ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຄົນໃໝ່ຢືນຢັນວ່າ ຈະຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນດ້ວຍການປາບປາມຢ່າງເດັດຂາດຕໍ່ບັນດາການສໍ້ລາດບັງຫຼວງທັງໂດຍພະນັກງານ ລັດ ແລະ ບໍລິສັດເອກະຊົນ.
ທ່ານ ອາດສະພັງມອງ ສີພັນດອນ ໄດ້ຖະແຫຼງຢືນຢັນໃນໂອກາດການຮັບຕໍາແໜ່ງເຈົ້າຄອງເຂດນະຄອນຫຼວງວຽງຈັນເມື່ອບໍ່ນານມານີ້ວ່າ ເປົ້າໝາຍສຳຄັນທາງດ້ານງົບປະມານຂອງນະຄອນຫຼວງວຽງຈັນ ໃນປີ 2021 ນີ້ຄືການຈັດເກັບລາຍຮັບ ແລະ ການຄວບຄຸມລາຍຈ່າຍໃຫ້ໄດ້ຕາມແຜນການທີ່ວາງເອົາໄວ້ ເຖິງແມ່ນວ່າການລະບາດຂອງເຊື້ອໄວຣັສ COVID-19 ຍັງໄດ້ສືບຕໍ່ການສົ່ງຜົນກະ ທົບຕໍ່ພາກທຸລະກິດ ແລະ ການຜະລິດຕ່າງໆໃນນະຄອນຫຼວງວຽງຈັນ ກໍຄືໃນທົ່ວປະເທດ ລາວ ກໍຕາມ ຫາກແຕ່ດ້ວຍການປັບຫຼຸດຄາດໝາຍດ້ານລາຍຮັບ ແລະ ລາຍຈ່າຍໃຫ້ສອດຄ່ອງກັບສະ ພາບການຕົວຈິງທີ່ສົມທົບດ້ວຍການກວດກາຢ່າງເຂັ້ມງວດທັງໃນການຈັດເກັບລາຍຮັບ ແລະ ການໃຊ້ຈ່າຍງົບປະມານທີ່ແນໃສ່ການປາບປາມການສໍ້ລາດບັງຫຼວງທັງໂດຍພະນັກງານລັດ ແລະ ບໍລິ ສັດເອກະຊົນນັ້ນ ກໍເຮັດໃຫ້ໝັ້ນໃຈວ່າ ການຈັດຕັ້ງປະຕິບັດແຜນການງົບປະມານໃນປີນີ້ຈະສາ ມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງທີ່ທ່ານ ອາດສະພັງທອງ ໄດ້ຢືນຢັນວ່າ
“ມາດຕະການສະກັດກັ້ນເພື່ອແກ້ໄຂບັນຫາການສໍ້ລາດບັງຫຼວງອັນນີ້ ເປັນບັນຫາລັກທີ່ອົງການປົກຄອງພວກເຮົາໄດ້ເອົາໃຈໃສ່ ຫຼືວ່າພວກເຮົາໄດ້ກຳນົດເອົາບັນຫາ ກ່ຽວກັບ ການແກ້ໄຂປາກົດ ການຫຍໍ້ທໍ້ຕ່າງໆ ໂດຍສະເພາະເລີ່ມຈາກການເກັບລາຍຮັບງົບປະມານພວກເຮົາຈະເຮັດແນວໃດຈະນຳໃຊ້ເຄື່ອງມືອັນໃດ ປັບປຸງກົນໄກອັນໃດ ຫຼືວ່າປັບປຸງການຄຸ້ມຄອງແນວໃດໃນການຈັດເກັບ ແລະ ລວມເຖິງບັນຫາພະນັກງານພວກເຮົາຈະເຮັດແນວໃດເພື່ອບໍ່ໃຫ້ມັນເກີດບັນຫາປາກົດການຫຍໍ້ທໍ້ ແລະ ກະໃຫ້ມັນທັນກັບກຳນົດເວລາ.”
ທັງນີ້ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃນປີ 2021 ໃຫ້ໄດ້ໃນມູນຄ່າລວມ 4,609.71 ຕື້ກີບ ຫາກແຕ່ວ່າໃນປີ 2020 ທີ່ຜ່ານມາ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນກໍສາມາດຈັດເກັບລາຍຮັບໄດ້ພຽງແຕ່ 4,094 ຕື້ກີບເທົ່ານັ້ນ ໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດເກັບລາຍຮັບໄວ້ເກີນກວ່າ 5,245 ຕື້ກີບ ໝາຍຄວາມວ່າການຈັດເກັບລາຍຮັບສາມາດຈັດຕັ້ງປະຕິບັດໄດ້ຈິງພຽງ 78 ເປີເຊັນຂອງແຜນການປີ ແລະ ເຮັດໃຫ້ອຳນາດການປົກຄອງນະຄອນຫຼວງວຽງຈັນ ສາມາດສົ່ງລາຍຮັບເຂົ້າງົບປະມານຂອງລັດ ຖະບານ ລາວ ໄດ້ພຽງ 539 ຕື້ກີບເທົ່ານັ້ນໃນປີທີ່ຜ່ານມາ.
ສ່ວນທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງເຂດນະຄອນຫຼວງວຽງຈັນໄດ້ຖະແຫຼງວ່າ ການລະບາດຂອງໄວຣັສ COVID-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານຊາຍແດນໃນທົ່ວປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸລະກິດ ການຄ້າ ການລົງ ທຶນໃນ ລາວ, ໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງທີ່ສຸດໃນລາວນັ້ນ ກໍຍ່ອມຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຊຶ່ງຜົນຈາກການສຳຫຼວດພົບວ່າ ບັນ ດາຫົວໜ່ວຍທຸລະກິດໃນພາກການຄ້າ ແລະ ບໍລິການໄດ້ຮັບຜົນກະທົບເຖິງ 62 ເປີເຊັນ ຂອງຫົວ ໜ່ວຍທຸລະກິດທັງໝົດ ສ່ວນພາກອຸດສາຫະກຳ ແລະ ກະສິກຳນັ້ນໄດ້ຮັບຜົນກະທົບໃນສັດສ່ວນ 32 ເປີເຊັນ ແລະ 6 ເປີເຊັນຕາມລຳດັບ ດັ່ງທີ່ທ່ານ ພູໂຂງ ໃຫ້ການຢືນຢັນວ່າ
“ອັນທີ່ກະທົບແຮງນີ້ກະແມ່ນພະແນກບໍລິການ ກະມີເລື່ອງການທ່ອງທ່ຽວ, ການຄົມມະນາຄົມ-ຂົນ ສົ່ງ, ການຂາຍຍົກຍົກ-ຂາຍຍ່ອຍ ແລະ ການບໍລິການອື່ນໆທີ່ວ່າຜົນສຳຫຼວດອອກມານີ້ແມ່ນການ ກະທົບແຮງນີ້ກວມເອົາ 62 ເປີເຊັນ ຖັດລົງມານີ້ກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະກອບມີໂຮງຈັກໂຮງງານ ຜູ້ຜະລິດອຸດສາຫະກຳ ຫັດຖະກຳ ແລ້ວກະອຸດສາຫະກຳອື່ນໆນີ້ທີ່ກະທົບແຮງນີ້ມີຢູ່ 32 ເປີເຊັນ ແລະ ຂະແໜງກະສິກຳພວກຟາມໝູ, ຟາມໄກ່, ປາກະຊັງ ແລະ ປູກພືດຜັກຕ່າງໆນີ້ ຖືກກະທົບບໍ່ຫຼາຍພຽງແຕ່ 6 ເປີເຊັນ.”
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນຄະນະກວດສອບແຫ່ງລັດຢືນຢັນວ່າ ການກໍ່ສ້າງຖະຫນົນໃນເຂດນະ ຄອນຫຼວງວຽງຈັນ ປະເຊີນກັບບັນຫາຊັກຊ້າໃນທຸກໂຄງການທີ່ບັນດາບໍລິສັດເອກະຊົນເປັນພາກ ສ່ວນທີ່ອອກທຶນໃຫ້ກ່ອນ ເປັນຕົ້ນແມ່ນໂຄງການກໍ່ສ້າງຖະໜົນຈາກ 3 ແຍກບ້ານບໍ່ໂອ ໄປຫາບ້ານສີຖານໃຕ້ ທີ່ລົງມືກໍ່ສ້າງນັບແຕ່ປີ 2015 ເປັນຕົ້ນມາ ຈົນເຖິງປັດຈຸບັນ ກໍປາກົດວ່າມີຄວາມຄືບໜ້າບໍ່ເຖິງ 70 ເປີເຊັນ ເພາະບໍລິສັດຂາດເງິນທຶນໝຸນວຽນເຊັ່ນດຽວກັນກັບໂຄງການກໍ່ສ້າງຖະໜົນ T5 ກັບໂຄງການກໍ່ສ້າງຖະໜົນ T6 ຊຶ່ງຍັງບໍ່ມີຄວາມຊັດເຈນວ່າບໍລິສັດຜູ້ໄດ້ຮັບສຳປະທານຈະສາມາດຫາເງິນທຶນເພື່ອການກໍ່ສ້າງຕໍ່ໄປໄດ້ເມື່ອໃດ