ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກົດ​ລະ​ບຽບ​ໃໝ່ ຈະອຳ​ນວຍ​ການ​ຕໍ່​ອາ​ຍຸໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ຢ່າງ​ອັດ​ຕະ​ໂນ​ມັດ ສຳ​ລັບ​ຄົນ​ທີ່ບໍ່​ແມ່ນ​ສັນ​ຊາດ ສະ​ຫະ​ລັດ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ອອກ​ຈາກ​ຫ້ອງ​ການ​ຂອງ​ອົງ​ການສັນ​ຊາດ​ ແລະ ການ​ບໍ​ລິ​ການ​ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ໃນ​ລັດ ນິວຢອກ. 15 ສິງ​ຫາ, 2012.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ອອກ​ຈາກ​ຫ້ອງ​ການ​ຂອງ​ອົງ​ການສັນ​ຊາດ​ ແລະ ການ​ບໍ​ລິ​ການ​ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ໃນ​ລັດ ນິວຢອກ. 15 ສິງ​ຫາ, 2012.

ອົງ​ການ​ສັນ​ຊາດ ແລະ ​ບໍ​ລິ​ການຄົນ​ເຂົ້າ​ເມືອ​ງ ສະ​ຫະ​ລັດ ຫຼື USCIS ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ​ເຂົາ​ເຈົ້າ​ຈະ​ຕໍ່​ເວ​ລາ​ອີກ 360 ວັນ​ຢ່າງ​ອັດ​ຕະ​ໂນ​ມັດ​ສຳ​ລັບ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ ​ຂອງ​ຄົນ​ເຂົ້າ​ເມືອງ ຜູ້​ທີ່​ໄດ້​ຂໍ​ຕໍ່​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ທ່າມ​ກາງ​ການ​ຄ້າງ​ຄ້ າ​ໃນ​ເວ​ລາ​ການ​ດຳ​ເນີນ​ການ.

ແຈ້ງ​ການ​ໃໝ່​ດັ່ງ​ກ່າວ​ຈະ​ຂະ​ຫຍາຍ​ການ​ຕໍ່​ເວ​ລາ 180 ວັນ​ທີ່​ອົງ​ການ USCIS ໄດ້​ປະ​ກາດ ​ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ຄາດ​ວ່າ ​ຈະ​ປ້ອງ​ກັນ​ຄົນ​ເຂົ້າ​ເມືອງ​ປະ​ມານ 260,000 ຄົນ​ຈາກ​ການ​ສູນ​ເສຍ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ໃນ 18 ເດືອນ​ຂ້າງ​ໜ້າ. ເຂົາ​ເຈົ້າ​ຍັງ​ຈະ​ໃຫ້​ອົງ​ການ​ດັ່ງ​ກ່າວ​ມີ​ເວ​ລາ​ເພີ່ມ​ເຕີມ​ເພື່ອ​ສຳ​ລະ​ສະ​ສາງ​ຜູ້​ສະ​ໝັກ​ທີ່​ລໍ​ຖ້າ​ໃນ​ແຖວ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ຂອງ​ອົງ​ການ​ນັ້ນ.

ຜູ້​ອຳ​ນວຍ​ການ​ຂອງ USCIS ທ່ານ ເອີ ເອມ ຈາດ​ດູ (Ur M Jaddou) ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ກົດ​ລະ​ບຽບ​ຊົ່ວ​ຄາວນີ້​ຈະ​ເຮັດ​ໃຫ້​ຄົນ​ທີ່ບໍ່​ແມ່ນ​ສັນ​ຊາດ​ສະ​ຫະ​ລັດທີ່​ວ່າ​ນັ້ນ​ ມີ​ຄວາມ​ສາ​ມາດ​ສຳ​ລັບ​ການ​ຕໍ່​ເວ​ລາ​ອັດ​ຕະ​ໂນ​ມັດ. ເປັນ​ໂອ​ກາດ​ທີ່​ຈະ​ຮັກ​ສາ​ວຽກງານໄວ້​ຄື​ເກົ່າ ແລະ ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​ສຳ​ລັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່ຫຼີກ​ລ້ຽງ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ຜູ້​ຈ້າງ​ງານ​ ສະ​ຫະ​ລັດ.”

ການ​ຕໍ່​ເວ​ລາ​ດັ່ງ​ກ່າວ, ເຊິ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ພຸດມື້ນີ້, ມີ​ເຈ​ຕະ​ນາ​ທີ່​ຈະ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ງານ​ມີ​ຄວາມ​ໝັ້ນ​ຄົງ​ສຳ​ລັບ​ຜູ້​ຈ້າງ​ງານ ສະ​ຫະ​ລັດ ແລະ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່​ລໍ​ຖ້າ​ການ​ອະ​ນຸ​ຍາດ​ເຮັດ​ວຽກ ຜູ້​ທີ່​ມີ​ວຽກ ແລະ ກຳ​ລັງ​ເຮັດ​ວຽກ​ໃນ ສະ​ຫະ​ລັດ.

ອົງ​ການ USCIS ແມ່ນ​ອົງ​ການ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ເອ​ກະ​ສານ​ຄົນ​ເຂົ້າ​ເມືອງ​ຂອງ​ປະ​ເທດ. ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ກັບ​ການ​ຄ້າງ​ຄາ​ຕ່າງໆ, ເຊິ່ງ​ແມ່​ນ​ບັນ​ຫາ​ທີ່​ຖືກ​ເຮັດ​ໃຫ້​ຮ້າຍ​ແຮງ​ຂຶ້ນ​ໂດຍ​ໂຣກ​ລະ​ບາດ ໂຄວິດ-19 ແລະ ການ​ຂາດ​ແຄນ​ງົບ​ປະ​ມານ.

ໃນ​ເດືອນ​ເມ​ສາ​ຜ່ານ​ມານີ້ ທ່ານຈາດ​ດູ ກ່າວ​ຕໍ່ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ວ່າ ອົງ​ການ USCIS ມີ​ພວກ​ເຂົ້າ​ເມືອງ​ທີ່​ພວມ​ລໍ​ຖ້າ​ຢູ່ 8 ລ້ານ 5 ແສນ​ກໍ​ລະ​ນີ ຮວມ​ທັງ​ພວກ​ທີ່​ຂໍ​ບັດ​ຂຽວ ແລະ​ໂອນ​ສັນ ຊາດ​ເປັນ​ສະ​ຫະ​ລັດ.

U.S. Citizenship and Immigration Services (USCIS) announced Tuesday that it would automatically extend for 360 days the work permits of immigrants who applied to renew their work authorization amid the current backlog in processing times.

The new notice expands on the 180-day extension USCIS announced in November. It is expected to prevent about 260,000 immigrants from losing their work permits in the next 18 months. It will also give the agency extra time to clear applicants waiting in line, the agency said in a statement.

"This temporary rule will provide those noncitizens otherwise eligible for the automatic extension an opportunity to maintain employment and provide critical support for their families while avoiding further disruption for U.S. employers," USCIS Director Ur M. Jaddou said in a statement.

The extension, which takes effect Wednesday, aims to stabilize operations for U.S. employers and help people with pending employment authorizations who have a job and are working in the U.S.

USCIS is the agency in charge of handling the nation's immigration paperwork. In recent years, it has struggled with backlogs, an issue made worse by the COVID-19 pandemic and budget shortfalls.

XS
SM
MD
LG