ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປິ່ນປົວແບບໃໝ່ ສ້າງຄວາມຫວັງ ໃຫ້ແກ່ ຄົນທີ່ເປັນເນື້ອງອກ ໃນສະໝອງ


New Treatments Give Hope To People With Brain Tumors
please wait

No media source currently available

0:00 0:02:30 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ ຈອນ ແມັກເຄນ ບາງເທື່ອອາດຈະ
ແມ່ນຄົນຜູ້ທີ່ມີຊື່ສຽງທີ່ສຸດ ທີ່ເປັນໂຣກມະເຮັງສະໝອງ. ໂຣກຂອງທ່ານ ແມ່ນເນື້ອ
ງອກທີ່ປົ່ງຢ່າງວ່ອງໄວ, ເປັນຊະນິດທີ່ຮ້າຍແຮງທີ່ສຸດ. ອະດີດຜູ້ລົງແຂ່ງຂັນເອົາຕຳ
ແໜ່ງປະທານາ ທິບໍດີ ໄດ້ປະກາດຂ່າວດັ່ງກ່າວ ໃນປີກາຍນີ້. ມັນບໍ່ມີຢາຮັກສາ, ແລະ
ແມ່ນກະທັ່ງການປິ່ນປົວ, ຄົນສ່ວນໃຫຍ່ທີ່ເປັນມະເຮັງຊະນິດນີ້ ຈະມີອາຍຸຢູ່ຕໍ່ໄປ ບໍ່ດົນ
ກວ່າສາມປີ ຫຼັງຈາກເນື້ອງອກໄດ້ຖືກພົບເຫັນ, ແຕ່ບັນດານັກວິທະຍາສາດແມ່ນກຳລັງ
ທຳການວິໄຈ ກ່ຽວກັບ ກັບການປິ່ນປົວແນວໃໝ່ ທີ່ສະແດງໃຫ້ເຫັນຄວາມຫວັງຫຼາຍ
ຂຶ້ນ. ນັກຂ່າວວີໂອເອ ແຄໂຣລ ເພຍສັນ (Carol Pearson) ມີລາຍງານ ກ່ຽວກັບ
ການຄົ້ນຄວ້າ ບາງສ່ວນ ທີ່ໄດ້ໃຫ້ຄວາມຫວັງຄັ້ງໃໝ່ ແກ່ຄົນຜູ້ທີ່ເປັນເນື້ອງອກໃນສະ
ໝອງ. ໃນອັນດັບຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ນາງ ລໍຣີ ໄມນສ໌ ໄດ້ກວດພົບວ່າ ລາວເປັນໂຣກມະເຮັງສະ ໝອງ ເມື່ອສອງປີທີ່ຜ່ານ
ມາ.

ນາງ ລໍຣີ ໄມນສ໌ ຜູ້ທີ່ເປັນຄົນເຈັບ ເວົ້າວ່າ “ຂ້າພະເຈົ້າຮອດບໍ່ຢາກຮູ້ຫຍັງ ກ່ຽວກັບ
ມັນເລີຍ. ຂ້າພະເຈົ້າພຽງແຕ່ຢາກເອົາໃຈໃສ່ ໃນການພະຍາຍາມເຮັດໃຫ້ສຸຂະພາບ
ດີຂຶ້ນເທົ້ານັ້ນ.”

ແມ່ນກະທັ້ງເນື້ອງອກໃນສະໝອງທີ່ບໍ່ແມ່ນໂຣກມະເຮັງ ກໍສາມາດເປັນອັນຕະລາຍ
ເຖິງແກ່ຊີວິດໄດ້ ຖ້າມັນຫາກແຊກເຂົ້າໄປໃນພາກສ່ວນຕ່າງໆຂອງສະໝອງ ທີ່ຮັບ
ຜິດຊອບ ສຳລັບການທຳງານທີ່ສຳຄັນໃຫ້ຮ່າງກາຍ.

ການປິ່ນປົວອາດລວມມີການຜ່າຕັດ, ເຄມີບຳບັດ ຫຼື ສາຍລັງສີ ຫຼືການປິ່ນປົວທັງ
ສອງຢ່າງນັ້ນໄປນຳກັນ.

