ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວນິວຢອກ ສະເຫຼີມສະຫຼອງກົດໝາຍທີ່ປົກປ້ອງປະຊາຊົນ ອີງຕາມນໍ້າໜັກ ຫຼື ຄວາມສູງ


New Yorkers Celebrate Law That Protects People Based on Weight or Height
please wait

No media source currently available

0:00 0:02:57 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ການ​ເຄື່ອນ​ໄຫວ​ໄປ​ມາ​ອ້ອມ​ເຂດ​ນະ​ຄອນຫຼວງ​ສາ​ມາດ​ເປັນ​ສິ່ງ​ທ້າ​ທາຍ​ໃຫ້ຫຼາຍ​ຄົນຜູ້​ທີ່​ເປັນ​ໂຣກ​ອ້ວນ ຫຼື ມີ​ຂໍ້​ຈຳ​ກັດ​ດ້ານ​ຄວາມ​ສູງ, ໃນ​ຂະ​ນະ​ທີ່​ພື້ນ​ທີ່​ສາ​ທາ​ລະ​ນະ​ຕ່າງໆ​ແມ່ນບໍ່​ໄດ້​ຖືກ​ອອກ​ແບບ​ມາ​ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ​ເຈົ້າ. ແນວ​ໃດ​ກໍ່​ຕາ​ມ, ກົດ​ໝາຍ​ສະ​ບັບ​ໃໝ່​ໄດ້​ເພີ່ມ​ນ້ຳ​ໜັກ ແລະ ຄວາມ​ສູງ​ເຂົ້າ​ໃສ່​ໃນ​ລາຍ​ການ​ຂອງ​ລັກ​ສະ​ນະ​ຕ່າງໆ​ທີ່​ຖືກ​ປົກ​ປ້ອງ​ຈາກ​ການ​ຈຳ​ແນກ​ແບ່ງ​ແຍກ​ໃນ​ນະ​ຄອນ ນິວຢອກ. ນັກ​ຂ່າວ​ວີ​ໂອ​ເອ ແອ​ຣອນ ຣາ​ເນັນ ມີ​ລາຍ​ງານ, ເຊິ່ງ​ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມ​າ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະ​ຊາ​ຊົນໃນ​ລັດ ນິວ​ຢອກ ​ໄດ້​ມີ​ຄວາມ​ຮູ້​ສຶກ​ຍິນ​ດີ​ກັບ​ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດຄັ້ງທຳ​ອິດ ​ທີ່​ຮັບ​ປະ​ກັນ​ບັນ​ດາ​ຜູ້​ຈ້າງ​ງານບໍ່​ໃຫ້​ປະ​ຕິ​ເສດ​ການ​ວ່າ​ຈ້າງ​ບຸກ​ຄົນ​ທີ່​ອີງ​ໃສ່​ນ້ຳ​ໜັກ ຫຼື ຄວາມ​ສູງ​ຂອງ​ເຂົາ​ເຈົ້າ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ສັ່ງ​ໃຫ້​ຮ້ານ​ອາ​ຫານ ແລະ ສະ​ຖານ​ທີ່​ສາ​ທາ​ລະ​ນະ​ອື່ນໆສະ​ໜອງ​ຄວາມ​ສະ​ດວກ​ຢ່າງ​ພຽງ​ພໍ.

ທ່ານ​ນາງ ອາ​ແມນ​ດາ ຄູ​ເປີ, ນັກ​ເຄື່ອນ​ໄຫວ​ຄົນ​ອ້ວນ​ກ່າວ​ວ່າ “ມັນ​ມີ​ກົດ​ໝາຍ​ອື່ນ​ໃນ​ປະ​ເທດ, ແຕ່ນີ້​ແມ່ນ​ກົດ​ໝາຍ​ທີ່​ໃຫຍ່​ທີ່​ສຸດ​ທີ່​ເມືອງ​ໄດ້​ຮັບ​ຜ່ານ, ແລະ ມັນ​ແມ່ນ​ກົດ​ໝາຍ​ທຳ​ອິດ​ທີ່​ຖືກ​ຮັບ​ຜ່ານ​ໃນ​ຮອບບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ. ສະ​ນັ້ນ, ມັນ​ຈຶ່ງ​ເປັນ​ວັນ​ທີ່​ສຳ​ຄັນ ແລະ ຕື່ນ​ເຕັ້ນ​ສຳ​ລັບ​ພວກ​ເຮົາ.”

