ເກືອບນຶ່ງສ່ວນສີ່ຂອງພວກສັດທີ່ອາໄສຢູ່ໃນແມ່ນ້ຳ ທະເລສາບ ແລະແຫລ່ງນ້ຳຈືດຕ່າງໆ ກຳລັງຖືກຄຸກຄາມຈົນຈະສູນພັນ ອີງຕາມການຄົ້ນຄວ້າໃໝ່ທີ່ໄດ້ຖືກພິມອອກເຜີຍແຜ່ໃນວັນພຸດຜ່ານມາ ອີງຕາມລາຍງານຂອງອົງການຂ່າວເອພີ.
“ແມ່ນ້ຳຂະໜາດໃຫຍ່ຫຼາຍສາຍຄື ແອມມາຊອນ ປະກົດເຫັນໄດ້ວ່າ ຍິ່ງໃຫຍ່ມະຫາສານ ແຕ່ໃນເວລາດຽວກັນສະພາບແວດລອມຂອງນ້ຳຈືດ ແມ່ນລະອຽດອ່ອນ” ກ່າວໂດຍ ທ່ານນາງ ແພດທຣີເຊຍ ຊາຣແວັດ (Patricia Charvet) ຄູ່ຮ່ວມຂຽນບົດການສຶກສາຄົ້ນຄວ້າ, ທັງເປັນນັກຊີວະວິທະຍາ ຢູ່ມະຫາວິທະຍາໄລ Federal University of Ceara ຂອງບຣາຊີລ.
ພວກສັດສາວາສິ່ງຢູ່ໃນນ້ຳຈືດ ທີ່ປະກອບດ້ວຍ ແມ່ນ້ຳ ທະເລສາບ ໜອງ ບຶງ ຫ້ວຍນ້ຳລຳທານ ແລະເຂດດິນທາມທັງຫຼາຍ - ກວມເອົາເນື້ອທີ່ຕ່ຳກວ່າ 1 ເປີເຊັນຂອງໂລກແຜ່່ນດິນໂລກ ແຕ່ສະໜັບສະໜູນສັດຫຼາຍໆສາຍພັນ ກ່າວ ທ່ານນາງ ແຄັດເທີຣິນ ເຊເອີ ນັກສັດຕະວະແພດ ຢູ່ ສະຫະພັນອານຸລັກທຳມະຊາດສາກົນ ໃນປະເທດອັງກິດ.
ບັນດານັກຄົ້ນຄວ້າ ໄດ້ວິໄຈສັດຫຼາຍໆຊະນິດປະມານ 23,500 ສາຍພັນທີ່ລວມມີ ແມງປໍ ປາ ປູ ແລະສັດອື່ນທີ່ເພິ່ງພາລະບົບນິເວດຂອງນ້ຳຈືດ. ພວກສັດເຫຼົ່ານີ້ ໄດ້ຖືກພົບເຫັນວ່າ 24 ເປີເຊັນ ຕົກຢູູ່ໃນຄວາມສ່ຽງຂອງການສູນພັນ - ທີ່ໄດ້ຖືກຈັດໃຫ້ ຢູ່ໃນຄວາມສ່ຽງ ຢູ່ໃນໄພອັນຕະລາຍ ຫຼື ຢູ່ໃນໄພອັນຕະລາຍໃນຂັ້ນວິກິດ - ຍ້ອນໄພຄຸກຄາມຈາກຫຼາຍປັດໄຈເຊັ່ນ ມົນລະພິດ, ເຂື່ອນ ການຂຸດຄົ້ນຫານ້ຳ ການກະສິກຳ ພວກສັດສາຍພັນທີ່ບຸກລຸກ ການປ່ຽນແປງຂອງດິນຟ້າອາກາດ ແລະການລົບກວນອື່ນໆ.
ທ່ານນາງ ເຊເອີຣ ຄູ່ຮ່ວມຂຽນການສຶກສາຄົ້ນຄວ້າ ກ່າວວ່າ “ສັດສາຍພັນສ່ວນໃຫຍ່ ບໍ່ມີໄພຂົ່ມຂູ່ພຽງອັນດຽວເທົ່າ ທີ່ເຮັດໃຫ້ພວກມັນມີຄວາມສ່ຽງທີ່ຈະສູນພັນ ແຕ່ໄພຂົ່ມຂູ່ຫຼາຍຢ່າງເກີດຂຶ້ນພ້ອມໆກັນ.”
ໂຕເລກລວມ, ທີ່ໄດ້ພິມອອກເຜີຍແຜ່ໃນວາລະສານ Nature ເປັນອັນທຳອິດທີ່ທັງສອງນັກຄົ້ນຄວ້າ ໄດ້ວິເຄາະຄວາມສ່ຽງຕໍ່ສັດນ້ຳຈືດສາຍພັນຕ່າງໆໃນໂລກ. ການສຶກສາຄົ້ນຄວ້າຄັ້ງກ່ອນໆ ໄດ້ເພັ່ງເລັງໃສ່ພວກສັດບົກ ທີ່ລວມມີ ສັດລ້ຽງລູກດ້ວຍນົມ ນົກ ແລະສັດເລືອຄານ.
ທ່ານສະຕວດ ພິມມ໌ ຈາກມະຫາວິທະຍາໄລ ດຸກຄ໌ ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງໃນການສຶກສາຄົ້ນຄວ້າ ໄດ້ເອີ້ນບົດຂຽນວ່າ “ເປັນການລໍຖ້າທີ່ຍາວນານ ແລະເປັນໜັງສືທີ່ສຳຄັນຢ່າງໃຫຍ່ຫຼວງ.”
“ແມ່ນໍ້າໃຫຍ່ເກືອບທັງໝົດໃນທະວີບອາເມຣິກາເໜືອ ແລະຢູໂຣບ ແມ່ນໄດ້ຖືກປ່ຽນແປງຢ່າງກວ້າງຂວາງໂດຍຜ່ານການສ້າງເຂື່ອນ ທີ່ເຮັດໃຫ້ພວກສັດສາຍພັນນ້ຳຈືດຕ່າງໆຕົກຢູ່ໃນຄວາມສ່ຽງ ທ່ານກ່າວ.
ຢູ່ໃນທະວີບອາເມຣິກາໃຕ້ ລະບົບນິເວດຂອງແມ່ນ້ຳແອມມາຊອນ ທີ່ກວ້າງໃຫຍ່ ຍັງປະເຊີນກັບໄພຄຸກຄາມຈາກການຕັດໄມ້ທຳລາຍປ່າ ໄຟປ່າ ແລະ ບໍ່ຂຸດຄົ້ນຄຳທີ່ຜິດກົດໝາຍ ທ່ານນາງ ຊາຣແອັດ ກ່າວ.
ການເຜົາປ່າເພື່ອບຸກເບີກພື້ນທີ່ຢ່າງຜິດກົດໝາຍ ເປັນຜົນເຮັດໃຫ້ເກີດມົນລະພິດຄວັນຂີ້ເຖົ່າຕົກລົງໃນແມ່ນ້ຳ ແລະພວກຂຸດຄົ້ນຄຳທີ່ບໍ່ໄດ້ຮັບອະນຸຍາດ ຖິ້ມສານເມີເຄີຣີ ລົງສູ່ນ້ຳ ທ່ານນາງກ່າວ.
ພວກແມ່ນ້ຳ ແລະເຂດດິນທາມ “ສະສົມເອົາທຸກສິ່ງທຸກຢ່າງທີ່ເກີດຂຶ້ນຢູ່ອ້ອມຮອບພວກມັນ” ທ່ານນາງກ່າວ ແລະວ່າ “ຖ້າສິ່ງໃດສິ່ງນຶ່ງ ຫາກຜິດພາດຂຶ້ນມາແທ້ໆ ເຊັ່ນວ່າ ການຮົ່ວໄຫລຂອງກົດ ຫຼື ນ້ຳມັນ ເຈົ້າສາມາດເຮັດໃຫ້ເກີດໄພຂົ່ມຂູ່ສັດທຸກສາຍພັນ. ບໍ່ມີແຫ່ງໃດເລີຍ ທີ່ພວກສັດທັງຫຼາຍເຫຼົ່ານີ້ ຈະໄປໄດ້.”
ອ່ານຂ່າວນີ້ໃນພາສາອັງກິດ
Nearly a quarter of animals living in rivers, lakes and other freshwater sources are threatened with extinction, according to new research published Wednesday.
“Huge rivers like the Amazon can appear mighty, but at the same time freshwater environments are very fragile,” said study co-author Patricia Charvet, a biologist at Brazil's Federal University of Ceará.
Freshwater habitats – including rivers, lakes, ponds, streams, bogs and wetlands – cover less than 1% of the planet’s surface, but support 10% of its animal species, said Catherine Sayer, a zoologist at the International Union for Conservation of Nature in England.
The researchers examined around 23,500 species of dragonflies, fish, crabs and other animals that depend exclusively on freshwater ecosystems. They found that 24% were at risk of extinction – classified as vulnerable, endangered or critically endangered – due to compounding threats from pollution, dams, water extraction, agriculture, invasive species, climate change and other disruptions.
“Most species don’t have just one threat putting them at risk of extinction, but many threats acting together,” said Sayer, a study-co-author.
The tally, published in the journal Nature, is the first that time researchers have analyzed the global risk to freshwater species. Previous studies have focused on land animals including mammals, birds and reptiles.
Duke University ecologist Stuart Pimm, who was not involved in the study, called it “a long-awaited and hugely important paper."
“Almost every big river in North America and Europe is massively modified" through damming, putting freshwater species at risk, he said.
In South America, the vast Amazon River ecosystem also faces threats from deforestation, wildfires and illegal gold mining, said Charvet.
Illegal fires to clear forest result in waves of ash polluting the river, and unlicensed gold miners dump mercury into the water, she said.
Rivers and wetlands “concentrate everything that happens around them," she said. "If something goes really wrong, like an acid or oil spill, you can threaten an entire species. There’s nowhere else for these animals to go.”
ຟໍຣັມສະແດງຄວາມຄິດເຫັນ