ວົງດົນຕີຣັອກຂອງກຳປູເຈຍ ຊຶ່ງເປັນລະຄອນເວທີ ທີ່ປະພັນໂດຍນາງ ລໍເຣນ ຢີ ທີ່ເລົ່າເຖິງເລື້ອງຂອງຜູ້ລອດຊີວິດຈາກການຂ້າລ້າງເຜົ່າພັນຂອງຂະເໝນແດງ ຜູ້ທີ່ໄດ້ເດີນທາງກັບຄືນໄປກຳປະເຈຍ ເປັນຄັ້ງທຳອິດໃນຮອບ 30 ປີ. ບົດລະຄອນນີ້ ໄດ້ເລີ້ມສະແດງຢ່າງເປັນທາງການໃນອາທິດນີ້ ຢູ່ທີ່ໂຮງລະຄອນ Signature ໃນນະຄອນນິວຢອກ ແມ່ນໄດ້ຮັບການຍົກຍ້ອງເປັນຢ່າງສູງ ໃນລະຫວ່າງການຮັບຊົມກ່ອນການສະແດງ.
ລະຄອນນີ້ ມີຊື່ວ່າ “Cambodian Rock Band” ເລົ່າເລື້ອງຂອງທ້າວ ຈຸມ ຜູ້ລອດຊີວິດຈາກລະບອບການປົກຄອງຂອງຂະເໝນແດງ ແລະສາຍສຳພັນຂອງລາວກັບລູກສາວທີ່ເກີດຢູ່ໃນອາເມຣິກາ ຊື່ວ່າ ນາງ ເນຍຣີ.
ໃນບົດບົດລະຄອນນີ້ ທ້າວຈຸມ ພະຍາຍາມທີ່ຈະຊັກຊວນລູກສາວຂອງລາວ ໃຫ້ກັບຄືນໄປສະຫະລັດ. ນາງກຳລັງດຳເນີນຄະດີ ຕັດສິນໂທດ ທ້າວ ດຸກ ຜູ້ເປັນອາຊະຍາກອນສົງຄາມ ທີ່ມີຊື່ສຽງເນົ່າເໝັນ.
ບົດລະຄອນນີ້ ຂຽນຂຶ້ນໂດຍນາງ ລໍເຣນ ຢີ ໃນຄວາມມຸ້ງຫວັງວ່າ ມັນຈະສາມາດຊ່ອຍໃຫ້ພວກພໍ່ແມ່ທັງຫຼາຍ ເລົ່າເລື້ອງລາວຕ່າງໆຂອງພວກເພິ່ນ ກັບພວກລູກເຕົ້າຂອງພວກເພິ່ນ.
ນາງ ລໍເຣນ ຢີ ກ່າວວ່າ “ບໍ່ພຽງເລື້ອງທີ່ໄດ້ເກີດຂຶ້ນ ພາຍໃຕ້ການປົກຄອງຂອງຂະເໝນແດງເທົ່ານັ້ນ ແຕ່ກ່ອນໜ້ານີ້ ເວລາທີ່ພວກເຂົາເຈົ້າເຕີບໃຫຍ່ຂຶ້ນ ຫຼື ໃນເວລາທີ່ພວກເຂົາກຳລັງເປັນເດັກນ້ອຍຢູ່.”
ທ້າວໂຈ ຍໍ ສະແດງເປັນທ້າວຈຸມ. ເປັນລູກຊາຍທີ່ເກີດຈາກພໍ່ແມ່ຜູ້ທີ່ລອດຊີວິດຈາກພວກຂະເໝນແດງ ຊຶ່ງທ້າວໂຈ ກ່າວວ່າ ພວກລອດຊີວິດທັງຫຼາຍ ຜູ້ທີ່ໄດ້ມາຊົມການສະແດງ ໄດ້ເປີດອົກເປີດໃຈ ຫຼັງຈາກການສະແດງ.
ທ້າວໂຈ້ ຍໍ ກ່າວວ່າ “ຂ້າພະເຈົ້າຄຶດວ່າ ອັນນີ້ ແມ່ນງົດງາມແທ້ ທີ່ພວກເພິ່ນສາມາດເລົ່າເລື້ອງອັນນັ້ນ. ຄືກັບທີ່ຂ້າພະເຈົ້າໄດ້ກ່າວໄປ ຂ້າພະເຈົ້າ ໄດ້ສະແດງໃນບົດລະຄອນ ພໍ່ແມ່ຂອງຂ້ອຍ ເປີດອົກເປີດໃຈຫຼາຍຂຶ້ນກວ່າເກົ່າ.”
ນາງຄວດນີ ຣີດ ຜູ້ທີ່ເປັນລູກຊອດເຊື້ອສາຍຫວຽດນາມ ສະແດງເປັນລູກສາວຂອງທ້າວຈຸມ ຄືນາງເນຍຣີ. ນາງກ່າວວ່າ ສາຍສຳພັນລະຫວ່າງ ພໍ່ກັບລູກສາວນັ້ນ ມັນກ່ຽວກັບລຸ້ນທີ່ແຕກຕ່າງກັນ.”
Cambodian Rock Band, a play by Lauren Yee, tells the story of a Khmer Rouge survivor who returned to Cambodia for the first time in 30 years. The play that officially starts this week at the Signature Theater in New York City received high praise during previews.
"Cambodian Rock Band" tells the story of Chhum, a survivor of the Khmer Rouge regime and his relationship with his American born daughter, Neary.
((Mandatory cg: Signature Theater))
In the play, Chhum is trying to convince his daughter to return to the U.S. She is preparing to prosecute Duch, an infamous war criminals.
The play was written by Lauren Yee in the hopes it can help parents share their stories with their children.
((Lauren Yee, Playwright))
"Not only what happened under the Khmer Rouge but before when they were growing up or when they were young."
Joe Ngo plays Chhum.Born to parents who are Khmer Rouge survivors, Joe says survivors who came to see the show open up afterwards.
((Joe Ngo, Actor))
"I think this is so beautiful that they can share that. Like I said, I did the play, my parents open up even more."
Courtney Reed who is half Vietnamese plays Chum's daughter, Neary.She says the father-daughter relationship is universal.
((Courtney Reed, Actor))
"I am not Cambodian.But I think everyone can understand the relationship between father and daughter, about different generation."