ຜົນ​ກະ​ທົບ​ຂອງ​ກົດ​ໝາຍ​ດັ່ງ​ກ່າວ, ເຊິ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 22 ພະ​ຈິກນີ້, ໄດ້​ໃຫ້​ຄຳ​ສັນ​ຍາ​ຕໍ່​ຜູ້​ທີ່​ຖືກ​ຜົນ​ກະ​ທົບ​ຍ້ອນ​ການ​ຈຳ​ແນກ​ແບ່ງ​ແຍກ​ດັ່ງ​ກ່າວ.

ທ່ານ​ນາງ ແດນ​ນຽ​ລ ເດ​ເທີ, ນັກ​ເຄື່ອນ​ໄຫວ​ຄົນ​ອ້ວນ​ກ່າວ​ວ່າ “ມັນ​ມີ​ຄວາມ​ສຸກຫຼາຍ. ເຈົ້າ​ຮູ້ບໍ່, ຂ້ອຍ​ໄດ້​ເປັນ​ຄົນ​ທີ່​ຕຸ້ຍ​ມາ​ຕະຫຼອດ​ຊີ​ວິດ​ຂອງ​ຂ້ອຍ. ຄົນ​ໄດ້​ຕຳ​ໜິ​ຂ້ອຍ, ແລະ ຄົນບໍ່​ໄດ້​ຄິ​ດ​ວ່າ​ຂ້ອຍ​ເປັນ​ມະ​ນຸດທີ່​ທຳ​ມະ​ດາ. ແລະ ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍນີ້, ເຈົ້າ​ຮູ້ບໍ່, ມັນ​ເປັນ​ການ​ເລີ່ມ​ຕົ້ນ​ທີ່ໃນ​ທີ່​ສຸດຄົນ​ກໍຈະ​ຮັບ​ຮູ້​ວ່ານີ້​ແມ່ນ​ພຽງ​ມະ​ນຸດ​ຜູ້​ທີ່​ສົມ​ຄວນ​ໄດ້​ຮັບ​ສິດ​ທິ​ພື້ນ​ຖານ​ຄື​ກັບ​ຄົນ​ອື່ນໆ.”

ທ່ານ ໄທ​ເກ​ຣ​ສ ອ​ອ​ສບອນ ແມ່ນ​ປະ​ທານ​ຂອງ​ສະ​ມາ​ຄົມ​ເພື່ອ​ການ​ຍອມ​ຮັບ​ຄວາມ​ອ້ວນ​ກ້າວ​ໜ້າ​ແຫ່ງ​ຊາດ, ເຊິ່ງ​ຮູ້​ຈັກ​ກັນ​ໃນ​ຊື່​ຫຍໍ້ NAAFA, ແລະ ຄາດ​ວ່າ​ກົດ​ໝາຍ​ນະ​ຄອນ ນິວ​ຢອກ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.

ທ່ານ ໄທ​ເກ​ຣ​ສ ກ່າວ​ວ່າ “ພວກ​ເຮົາ​ຈະ​ເຫັນ​ບັນ​ດາ​ຜູ້​ຈ້າງ​ງານ​ເອົາ​ໃຈ​ໃສ່​ຕໍ່​ການ​ປະ​ຕິ​ບັດ​ການ​ວ່າ​ຈ້າງ​ແບບກວມ​ລວມຫຼາຍ​ຂຶ້ນ, ພວກ​ເຮົາ​ຈະ​ເຫັນ​ເຈົ້າ​ຂອງ​ບ້ານ​ເອົາ​ໃຈ​ໃສ່​ໃນ​ການ​ຮັບ​ປະ​ກັນ​ວ່າ ເຂົາ​ເຈົ້າ​ປະ​ຕິ​ບັດ​ກັບ​ຜູ້​ເຊົ່າ​ໝົດ​ທຸກ​ຄົນ​ຢ່າງ​ເທົ່າ​ທຽມ​ກັນຫຼາຍ​ຂຶ້ນ, ແລະ ພວກ​ເຮົ​າ​ຈະ​ເຫັນ​ທຸກ​ຄົນ​ຜູ້​ບໍ​ລິຫານ​ພື້ນ​ທີ່​ຕ່າງໆ​ຄິດຫຼາຍ​ຂຶ້ນ ກ່ຽວ​ກັບ ການ​ມີ​ຄວາມ​ຮັບ​ຜິດ​ຊອບ ຖ້າ​ພື້ນ​ທີ່​ຂອງ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ຫາ​ໄດ້.”

ເຖິງ​ແມ່ນ​ວ່າ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ອະ​ນຸ​ຍາດ​ໃຫ້​ມີ​ການ​ດຳ​ເນີນ​ການ​ທາງ​ກົດ​ໝາຍ ໃນ​ກໍ​ລະ​ນີ​ຂອງ​ການ​ຈຳ​ແນກ​ແບ່ງ​ແຍກ​ທີ່​ອີງ​ໃສ່​ຄວາມ​ສູງ ຫຼື ນ້ຳ​ໜັກ​ກໍ່​ຕາມ, ທ່ານ ອອ​ສບອນ ກ່າວ​ວ່າ​ນັ້ນ​ບໍ່​ແມ່ນ​ຈຸດ​ເພັ່ງ​ເລັງ​ຕົ້ນ​ຕໍ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ.

ທ່ານ ໄທ​ເກ​ຣ​ສ ກ່າວ​ວ່າ “ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ບໍ່​ແມ່ນ​ການ​ໄດ້​ເຫັນ​ການ​ຟ້ອງ​ຮ້ອງຫຼາຍ​ຂຶ້ນ. ເປົ້​າ​ໝາຍ​ຂອງ​ພວກ​ເຮົາ​ແທ້​ຈິງ​ແລ້ວ​ແມ່ນ​ຢາກ​ເຫັນ​ຄົນ​ທຳ​ການ​ປ່ຽນ​ແປງ​ໃນ​ສິ່ງ​ແວດ​ລ້ອມ​ຂອງ​ເຂົາ​ເຈົ້າ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງບໍ່​ຕ້ອງ​ຖືກ​ຟ້ອງ​ຮ້ອງ. ພວກ​ເຮົາ​ບໍ່​ຢາກ​ເຫັນກະ​ແສ​ນິ​ຍົມ​ການ​ຟ້ອງ​ຮ້ອງຂອງ​ຄົນ​ຕຸ້ຍ​. ພວກ​ເຮົາ​ຢາກ​ເຫັນ​ກະ​ແສ​ນິ​ຍົມ​ຄວາມ​ສາ​ມາດ​ໃນ​ການ​ເຂົ້າ​ຫາ​ຂອງ​ຄົນ​ຕຸ້ຍ.”

ແນວ​ໃດ​ກໍ່​ຕາມ, ບັນ​ດາ​ກົດ​ໝາຍ​ບາງ​ຄົນ​ເວົ້າ​ວ່າ ກົດ​ໝາຍ​ທີ່​ຖືກ​ຮັບ​ຜ່ານ​ໃນ​ເດືອນ​ແລ້ວນີ້​ຈະ​ສະ​ໜອງ​ຊ່ອງ​ທາງ​ດ້ານ​ກົດ​ໝາຍ​ໃຫ້​ຄົນ​ຜູ້​ທີ່​ເຊື່ອ​ວ່າ​ເຂົາ​ເຈົ້າ​ຖືກ​ຈຳ​ແນກ​ແບ່ງ​ແຍກຫຼາຍ​ຂຶ້ນ.

ທ່ານ ແຊມ ເອ​ສ​ໄຕ​ຣ​ເຊີ ອາ​ຈານ​ສອນ​ກົດ​ໝາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ນິວຢອກ ກ່າວ​ວ່າ “ນີ້​ແມ່ນ​ຈຸດ​ຫັນ​ປ່ຽນ​ສຳ​ລັບ​ການ​ແບ່ງ​ແຍກ​ຕໍ່​ຄົນ​ນ້ຳ​ໜັກ​ເກີນ ແລະ ການ​ແບ່ງ​ແຍກ​ຕໍ່​ຄົນ​ເຕ້ຍ. ຕອນນີ້​ພວກ​ເຮົາ​ແມ່ນ​ສາ​ມາດ​ໄປ​ຫາ​ແຫຼ່ງ​ການ​ຈຳ​ແນກ​ແບ່ງ​ແຍກ​ທີ່​ແທ້​ຈິງ​ໃນຫຼາຍ​ກໍ​ລະ​ນີ, ສະ​ນັ້ນ​ນີ້​ແມ່ນ​ການ​ຟ້ອງ​ຮ້ອງ​ທີ່​ປະ​ຕິ​ບັດ​ໄດ້. ມັນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ໃນ​ອະ​ດີດ, ຂ້າ​ພະ​ເຈົ້າ​ເຫັນຫຼາຍ​ລັດ​ຈະ​ຮຽນ​ແບບ ນິວຢອກ ໃນ​ກົດ​ໝາຍນີ້.”

ບໍ່​ແມ່ນ​ທຸກ​ຄົນ​ທີ່​ມີ​ທັດ​ສະ​ນະ​ຄະ​ຕິ​ດຽວ​ກັນ​ທີ່​ວ່າ​ກົດ​ໝາຍນີ້​ແມ່ນ​ມີ​ປະ​ໂຫຍດ.

