ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຄົ້ນຄວ້າໃໝ່ພົບວ່າ ໂຄວິດ-19 ມີໂອກາດຫຼາຍຂຶ້ນ ທີ່ຈະພາໃຫ້ຄົນປ່ວຍ ເປັນໂຣກເບົາຫວານ


ພວກປະທ້ວງສະແດງຄວາມບໍ່ພໍໃຈຕ້ານ ການອອກບັດຜ່ານ
ໃບສຸຂະພາບສີຂຽວ (Green Pass) ທີ່ອະນຸຍາດໃຫ້ເຂົ້າໄປໃນເຂດວັງວາຕີກັນ ທີ່ນະຄອນໂຣມ ປະເທດອີຕາລີ ວັນທີ 7 ສິງຫາ 2021.
ພວກປະທ້ວງສະແດງຄວາມບໍ່ພໍໃຈຕ້ານ ການອອກບັດຜ່ານ ໃບສຸຂະພາບສີຂຽວ (Green Pass) ທີ່ອະນຸຍາດໃຫ້ເຂົ້າໄປໃນເຂດວັງວາຕີກັນ ທີ່ນະຄອນໂຣມ ປະເທດອີຕາລີ ວັນທີ 7 ສິງຫາ 2021.

ບັນດານັກຄົ້ນຄວ້າໄດ້ຄົ້ນພົບວ່າ ໂຄວິດ-19 ສາມາດມີຜົນກະທົບໃນທາງລົບ ຕໍ່ອະໄວຍະ
ວະ ທີ່ຜະລິດຮໍໂມນຄວບຄຸມລະດັບນ້ຳຕານໃນເລືອດ ຫຼືອິນຊູລິນ ຊຶ່ງຈະເຮັດໃຫ້ຄົນປ່ວຍ
ບາງຄົນ ເປັນອັນຕະລາຍເພີ້ມຂຶ້ນຕໍ່ການເປັນໂຣກເບົາ ຫວານ.

ການສຶກສາທີ່ມີຂຶ້ນໂດຍບັນດານັກວິທະຍາສາດ ຢູ່ມະຫາວິທະຍາໄລ ຊີເອນາ (Siena)
ໃນປະເທດອີຕາລີ ສະແດງໃຫ້ເຫັນວ່າ ເຊື້ອໄວຣັສໄດ້ໂຈມຕີແຊລທີ່ ຜະລິດອິນຊູລິນ
ໃນມ້າມ ໂດຍແນໃສ່ເອັນຊາມທີີ່ຫຸ້ມຫໍ່ພວກແຊລເຫຼົ່ານັ້ນ.

ການສຶກສານຶ່ງຕ່າງຫາກ ທີ່ໂຮງຮຽນການແພດເວລ ຄໍລແນລ (Weill Cornel Medicine)
ໃນນິວຢອກ ໄດ້ພົບເຫັນວ່າ ໂຄວິດ-19 ຍັງໂຈມຕີແຊລເບຕາ ທີ່ຜະລິດອິນຊູລິນ ແລະເຮັດ
ໃຫ້ແຊລເຫຼົ່ານີ້ ມີຄວາມສາມາດໜ້ອຍລົງໃນການຜະ ລິດອິນຊູລິນ ຊຶ່ງເປັນຮໍໂມນ
(hormone) ຄວບຄຸມລະດັບນໍ້າຕານຢູ່ໃນເລືອດ ຂອງຮ່າງກາຍ.

ຢູ່ໃນອີກຢ່າງນຶ່ງນັ້ນ ວັງວາຕີກັນໄດ້ປະກາດໃນວັນອັງຄານ ທີ່ຜ່ານມານີ້ວ່າ ເລີ້ມແຕ່ວັນທີ
1 ຕຸລາ ວັນສຸກມື້ອື່ນນີ້ເປັນຕົ້ນໄປ ພວກພະນັກງານຂອງຕົນ ທັງໝົດ ຕ້ອງສະແດງການ
ຢັ້ງຢືນວ່າເຂົາເຈົ້າໄດ້ສັກຢາວັກຊີນກັນໂຄວິດ-19 ຫຼືວ່າໄດ້ກວດບໍ່ພົບເຊື້ອໄວຣັສ.

ບັນດາພະນັກງານວາຕີກັນ ຜູ້ທີ່ບໍ່ມີອັນທີ່ຮ້ອງວ່າ “ບັດຜ່ານສີຂຽວ” ຊຶ່ງເປັນໃບ ຢັ້ງຢືນຢູ່
ໃນດີຈີໂຕລ ກ່ຽວກັບການສັກຢາວັກຊີນ ກັນໂຄວິດ-19 ຂອງສະຫະ ພາບຢູໂຣບ ຫຼື ວ່າ
ເອກກະສານທີ່ຖືກຕ້ອງຢ່າງໃດຢ່າງນຶ່ງນັ້ນ ຈະບໍ່ໄດ້ຮັບອະນຸ ຍາດໃຫ້ເຂົ້າໄປໃນເຂດ
ຂອງກາໂຕລິກດັ່ງກ່າວ ໂດຍຖືກພິຈາລະນາ “ເປັນການ ຂາດວຽກແບບບໍ່ມີເຫດຜົນ”
ແລະຈະບໍ່ໄດ້ຮັບເງິນເດືອນ ໃນລະຫວ່າງການຂາດ ການດັ່ງກ່າວ.

ວັງວາຕີກັນຍັງບໍ່ມີການອະນຸຍາດໃຫ້ຍົກເວັ້ນໃດໆຕໍ່ຄຳສັ່ງດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG