ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ສະບັບໃໝ່ ວາດພາບ ທີ່ບໍ່ຄ່ອຍ ສົດໃສ ປານໃດ ຢູ່ ອັຟການິສຖານ


ທະຫານມາຣິນ ສະຫະລັດ ຄົນນຶ່ງກຳລັງເຝິກແອບໜ່ວຍກ້າຕາຍ ຂອງທະຫານອັຟການິສຖານ ຢູ່ຖານທັບ ໂຊຣັບ ແຂວງແຮລແມນ ປະເທດອັຟການິສຖານ.
ທະຫານມາຣິນ ສະຫະລັດ ຄົນນຶ່ງກຳລັງເຝິກແອບໜ່ວຍກ້າຕາຍ ຂອງທະຫານອັຟການິສຖານ ຢູ່ຖານທັບ ໂຊຣັບ ແຂວງແຮລແມນ ປະເທດອັຟການິສຖານ.

ລາຍ​ງານໃໝ່​ ວາດ​ພາບທີ່ບໍ່ຄ່ອຍສົດໃສປານໃດ ໃນ​ຄວາມ​ພະຍາຍ​າມຂອງສະຫະລັດ
ເພື່ອເຮັດໃຫ້​ອັຟກາ​ນິສຖານເປັນປະເທດທີ່ປອດໄພ ດົນ​ກວ່າ 16 ປີ ຫລັງ​ຈາກ​ສະຫະ
ລັດ​ໄດ້​ບຸກເຂົ້າໄປໃນປະ​ເທດເອ​ເຊຍ​ໃຕ້ດັ່ງກ່າວລຸນຫລັງ​ທີ່ໄດ້ມີການໂຈມຕີກໍ່ການຮ້າຍ
ໃນວັນ​ທີ 11 ກັນຍາ.

ການພົວພັນ​ຂອງ​ສະຫະລັດ​ ໃນ​ອັ​ຟກາສິ​ນຖານ ບັດ​ນີ້ ໄດ້ກາຍເປັນບັນຫາ​ຂັດ​ແຍ້ງ ທີ່
ດົນ​ນານ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ອາ​ເມຣິກັນ ​ແຕ່​ວ່າ ຜູ້​ກວດກາ​ພິ​ເສດ​ທົ່ວ​ໄປ ​ໃການບູລະ
ນະສ້າງສາອັຟກາ​ນິສຖານ​ຄືນ​ໃໝ່ຫລື SIGAR ກ່າວ​ວ່າ ການ ປະຕິບັດງານທາງທະ
ຫານ​ຂອງ​ກອງທັບ​ສະຫະລັດເມື່ອໄວໆມານີ້ບໍ່ສາມາດຊ່ວຍໃຫ້ລັດຖະບານ ເພີ້​ມການ
​ຄວບຄຸມ​ພົນລະ​ເມືອງ​ຂອງ​ຕົນໄດ້. ລາຍ​ງານ​ກ່າວ​ວ່າ​ພຽງ​ແຕ່ໃນ​ເດືອນ​ຕຸລາ ສະຫະລັດ
ພ້​ອມດ້ວຍ ກຳລັງ 11,000 ຄົນ ​ໃນ​ອັ​ຟກາ​ນິສຖານ ​ໄດ້ຖິ້ມລະເບີດລົງໃສ່ກຳລັງ​ສັດ​ຕູ
653 ເທື່ອ ຄືຫຼາຍ​ເປັນ​ປະວັດ​ການ​ ນັບ​ແຕ່​ປີ 2012 ​ເປັນຕົ້ນມາ ແລະ​ສາມ​ເທົ່າໃນ​ເດືອນ​
ຕຸລາ ປີ 2016.

ດ້ວຍການສູ້ລົບທີ່ເພີ້ມທະວີຂຶ້ນລາຍ​ງານກ່າວ​ວ່າ ການບາ​ດ​ເຈັບ​ຂອງ​ສະຫະລັດ ກໍເພີ້ມ
ສູງ​ຂຶ້ນ​ເຊັ່ນ​ກັນ ໂດຍມີທະຫານ 11 ຄົນ​ ເສຍ​ຊີວິດ​ໃນ 11 ​ເດືອນ​ທຳ​ອິດຂອງ​ປີກາຍ​ນີ້
ຄືນ​ສອງ​ເທົ່າຂອງຈຳນວນທີ່​ເສຍ​ຊີວິດຢູ່​ໃນ​ສົງຄາມ​ໃນ​ໄລຍະ​ດຽວ​ກັບ​ ຂອງ​ປີ 2015 ​
ແລະ 2016.

ອົງການ SIGAR ​ໃນ​ລາຍງານປະຈຳໄຕຣ​ມາດໃນ​ວັນ​ອັງຄານ​ມື້​ນີ້ ຕໍ່​ລັດຖະສະພາ ກະ
ຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າການ​ຊ່ວຍ​
ເຫລືອ​ 8 ພັນ 7 ຮ້ອຍ​ລ້ານ​ໂດ​ລາຂອງ​ສະຫະລັດ ໃນ​ຄວາມ​ພະ​ຍາ​ຍາ​ຍາມຕໍ່​ຕ້ານ​ຢາ​
ເສບ​ຕິດແຕ່ການຜະລິດຢາ​ຝິ່ນໄດ້​ເພີ້​ມຂຶ້ນ 87 ​ເປີ​ເຊັນ​ ໃນ​ປີ​ກາຍ​ນີ້ ​ຢູ່​ໃນ​ອັຟກາ​ນິສຖານ
​ແລະ​ດິນ​ທີ່​ປູກຢາຝິ່ນ ເພີ້ມຂຶ້ນ 63 ​ເປີ​ເຊັນ ຊຶ່ງທັງ​ສອງ​ຢ່າງນີ້ ໄດ້​ເພີ້​ມຂຶ້ນ​ສູງ​ເປັນ​ປະ
ຫວັດການ.

ລາຍ​ງານ​ໄດ້​ເຕືອນ​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ອັຟກາ​ນິສຖານ ​ທີ່​ຮັບ​ເອົາ​ການ​ຄາດ
ໝາຍ​ທີ່​ບໍ່​ມີ​ຄວາມ​ຈິງ​ກ່ຽວກັບ​ການ​ພັດທະນາ​ແຫ​ລ່ງບໍ່​ແຮ່​ ທີ່​ບໍ່​ທັນ​ໄດ້​ນຳ​ມາ​ໃຊ້​ຢູ່​ໃນ​
ປະ​ເທດ. ​ທັງໆທີ່ໄດ້ຮັບການຊ່ວຍເຫຼືອເກືອບ​ 500 ​ລ້ານໂດ​ລາ ຂອງ​ສະຫະລັດ ລາຍ​
ງານ​ກ່າວ​ວ່າ​ ລາຍ​ໄດ້​ຈາກບໍ່​ແຮ່ພຽງ​ແຕ່ສະໜັບສະໜູນ .3 ​ເປີ​ເຊັນ​ຂອງງົບປະມານແຫ່ງ
​ຊາດອັ​ຟກາ​ນິສຖານ ທີ່ມີທັງໝົດ 6 ພັນ 5 ຮ້ອຍ​ລ້ານ​ໂດ​ລາ. ລາຍ​ງານ​ກ່າວ​ວ່າ ຄວາມ​ພະຍາຍາມ​ໃດໆ​ໃນ​ອະນາຄົດ​ໂດຍ​ອັຟກາ​ນິສຖານ ທີ່​ຈະຂຸດຄົ້ນ​ເອົາ​ບໍ່​ແຮ່ ຄວນ​ທີ່ຈະໄດ້​ພົບກັບຄວາມສົງໄສແບບສຸພາບ ຂອງ​ສະຫະລັດ ລະມັດລະວັງ ການສ່ຽງ​ໃນ​ການ​ບໍລິ
ຫານແລະ​ເປັນ​ຫູ​ເປັນຕາ ​ຕໍ່​ຜົນທີ່ຕິດຕາມມາແບບ​ບໍ່​ຕັ້ງ​ໃຈ​.”

ອົງການ SIGAR ກ່າວ​ວ່າ ຄວາ​ມພະຍາຍາມໃນດ້ານ​ບໍ່​ແຮ່ຂອງ​ອັ​ຟກາສິ​ນຖານ​ແມ່ນ
ໄດ້ຮັບອຸບປະສັກຈາກ “ສະພາບ​ການ​ຄວາມ​ປອດ​ໄພ ການ​ສໍ້​ລາດ​ບັງ​ຫຼວງ ການ​ປົກຄອງ
​ທີ່​ອ່ອນ​ແອ ​ແລະ​ການ​ຂາດ​ໂຄ​ງລ່າງພື້ນຖານ.”

ທ່ານ​ຈອນ ​ໂຊບໂກ ຜູ້​ກວດກາ​ພິ​ເສ​ດທົ່ວ​ໄປ ຮັບຜິດຊອບ​ຕໍ່​ລາຍ​ງານໄດ້​ຕິ​ຕຽນ ​ກະຊວງ​
ປ້ອງ​ກັນ​ປະ​ເທດສະຫະລັດ ທີ່​ສັ່ງ​ໃຫ້​ຫ້ອງການ​ຂອງ​ທ່ານ​ບໍ່​ໃຫ້​ເຜີຍ​ແຜ່​ຂໍ້ມູນ​ທີ່​ມີການ​ເປີ​
​ເຜີຍ​ຢູ່ແລ້ວ​ນັ້ນ ​ຢູ່​ບັນດາ​ເຂດທີ່​ສະ​ເພາະ​ເຈາະ​ຈົງໃນ​ອັຟກາ​ນິສ ຖານ ​ເຊັ່ນ​ວ່າ​ຈຳນວນ​
ຄົນ​ຢູ່​ທີ່​ນັ້ນ “ທີ່​ຖືກ​ຄວບ​ຄຸມ ​ຫລື​ອິດ​ທິພົນ​ຈາກ​ລັດຖະບານ​ອັຟກາສິ​ນຖານ ຫລືຈາກ
​ພວກ​ກະບົດ ຫລື​ມີການຂັດແຍ້ງຈາກ​ທັງ​ສອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG