ພຽງປະມານ 40 ປີແສງ ຫ່າງຈາກນີ້ໄປ ຈະມີດາວນ້ອຍໆດວງນຶ່ງ ຂະໜາດເທົ່າກັບ
ດາວພະຫັດ ຫຼື Jupiter - ທີ່ເອີ້ນວ່າ Trappist – 1 ແລະ ໃນວັນພຸດສັບປະດາແລ້ວນີ້ ພວກດາຣາສາດນາໆຊາດຄະນະນຶ່ງຈຶ່ງໄດ້ປະກາດວ່າ ຕົນໄດ້ຄົ້ນພົບດາວນົບພະເຄາະ
ແບບໂລກເຮົາ 7 ໜ່ວຍ ທີ່ໂຄຈອນອ້ອມຮອບດາວນ້ອຍໆດວງນີ້ຢູ່. ຂ່າວຂອງຄວາມ
ສາມາດເປັນໄປໄດ້ທີ່ວ່າ ອາດຈະ ມີສິ່ງທີ່ມີຊີວິດອາໄສຢູ່ດາວນົບພະເຄາະດັ່ງກ່າວ
ອ້ອມດາວນ້ອຍໜ່ວຍນັ້ນ ໄດ້ພາໃຫ້ປະຊາຄົມນັກວິທະຍາສາດຕື່ນເຕັ້ນເປັນທີ່ສຸດ
ແລະເພີ່ມພະລັງໃຫ້ພວກເພິ່ນ ທຳການຄົ້ນຫາ ດາວດວງອື່ນອີກຕື່ມ ທັງໄດ້ກະຕຸກ
ຊຸກຍູ້ ໃຫ້ມີການຊອກຄົ້ນຫາສິ່ງທີ່ມີຊີວິດຕື່ມ ນອກເໜືອໄປຈາກ ຢູ່ໃນໂລກມະນຸດເຮົາ
ດັ່ງນັກຂ່າວ VOA Kevin Enochs ມີລາຍງານ ຊຶ່ງວັນນະສອນ ຈະນຳເອົາລາຍ
ລະອຽດມາສະເໜີທ່ານ.
ການຄົ້ນພົບດາວ ທີ່ຄ້າຍຄືກັບໜ່ວຍໂລກຂອງພວກເຮົາ ທັງ 7 ໜ່ວຍ ທີ່ໂຄຈອນອ້ອມ
ດວງດາວດັບແສງດວງນີ້ ເປັນສິ່ງທີ່ບໍ່ເຄີຍປາກົດມາກ່ອນ. ເປັນທີ່ຊັດແຈ້ງແທ້ທີ່ວ່າ
ພວກນັກດາຣາສາດ ມີຄວາມຕື່ນເຕັ້ນແທ້ໆ ທີ່ວ່າ ນີ້ມີຄວາມໝາຍແນວໃດສຳລັບ
ສິ່ງທີ່ມີຊີວິດທີ່ອາດເປັນໄດ້ ຢູ່ນອກເໜືອໄປຈາກໂລກຂອງເຮົາ.
ທ່ານ Thomas Zurbuchen ຈາກອົງການ NASA ກ່າວວ່າ “ການຄົ້ນພົບດັ່ງກ່າວນີ້
ໄດ້ໃຫ້ຮ່ອງຮອຍແກ່ພວກເຮົາວ່າ ມັນບໍ່ເປັນເລື່ອງທີ່ວ່າ ຖ້າວ່າ ແຕ່ເປັນເລື່ອງທີ່ວ່າ
ເມື່ອໃດ. ພວກນັກວິທະຍາສາດ ເຊື່ອກັນວ່າ ດວງດາວແຕ່ລະໜ່ວຍ ອາດຈະມີດາວ
ນົບພະເຄາະໜ່ວຍນ່ຶງ ຢູ່ນຳ. ລອງຄິດເບິ່ງວ່າ ມີ 3 ມີ 5 ມີ 7 ໜ່ວຍ ແລ້ວວາດພາບ
ເບິ່ງ ວ່າຈະມີໂລກຈັກໜ່ວຍທີ່ເປັນລະບົບນິເວດວິທະຍາ ທີ່ພາໃຫ້ມີຊີວິດຢູ່ ຊຶ່ງອາດ
ພາໃຫ້ພວກເຮົາໄປສຳຫຼວດເບິ່ງ.”
ພວກດາວນົບພະເຄາະທັງຫຼາຍ ແມ່ນຖືກຄົ້ນພົບ ໂດຍກ້ອງໂທລະທັດຈາກໂລກ ແລະ
ອາວະກາດ ທີ່ເບິ່ງ ພວກດວງດາວ ຢ່າງໃກ້ຊິດ ເປັນເວລາຫຼາຍໆມື້ ແຕ່ລະເທື່ອ ແລ້ວບັນ
ທຶກຈຸດນ້ອຍໆ ຈາກບ່ອນທີ່ຮຸ່ງແຈ້ງຂອງດາວນົບພະເຄາະ ໃນຂະນະທີ່ພວກມັນໂຄຈອນ
ລະຫວ່າງດວງດາວ ແລະກ່ອງສ່ອງ telescope.
ສິ່ງນຶ່ງອີກທີ່ເປັນການຕື່ນເຕັ້ນໃນການຄົ້ນພົບທີ່ວ່ານີ້ ບໍ່ແມ່ນພຽງແຕ່ເປັນການຄົ້ນພົບ
ໂລກໃໝ່ຕ່າງໆ ແຕ່ແມ່ນການຄົ້ນພົບພວກດາວນົບພະເຄາະ ທີ່ຢູ່ອ້ອມດາວດວງດັ່ງກ່າວ.
ທ່ານນາງ Sara Seagar ຈາກສະຖາບັນ Massachusetts Institute of
Technology ຫຼື MIT ກ່າວວ່າ “ໃນເມື່ອວ່າ ມັນມີດາວດວງນຶ່ງ ມັນກໍຈະມີອີກ
ດວງອື່ນໆ ເພາະສະນັ້ນ ດ້ວຍລະບົບທີ່ນ່າອັດສະຈັນອັນນີ້ ພວກເຮົາຈຶ່ງຮູ້ວ່າ ມັນຍັງ
ມີຊີວິດບົ່ມຊ້ອນຢູ່ຫຼາຍກວ່ານີ້ທີ່ລໍຄອຍການຄົ້ນພົບຂອງພວກເຮົາຢູ່.”
ບາດກ້າວຕໍ່ໄປ ສຳຫຼັບຄະນະ ກໍມີຮວມທັງ ການວາງແຜນ ທີ່ຈະເພັ່ງເລັ່ງຢ່າງໃກ້ຊິດ
ກວ່າເກົ່າ ໃສ່ອີກໝູ່ດາວ ຈຳນວນ 1 ພັນດວງທີ່ຢູ່ໄກທີ່ສຸດ ເຊັ່ນ ດາວ Trappist -1 ນັ້ນ
ດ້ວຍຄວາມຫວັງວ່າ ຈະພົບເຫັນດາວນົບພະເຄາະດວງອື່ນໆອີກທີ່ຄ້າຍຄືກັນກັບໂລກ
ຂອງເຮົາຫຼາຍໜ່ວຍຕື່ມອີກ.