ທ່ານ ໂຈ​ນາ​ທານ ເອັນແຈ​ລ໌, ອາ​ຈ​ານ​ສອນ ແລະ ນັກ​ຂຽນ ໄດ້​ກ່າວ​ວ່າ “ມັນ​ບໍ່​ແມ່ນ​ຂໍ້​ຄວາມ​ທີ່​ເປັນ​ປະ​ໂຫຍດ. ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ໃນ​ການຫຼຸດ​ຄວາມ​ອ້ວນ. ປັດ​ຈຸ​ບັນນີ້, ຜູ້​ໃຫຍ່ ອາ​ເມ​ຣິ​ກັນ 40 ເປີ​ເຊັນ ແມ່ນ​ຖືກ​ລະ​ບຸ​ວ່າ​ເປັນ​ໂຣກ​ອ້ວນ ແລະ ຜູ້​ໃຫຍ່​ອາ​ເມ​ຣິ​ກັນ​ເກືອບ 70 ເປີ​ເຊັນ​ແມ່ນ​ຖືກ​ລະ​ບຸ​ວ່າ​ມີ​ນ້ຳ​ໜັກ​ເກີນ. ພວກ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ໃນ​ການຫຼຸດ​ນ້ຳ​ໜັກ, ພວກ​ເຮົາ​ຄວນຫຼຸດ​ນ້ຳ​ໜັກ, ການ​ເຮັດ​ໃຫ້​ມີ​ນ້ຳ​ໜັກ​ເກີນ​ງ່າຍກວ່າ​ເກົ່າ​ແມ່ນບໍ່​ມີ​ປະ​ໂຫຍດ​ໃນ​ເວ​ລານີ້.”

ໃນ​ຂະ​ນະ​ທີ່​ມັນ​ຍາກ​ທີ່​ຈະ​ບອກ​ຄວາມ​ໝາຍ​ໄລ​ຍະ​ຍາວ​ຂອງ​ກົດ​ໝາຍດັ່ງ​ກ່າວ​ນັ້ນ, ບັນ​ດາ​ນັກ​ຊ່ຽວ​ຊານ​ຄາດ​ວ່າ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່ມັນຈະ​ກາຍ​ເປັນ​ຂົງ​ເຂດ​ທີ່​ຂະ​ຫຍາຍ​ອອກ​ສຳ​ລັບ​ໄອ​ຍະ​ການດ້ານແຮງ​ງານ ໃນ​ຂະ​ນະ​ທີ່​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ຄ້າຍ​ຄື​ກັນ​ຈະ​ແຜ່​ລາມ​ໄປ​ສູ່​ລັດ​ອື່ນໆ​ຂອງ ສະ​ຫະ​ລັດ.

New Yorkers are rejoicing over the passing of pioneering legislation that ensures employers cannot refuse to hire individuals based on their weight or height, while also mandating that restaurants and other public venues provide adequate accommodations.

"There's other laws in the country, but this is the biggest city to pass one, and it's the first one that's been passed in quite a few years. So, it's a really important and exciting day for us.”

The impact of the law, which is to take effect November 22nd, offers promise to those who have been affected by such discrimination.

"It’s very, very, joyful. You know, my entire life I've been fat. People have criticized me, and people have thought of me as lesser of a human being. And this bill passing, you know, it's the start of people finally recognizing this is just human beings who deserve the same basic rights as everybody else.”

Tigress Osborn is the chairperson of the National Association to Advance Fat Acceptance, known as NAAFA, and expects the New York City law to have an immediate effect.

“We will see employers paying more attention to inclusive hiring practices, we will see landlords paying more attention to making sure that they are treating all tenants equally, and we will see everybody who manages spaces thinking more about being accountable if their spaces are not accessible.”

Although the law allows for legal action in cases of discrimination based on height or weight, Osborn says that is not the primary focus of the group’s efforts.

“Our goal is not to see more lawsuits. Our goal is actually to see people make changes in their environments, so they don't have to be sued. We don't want to see fat litigiousness be the trend. We want to see fat accessibility be the trend.”

However, some legal experts say the law passed last month will offer a more accessible legal avenue for people who believe they have been discriminated against.

“This is a turning point for discrimination against overweight people and discrimination against short people. We now are able in many cases to go to the actual source of the discrimination, so these are viable lawsuits. They weren't viable in the past, I see a lot of states emulating New York City here.”

Not everyone shares the view that this law is beneficial.

“It's not a helpful message. Americans need help losing weight. Right now, 40% of American adults are classified as obese and almost 70% of American adults are classified as overweight. We need help losing weight, we should lose weight, making it easier to be overweight is not exactly helpful right now.”

While it's hard to tell the long-term implications of the law, experts anticipate that it will likely become a burgeoning field for labor attorneys as similar legislation spreads to other U.S. cities.

XS
SM
MD
LG