ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະໂຍບາຍ ກວດປະຫວັດ ຄວາມປອດໄພໃໝ່ ຈະບໍ່ສົ່ງຜົນກະທົບ ຕໍ່ວຽກງານ ທ່ານຄຸສເນີ


ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ ເຈເຣັດ ຄຸສເນີ ເຂົ້າຮ່ວມກອງປະຊຸມສອງຝ່າຍ ຈັດໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ຫໍສາລາປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ. 9 ພະຈິກ, 2017.
ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ ເຈເຣັດ ຄຸສເນີ ເຂົ້າຮ່ວມກອງປະຊຸມສອງຝ່າຍ ຈັດໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ຫໍສາລາປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ. 9 ພະຈິກ, 2017.

ທຳນຽບຂາວ ກ່າວວ່າ ຂໍ້ຈຳກັດອັນໃໝ່ ກ່ຽວກັບ ການກວດປະຫວັດ ໃນດ້ານຄວາມ
ປອດໄພທີ່ເຄັ່ງຄັດສຸດ ເຊິ່ງມີກຳນົດຈະນຳໃຊ້ໃນວັນສຸກຈະມາເຖິງນີ້ ຈະບໍ່ສົ່ງຜົນກະ
ທົບຕໍ່ວຽກງານ ຂອງທ່ານຈາເຣັດ ຄຸສເນີ (Jared Kushner) ທີ່ປຶກສາອາວຸໂສຂອງ
ທຳນຽບຂາວ.

ລູກເຂີຍຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ເຮັດວຽກມາເປັນເວລາດົນກວ່ານຶ່ງປີ
ແລ້ວ ໂດຍໄດ້ຮັບອະນຸຍາດ ໃນການກວດປະຫວັດດ້ານຄວາມປອດໄພຊົ່ວຄາວ,
ແລະ ຕຳແໜ່ງຂອງທ່ານໄດ້ເຮັດໃຫ້ທ່ານສາ ມາດເຂົ້າເຖິງຂໍ້ມູນລັບສຸດຍອດ, ລວມ
ທັງລາຍງານດ້ານຄວາມປອດໄພປະຈຳວັນຂອງປະທານາທິບໍດີ.

ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານຈອນ ແຄລລີ “John Kelly” ໄດ້ປະກາດ
ກ່ຽວກັບ ນະໂຍບາຍໃໝ່ໃນສັບປະດາທີ່ຜ່ານມາວ່າ ເຂົາ ເຈົ້າຈະຖອນການກວດສອບ
ປະຫວັດຊົ່ວຄາວ ຈາກພວກທີ່ສາມາດເຂົ້າເຖິງລະບົບຮັກສາຄວາມປອດໄພລະດັບ
ສູງສຸດໃນປັດຈຸບັນນີ້.

ໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາບີ ແຊນເດີສ “Sarah Huckabee
Sanders” ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານ ວານນີ້ວ່າ ການປ່ຽນແປງດັ່ງ
ກ່າວຈະບໍ່ມີຜົນກະທົບຕໍ່ວຽກງານຂອງ ທ່ານ ຄຸສເນີ.

ທ່ານນາງ ແຊນເດີສ ໄດ້ເວົ້າວ່າ “ສິ່ງທີ່ມີກຳນົດຈະຖືກນຳມາໃຊ້ຈະບໍ່ມີຜົນກະທົບຫຍັງ
ຕໍ່ວຽກງານທີ່ມີຄຸນຄ່າ ທີ່ທ່ານ ຈາເຣັດ ກຳລັງເຮັດຢູ່. ທ່ານໄດ້ສືບຕໍ່, ແລະ ຈະສືບຕໍ່ເປັນ
ສະມາຊິກ ທີ່ມີຄຸນຄ່າຂອງທີມພວກເຮົາ.”

ພາລະໜ້າທີ່ຂອງທ່ານ ຄຸສເນີ ແມ່ນມີຢ່າງກວ້າງຂວາງ, ນັບຈາກຂັ້ນຕອນການສ້າງ
ສັນຕິພາບ ລະຫວ່າງອິສຣາແອລກັບປາແລສໄຕນ໌ ຕະຫຼອດເຖິງ ການເຮັດໃຫ້ລັດຖະ
ບານກາງດຳເນີນວຽກງານໄດ້ຢ່າງມີປະສິດທິຜົນຫຼາຍຂຶ້ນ, ພ້ອມກັບວຽກງານ ກ່ຽວກັບ
ຂໍ້ຕົກລົງການຄ້າເສລີໃນອາຣິກາເໜືອ.

