ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ໃໝ່​ຂອງ ໄທ ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ


​ຄະ​ນະ​ລັດ​ຖະ​ບານ​ໃໝ່​ຂອງ​ໄທ ສາ​ບານ​ຕົວ​ທີ່​ຈະ​ຈົງ​ຮັກ​ພັກ​ດີ​ຕໍ່​ກະ​ສັດ.
​ຄະ​ນະ​ລັດ​ຖະ​ບານ​ໃໝ່​ຂອງ​ໄທ ສາ​ບານ​ຕົວ​ທີ່​ຈະ​ຈົງ​ຮັກ​ພັກ​ດີ​ຕໍ່​ກະ​ສັດ.

ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ໄທ ທ່ານ ເສດ​ຖາ ທະ​ວີ​ສິນ ໄດ້​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ໂດຍ​ກະ​ສັດ ມະ​ຫາ ວະ​ຈິ​ຣາ​ລົງ​ກອນ ໃນ​ວັນ​ອັງ​ຄານ​ວານນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເສດ​ຖາ ໄດ້​ສັນ​ຍາ​ວ່ານີ້​ຈະ​ເປັນ “ລັດ​ຖະ​ບານ​ສຳ​ລັບ​ປະ​ຊາ​ຊົນ” ໃນ​ການ​ກ່າວ​ຄຳ​ປາ​ໄສ ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ ບາງ​ກອກ ບໍ່​ດົນຫຼັງ​ຈາກ​ທ່ານ ແລະຄະ​ນະ​ລັດ​ຖະ​ມົນ​ຕີ 33 ຄົນ​ໄດ້​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ. ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ຈະ​ເປີດ​ຕົວ​ວາ​ລະ​ແຜນ​ການ​ນະ​ໂຍ​ບາຍ​ຂອງ​ທ່ານ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ຈັນ​ໜ້າ.

ມະ​ຫາ​ເສດ​ຖີດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ​ອາ​ຍຸ 61 ປີ​ດັ່ງ​ກ່າວ​ໄດ້​ຮັບ​ການ​ເລືອກ​ເອົາ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໄທ ເມື່ອ​ວັນ​ທີ 22 ສິງ​ຫາ​ທີ່​ຜ່ານ​ມາຫຼັງ​ຈາກ​ການ​ສະ​ເໜີ​ຊື່​ທ່ານ​ໂດຍ​ພັກ​ເພື່ອ​ໄທ, ເຊິ່ງ​ແມ່ນ​ພັກ​ທີ່​ໄດ້​ກຳ​ເນີດ​ຂຶ້ນ​ມາ​ເມື່ອບໍ່​ດົນ​ມ​ານີ້​ຈາກ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ທີ່​ຖືກຕັ້ງ​ຂຶ້ນ​ໂດຍ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັກ​ສິນ ຊິນ​ນະ​ວັດ, ຜູ້​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຊົນ​ນະ​ບົດ​ຂອງ​ໄທ ສຳ​ລັບ​ນະ​ໂຍ​ບາຍ​ຕ່າງໆ​ເຊັ່ນ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ໄປ ແລະ ຈ່າຍ​ເງິນ​ສົດ​ໃຫ້​ບັນ​ດາ​ຊາວ​ນາ.

ການ​ສ​ະ​ເໜີ​ຊື່​ຂອງ​ທ່ານ ເສດ​ຖາ ໄດ້​ເຮັດ​ໃຫ້​ການ​ປະ​ເຊີ​ນ​ໜ້າ​ທາງ​ການ​ເມືອງ​ສິ້ນ​ສຸດ​ລົງ ທີ່​ໄດ້​ມີ​ມາ​ຢ່າງ​ຕໍ່​ເນື່ອ​ງ​ນັບ​ຕັ້ງ​ແຕ່​ພັກ​ກ້າວ​ໄກ​ທີ່​ມີ​ຫົວ​ກ້າວ​ໜ້າ ແລະ ພວກ​ຄູ່​ຮ່ວມ​ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຜິດ​ຄາດ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ. ຜູ້​ນຳ​ພັກ ທ່ານ ພິ​ທາ ລິ້ມ​ຈະ​ເລີນ​ຣັດ ແມ່ນບໍ່​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ທີ່​ຈຳ​ເປັນ​ເພື່ອ​ເອົາ​ຊະ​ນະ​ຕຳ​ແໜ່ງ​ດັ່ງ​ກ່າວ ຍ້ອນ​ການ​ຄັດ​ຄ້ານ​ທີ່​ແຂງ​ແກ່ນ​ໃນ​ສະ​ພາ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ທະ​ຫານ.

ພັກ​ເພື່ອ​ໄທ​ໄດ້​ຮັບ​ຄະ​ແນນ​ອັນ​ດັບ​ສອງ​ໃນ​ການ​ເລືອ​ກ​ຕັ້ງ​ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ, ແຕ່​ໄດ້​ຕັ້ງ​ພັນ​ທະ​ມິດ​ກັບ​ກອງ​ທັບ​ ແລະ ສະ​ມາ​ຊິກ​ສະ​ພາ​ທີ່​ສະ​ໜັບ​ສະ​ໜູນ​ກະ​ສັດ​ ເພື່ອ​ບັນ​ລຸ​ສິ່ງ​ຂ້ອງ​ຄາ.

ທ່ານ ເສດ​ຖາ ຍັງ​ຈະກຳ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ດ້ວຍ​ພັກ​ເພື່ອ​ໄທກໍ​ຈະ​ກຳຕຳ​ແໜ່ງ​ທີ່​ສຳ​ຄັນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ການ​ຄ້າ, ການ​ຂົນ​ສົ່ງ ແລະ ສາ​ທາ​ລະ​ນະ​ສຸກ.

The government of new Thai Prime Minister Srettha Thavisin was sworn into office Tuesday by King Maha Vajiralongkorn.

Prime Minister Srettha pledged that this will be “a government for the people” in his inaugural address delivered in Bangkok shortly after he and his 33 cabinet ministers were sworn in. He said he would formally unveil his policy agenda next Monday.

The 61-year-old real estate tycoon was elected by Thai lawmakers on August 22 after his nomination by the Pheu Thai party, the latest to emerge from the political movement forged by former prime minister Thaksin Shinawatra, who was popular among Thailand’s rural poor for such policies as universal health care and cash payments to farmers.

Sretta’s nomination ended a political standoff that had lingered since the progressive Move Forward Party and its coalition partners scored an upset victory in May’s parliamentary elections. Party leader Pita Limjaroenrat failed to get the necessary votes to win the post due to strong opposition in the conservative, military-backed senate.

Pheu Thai came in second in May’s elections, but formed an alliance with military and pro-royalist lawmakers to break the stalemate.

Srettha will also hold the post of finance minister, with Pheu Thai also holding the key posts of foreign, defense, commerce, transport and health ministries.

XS
SM
MD
LG