ຈຳນວນຄົນທີ່ເປັນໄຂ້ໝາກແດງ ຢູ່ໃນສະຫະລັດ ໄດ້ເພີ້ມຂຶ້ນເຖິງຫລາຍກວ່າ 460 ລາຍແລ້ວ ຊຶ່ງເປັນຈຳນວນທີ່ສູງທີ່ສຸດນັບແຕ່ປີ 1991 ເປັນຕົ້ນມາ. ຈຳນວນຂອງຄົນເປັນພະຍາດດັ່ງກ່າວ ຫລາຍກວ່າຄິ່ງນຶ່ງ ແມ່ນຢູ່ນິວຢອກ ບ່ອນທີ່ມີ 21 ຄົນຖືກນອນໂຮງໝໍ, ຊຶ່ງ 5 ຄົນໃນນັ້ນ ແມ່ນຢູ່ໃນການດູແລປິ່ນປົວແບບມໍລະສຸມ. ໃນອາທິດແລ້ວນີ້, ທ່ານ ບີລ ເດິ ບລາຊິໂອ (Bill de Blasio), ເຈົ້າຄອງນະຄອນນິວຢອກ ໄດ້ປະກາດວ່າໄຂ້ໝາກແດງເປັນສະພາບສຸກເສີນທາງດ້ານສາທາລະນະສຸກ ແລະໄດ້ສັ່ງໃຫ້ຜູ້ຄົນຕ້ອງໄດ້ສັກຢາກັນພະຍາດນີ້ ໃນຫລາຍໆພາກຂອງຕົວເມືອງດັ່ງກ່າວ. Zlatica Hoke, ນັກຂ່າວຂອງວີໂອເອ ລາຍງານມາວ່າ ຈໍານວນຄົນທີ່ເປັນໄຂ້ໝາກແດງໃນທົ່ວໂລກເພີ້ມຂຶ້ນ 300 ເປີເຊັນ ໃນປີນີ້, ອີງຕາມອົງການອະນາໄມໂລກ. ບົວສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ໄຂ້ໝາກແດງ ໄດ້ເອົາຊີວິດຂອງຄົນໃນທົ່ວໂລກໄປ ປະມານນຶ່ງແສນຄົນໃນປີນຶ່ໆ. ພະຍາດທີ່ເກີດຈາກເຊື້ອໄວຣັສນີ້ ແມ່ນສາມາດປ້ອງກັນໄດ້ງ່າຍໆ ໂດຍການສັກຢາກັນພະຍາດ. ແຕ່ວ່າໃນຊຸມປີໝໍ່ໆມານີ້ ພວກທີ່ຄັດຄ້ານຕໍ່ການສັກຢາກັນພະຍາດໄດ້ເຜີຍແຜ່ຂໍ້ມູນທີ່ຜິດໆ ກ່ຽວກັບຢາປ້ອງກັນພະຍາດ. ອັນທີ່ເອີ້ນວ່າ ພວກຕ້ານການສັກຢາປ້ອງກັນພະຍາດ ຫລື anti-vaxxers, ໃນເມື່ອກ່ອນ ຖືກມອງວ່າເປັນພວກທີ່ບໍ່ຄ່ອຍສຳຄັນນັ້ນ ໄດ້ໃຊ້ເຟັສບຸກ (Facebook) ແລະສື່ສັງຄົມອອນລາຍແບບອື່ນ ເຮັດໃຫ້ພໍ່ແມ່ຂອງເດັກນ້ອຍເຊື່ອວ່າ ການສັກຢາພາໃຫ້ເກີດໂຣກຜິດປົກກະຕິທາງດ້ານການສື່ສານ ແລະອາລົມ ຫລື ອໍທິສຊັມ ແລະບັນຫາອື່ນໆ ສຳລັບເດັກນ້ອຍ.
ທ່ານ ນູເຊມ ຣູບິນ (Nuchem Rubin), ນາຍຄູຢູ່ເມືອງບຸກລິນ (Brooklyn) ໃນນະຄອນນິວຢອກ ໃຫ້ຄຳເຫັນວ່າ: "ເອື້ອຍຂອງຂ້ອຍບອກຂ້ອຍວ່າ ໝູ່ຄູ່ຂອງລາວພາກັນມີບັນຫາ ແລະມີຄວາມຫຍຸ້ງຍາກຫລາຍ. ພວກເຂົາເຈົ້າທີ່ຈິງແລ້ວໄດ້ເລົ່າເລື້ອງຂອງເຂົາເຈົ້າສູ່ຂ້ອຍຟັງວ່າ ລູກຂອງພວກເຂົາເຈົ້າຄົນນຶ່ງແມ່ນ ເປັນຫລາຍ…… ແຕ່ກ່ອນລາວຕອບກັບສື່ສານກັບຄົນໄດ້ຕາມປົກກະຕິດີຢູ່, ແຕ່ວ່າ ເມື່ອລາວໄດ້ສັກຢາແລ້ວ ລາວບໍ່ໄດ້ສື່ສານ ຕອບກັບຕໍ່ຄົນຢ່າງແບບທຳມະດາເລີຍ."
ນະຄອນນິວຢອກ ມີຈຳນວນຄົນທີ່ເປັນໄຂ້ໝາກແດງທີ່ກວມເອົາ ຫລາຍກວ່າເຄິ່ງນຶ່ງຂອງຈຳນວນຄົນທັງໝົດທີ່ເປັນພະຍາດດັ່ງກ່າວ ທີ່ເກີດຂຶ້ນຢູ່ໃນສະຫະລັດ ໃນປີກາຍນີ້.
ທ່ານ ບີລ ເດິ ບລາຊິໂອ (Bill de Blasio), ເຈົ້າຄອງນະຄອນນິວຢອກ ໄດ້ປະກາດວ່າ ການລະບາດຂອງໄຂ້ໝາກແດງເປັນສະພາບສຸກເສີນທາງດ້ານສາທາລະນະສຸກ ໃນອາທິດແລ້ວນີ້ ແລະໄດ້ສັ່ງໃຫ້ຜູ້ຄົນໃນຫລາຍໆພາກຂອງນະຄອນດັ່ງກ່າວວ່າ ຕ້ອງສັກຢາກັນພະຍາດນີ້ ໂດຍວາງຄ່າປັບໃໝສູງເຖິງ 1,000 ໂດລາ ຖ້າຫາກໃຜບໍ່ເຮັດຕາມຄຳສັ່ງນັ້ນ.
ແຕ່ວ່າ ກຸ່ມຊາວຢິວທີ່ມີຄວາມເຊື່ອແບບດັ້ງເດີມ ໄດ້ພາກັນຍື່ນຄຳຟ້ອງຮ້ອງເພື່ອຄັດຄ້ານຕໍ່ຄຳສັ່ງດັ່ງກ່າວ ໃນວັນຈັນ, ວັນທີ 15 ເມສາ ທີ່ຜ່ານມານີ້.ພວກເຈົ້າໜ້າທີ່ສາທາລະນະສຸກໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສະກັດກັ້ນເຊື້ອໄວຣັສດັ່ງກ່າວ ພ້ອມທັງການກະຈາຍຂໍ້ມູນທີ່ຜິດໆ.
ດຣ. ແອນໂຕນີ ໂຟຈິ (Anthony Fauci) ຈາກສະຖາບັນສາທາລະນະສຸກແຫ່ງຊາດກ່າວວ່າ: "ພວກເຮົາຕ້ອງການຜູ້ນຳທາງສາດສະໜາ, ພວກເຮົາຕ້ອງການຜູ້ນຳປະຊາຄົມ, ເພື່ອເຮັດໃຫ້ຄົນພວກນັ້ນເຊື່ອວ່າ ເຂົາເຈົ້າຕ້ອງການມັນ ເພື່ອປ້ອງກັນບໍ່ພຽງແຕ່ລູກຂອງເຂົາເຈົ້າເທົ່ານັ້ນ ແຕ່ພວກເຂົາຍັງຮັບຜິດຊອບຕໍ່ປະຊາຄົມ ແລະສັງຄົມອີກດ້ວຍ, ເພື່ອຊ່ວຍປົກປ້ອງປະຊາຄົມ ໂດຍການພັດທະນາ, ດັ່ງທີ່ຂ້າພະເຈົ້າເວົ້າ, ສິ່ງປົກປ້ອງອັນກວ້າງຂວາງຂອງພູມຄຸ້ມກັນໃຫ້ແກ່ຄົນກຸ່ມນີ້.”
ໄຂ້ໝາກແດງເປັນພະຍາດທີ່ຕິດແປດກັນຫລາຍ ແລະສາມາດພາໃຫ້ເກີດບັນຫາຕາມມາໄລຍະຍາວອີກ ຖ້າຫາກບໍ່ມີການປິ່ນປົວ. ເດັກນ້ອຍ ນຶ່ງໃນ 10 ຄົນໃດ ທີ່ເປັນພະຍາດໝາກແດງ ແມ່ນມີຫູອັກເສບ, ນຶ່ງໃນ 20 ຄົນໃດ ແມ່ນເລີ້ມເປັນ ໂຣກປອດບວມ ແລະ ນຶ່ງໃນ 1,000 ຄົນໃດ ແມ່ນມີສະໝອງໄຄ່ພອງຂຶ້ນ. ໃນບາງລາຍກໍເປັນອັນຕະລາຍເຖິງຊີວິດ. ຂ່າວດີກໍຄືໂຣກໝາກແດງແມ່ນພະຍາດທີ່ສາມາດປ້ອງກັນໄດ້.
ດຣ. ເຊີລິຕາ ແອມເລີ (Sherlita Amler) ຈາກກຳມາທິການດ້ານການແພດ ຂອງຄາວຕີແວສທ໌ແຈັສເຕີ (Westchester) ຂອງນະຄອນນິວຢອກໃຫ້ຄຳເຫັນວ່າ: "ມີຢາວັກຊິນທີ່ມີປະສິດທິຜົນສູງ ທີ່ໃຊ້ໄດ້ຜົນດີ, ຊຶ່ງຖືກນຳມາໃຊ້ແລ້ວ ໃຊ້ອີກ ເພື່ອຍຸຕິການລະບາດລົງ ແລະພະແນກສາທາລະນະສຸກ ກໍສາມາດທີ່ຈະສະໜອງຢາກັນພະຍາດໝາກແດງ, ໝາກເບີດ ແລະໄຂ້ອອກຕຸ່ມ ຊຶ່ງເອີ້ນຫຍໍ້ວ່າ MMR ໃຫ້ທຸກຄົນ ທີ່ມີຄວາມຕ້ອງການ ໂດຍບໍ່ຕ້ອງເສຍຄ່າ."
ນອກນັ້ນ ກໍຍັງມີການລະບາດຂອງໄຂ້ໝາກແດງຢູ່ໃນທະວີບຢູໂຣບ ແລະອິສຣາແອລ ພ້ອມທັງຢູ່ໃນບາງປະເທດໃນທະວີບອາມເຣິກາໃຕ້, ອາຟຣິກາ ແລະເອເຊຍ ອີກດ້ວຍ. ຜູ້ຄົນທີ່ເດີນທາງໄປຍັງປະເທດເຫລົ່ານັ້ນ ຄວນຮັບປະກັນວ່າ ຕົນເອງໄດ້ສັກຢາປ້ອງກັນໂຣກໝາກແດງໄວ້ແລ້ວ.
ເບິ່ງວີດິໂອ: ພໍ່ແມ່ຜູ້ປົກຄອງເດັກທີ່ຕ້ານການສັກຢາກັນພະຍາດ ເຮັດໃຫ້ການລະບາດຂອງ ໄຂ້ໝາກແດງເພີ້ມຂຶ້ນຫລາຍທີ່ສຸດໃນຮອບ 30 ປີ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
The number of measles cases in the United States has soared to more than 460, the highest number since 1991. More than half of the cases are in New York, where 21 people had to be hospitalized, five of them in intensive care. Last week, New York City Mayor Bill de Blasio declared measles a public health emergency, and has ordered mandatory vaccination in parts of the city. VOA Zlatica Hoke reports measles cases are up 300 percent worldwide this year, according to the World Health Organization.
Measles kills about 100,000 people a year worldwide. The viral disease is easily preventable by vaccine. But in recent years, opponents of the vaccination have spread misinformation about the vaccine. The so-called anti-vaxxers, once considered fringe, have used Facebook and other social media to convince parents that vaccines cause autism, and other problems for children.
Nuchem Rubin, teacher in Brooklyn, New York:
"A sister of mine told me her friends had problems, difficulties. They actually told me stories that one of their children was very... he was responding normally, but once he got the vaccines, he did not respond normally."
New York City accounts for more than half of all U.S. measles cases that occurred in the past year.
New York City Mayor Bill de Blasio declared measles a public health emergency last week and ordered mandatory vaccination for parts of the city, with a penalty of up to $1,000 for failure to comply.
But an ultra-orthodox Jewish group filed a lawsuit Monday challenging the order.
Health officials are tasked with containing the virus as well as the spread of misinformation.
Dr. Anthony Fauci, National institues of Helath:
" We need the religious leaders, we need the community leaders, to convince those people that they need it to protect not only their own children, but they have a responsibility to the community and to society to help protect the community by developing this umbrella, as I said, of herd immunity."
Measles is a highly infectious disease and can lead to long-term consequences if not treated. One in 10 children with measles gets an ear infection, one in 20 develops pneumonia and one in 1,000, brain swelling. In some cases it is deadly. The good news is that measles is preventable.
Dr. Sherlita Amler, Westchester County Health Commissioner:
"There is a highly effective vaccine that works, that's been used time and time again to stop outbreaks and the Health Department is able to provide the MMR (measles, mumps, and rubella) vaccine to anyone who needs it free of charge."
There are also large outbreaks of measles in Europe and Israel, as well as in some countries in South America, Africa, and Asia. People traveling to those countries should make sure they have been vaccinated.