລັບຜູ້ທີ່ຢູ່ໃນນະ​ຄອນ​ອອກແລນ ແຕ່ມາດຕະການເຫຼົ່ານີ້ ເມື່ອປະຕິບັດຕາມແລ້ວ ​ມັນກໍ​ຈະເຮັດໃຫ້ມີຄວາມແຕກຕ່າງໝົດເລີຍ. ພວກເຮົາຢາກ​ໃຫ້​ມີລະ​ດັບ​ພູມ​ຄຸ້ມ​ກັນ ຫລື R-value-​ຊຶ່ງກໍຄື ການແຜ່​ພັນຂອງກໍລະນີ ໃຫ້ຢູ່ໃກ້ກັບລະ​ດັບນຶ່ງຫລາຍເທົ່າທີ່ຈະເຮັດ​ໄດ້."

ມັນໄດ້ເພີ້ມຂຶ້ນເລັກນ້ອຍໃນຫລາຍມື້ຜ່ານມາ. ນີ້ກໍໝາຍຄວາມວ່າຈຳນວນກໍ​ລະ​ນີຈະເພີ່ມຂຶ້ນ. ຖ້າມັນຫ​ຍັບຂຶ້ນໄປອີກ, ຈຳ​ນວນ​ກໍ​ລະ​ນີກໍຈະເພີ້ມຂຶ້ນໄວ​ກວ່າ​ເກົ່າ. ແຕ່ຖ້າປະຕິບັດຕາມຂໍ້ກຳ​ນົດ​ແລ້ວ ​ບັນ​ດາ​ຂໍ້ຈຳກັດໃນລະດັບເຕືອນໄພ ຂອງພວກເຮົາກໍ​ຈະສາມາດຊ່ວຍຄວບຄຸມການແຜ່ລະບາດນີ້ໄດ້.”

ນາຍຄູ ແລະພະນັກງານຂະແໜງສາທາລະນະສຸກ ແລະດ້ານຄົນພິການຕ້ອງໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ -19 ພາຍໃຕ້ການມອບ ໝາຍຂອງລັດຖະບານ.

ນິວຊີແລນແມ່ນນຶ່ງໃນບັນດາປະເທດທີ່​ມີ​ຈຳ​ນວນ​ໜ້ອຍທີ່ເຮັດໃຫ້ກໍລະນີຄົນຕິດ ໄວ​ຣັ​ສ​ໂຄ​ໂຣ​ນາຫຼຸດລົງໃກ້ສູນໄດ້ໃນປີກາຍນີ້ ຍ້ອນການປິດຊາຍແດນ ແລະ ການປິດເມືອງ​ຢ່າງ​ເຄັ່ງ​ຄັດ.

ແຕ່ຢ່າງໃດກໍ່ຕາມ, ການລະບາດຂອງສາຍພັນ​ແດ​ລ​ຕາທີ່ແຜ່ເຊື້ອໄດ້ສູງໃນ ເດືອນສິງຫາຜ່ານ​ມາ ໄດ້ເຮັດໃຫ້ການ​ດຳ​ເນີນຄວາມພະຍາຍາມ ໃນການ ສະກັດກັ້ນການແຜ່​ເຊື້ອບໍ່ໄດ້ຜົນ​ທີ່​ເປັນ​ໜ້າເພິ່ງພໍໃຈ. ທ່ານ​ນາງ​ອາ​ເດີນ ໄດ້​ຫລະຖິ້ມຍຸດທະສາດທີ່ໃຊ້ມາເປັນເວລາດົນນານ ໃນການກຳຈັດໄວ​ຣັ​ສ​ໂຄ​ໂຣ​ນາ. ກົງ​ກັນ​ຂ້າມ, ປະເທດທີ່​ມີຫ້າລ້ານຄົນແຫ່ງນັ້ນມີແຜນທີ່ຈະຢູ່ກັບໄວຣັສນີ້ ແລະຈັດການຄຸ້ມ​ຄອງການແຜ່ລະບາດຂອງມັນໃນ​ຂະ​ນະ​ທີ່ອັດຕາການສັກຢາ ວັກ​ຊີນເພີ້ມຂຶ້ນ.

ແຕ່ວ່າ​ທ່ານອາ​ນານ​ນິ​ສ ຈຊາວ​ດຸ​ຣີ (Ananish Chaudhuri), ອາຈານສອນວິ​ຊາເສດຖະກິດດ້ານ​ການ​ປະພຶດ ແລະການທົດລອງຢູ່ມະຫາວິທະຍາໄລອອກແລນ (Auckland) ເຊື່ອວ່າການປິດເມືອງແມ່ນວິທີການທີ່ຜິດພາດ ໃນການສະ​ກັດ​ກັ້ນເຊື້ອໄວຣັສທີ່​ວ່ານີ້.

ທ່ານມັກຢາກ​ຈະເຫັນ​ວ່າ ​ມີການປົກປ້ອງທີ່ແນ​ເປົ້າໝາຍໃສ່ກຸ່ມທີ່ມີຄວາມສ່ຽງ, ລວມທັງຜູ້ສູງອາຍຸຫລາຍກວ່າ ແລະທ່ານກວດພົບມີຄວາມບໍ່ພໍໃຈເພີ່ມຂຶ້ນ ໃນໝູ່ປະຊາຊົນ.

ທ່ານຈຊາວ​ດຸ​ຣີ (Chaudhuri) ກ່າວ​ດັ່ງ​ນີ້:
“ຄວາມຮູ້ສຶກຂອງຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນໄດ້ຫາຍໄປ. ຕົວຢ່າງເຊັ່ນ, ບາງສ່ວນ ແມ່ນການ​ເຮັດ​ຜິດ​ພາດໃນເບື້ອງຂອງລັດຖະບານ, ການບໍ່ໄດ້ເລີ້ມການ ສັກຢາວັກຊີນແຕ່​ຫົວ​ທີກວ່ານີ້ຫຼາຍ. ຄ່າສິ້ນ​ເປືອງທາງດ້ານເສດຖະກິດກຳລັງເພີ່ມຂຶ້ນ. ຢ່າງໜ້ອຍໃນນະ​ຄອນ​ອອກແລນ (Auckland), ທຸລະກິດຕ່າງໆ ກຳລັງປະສົບກັບຄວາມຫຍຸ້ງຍາກ. ທຸລະກິດນິວຊີແລນສ່ວນຫຼາຍ ແມ່ນວິສາ ຫະກິດຂະໜາດນ້ອຍແລະກາງ. ສະນັ້ນ, ຄວາມສາມາດຂອງເຂົາເຈົ້າ ທີ່ຈະ ທົນຕໍ່ກັບ​ການ​ກະ​ທົບ​ກະ​ເທືອນທາງດ້ານເສດຖະກິດອັນໃຫຍ່ຫຼວງນີ້ ແມ່ນມີຈຳກັດຫຼາຍ.”

ທ່ານ​ນາງ​ອາ​ເດີນກ່າວວ່າ ການປິດເມືອງຢ່າງເຂັ້ມງວດຈະສິ້ນສຸດລົງເມື່ອໃດ​ມີ 90 ເປີ​ເຊັນ​ຂອງປະຊາກອນນິວຊີແລນ ທີ່ມີສິດເໝາະ​ສົມໄດ້ຮັບຢາ​ກັນ​ພະ​ຍາດ ນີ້ໄດ້ສັກວັກຊີນແລ້ວ. ເຈົ້າໜ້າທີ່ສາທາລະນະສຸກກ່າວໃນວັນອັງຄານວານນີ້ວ່າ ຕົວເລກໃນປັດຈຸບັນແມ່ນ 58 ເປີ​ເຊັນ.

ຊາຍແດນສາກົນຂອງນິວຊີແລນຍັງຄົງຖືກປິດສຳລັບຄົນຕ່າງປະເທດເກືອບ​ໝົດ​ທຸກ​ຄົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG