ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ທີ່ມີໄວຣັສໂຄໂຣນາ ໃນນິວຢອກ ມີພະຍາດກາວາຊາກິ ຊຶ່ງເປັນພະຍາດ ທີ່ບໍ່ຄ່ອຍມີ


ນາງ Nisakorn Quispe ສອນໜັງສືໃຫ້ລູກຢູ່ເຮືອນ ໃນຂະນະທີ່ພະຍາດໂຄວິດ-19 ລະບາດໜັກ ຊຶ່ງເຮັດໃຫ້ໂຮງຮຽນຢູ່ເມືອງ Queens ໃນນະຄອນນິວຢອກ ປິດລົງຢູ່ນີ້
ນາງ Nisakorn Quispe ສອນໜັງສືໃຫ້ລູກຢູ່ເຮືອນ ໃນຂະນະທີ່ພະຍາດໂຄວິດ-19 ລະບາດໜັກ ຊຶ່ງເຮັດໃຫ້ໂຮງຮຽນຢູ່ເມືອງ Queens ໃນນະຄອນນິວຢອກ ປິດລົງຢູ່ນີ້

ກໍາມາທິການດ້ານສາທາລະນະສຸກຂອງນະຄອນນິວຢອກກ່າວໃນວັນອັງຄານ ວານນີ້ວ່າ ຈໍານວນເດັກນ້ອຍທີ່ຕິດເຊື້ອໄວຣັສໂຄໂຣນາ ແມ່ນມີອາການທີ່ບໍ່ ຄ່ອຍມີ ທີ່ເອີ້ນວ່າ ພະຍາດກາວາຊາກິ.

“ໂດຍທົ່ວໄປແລ້ວ ຖ້າຫາກອາການນີ້ ຖືກບົ່ງມະຕິໄດ້ແຕ່ຫົວທີ ແມ່ນມີການ ປິ່ນປົວຢ່າງແນ່ນອນ ແລະຕາມປົກກະຕິແລ້ວແມ່ນຈະບໍ່ມີຜົນຕາມມາແບບ ຍາວນານ, ນັ້ນ ຄືຄໍາເວົ້າຂອງ ດຣ. ໂອຊີຣິສ ບາບອດ (Oxiris Barbot), ກໍາມາທິການດ້ານສາທາລະນະສຸກທີ່ກ່າວຕໍ່ພວກນັກຂ່າວ ກ່ຽວກັບອາການ ພະຍາດໄຄ່ພອງ ທີ່ວ່ານີ້. ເພິ່ນກ່າວຕໍ່ໄປວ່າ “ແຕ່ວ່າ ຖ້າອາການພະຍາດ ຫາກບໍ່ຖືກກວດພົບແຕ່ຫົວທີ ມັນອາດຈະເຮັດໃຫ້ມີຜົນຕາມມາແບບຍາວນານ ໄດ້, ຊຶ່ງສ່ວນໃຫຍ່ແລ້ວ ແມ່ນກ່ຽວຂ້ອງກັບບັນຫາທາງຫົວໃຈທີ່ກໍາລັງມີຢູ່ນີ້.”

ພະແນກສາທາລະນະສຸກຂອງນະຄອນດັ່ງກ່າວເວົ້າແບບເປັນການແຈ້ງເຕືອນວ່າ ມີເດັກນ້ອຍ 15 ຄົນ, ອາຍຸ 2 ຫາ 15 ປີ ໄດ້ນອນໂຮງໝໍຍ້ອນເປັນ ພະຍາດ ກາວາຊາກິ ໃນສອງອາທິດຜ່ານມາ.

4 ຄົນທີ່ໄດ້ກວດພົບວ່າມີພະຍາດໂຄວິດ-19, ຊຶ່ງເປັນພະຍາດທີ່ເກີດມາຈາກ ໄວຣັສໂຄໂຣນາ. ອີກ 11 ຄົນແມ່ນກວດບໍ່ພົບເຊື້ອໄວຣັສນີ້ ແຕ່ວ່າມີ 6 ຄົນ ໃນນັ້ນມີພູມຕໍ່ຕ້ານພະຍາດໂຄດວິດ-19 ຊຶ່ງສະແດງໃຫ້ເຫັນວ່າພວກເຂົາໄດ້ ມີການຕິດເຊື້ອໄວຣັສນີ້ມາກ່ອນແລ້ວ. ເດັກນ້ອຍ 5 ຄົນ ແມ່ນຕ້ອງໄດ້ໃຊ້ ເຄື່ອງຊ່ວຍຫາຍໃຈ. ເດັກນ້ອຍທັງໝົດ 15 ຄົນ ແມ່ນລອດຊີວິດມາໄດ້.

ດຣ. ບາບອດເວົ້າອີກວ່າ ມີລາຍງານວ່າມີຄົນປ່ວຍຍ້ອນພະຍາດນີ້ ໃນຈໍາ ນວນໜ້ອຍນຶ່ງຢູ່ຫຼາຍເຂດ ໃນນະຄອນຟີລາແດລເຟຍ ແລະ ບອສຕັນ. ບັນດາທ່ານໝໍທັງຫລາຍຢູ່ອັງກິດກໍໄດ້ບັນທຶກວ່າມີການເປັນພະຍາດ ກາວາ ຊາກິນີ້ເຊັ່ນກັນ

ກໍາມາທິການດ້ານສາທາລະນະສຸກຂອງນະຄອນນິວຢອກເວົ້າວ່າ “ພວກເຮົາ ບໍ່ແນ່ໃຈວ່າຈະເຮັດແນວໃດເທື່ອຕໍ່ສະພາບການນີ້” ແລະກ່າວຕໍ່ໄປວ່າ “ພວກ ເຮົາຍັງກໍາລັງຮຽນຮູ້ກ່ຽວກັບການປະພຶດຂອງພະຍາດໂຄວິດ-19 ນີ້ ໄປໃນ ແຕ່ລະມື້ຢູ່ ບໍ່ພຽງແຕ່ໃນແງ່ຂອງສາທາລະນະສຸກເທົ່ານັ້ນ ທັງຍັງໃນແງ່ຂອງ ການຕິດຕາມປິ່ນປົວອີກດ້ວຍ.”

ດຣ. ບາບອດເວົ້າວ່າ ອາການພະຍາດນີ້ລວມມີ ເດັກນ້ອຍມີອາການຄີງຮ້ອນ ສູງເປັນເວລາຫລາຍວັນ, ຕາແດງ, ມີຕຸ່ມແດງ, ເຈັບຊ່ວງທ້ອງ, ມື ແລະຕີນ ໄຄ່ພອງ, ສົບ ແລະລີ້ນມີສີແດງສົດ ຊຶ່ງເອີ້ນວ່າ “ລີ້ນສີໝາກສະຕໍເບີຣີ.” ພະ ຍາດກາວາຊາກິນີ້ ຕາມປົກກະຕິແລ້ວແມ່ນປິ່ນປົວດ້ວຍຢາ ອິມມູໂນກລໍບູລີນ ແລະ ແອັສປີຣິນ.

ໂດຍທົ່ວໄປແລ້ວ ໃນສະຫະລັດ, ເດັກນ້ອຍມີການຕິດພະຍາດໂຄວິດ-19 ໃນລະດັບຕໍ່າ ແຕ່ວ່າ ກໍມີກໍລະນີທີ່ຮ້າຍແຮງຢູ່ ແລະມີຈໍານວນນຶ່ງໄດ້ເສຍ ຊີວິດໄປ.

ດຣ. ບາບອດ ເວົ້າອີກວ່າ ໄວຣັສສາຍພັນທີ່ນະຄອນນິຢອກກໍາລັງປະເຊີນ ຢູ່ນີ້ ແມ່ນມີອາການແຕກຕ່າງຈາກສາຍພັນ ທີ່ຢູ່ໃນຈີນນັ້ນໜ້ອຍນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

New York City’s health commissioner said Tuesday that a number of children who had the coronavirus have also developed a rare condition known as Kawasaki disease.

“Generally, if the condition is identified early, there is definitive treatment and there are typically no long-term consequences,” New York City Health Commissioner Dr. Oxiris Barbot told reporters of the inflammatory syndrome. “However, if the syndrome is not identified early, there can be long-term consequences, most commonly related to ongoing heart problems.”

The city’s health department said in an alert that 15 children ages 2-15 years old have been hospitalized with Kawasaki in the past two weeks. Four tested positive for COVID-19, the disease caused by the coronavirus. Eleven others tested negative, but six of them were positive for COVID-19 antibodies, indicating they had earlier been infected with the virus. Five of the children required breathing assistance on a ventilator. All 15 children survived.

Barbot said a small number of cases have also been reported in the northeast U.S. cities of Philadelphia and Boston. Doctors in Britain have also documented Kawasaki symptoms.

“We are not sure what to make of this yet,” New York City’s health commissioner said. “We are still learning every day about how COVID-19 behaves, not only from a public health point of view, but from a clinical point of view.”

Barbot said symptoms include children having high fevers for several days, red eyes, a rash, abdominal pain, swelling of the hands and feet, and brightly-colored lips and tongue, known as “strawberry tongue.” Kawasaki is typically treated with immunoglobulin and aspirin.

Generally, children have been mildly affected by COVID-19, but there have been severe cases and a handful of deaths in the United States.

Barbot said the strain of the virus New York is experiencing is behaving slightly differently than the one in China.

“Hence, we are seeing children with Kawasaki and Kawasaki-like syndromes,” she said.

The health commissioner urged parents to closely monitor any symptoms and call their child’s doctor if they observe them with signs of the illness. She also said doctors are required to report to the health department when they see atypical presentations of conditions because it can help health officials to better understand how the virus is affecting the city.

Asked if this development could affect the reopening of New York City schools in September, Mayor Bill de Blasio said he has a “safety first” approach, and any particular challenges would be part of the overall reopening strategy.

XS
SM
MD
LG