ເນື້ອງອກທີ່ປົ່ງຢ່າງວ່ອງໄວ ແມ່ນຊະນິດເນື້ອງອກໃນສະໝອງທີ່ພົບເຫັນຫຼາຍທີ່ສຸດ,
ແລະ ອັດຕາການມີຊີວິດຢູ່ລອດເຖິງ 5 ປີແມ່ນມີຕໍ່າກວ່າ 6 ເປີເຊັນ. ນັ້ນແມ່ນຊະນິດ
ເນື້ອງອກທີ່ນາງ ລໍຣີ ເປັນຢູ່.

ນາງ ລໍຣີ ໄມນສ໌ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະມີຊີວິດຢູ່ດົນ, ແຕ່ຂ້າພະ
ເຈົ້າກໍຄຳນຶງເຖິງຄວາມເປັນຈິງເຊັ່ນກັນ. ມັນແມ່ນເນື້ອງອກຊະນິດທີ່ປົ່ງໄວ. ແຕ່ຂ້າ
ພະເຈົ້າກໍມີແຕ່ຈະສູ້ຕໍ່ໄປ.”

ບັນດານັກວິທະຍາສາດ ທີ່ມະຫາວິທະຍາໄລການແພດ ດູກ (Duke Health) ໄດ້
ຄົ້ນພົບວ່າ ເຂົາເຈົ້າສາມາດຂະຫຍາຍອັດຕາການມີຊີວິດລອດ ໃຫ້ແກ່ຄົນປ່ວຍບາງ
ຄົນ ດ້ວຍການສີດໄວຣັສໂປລີໂອ ທີ່ຖືກດັດແປງໃສ່ເນື້ອງອກນັ້ນ. ນີ້ແມ່ນຕົວຢ່າງ
ຂອງການບຳບັດທີ່ຖືກຕັ້ງເປົ້າໝາຍໄວ້.

ນັກຄົ້ນຄວ້າຄົນອື່ນໆ ກຳລັງພະຍາຍາມທີ່ຈະເຮັດໃຫ້ລະບົບພູມຄຸ້ມກັນໂຣກຂອງຮ່າງ
ກາຍເອງ, ໄປໂຈມຕີເນື້ອງອກນັ້ນ.

ດຣ. ອານາບ ຈາກຣາວາຕີ, ຈາກລັດ ໂອໄຮໂອ ກ່າວວ່າ “ພວກເຮົາກຳລັງທົດສອບ
ການທົດລອງເລັ່ງພັດທະນາຢາ, ການບຳບັດຕາມເປົ້າໝາຍ, ວັກຊີນພູມແພ້, ເຊິ່ງ
ບາງຢ່າງໃນນັ້ນ ເບິ່ງຄືວ່າ ມີຄວາມຫວັງໃນຕອນນີ້. ມັນມີຄວາມຫວັງຢ່າງຫຼວງຫຼາຍ
ສຳລັບພວກຄົນປ່ວຍນີ້.”

ດຣ. ອານາບ ຈາກຣາວາຕີ ໄດ້ນຳພາການຄົ້ນຄວ້າທີ່ສູນໂຣກມະເຮັງຮອບດ້ານໃນ
ລັດ ໂອໄຮໂອ ກ່ຽວກັບ ການກໍ່ຕົວຂອງເນື້ອງອກໃນສະໝອງຕາມກຳມະພັນ, ເປັນ
ເນື້ອງອກໃນສະໝອງທີ່ສາມາດກາຍເປັນ ໂຣກມະເຮັງ ຫຼື ບໍ່ເປັນໂຣກມະເຮັງ.

ນາງ ລໍຣີິ ແມ່ນນຶ່ງໃນບັນດາຜູ້ເຂົ້າຮ່ວມໃນໂຄງການດັ່ງກ່າວ.

ບັນດານັກຄົ້ນຄວ້າໄດ້ພົບເຫັນວ່າ ເຂົາເຈົ້າສາມາດຍືດຊີວິດຂອງພວກຄົນຜູ້ທີ່ໄດ້
ຮັບການວັດແທກທາງຊີວະພາບດັ່ງກ່າວອອກໄດ້ເປັນສອງເທົ່າ ເມື່ອໄດ້ຮັບການ
ປິ່ນປົວດ້ວຍເຄມີບຳບັດ ຫຼື ສາຍລັງສີທີ່ສະເພາະເຈາະຈົງ.

ດຣ. ອານາບ ຈາກຣາວາຕີ ກ່າວວ່າ “ມັນມີຄວາມສຳຄັນຫຼາຍ ທີ່ຈະທຳການປິ່ນປົວ
ເປັນບຸກຄົນ ສຳລັບຄົນເຈັບແຕ່ລະຄົນ ແລະ ຍ້ອນແນວນັ້ນ ການວັດແທກທາງຊີວະ
ພາບ, ການປະເມີນຜົນ ແລະ ການທຳນາຍການວັດແທກທາງຊີວະພາບ ຈຶ່ງມີ
ຄວາມສຳຄັນຫຼາຍ.”

ບັນດາຜູ້ຊ່ຽວຊານເວົ້າວ່າ ການທົດລອງທາງກຳມະພັນ ຈະກາຍເປັນມາດຕະຖານ
ໃຫ້ແກ່ຄົນໄຂ້ທີ່ມີເນື້ອງອກໃນສະໝອງທີ່ຮ້າຍແຮງ. ເຂົາ ເຈົ້າກໍກຳລັງກວດສອບ
ການບຳບັດດ້ວຍຢາຕາມເປົ້າໝາຍ ເປັນສ່ວນນຶ່ງຂອງການປິ່ນປົວສະເພາະບຸກຄົນ.
ຄວາມຫວັງກໍແມ່ນວ່າ ໃນມື້ນຶ່ງການກວດພົບໂຣກມະເຮັງໃນສະໝອງ ຈະບໍ່ແມ່ນ
ການຕັດສິນໂທດປະຫານຊີວິດອີກຕໍ່ໄປ.

Republican Senator John McCain is perhaps the best known person with brain cancer. His is a glioblastoma, the most deadly type. The former presidential candidateannounced the news last year. There's no cure, and even with treatment, most people with this type of cancer don't live longer than three years after the tumor is found, but scientists are experimenting with new treatments that show promise. VOA's Carol Pearson reports on some of the research that's giving people with brain tumors new hope.

Lori Mines was diagnosed with brain cancer two years ago.

"I didn't even want to know anything about it. I just basically wanted to focus on trying to get better."

Even non-cancerous brain tumors can be deadly if they interfere with portions of the brain responsible for vital bodily functions.

Treatment can include surgery, chemotherapy or radiation or a combination of treatments.

Glioblastomas are the most common form of cancerous brain tumors, and the five-year relative survival rate is under six percent. That's the type of tumor Mines has.

"I'm hoping I'm here for longer, but I'm realistic, too. It's glioblastoma. But, I just keep fighting."

Scientists at Duke Health found they can increase the survival rate for some patients by injecting a modified polio virus directly into the tumor. This is an example of targeted therapy.

Other researchers are trying to get the body's own immune system, to attack the tumors.

"We're examining novel clinical trials, targeted therapies, immunotherapies, some of which look very promising right now. There's a lot of hope for this patient population."

Dr. Arnab Chakravarti ((ARE-neb CHAK-rah-VAR-tee))led a study at the Ohio State Comprehensive Cancer Center on the genetic makeup of gliomas, brain tumors that can be cancerous or benign.

Mines was one of the participants.

The researchers found they could more than double the life expectancy among patients who had a particular biomarker when treated with specific chemotherapy and radiation.

"It's very important to personalize care for the individual patient and that's why biomarkers, prognostic and predictive biomarkers are so important."

Experts say testing genetic markers will become the standard for patients with malignant brain tumors. They are also looking at targeted drug therapies as part of individualized treatment. The hope is that one day getting a diagnosis of brain cancer will no longer be a death sentence.

XS
SM
MD
LG