ທ່ານ ແຄລລີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ດັ່ງທີ່ຂ້າພະເຈົ້າ ໄດ້ບອກທ່ານ
ຈາເຣັດ ເມື່ອບໍ່ເທົ່າໃດວັນທີ່ຜ່ານມານັ້ນ, ຂ້າພະເຈົ້າ ມີຄວາມໝັ້ນໃຈຢ່າງເຕັມທີ່ ໃນ
ຄວາມສາມາດຂອງທ່ານ ທີ່ຈະສືບຕໍ່ປະຕິ ບັດໜ້າທີ່ຂອງທ່ານ ໃນການເຮັດວຽກເລື່ອງ
ນະໂຍບາຍຕ່າງປະເທດ ລວມມີ ການຄວບຄຸມການສ້າງສັນຕິພາບ ລະຫວ່າງ ອິສຣາ
ແອລ ກັບ ປາແລສໄຕນ໌ ຂອງພວກເຮົາ ແລະ ປະຕິບັດໜ້າທີ່ໃນຖານະທີ່ເປັນພາກສ່ວນ
ທີ່ສຳຄັນ ກ່ຽວກັບ ສາຍພົວພັນຂອງພວກເຮົາກັບປະເທດ ເມັກຊິໂກ.”

ບັນດາພະນັກງານລັດຖະບານ ສະຫະລັດ ຕ້ອງສົ່ງແບບຟອມທີ່ໃຫ້ຂໍ້ ມູນປະຫວັດຢ່າງ
ກວ້າງຂວາງເຊັ່ນວຽກເກົ່າ ແລະ ທີ່ຢູ່, ຍາດຕິພີ່ນ້ອງ, ຜູ້ຕິດຕໍ່ຢູ່ຕ່າງປະເທດ, ການເຮັດ
ທຸລະກິດຢູ່ຕ່າງປະເທດແລະປະຫວັດ ອາຊະຍາກອນ. ຂໍ້ມູນດັ່ງກ່າວແມ່ນພື້ນຖານສຳ
ລັບບັນດານັກສືບສວນສອບສວນທີ່ຈະພິຈາລະນາວ່າ ຄົນດັ່ງກ່າວຄວນໄດ້ຮັບຄວາມ
ເຊື່ອຖືເພື່ອໃຫ້ໄດ້ຮັບການກວດປະຫວັດທີ່ສຳຄັນໃດໆຫຼືບໍ່.

ທ່ານ ຄຸສເນີ ໄດ້ແກ້ໄຂຂໍ້ມູນຂອງທ່ານຫຼາຍຄັ້ງ, ຈຶ່ງເຮັດໃຫ້ຂະບວນ ການກວດສອບ
ຂອງທ່ານຖືກເລື່ອນເວລາອອກໄປ.

ເມື່ອຖືກຖາມວ່າ ທ່ານ ທຣຳ ຈະໃຊ້ອຳນາດສູງສຸດຂອງທ່ານ ເພື່ອໃຫ້ ທ່ານ ຄຸສເນີ
ຜ່ານການກວດສອບຫຼືບໍ່ນັ້ນ, ທ່ານນາງ ຊາຣາ ໄດ້ກ່າວໃນວັນອັງຄານວານນີ້ວ່າ ລາວ
ຍັງບໍ່ໄດ້ລົມນຳທ່ານປະທານາທິບໍດີ “ກ່ຽວກັບວ່າ ມັນແມ່ນສິ່ງຈຳເປັນຫຼືບໍ່.”

ນະໂຍບາຍໃໝ່ຂອງ ທຳນຽບຂາວ ມີກຳນົດທີ່ຈະສົ່ງຜົນກະທົບ ຕໍ່ພະ ນັກງານຫຼາຍສິບ
ຄົນ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານ, ເຖິງແມ່ນວ່າ ພະນັກງານສ່ວນໃຫຍ່
ແມ່ນບໍ່ຕ້ອງການໆກວດສອບປະຫວັດ ທາງດ້ານຄວາມປອດໄພ ໃນລະດັບສູງສຸດ
ເພື່ອໃຫ້ເຮັດວຽກຂອງເຂົາ ເຈົ້າ ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG