ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສຶກສາໃໝ່ກ່າວວ່າ ໄວຣັສສາຍພັນໃໝ່ໂອໄມຄຣອນ ຂະຫຍາຍໂຕໄດ້ໄວກວ່າເກົ່າຢູ່ໃນຊ່ອງອາກາດ


ແຟ້ມຮູບ-ຜູ້ຄົນລຽນແຖວເພື່ອເຂົ້າສູ່ຖ້ຽວບິນຝຣັ່ງ ທີ່ສະໜາມບິນ OR Tambo's, ໃນນະ​ຄອນ ໂຈແຮນເນສເບີກ, ປະເທດ ອາ​ຟຣິກາໃຕ້.
ແຟ້ມຮູບ-ຜູ້ຄົນລຽນແຖວເພື່ອເຂົ້າສູ່ຖ້ຽວບິນຝຣັ່ງ ທີ່ສະໜາມບິນ OR Tambo's, ໃນນະ​ຄອນ ໂຈແຮນເນສເບີກ, ປະເທດ ອາ​ຟຣິກາໃຕ້.

ບັນດານັກວິທະຍາສາດຢູ່ໃນຮົງກົງ ກ່າວວ່າ ໄວຣັສໂຄໂຣນາສາຍພັນໃໝ່ໂອໄມຄຣອນ ສາມາດຂະຫຍາຍໂຕ ຢູ່ໃນຊ່ອງອາກາດໄດ້ໄວກວ່າເກົ່າຫຼາຍເທົ່າ, ເຊິ່ງສາມາດອະທິບາຍໄດ້ວ່າ ເຊື້ອພະຍາດດັ່ງກ່າວນີ້ແຜ່ຂະຫຍາຍໄປທົ່ວໂລກໄດ້ຢ່າງວ່ອງ​ໄວແນວໃດ.

ລາຍງານໃນເບື້ອງຕົ້ນຂອງທີມນັກວິໄຈແຫ່ງມະຫາວິທະຍາໄລຂອງຮົງກົງກ່າວວ່າ ການທົດລອງຢູ່ໃນຫ້ອງປະຕິບັດການກັບຕົວຢ່າງເນື້ອເ​ຫຍື້ອໄດ້ສະແດງໃຫ້ເຫັນວ່າ ໄວຣັສສາຍພັນໂອໄມຄຣອນ ຂະຫຍາຍໂຕໄດ້ໄວກວ່າໄວຣັສສາຍພັນເດລຕ້າປະມານ 70 ເທົ່າຢູ່ໃນຫຼອດລົມ, ເຊິ່ງເປັນຫຼອດລົມຫຼັກ ທີ່ສົ່ງຈາກຫຼອດລົມໄປຫາປອດ.

ການສຶກສາຍັງໄດ້ພົບວ່າ ໄວຣັສສາຍພັນໂອໄມຄຣອນ ຂະຫຍາຍໂຕປະມານ 10 ເປີເຊັນຢູ່ໃນເນື້ອເຫຍື້ອຂອງປອດ ຊ້າກວ່າໄວຣັສສາຍຕົ້ນ​ຕໍ, ເຊິ່ງສາມາດອະທິບາຍໄດ້ວ່າ ໂອກາດ​ໜ້ອຍ​ລົງໃນການເຈັບປ່ວຍ​ຢ່າງຮຸນແຮງນັ້ນ.

ຫົວໜ້ານັກວິໄຈ ທ່ານສີ-ໄວ (Chi-Wai) ເຕືອນວ່າ ຄວາມຮຸນແຮງຂອງພະ ຍາດບໍ່ໄດ້ອະທິບາຍພຽງແຕ່ຄວາມໄວໂດຍໄວຣັສແນວໃດ, ແຕ່ມັນຍັງລວມເຖິງພູມຄຸ້ມກັນຂອງແຕ່ລະຄົນທີ່ຕອບສະໜອງຕໍ່ການຕິດເຊື້ອນໍາອີກດ້ວຍ, ເຊິ່ງອາດຈະພັດທະນາກາຍເປັນໄພຄຸກຄາມຕໍ່ການເຈັບປ່ວຍທີ່ຮຸນແຮງໄດ້.

ທ່ານໝໍ ​ຈັນ (Chan) ໄດ້ກ່າວເສີມວ່າ “ໂດຍການຕິດເຊື້ອກັບຜູ້ຄົນຈໍານວນຫຼາຍ, ການແຜ່ເຊື້ອທີ່ຮຸນແຮງນັ້ນ ອາດຈະສົ່ງຜົນຕໍ່ການເຈັບປ່ວຍທີ່ຮຸນແຮງ ແລະເສຍຊີວິດຫຼາຍກວ່າເກົ່າ ເຖິງແມ່ນວ່າໄວຣັສເອງນັ້ນຈະກໍ່ໃຫ້ເກີດໂຣກໄດ້ໜ້ອຍກໍຕາມ.”

ທ່ານກ່າວວ່າ ຄຽງຄູ່ກັບການສຶກສາໃນໄວໆນີ້ສະແດງໃຫ້ເຫັນວ່າ ໂອໄມຄຣອນສາມາດ “ຫຼົບຫຼີກພູມຄຸ້ມກັນບາງສ່ວນ” ຈາກວັກຊີນ ແລະການຕິດເຊື້ອໃນກ່ອນໜ້ານັ້ນ, “ໄພຄຸກຄາມໂດຍລວມຈາກໄວຣັສສາຍພັນໃໝ່ໂອໄມຄຣອນ ເບິ່ງຄືວ່າມີຄວາມສໍາຄັນຫຼາຍ.”

ສາຍພັນໂອໄມຄຣອນໄດ້ຮັບການກວດພົບແລ້ວໃນເກືອບ 80 ປະເທດທົ່ວໂລກ ນັບຕັ້ງແຕ່ມີການຄົ້ນພົບໃນອາຟຣິກາໃຕ້ ໃນເດືອນພະຈິກທີ່ຜ່ານມາ. ອິນໂດເນເຊຍ ແລະນິວຊີແລນ ເປັນປະເທດຫຼ້າສຸດທີ່ມີລາຍງານຜູ້ປ່ວຍທີ່ໄດ້ຮັບການຢືນ ຢັນໃນກໍລະນີທໍາອິດຂອງໄວຣັສດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG