ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອຸສເບັກກິສຖານ ໃນນະຄອນນິວຢອກ ພະຍາຍາມຊອກຫາ ການຊ່ວຍເຫຼືອຊຸມຊົນ ທີ່ດີກວ່າເກົ່າ


New York Uzbeks Seek Greater Community Outreach, Societal Inclusion
please wait

No media source currently available

0:00 0:01:43 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໃນຂະນະທີ່ບັນດາເຈົ້າໜ້າທີ່ສະຫະລັດກຳລັງຊອກຫາວ່າ ແມ່ນ ຫຍັງຄືແຮງຈູງໃຈ ທີ່
ອາດເຮັດໃຫ້ ທ້າວ ຊາຍຟູໂລ ໄຊປອຟ ຜູ້ຕ້ອງສົງໄສ ອາຍຸ 29 ປີ ຂັບລົດເຂົ້າຕຳ ແລະ
ສັງຫານຄົນຍ່າງ ແລະຄົນຂີ່ລົດຖີບ ທີ່ບໍລິສຸດ ໃນເຂດລຸ່ມ ແມນແຮັດຕັນ ນັ້ນ, ຊຸມຊົນ
ອຸສເບັກກິສຖານ ໃນນະຄອນນິວຢອກເຊື່ອວ່າ ການກາຍເປັນພວກຫົວຮຸນແຮງ ຂອງ
ລາວ ອາດມີເຫດຜົນ ໃນສ່ວນຂອງການຂາດການເຂົ້າໃຈພາສາແລະການຢູ່ລວມໃນ
ວັດທະນະທຳທີ່ສະເພາະເຈາະຈົງ, ໃນບັນດາຄົນ ອຸສເບັກກິສຖານ ທີ່ພະຍາຍາມ ປັບ ຕົວເຂົ້າໃນວັດທະນະທຳ ສະຫະລັດ. ພຸດທະສອນ ມີລາຍລະອຽດສຳລັບລາຍງານນີ້
ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າວ ຊາຍຟູໂລ ໄຊປອຟ ມີລາຍງານວ່າ ໄດ້ວາງແຜນການໂຈມຕີທີ່ໂຫດຮ້າຍຂອງລາວ
ໃນເຂດລຸ່ມ ແມນແຮັດຕັນ ເປັນເວລາຫຼາຍສັບປະດາ, ເຮັດໃຫ້ບັນດາເຈົ້າໜ້າທີ່ ມີຂໍ້ສົງ
ໄສຫຼາຍຂໍ້ ກ່ຽວກັບ ສິ່ງທີ່ເຮັດໃຫ້ຜູ້ຊາຍ ອຸສເບັກກິສຖານ ຄົນນີ້ ກາຍເປັນພວກຫົວຮຸນ
ແຮງໃນ ສະຫະລັດ. ລາວໄດ້ອາໄສຢູ່ໃນເມືອງ ແພັດເທີຊັນ ລັດ ນິວ ເຈີຊີ, ປະມານ
32 ກິໂລແມັດຫ່າງຈາກນະຄອນ ນິວຢອກ ເຊິ່ງເພື່ອນບ້ານຂອງລາວບາງຄົນກ່າວວ່າ
ເຂົາເຈົ້າບໍ່ຮູ້ເຖິງສັນຍານໃດໆ ກ່ຽວກັບ ການປະພຶດທີ່ບໍ່ປົກກະຕິຂອງລາວ.

ທ້າວ ຄາລອສ ບາຕິສຕາ ເພື່ອນບ້ານຂອງຜູ້ຕ້ອງສົງໄສເປັນຜູ້ກໍ່ການຮ້າຍກ່າວວ່າ “ລາວ
ເປັນມິດທີ່ດີກັບຂ້າພະເຈົ້າ, ຂ້າພະເຈົ້າບໍ່ຮູ້ຈັກຄົນອື່ນຢູ່ໃນຊ່ວງຕຶກນີ້.”

ໃນຂະນະທີ່ນະຄອນ ນິວຢອກ ມີໜ່ວຍປາບປາມລັດທິກໍ່ການຮ້າຍແຂງແກ່ນນັ້ນ, ຂະ
ບວນການປ້ອງກັນ ເພື່ອປາບປາມພວກຫົວຮຸນແຮງ ຈຳ ເປັນຕ້ອງມີເພີ່ມເຕີມ, ອີງຕາມ
ຄຳເວົ້າຂອງທ່ານ ເບັນເນັດ ຄລິຟເຝີດ, ນັກຄົ້ນຄວ້າໂຄງການ ກ່ຽວກັບ ລັດທິຫົວຮຸນ
ແຮງຈັດຂອງມະຫາວິທະຍາໄລ ຈໍຈ໌ ວໍຊິງຕັນ.

ທ່ານ ເບັນເນັດ ກ່າວວ່າ “ໃນຂະນະທີ່ມັນຍາກຫຼາຍທີ່ຈະຢຸດການໂຈມຕີ ຄືການ
ໃຊ້ລົດໂຈມຕີດັ່ງທີ່ໄດ້ເກີດຂຶ້ນນັ້ນ, ເມື່ອບຸກຄົນໃດນຶ່ງທີ່ໄດ້ຕັດສິນໃຈຈະທຳການໂຈມ
ຕີ, ມັນມີຫຼາຍຢ່າງ ກ່ອນທີ່ບຸກຄົນນັ້ນຈະໄປເຖິງລະດັບ ທີ່ສາມາດຜັກດັນພວກເຂົາ
ໃຫ້ເຮັດໃນສິ່ງທີ່ເປັນອັນຕະລາຍ.”

ບັນດານັກເຄື່ອນໄຫວພາຍໃນຊຸມຊົນ ອຸສເບັກກິສຖານ ຂອງນະຄອນ ນິວຢອກ ກ່າວ
ວ່າ ສິ່ງທີ່ຂາດໄປຈາກການສົນທະນາ ແມ່ນເຄືອຂ່າຍການສະໜັບສະໜູນທີ່ໃຫຍ່ຫຼວງ
ສຳລັບຄົນຕ່າງປະເທດຂອງເຂົາເຈົ້າ.

ທ່ານ ອິລຄົມຈອນ ເຄັນຈາບາເຢຟ ນັກເຄື່ອນໄຫວຊຸມຊົນ ກ່າວວ່າ “ໃນອະນາຄົດພວກ
ເຮົາຢາກມີສູນຊຸມຊົນຂອງພວກເຮົາເອງ ບ່ອນທີ່ພວກເຮົາສາມາດເຕົ້າໂຮມກັນ ແລະ
ປຶກສາຫາລືບັນຫາຕ່າງໆ ໃນພາສາ ອຸສເບັກກິສຖານ, ຍ້ອນວ່າຕອນນີ້ ມັນບໍ່ມີສະ
ຖານທີ່ດັ່ງກ່າວ, ແລະ ປະຊາຊົນຕ້ອງການຂໍ້ມູນບາງຢ່າງ. ດັ່ງນັ້ນເຂົາເຈົ້າຈະຫາມັນ
ມາຈາກໃສ? ທາງ ອິນເຕີແນັດ.”

ການສົນທະນາໄດ້ມີຂຶ້ນໃນຂະນະທີ່ປະທານາທິບໍດີ ທຣຳ ໄດ້ໂຕ້ຖຽງກ່ຽວກັບໂຄງ
ການລັດເຕີລີບັດຂຽວ ສະຫະລັດ ທີ່ໄດ້ອະນຸຍາດໃຫ້ທ້າວ ໄຊປອຟ ເດີນທາງເຂົ້າມາ
ໃນປະເທດຢ່າງຖືກຕ້ອງຕາມກົດໝາຍໃນປີ 2010. ແຕ່ທ່ານ ອັບດຸນລາ ຄວາດຈາ
ຈາກສະມາຄົມຄົນ ອາເມຣິກັນ ເຊື້ອສາຍ ເທີກມີເນສຖານ ກ່າວວ່າ ລັດທິກໍ່ການຮ້າຍ
ບໍ່ມີສັນຊາດ.

ທ່ານ ອັບດຸນລາ ຄວາດຈາ ປະທານສະມາຄົມຄົນ ອາເມຣິກັນ ເຊື້ອສາຍເທີກມີເນສຖານ
ກ່າວວ່າ “ວັດທະນະທຳ ອຸສເບກິສຖານ ບໍ່ໄດ້ເວົ້າຫຼືສອນໃຫ້ຂ້າຄົນບໍລິສຸດ ແລະ ສາ
ສະໜາອິສລາມກໍຄືກັນ. ພວກເຮົາມາ ສະຫະລັດ ເພື່ອທຳການປະກອບສ່ວນ ແລະ ບໍ່
ແມ່ນເພື່ອທຳຮ້າຍຄົນໃດ.”

ດ້ວຍການສົ່ງເສີມການຢູ່ຮ່ວມກັນ ແລະ ການສະເໜີຄວາມຊ່ວຍເຫຼືອດ້ານພາສາໂດຍ
ສະເພາະເຈາະຈົງນັ້ນ, ທ່ານຫວັງວ່າ, ຄົນເຂົ້າເມືອງກຸ່ມໃໝ່ຈະມີຄວາມພ້ອມຫຼາຍຂຶ້ນ
ເພື່ອສ້າງສາຊຸມຊົນທີ່ຮັ່ງມີໃນປະເທດໃໝ່ຂອງເຂົາເຈົ້າ.


As U.S. authorities seek motives that might have led 29-year old suspect Sayfullo Saipov to run down and kill innocent pedestrians and cyclists in Lower Manhattan, New York's Uzbek community believes his radicalization can be attributed in part to a lack of language and culture-specific inclusion, among Uzbek nationals attempting to integrate into U.S. culture.

Sayfullo Saipov reportedly planned his deadly attack in Lower Manhattan for weeks, leaving authorities with many questions about what led the Uzbek national to become radicalized in the US. He was living in Paterson, New Jersey, 32 kilometers from New York where some neighbors say they did not notice signs of unusual behavior.

((CARLOS BATISTA, NEIGHBOR OF SUSPECTED TERRORIST))
"He was friendly to me, I don't know about anyone else on the block."

While New York City has a robust counter-terrorism unit, additional preventative approaches to countering radicalization are needed, according to Bennett Clifford, Research Fellow of George Washington University's Program on Extremism.

((BENNETT CLIFFORD, RESEARCH FELLOW, PROGRAM ON EXTREMISM, GEORGE WASHINGTON UNIVERSITY))
"While it's very difficult to stop an attack like a vehicular-based attack as it is happening, once the individual has decided to commit the attack, there are a number of things before that individual reaches that level that can potentially push them down a different path."

Activists within New York's Uzbek community say what's missing from the conversation is a greater support network for its foreign nationals.
((ILKHOMJON, KENJABAYEV, COMMUNITY ACTIVIST)) ((SPEAKS IN RUSSIAN))
"In the future we want to have our own community center where we can gather together and discuss issues in Uzbek, because now there is no such place, and people need some information. So where do they seek it? The internet."

The conversation comes as President Trump argues for an end to the U.S. diversity visa that allowed Saipov to enter the country legally in 2010. But Abdullah Kwaja, of the Turkestanian American Association, says terrorism has no nationality.

((ABDULLAH KWAJA, PRESIDENT, TURKESTANIAN AMERICAN ASSOCIATION))
"Uzbek culture does not say or teach to kill the innocent and neither [does] Islam. We came to the United States to contribute and not harm anyone."

By fostering inclusion and language-specific outreach, he hopes, new immigrants will be better suited to build a prosperous community in their new country.

XS
SM
MD
LG