ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວນະຄອນນີວຢອກ ຍັງປະສົບ ຄວາມຫຍຸ້ງຍາກ ຍ້ອນ ຜົນກະທົບ ຂອງພາຍຸ ແຊນດີ (ວີດິໂອ & ສະໄລດ໌)


ການປໍ້ານໍ້າອອກຈາກຫ້ອງໃຕ້ດິນຂອງໂຮງການແຫ່ງນຶ່ງ ຢູ່ໃກ້ສວນສາທາລະນະ Battery Park ໃນນະຄອນນີວຢອກ ໃນວັນສຸກ ທີ 2 ພະຈິກ, 2012.
ການປໍ້ານໍ້າອອກຈາກຫ້ອງໃຕ້ດິນຂອງໂຮງການແຫ່ງນຶ່ງ ຢູ່ໃກ້ສວນສາທາລະນະ Battery Park ໃນນະຄອນນີວຢອກ ໃນວັນສຸກ ທີ 2 ພະຈິກ, 2012.
ໃນວັນເສົາມື້ນີ້ ຊາວນະຄອນນີວຢອກຈຳນວນຫຼວງຫລາຍ
ຍັງຂາດສິ່ງຂອງຈໍາ ເປັນໃນຊີວິດປະຈໍາວັນ ຊຶ່ງລວມທັງໄຟຟ້າ,
ອາຍອຸ່ນ ແລະອາຫານ ຫຼັງຈາກ ໄດ້ຮັບຄວາມເສຍຫາຍຢ່າງ
ໜັກຈາກ “ລົມພາຍຸຂະໜາດແຮງ” ແຊນດີ ທີ່ກະໜໍ່າໃສ່ພາກ
ຕາເວັນອອກຂອງສະຫະລັດນັ້ນ.

ຊາວນະຄອນນີວຢອກ ມີຄວາມປະຫລາດໃຈ ທີ່ເຫັນວ່າ ທ່ານ
Michael Bloomberg ເຈົ້າຄອງນະຄອນນີວຢອກ ຊຶ່ງທໍາອິດ
ຍັງຢາກໃຫ້ມີການແລ່ນມາລາທອນ ໃນວັນອາທິດມື້ອື່ນນີ້ດໍາເນີນ
ໄປຢູ່ ໃນຂະນະທີ່ ປະຊາຊົນຊາວ ເມືອງຈໍານວນຫລວງຫລາຍຍັງ ຢູ່ໃນສະພາບທີ່ຂາດເຂີນເຄື່ອງໃຊ້ຂອງສອຍໃນຊີວິດປະຈໍາວັນ
ຢ່າງໜັກໜ່ວງຢູ່. ໃນວັນສຸກວານນີ້ ທ່ານ Bloomberg ກໍໄດ້
ຕ່າວປີ້ນການສິນໃຈຂອງທ່ານ ໂດຍໃຫ້ເຫດຜົນວ່າ ທ່ານບໍ່ຢາກໃຫ້ມີ “ເມກ” ປົກບັງການ ແຂ່ງຂັນ ຫລືພວກເຂົ້າຮ່ວມແຂ່ງຂັນກິລາ ດັ່ງກ່າວ.

ໜັງສືພິມນີວຢອກສະບັບນຶ່ງເວົ້າວ່າ ຕົນໄດ້ພົບເຫັນວ່າ ພວກເຈົ້າໜ້າຮັບຜິດຊອບການ ແຂ່ງຂັນກິລາດັ່ງກ່າວ ກັກຕຸນສະບຽງຕ່າງໆໄວ້ຮັບໃຊ້ໃນການແຂ່ງຂັນ ຊຶ່ງວ່າສະບຽງ ເຫລົ່ານັ້ນ ສາມາດທີ່ຈະເອົາໄປໃຊ້ແຈກຢາກໃຫ້ແກ່ພວກໄດ້ຮັບເຄາະຮ້າຍຈາກລົມ ພາຍຸແຊນດີໄດ້.

ໜັງສືພິມ New York Post ເວົ້າວ່າ ໃນຈໍານວນສິ່ງຂອງທີ່ສະສົມໄວ້ນັ້ນລວມມີ ຈັກປັ່ນ ໄຟຟ້າ 41 ໜ່ວຍ ທີ່ສາມາດເອົາມາປັ່ນໄຟໃຫ້ແກ່ເຮືອນຄົນເປັນຫລາຍໆຫລັງ, ສ້ວມຖ່າຍ
ເຄື່ອນທີ່ຫລາຍຮ້ອຍບ່ອນ, ຖ້ານໃສ່ນໍ້າຈຳນວນນຶ່ງ ພ້ອມທັງເຄື່ອງຕົ້ມກາເຟຫລາຍໆ ສິບ ໜ່ວຍ ໃຫ້ຄົນໄດ້ໃຊ້ກັນ.

ເຈົ້າຄອງນະຄອນ Bloomberg ປຽບທຽບການແຂ່ງຂັນແລ່ນມາລາທອນຄັ້ງນີ້ ໃສ່ກັບການ
ແຂ່ງຂັນມາລາທອນໃນປີ 2001 ພາຍຫລັງທີ່ມີການໂຈມຕີສູນກາງ ການຄ້າໂລກ ຫລື World Trade Center ໂດຍພວກກໍ່ການຮ້າຍ ໃນວັນທີ 11 ເດືອນກັນຍານັ້ນ. ແຕ່ວ່າ ການແຂ່ງຂັນໃນຄັ້ງນັ້ນແມ່ນຈັດຂຶ້ນໃນເວລາສອງເດືອນ ຫລັງຈາກມີການໂຈມຕີ. ແຕ່ ລົມພາຍຸແຊນດີໄດ້ກະໜໍ່າ ໃສ່ນະຄອນນີວ ຢອກ ມາເປັນເວລາບໍ່ຮອດນຶ່ງອາທິດຊໍ້າ.

ການປະເມີນຜົນຂັ້ນຕົ້ນຕໍ່ຄວາມເສຍຫາຍທີ່ເກີດຈາກລົມພາຍຸດັ່ງກ່າວໃນເຂດແຄມຝັ່ງທະ ເລກໍ້າຕາເວັນອອກຂອງສະຫະລັດນັ້ນ ແມ່ນຕົກຢູ່ປະມານ 20 ຫາ 50 ພັນລ້ານໂດລາ. ແລະ ໃນແຕ່ລະມື້ ບັນດາຫ້າງຮ້ານທຸລະກິດຕ່າງໆ ຍັງສືບຕໍ່ປິດກິດຈະການຢູ່ ຊຶ່ງໄດ້ເຮັດ ໃຫ້ຜົນຜະລິດຂອງເສດຖະກິດຢູ່ໃນຂົງເຂດນີ້ ເສຍລາຍໄດ້ໄປ ປະມານ 200 ລ້ານໂດລາ.




ເຖິງແມ່ນວ່າບາງເຂດ ທີ່ໄດ້ຮັບຜົນກະທົບໃນບໍລິເວນແຄມຝັ່ງທະເລກໍ້າຕາເວັນ ອອກ ຂອງສະຫະລັດ ກຳລັງພະຍາຍາມຟື້ນໂຕຄືນມາ ເພື່ອໃຫ້ເຂົ້າສູ່ສະພາບເປັນປົກກະຕິ ກໍຈິງຢູ່ ແຕ່ກໍຍັງປະເຊີນປະສົບຄວາມຫຍຸ້ງຍາກຫລາຍຢ່າງຢູ່.

ລະບົບຂົນສົ່ງສາທາລະນະຫລາຍແຫ່ງຍັງສືບຕໍ່ດໍາເນີນງານໃນຂອບເຂດຈໍາກັດ ແລະປໍ້າ ນໍ້າມັນຫລາຍແຫ່ງຍັງບໍ່ສາມາດເປີດບໍລິການໄດ້ຍ້ອນບໍ່ມີໄຟຟ້າ. ລາຍງານຂ່າວຂອງໜັງ ສືພິມ Bergen Record ຂອງລັດ New Jerseyເວົ້າວ່າ ມັນຈະໃຊ້ເວລານຶ່ງເດືອນນຶ່ງຫຼື ດົນກວ່ານັ້ນ ກ່ອນທີ່ການບໍລິການລົດໄຟໄປຫານະຄອນນີວຢອກຈະສາມາດຄືນມາໃຫ້ ການບໍລິການຢ່າງເຕັມສ່ວນໄດ້.

ສະມາຄົມລົດໂອໂຕຂອງອາເມຣິກັນ ຫລື Tripple A ຊຶ່ງເປັນສະມາຄົມລະດັບຊາດ ຂອງສະຫະລັດເວົ້າວ່າ 60% ຂອງປໍ້ານໍ້າມັນໃນລັດ New Jersey ແລະ ປະມານ 70% ຂອງປໍ້ານໍ້າມັນໃນເກາະ Long Island ຂອງລັດ New York ແມ່ນຍັງປິດຢູ່.

ລັດຖະບານສະຫະລັດເວົ້າໃນວັນສຸກວານນີ້ວ່າ ກະຊວງປ້ອງກັນປະເທດ ຈະຊື້ ແລະຂົນ ສົ່ງນໍ້າມັນເຊື້ອໄຟພິເສດ 22 ລ້ານກາລອນ ໄປໃຫ້ຂົງເຂດດັ່ງກ່າວເພື່ອຜ່ອນຄາຍສະພາບ ຂາດເຂີນດັ່ງກ່າວ.

ລັດຖະບານສະຫະລັດຍັງເວົ້າອີກວ່າ ຈະອະນຸຍາດໃຫ້ກໍ່າປັ່ນຂອງຕ່າງປະເທດ ລໍາລຽງ ເອົານໍ້າມັນເຊື້ອໄຟ ຈາກທ່າເຮືອນຶ່ງໄປຍັງອີກທ່າເຮືອແຫ່ງນຶ່ງຂອງສະຫະລັດໄດ້ ຊຶ່ງເປັນ ການກະທໍາ ທີ່ຕາມປົກກະຕິແລ້ວ ແມ່ນຜິດຕໍ່ກົດໝາຍ.

ເບິ່ງສະໄລດ໌ສະພາບຫລັງພາຍຸ Sandy

XS
SM
MD
LG