ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສີປະເພດໃໝ່ ສາມາດເຮັດໃຫ້ນ້ຳ ແລະ ນ້ຳມັນ ໄຫລ​ອອກ ຈາກລົດ ປາດ​ສະ​ຈາກ​ຮ່ອງຮອຍ​ໃດໆ


New Paint Repels Oil and Water
please wait

No media source currently available

0:00 0:02:00 0:00

ເບິ່ງວີດີໂອ ລາຍງານນີ້

ແມ່ນ​ໃຜ​ແດ່ ຈະ​ບໍ່​ຢາກ​ໃຫ້​ລົດ​ຂອງ​ຕົນ ​ເບິ່ງ​ສະອາດຕະຫລອດ
​ເວລາ ຍ້ອນວ່າ ຈະ​ບໍ່​ມີ ​ນ້ຳຫລືນ້ຳມັນຕິດ​ຢູ່​ຕາມ​ໂຕລົດ ແຕ່​ຈະ
ໄຫ​ລອອກ​ຈາກ​ໂຕ​ລົດ​? ບັນດາ​ນັກວິທະຍາສາດ ທີ່ທຳ​ການ​
ຄົ້ນ​ຄວ້າທົດ​ລອງ ​ເທັກ​ໂນ​ໂລ​ຈີ ດ້ານ​ວັດຖຸ​ທີ່​ນ້ອຍ​ທີ່​ສຸດ ຫຼື
nanotechnology ກ່າວ​ວ່າ ອາດ​ຈະ​ບໍ່​ດົນ​ເກີນ​ໄປ ກ່ອນ​ທີ່​
ພວກສີ​ທີ່​ທຳ​ຄວາມ​ສະອາດ​ດ້ວຍ​ຕົນ​ເອງ ຈະ​ກາຍເປັນ​ມາດ
ຕະຖານ ຢູ່​ໃນຫລາຍໆອຸດສາຫະກຳ​. ຜູ້​ສື່​ຂ່າວ ວີ​ໂອ​ເອ
George Putic ມີລາຍ​ງານ ຊຶ່ງ​ໄຊ​ຈະ​ເ​ລີ​ນສຸກ ຈະ​ນຳມາ
ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເປັນ​ທີ່​ຮູ້ຈັກ​ກັນ ​ມາ​ດົນ​ນານແລ້ວ ວ່າ ​ເມັດນ້ຳຝົນ ​ຈະບໍ່​ຄ້າງ​ຢູ່​ເທິງ​ພວກໃບ​ໄມ້ ເຂດ​ຮ້ອນ
ບາງ​ຊະ​ນິດ ​ເຊັ່ນ​ວ່າ ​ໃບເຝືອກ ​ແລະ​ໃບ​ບົວ ເປັນ​ຕົ້ນ ​ແຕ່​ຈະ​ໄຫລ​ອອກໂດຍປາດ​ສະ​ຈາກ​
ຮ່ອງຮອຍ​ໃດໆ​.

​ແລະໃນບໍ່​ຊ້ານີ້ ສີ​ລົດ​ຂອງ​ທ່ານ ກໍອາດຈະ​ສາມາດ​ເຮັດ​ໄດ້ ແບບດຽວ ກັນນັ້ນ.

ດຽວ​ນີ້ ບັນດາ​ນັກວິທະຍາສາດ ສາມາດ​ກ່າຍ​ຄຸນ​ນະ​ສົມບັດຂອງພວກ ໃບໄມ້​ເຫລົ່າ​ນັ້ນ​ໄດ້
ຍ້ອນຄວາມ​ກ້າວໜ້າຕ່າງໆ ​ໃນດ້ານ nanophysics ຊຶ່ງ​ເປັນ​ການ​ສຶກສາ​ທາງ​ດ້ານພວກ
​ເມັດ​ຝຸ່ນ ທີ່​ນ້ອຍ​ທີ່​ສຸດ.

ທ່ານ Yao Lu ນັກ​ຄົ້ນຄວ້າ ຈາກ​ມະຫາວິທະຍາ​ໄລ ​ເທັກ​ໂນ​ໂລ​ຈີ Dalian ຂອງ​ຈີນ ທີ່​
ທຳ​ງານ ຢູ່​ທີ່​ມະຫາວິທະຍາ​ໄລ University College ທີ່ລອນ​ດອນ ​ໄດ້​ນຳ​ໃຊ້ພວກຝຸ່ນອານຸພາກ ທາດ​ໄທ​ເທ​ນ້ຽມ ​ດາຍ​ອ໊ອກໄຊ້ດ໌ ​ເພື່ອ​ຜະລິດ​ສີ​ສະ​ນິດ​ໃໝ່ ທີ່ກັນນ້ຳ ເຮັດ​ໃຫ້​ນ້ຳ​ເລື່ອນ​ໄຫລ​ອອກ.

​ຫົວໜ້າ ທ່ານ Yao ທ່ານນາງ Claire Carmalt ເຊິ່ງ​ເປັນອາ​ຈານສອນ​ວິຊາເຄມີ​ນິນ​ຊີ ຫລື
​ສິ່ງ​ທີ່​ບໍ່​ມາ​ຈາກ​ທຳ​ມະ​ຊາດ ກ່າວ​ວ່າ ​ເວລາ​ນ້ຳຕົກ​ໃສ່​ບໍລິ​ເວນ ທີ່ທາ​ດ້ວຍ​ສີ​ອັນ​ນີ້ ມັນ​ບໍ່​ພຽງ
​ແຕ່​ກິ້ງ​ໄຫລ​ອອກ​ເທົ່າ​ນັ້ນ.

ທ່ານນາງ Carmalt ​ເວົ້າວ່າ “​ເມັດ​ນ້ຳຈະ​ປັບ​ໂຕ​ຮູບ​ຮ່າງຂອງ​ມັນ ​ໃຫ້​ກາຍ​ເປັນໜ່ວຍ
ມົນໆ ຊຶ່ງ​ໃນ​ຂະນະ​ທີ່ ​ມັນ​ກິ້ງ​ໄປ​ທົ່ວພື້ນ​ທີ່​ນັ້ນ ມັນ​ກໍ​ຈະທຳ​ງານ​ຄື​ກັນກັບ ​ເຄື່ອງ​ດູດ​
ຝຸ່ນ​ອັນ​ນ້ອຍໆ ທີ່​ດູດ​ເອົາ​ຝຸ່ນ​ ​ແລະ ​ເຊື້ອພະຍາດ ​ໄຫລໄປ​ນຳ ​ແລະ ພວກ​ເຮົາກໍ
ສາມາດ​ນຳ​ເອົາ​ສີອັນນີ້ ​ໄປ​ຕິດ​ໃສ່​ບໍລິ​ເວນ​ທີ່​ແຂງໆ ເຊັ່ນ​ ​ແກ້ວ ຫຼື ​ເຫຼັກ ຫຼື ພື້ນທີ່ ທີ່ອ່ອນໆ ຄືກັບຝ້າຍ ແລະ ເຈ້ຍ ​ໂດຍພຽງແຕ່ໃຊ້ກາວທຳມະດາ.”

ສ່ວນ​ເສຍ​ທີ່​ໃຫຍ່​ທີ່​ສຸດ ຂອງພວກສີກັນນ້ຳ​ທີ່​ວ່າ​ນີ້ ກໍ​ຄືຄວາມເສຍຫາຍ ງ່າ​ຍຕໍ່​ການ​ຂູດ​ນັ້ນ
​ໄດ້​ຖືກແກ້ໄຂ ດ້ວຍການຕື່ມກາວພິເສດ ໃສ່ພວກຝຸ່ນອານຸພາກ ທາດ​ໄທ​ເທ​ນ້ຽມ ​
ດາຍ​ອ໊ອກໄຊ້ດ໌.

ທ່ານນາງ Carmalt ​ເວົ້າວ່າ “ເມື່ອນຳໃຊ້ສະເປກາວພິ​ເສດອັນນີ້ ພວກເຮົາສາມາດ
ເຮັດໃຫ້ພວກສີກັນ​ນ້ຳ​ນັ້ນ ທົນທານ​ໄດ້ຫຼາຍຂຶ້ນ ຕໍ່ ການຮຸກຖູ ຫຼື ການຂູດຂີດ ຈາກ​
ພວກກະດາດຊາຍ ແລະ ສິ່ງອື່ນໆອີກ.”

ສີປະເພດໃໝ່ນີ້ ສາມາດນຳໃຊ້ກັບ ວັດຖຸຫຼາຍໆສະນິດ ຈາກພວກເຄື່ອງນຸ່ງ​ເສື້ອ​ຜ້າ ແລະ
ເຈ້ຍ ໄປເຖິງ ເຫຼັກ ແລະ ແກ້ວ. ບັນດານັກຄົ້ນຄວ້າ ກ່າວວ່າ ຫຼັກສູດນີ້ ແມ່ນເໝາະສົມ
ສຳຫລັບ ການຜະລິດຂະໜາດໃຫຍ່ ແລະ ຫຼິ່ງ​ເຫັນເຖິງ ການນຳໃຊ້​ໄດ້ ໃນຫຼາຍໆ
ພາກສ່ວນ ລວມທັງ ພວກໂຮງໝໍ ແລະ ອຸດສາຫະກຳຜະລິດລົດຍົນ.

Who wouldn't want a car whose body is always clean because drops of water and oil just roll off of it? Scientists experimenting in nanotechnology say it may not be too long before self-cleaning paints become standard in many industries. VOA's George Putic reports.

It has long been known that rainwater slides off the leaves of some tropical plants, such as taro and lotus, leaving no trace.

And soon, your car's paint job may be able to do the same.

Scientists can now replicate that feature, thanks to breakthroughs in nanophysics, the studies of very small particles.

Yao Lu, a researcher from China's Dalian University of Technology, working at University College London, used titanium dioxide nanoparticles to create a new type of water-repellent paint.

His supervisor, inorganic chemistry professor Claire Carmalt, says when water hits a surface covered with this paint, it does not just roll off...

(CLAIRE CARMALT, INORGANIC CHEMISTRY PROFESSOR )
"It actually forms near-spherical-shaped balls, which, as they roll across the surface, act like miniature vacuum cleaners picking up dirt and bacteria, and we can take that paint and we can adhere it onto hard surfaces like glass or metal, or soft surfaces like cotton and paper, just using simple adhesives."

The biggest disadvantage of water-repellent paints -- vulnerability to mechanical damage -- was solved by adding a special glue to the titanium dioxide nanoparticles.

(CLAIRE CARMALT, INORGANIC CHEMISTRY PROFESSOR )
"Applying this spray adhesive, we've managed to get very resistant coatings that are resistant to, as I say, rubbing or scratching and with sandpaper and so on."

The new type of paint can be used on a variety of materials, from clothes and paper to steel and glass. Researchers say the formula is suitable for large-scale production and envision its application by a variety of fields, including hospitals and auto manufacturing.

XS
SM
MD
LG