ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິໄຈ ຄົ້ນຄວ້າວິທີການສ້າງຂົວ ເພື່ອຮັບມື ກັບການສັ່ນສະເທືອນທີ່ຮຸນແຮງ ຂອງແຜ່ນດິນໄຫວ ໃນນິວຊີແລນ


ແຜນທີ່ຈາກສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ USGS ທີ່ສະແດງໃຫ້ເຫັນ ການເກີດແຜ່ນດິນໄຫວ ໃນບໍລິເວນອ້ອມຮອບ ພື້ນທີ່ນອກຊາຍຝັ່ງນິວຊີແລນ ທີ່ເກີດແຜ່ນດິນໄຫວຮຸນແຮງ.
ແຜນທີ່ຈາກສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ USGS ທີ່ສະແດງໃຫ້ເຫັນ ການເກີດແຜ່ນດິນໄຫວ ໃນບໍລິເວນອ້ອມຮອບ ພື້ນທີ່ນອກຊາຍຝັ່ງນິວຊີແລນ ທີ່ເກີດແຜ່ນດິນໄຫວຮຸນແຮງ.

ນັກຄົ້ນຄວ້າໃນນິວຊີແລນໄດ້ພັດທະນາເທັກໂນໂລຈີໃໝ່ ທີ່ສາມາດເຮັດໃຫ້ຂົວມີຄວາມສາມາດຢືດຫົດໄດ້ ຕໍ່ແຜ່ນດິນໄຫວຫຼາຍຂຶ້ນ ໂດຍພວກເຂົາຮ້ອງວ່າ “ວິທີການແກ້ໄຂຄວາມເສຍຫາຍຕໍ່າ” ເຊິ່ງຫລັກເສົາຂອງຂົວ ສາມາດໂຍກເຍກໄປມາຕາມແຮງກະແທກຈາກແຜ່ນດິນໄຫວ ເຮັດໃຫ້ຂົວມີຄວາມເສຍຫາຍພຽງເລັກນ້ອຍ ຫລືບໍ່ມີເລີຍເມື່ອທຽບກັບວິທີການສ້າງແບບດັ້ງເດີມ, ຟິລ ເມີເຊີ (Phil Mercer) ມີລາຍງາຍຈາກນະຄອນຊິດນີ ຊຶ່ງທິບສຸດາ ຈະນໍາມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ຂົວຫລາຍກວ່າ 900 ແຫ່ງໄດ້ຮັບຄວາມເສຍຫາຍລະຫວ່າງເຫດການແຜ່ນດິນໄຫວໄຄໂຄອູຣາ (Kaikōura) ເທິງເກາະທາງໃຕ້ຂອງນິວຊີແລນໃນປີ 2016. ບັນດາຖະໜົນແລະເສັ້ນທາງລົດໄຟກໍ່ຖືກທໍາລາຍເຊັ່ນກັນ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ເຄື່ອຂ່າຍການຂົນສົ່ງດ້ວຍນັ້ນ.

ນັກຄົ້ນຄວ້າຈາກມະຫາວິທະຍາໄລແຄນເທີເບີຣີ (Canterbury) ໄດ້ກ່າວ ເຖິງແມ່ນວ່າ ການອອກແບບໃນປັດຈຸບັນຈະປ້ອງກັນການພັງທະລາຍຂອງຂົວໄດ້, ແຕ່ກໍອາດຈະມີຄວາມຕ້ອງການໃນການບູລະນະສ້ອມແປງຄັ້ງໃຫຍ່.

ພວກເຂົາເຈົ້າໄດ້ພັດທະນາເສົາຂອງຂົວທີ່ມີຄວາມຢືດຫົດ ໂດຍເຮັດຈາກເຫລັກທີ່ມີຄວາມແຂງແຮງສູງ ເຊິ່ງເຄື່ອນທີ່ໄດ້ ໃນລະຫວ່າງເກີດແຜ່ນດິນໄຫວ. ເຊິ່ງລັກສະນະຂອງມັນເໝືອນດັ່ງຢາງຂະໜາດໃຫຍ່ທີ່ດຶງພື້ນໂຕຮອງຮັບນໍ້າໜັກຂອງຂົວ ກັບເຂົ້າມາຫາກັນຄືນ. ເຫລັກເສັ້ນທໍາມະດາ ຍັງໄດ້ໃຊ້ເພື່ອຫລຸດຜ່ອນການ ນໍາໃຊ້ພະລັງງານທີ່ບໍ່ຈໍາເປັນອັນໄດ້ຊ່ວຍຫລຸດຜົນກະທົບຈາກແຮງສັ່ນສະເທືອນ ທີ່ມີພະລັງມະຫາສານ.

ອາເລັສຊັນໂດຣ ພາເລີໂມ (Alessandro Palermo) ເຊິ່ງເປັນສາດສະດາ ຈານດ້ານວິສະວະກໍາໂຄງສ້າງ ແລະວັດສະດຸທີ່ມະຫາວິທະຍາໄລແຄນເທີເບີຣີ.

ທ່ານໄດ້ກ່າວວ່າ ເທັກໂນໂລຈີ ສາມາດເຮັດໃຫ້ຂົວກັບຄືນມາສູ່ສະພາບເດີມໄດ້.

“ເຫລັກພິເສດນີ້ ເຊິ່ງປົກກະຕິຈະວາງໄວ້ຢູ່ທາງກາງຂອງເສົາ, ແມ່ນເຮັດໜ້າທີຄືກັນກັບຢາງໝັດ. ດັ່ງນັ້ນ ລະຫວ່າງທີ່ເກີດແຜ່ນດິນໄຫວ ເຫລັກທີ່ມີຄວາມແຂງ ແຮງນີ້ ຈຶ່ງພະຍາຍາມດຶງຫົວເສົາກັບເຂົ້າມາສະພາບເກົ່າ.” ແລະເຮົາກໍ່ກໍາລັງພະຍາຍາມຮວບຮວມ ຄວາມຢືດຫົດ-ການແກ້ໄຂບັນຫາ-ຄວາມຢືດຫົດຕໍ່ການເກີດແຜ່ນດິນໄຫວຮຸນແຮງ-ກັບການເລັ່ງລັດໃນການກໍ່ສ້າງໃຫ້ໄວຂຶ້ນ. ແລ້ວເຮົາຈະສ້າງຂົວແນວໃດໃຫ້ໄດ້ໄວ ແລະໃນເວລາດຽວກັນກໍ່ສາມາດຢືດຫົດຄືນສູ່ສະເດີມໄດ້? ລະບົບນີ້ຊ່ວຍໃຫ້ເຮົາເຮັດແບບນັ້ນໄດ້.”

ໃນປີ 2011, ເມືອງໄຄຣເຊີດສ໌ (Christchurch) ຂອງ ນິວຊີແລນ ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວຂະໜາດແຮງ ແທກໄດ້ 6.3 ອັນເຮັດໃຫ້ມີຜູ້ເສຍຊີ ວິດເຖິງ 185 ຄົນ ແລະມີຫລາຍພັນຄົນທີ່ໄດ້ຮັບບາດເຈັບ.

ໃນນຶ່ງທົດສະວັດຕໍ່ມາ, ການກໍ່ສ້າງຄືນໃໝ່ ຍັງຄົງດໍາເນີນຢູ່ຕໍ່ໄປ.

ໃນແຕ່ລະປີ ນິວຊີແລນກວດພົບແຜ່ນດິນໄຫວຫລາຍກວ່າ 15,000 ຄັ້ງ.

ມີພຽງ 150 ຄັ້ງເທົ່ານັ້ນ ທີ່ໃຫຍ່ພໍ ແລະສາມາດຮັບຮູ້ໄດ້, ແຕ່ວ່າ ເຮືອນທີ່ພັກອາໄສ, ສໍານັກງານ ແລະຂົວທີ່ສາມາດຕ້ານທານຕໍ່ການສັ່ນສະເທືອນອັນໃຫຍ່ນັ້ນ ແມ່ນສິ່ງສໍາຄັນຍິ່ງກວ່າ.

XS
SM
MD
LG