ເລີ່ມຕົ້ນວັນຈັນວານນີ້, ລັດຖະບານທ່ານ ທຣຳ ຈະກວດກາຄົນເຂົ້າເມືອງໃຫ້ເຄັ່ງຄັດຂຶ້ນ ອີງຕາມການຄາດການຄວາມເປັນໄປໄດ້ຂອງເຂົາເຈົ້າ ທີ່ຈະເພິ່ງພາອາໄສໂຄງການຊ່ວຍເຫຼືອປະຊາຊົນຂອງ ອາເມຣິກາ, ເປັນສິ່ງທີ່ບັນດານັກວິຈານເອີ້ນວ່າ ການທົດສອບຄວາມຮັ່ງມີທີ່ລຳອຽງທາງເຊື້ອຊາດຜິວພັນ. ນັກຂ່າວວີໂອເອ ອາດິຕະ ດູແນລລາ ລາຍງານວ່າ, “ກົດລະບຽບຜູ້ທີ່ມີຄວາມເປັນໄປໄດ້ ທີ່ຈະອາໄສການຊ່ວຍເຫຼືອຈາກລັດຖະບານ” ທີ່ໄດ້ຮັບໄຟຂຽວໂດຍສານສູງສຸດ ສະຫະລັດ ໃນເດືອນແລ້ວແມ່ນກຳລັງຢູ່ໃນລະຫວ່າງດຳເນີນການ ທາງກົດໝາຍຢູ່ ແລະ ຈະສົ່ງຜົນກະທົບຕໍ່ຄົນຕ່າງປະເທດທີ່ມີລາຍໄດ້ຕ່ຳ ຜູ້ທີ່ກຳລັງຂໍວີຊາຄົນເຂົ້າເມືອງ ສະຫະລັດ ຫຼື ການອາໃສຢູ່ໃນ ສະຫະລັດ ຢ່າງຖາວອນ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ກົດລະບຽບໃໝ່ໄດ້ຂະຫຍາຍອຳນາດຂອງສະຖານກົງສຸນ ສະຫະລັດ ຫຼື ເຈົ້າໜ້າທີ່ຄົນເຂົ້າເມືອງ ທີ່ຈະປະຕິເສດຜູ້ສະໝັກທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ໃນແງ່ຂອງເງິນສົດ ຫຼື ອາໄສຢູ່ດ້ວຍລາຍໄດ້ຈາກການຊ່ວຍເຫຼືອ ຫຼື ອາດມີຄວາມເປັນໄປໄດ້ທີ່ຈະຕ້ອງການ ການສະໜັບສະໜູນດັ່ງກ່າວອີກໃນ ສະຫະລັດ.
ບັນດານັກວິຈານເອີ້ນບັນທັດຖານດັ່ງກ່າວນັ້ນວ່າ “ການທົດສອບຄວາມຮັ່ງມີ” ທີ່ແນເປົ້າໃສ່ຜູ້ທີ່ມີຂໍ້ເສຍປຽບທາງເສດຖະກິດ.
ທ່ານ ມາກ ກຣີນເບີກ ຈາກສະຖາບັນນະໂຍບາຍການຍົກຍ້າຍຖິ່ນຖານ ເວົ້າວ່າ “ປະຊາຊົນຜູ້ທີ່ມີຊັບສິນຫຼາຍກວ່າ ແມ່ນອາດມີຄວາມສ່ຽງຕ່ຳກວ່າ, ແລະ ມີຄວາມເປັນໄປໄດ້ວ່າ ຜູ້ທີ່ມີການສຶກສາຕ່ຳ ຫຼື ຄອບຄົວໃຫຍ່ ຫຼື ລາຍໄດ້ຕ່ຳ ແມ່ນຈະມີຄວາມເປັນໄປໄດ້ຫຼາຍກວ່າ ທີ່ຈະມີຄວາມສ່ຽງຖືກປະຕິເສດ ອີງຕາມການທົດສອບ.”
ນັກວິເຄາະທ່ານ ມາກ ກຣີນເບີກ ເວົ້າວ່າບັນດາຜູ້ສະໝັກຈາກປະເທດທີ່ທຸກຍາກ ແລະ ບໍ່ແມ່ນຄົນຜິວຂາວ ຈະມີຄວາມສ່ຽງສູງກວ່າໃນການຖືກປະຕິເສດວີຊາ ຫຼື ການອາໄສຢູ່ໃນ ສະຫະລັດ ຢ່າງຖາວອນ, ເຊິ່ງຮູ້ຈັກກັນໃນຊື່ ບັດຂຽວ.
ທ່ານ ມາກ ກຣີນເບີກ ເວົ້າວ່າ “ຄວາມເປັນໄປໄດ້ຂອງການມີປັດໄຈໃນແງ່ລົບ ສຳລັບຜູ້ຖືບັດຂຽວ ໃນປັດຈຸບັນນີ້ ຈາກປະເທດ ເມັກຊິໂກ ຫຼື ເຂດອາເມຣິກາກາງ, ຫຼື ທະເລຄາຣິບຽນ, ແມ່ນສູງກວ່າຜູ້ທີ່ມາຈາກ ຢູໂຣບ, ອອສເຕຣເລຍ ຫຼື ນິວ ຊີແລນ.”
ຜູ້ສະໜັບສະໜູນກົດລະບຽບຜູ້ທີ່ມີຄວາມເປັນໄປໄດ້ ທີ່ຈະອາໄສການຊ່ວຍເຫຼືອຈາກລັດຖະບານ ໄດ້ປະຕິເສດການກ່າວຫາ ກ່ຽວກັບ ການລຳອຽງນັ້ນ.
ທ່ານ ໄມຄ໌ ຮາວໂວ, ຈາກມູນນິທິ ເຮຣິເທຈ໌ ກ່າວວ່າ “ມັນແມ່ນກົດລະບຽບເປັນກາງທີ່ຖືກໃຊ້ກັບທຸກຄົນ, ບໍ່ວ່າເຈົ້າຈະມີຜິວຂາວ, ຂຽວ, ນ້ຳຕານ, ເຫຼືອງ ຫຼື ເຈົ້າຈະມາຈາກປະເທດໃດກໍຕາມ, ມັນຄືກັນໝົດ. ຖ້າເຈົ້າເປັນຄົນເຊື້ອຊາດນຶ່ງທີ່ຮັ່ງມີຈາກປະເທດອື່ນ ເຈົ້າກໍຈະມີໂອກາດຫຼາຍກວ່າຄົນເຊື້ອຊາດອື່ນ ໃນການທີ່ຈະໄດ້ເຂົ້າມາ.”
ນະໂຍບາຍດັ່ງກ່າວຄາດວ່າ ຈະສົ່ງຜົນໃຫ້ມີການອະນຸມັດວີຊາຄົນເຂົ້າເມືອງ ແລະ ບັດຂຽວໜ້ອຍລົງ.
ອີງຕາມກະຊວງຮັກສາຄວາມປອດໄພພາຍໃນນັ້ນ, ຜູ້ສະໝັກສາມາດເພີ່ມໂອກາດສຳລັບການໄດ້ຮັບວີຊາຄົນເຂົ້າເມືອງ ດ້ວຍການສະແດງຫຼັກຖານຂອງຊັບສິນດ້ານການເງິນ ຫຼື ລາຍໄດ້, ສະແດງຫຼັກຖານຂອງປະກັນສຸຂະພາບສ່ວນຕົວ, ຂໍ້ສະເໜີວຽກເຮັດງານທຳໃນ ສະຫະລັດ ຫຼື ສັນຍາສຳລັບການສະໜັບສະໜູນດ້ານການເງິນໂດຍຄົນໃດຄົນນຶ່ງທີ່ອາໄສຢູ່ໃນ ສະຫະລັດ.
ບາງຄົນເຫັນມັນເປັນໂອກາດທີ່ຈະຮັກສາງົບປະມານສາທາລະນະ ແລະ ປັບປຸງຕະຫຼາດແຮງງານສຳລັບກຳມະກອນ ອາເມຣິກັນ.
ທ່ານ ໄມຄ໌ ຮາວໂວ ໄດ້ກ່າວວ່າ “ໃນຂະນະທີ່ຜູ້ຈ່າຍພາສີ ອາດມີຜະລິດຕະພັນທີ່ມີລາຄາຖືກກວ່າ ທີ່ຖືກເຮັດດ້ວຍຄ່າຈ້າງທີ່ຕ່ຳກວ່າມາດຕະຖານ, ເຊິ່ງແມ່ນການຄວບຄຸມລາຄາຕະຫຼາດນັ້ນ, ເຂົາເຈົ້າແມ່ນຜູ້ສຸດທ້າຍທີ່ຈ່າຍເງິນຜ່ານໂຄງການລັດຖະບານ ແລະ ບໍລິການສັງຄົມທີ່ໃຫຍ່ກວ່າຕ່າງໆ ທີ່ມັນຈະຖືກໃຊ້ສຳລັບຄ່າໃຊ້ຈ່າຍດ້ານປະກັນສຸຂະພາບ ສຳລັບສະຫວັດດີການສັງຄົມທຸກຢ່າງ ບໍ່ວ່າຈະເປັນຄູປ໋ອງອາຫານ, ຄ່າໃຊ້ຈ່າຍດ້ານອາຊະຍະກຳພວກນີ້.”
ບັນດາບໍລິສັດໃຫຍ່ໆຂອງ ສະຫະລັດ ໄດ້ປະນາມກົດລະບຽບນັ້ນວ່າ ເປັນການກີດຂວາງຄວາມສຳເລັດສຳລັບຜູ້ຈ້າງງານ ສະຫະລັດ ຜູ້ທີ່ຢາກຈ້າງຄົນທີ່ມີພອນສະຫວັນຈາກຕ່າງປະເທດ.
ການປະຕິບັດກົດລະບຽບດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກຜູ້ອຳນວຍການຂອງຫ້ອງການການບໍລິຫານ ແລະ ງົບປະມານ ຂອງປະທານາທິບໍດີ ທຣຳ, ທ່ານ ມິກ ມັລເວນີ, ໄດ້ກ່າວຢ້ຳວ່າ ສະຫະລັດ ແມ່ນ “ກຳລັງຕ້ອງການ” ຜູ້ຍົກຍ້າຍຖິ່ນຖານທີ່ຖືກຕ້ອງຕາມກົດໝາຍເພີ່ມເຕີມ.
ນະໂຍບາຍດັ່ງກ່າວໄດ້ມີຜົນບັງຄັບໃຊ້ໃນວັນຈັນວານນີ້ໃນທຸກໆລັດຂອງ ສະຫະລັດ, ຍົກເວັ້ນລັດ ອີລີນອຍ, ເຊິ່ງມັນຍັງຖືກງົດໄວ້ຊົ່ວຄາວ ຍ້ອນການຕັດສິນຂອງສານລັດຖະບານກາງ.
Beginning Monday, the Trump administration will subject immigrants to heightened scrutiny based on their perceived likelihood to rely on America's public assistance programs, what critics call a racially-biased wealth test. VOA's Ardita Dunellari reports, the "public charge rule" was greenlighted by the U.S. Supreme Court last month pending ongoing litigation, and will impact low-income foreign citizens seeking U.S. immigration visas or permanent residency in the United States.
The new rules give U.S. consular or immigration officers expanded authority to deny applicants who have received public support in the form of cash or living assistance benefits, or may be likely to need such support once in the United States.
Critics call the criteria are "a wealth test" targeting the economically disadvantaged.
"People who have more assets are less likely to be at risk, and potentially, those who have less education or bigger families or lower incomes are all going to be much more likely to be at risk of denials based upon the test."
Analyst Mark Greenberg says for applicants from poor, non-white countries will be at higher risk for denial of visas or permanent U.S. residency, also known as a green card.
"The likelihood of having negative factors was much greater for recent green card holders from Mexico or Central America, or the Caribbean, than it was for those from the Europe or Australia or New Zealand."
Supporters of the public charge rule dismiss allegations of bias.
"It's a neutral rule that applies to everyone of every color, whether you're white, green, brown, yellow, or you're from any country, the same. If you're a well-off person of one race from one country, you're going to be better off than a person of another race than another country to get in."
The policy is expected to result in fewer immigration visas and green cards approved.
According to the Department of Homeland Security, the applicant can improve the chances for an immigration visa by showing proof of financial assets or income, proof of private health insurance, offer of employment in the United States, or commitment for financial support by someone residing in the United States.
Some see an opportunity to conserve public funds and improve the labor market for American workers.
"While the taxpayer may have, you know, a cheaper widget made on substandard wages, which are a market distortion, they're on the back end paying through larger government and larger social service programs that they're going for health care costs for any sort of other welfare you know, whether it's food stamps, the crime costs all of these."
Major U.S. corporations have denounced the rule as a counterproductive hurdle for U.S. employers who want to hire international talent.
Implementation of the rule comes after President Trump's director of the Office of Management and Budget, Mick Mulvaney, was quoted as saying that the United States is "desperate" for more legal migrants.
The policy takes effect Monday in all U.S. states, except Illinois, where it is on hold due to a federal court decision.