ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອະວະກາດໃໝ່ ຂອງ ນາຊາ ບັນທຶກສຽງລົມໄດ້ ເປັນຄັ້ງທຳອິດ ຢູ່ດາວພະອັງຄານ


ໃນວັນສຸກ ທີ 7 ທັນວາ 2018 ຮູບພາບສະໜອງໂດຍ ອົງການ ນາຊາ (NASA) ສະແດງໃຫ້ເຫັນ ທິດທັດ ຈາກແຂນຂອງຍານອະວະກາດ InSight ທີ່ຕິດຕັ້ງດ້ວຍກ້ອງຖ່າຍ ຢູ່ເທິງດາວພະອັງຄານ. ຍານລຳນີ້ ໄດ້ເດີນທາງໄປຮອດດາວພະອັງຄານ ໃນ ວັນທີ 26 ພະຈິກ ຜ່ານມາ.
ໃນວັນສຸກ ທີ 7 ທັນວາ 2018 ຮູບພາບສະໜອງໂດຍ ອົງການ ນາຊາ (NASA) ສະແດງໃຫ້ເຫັນ ທິດທັດ ຈາກແຂນຂອງຍານອະວະກາດ InSight ທີ່ຕິດຕັ້ງດ້ວຍກ້ອງຖ່າຍ ຢູ່ເທິງດາວພະອັງຄານ. ຍານລຳນີ້ ໄດ້ເດີນທາງໄປຮອດດາວພະອັງຄານ ໃນ ວັນທີ 26 ພະຈິກ ຜ່ານມາ.

ຫ້ອງທົດລອງແຮງຄວາມຂັບດັນຂອງອາຍພົ່ນ ຫຼື Jet Propulsion Laboratory ໄດ້
ເປີດເຜີຍ ຄິລບສຽງບັນທຶກ ຂອງລົມຢູ່ຕ່າງດາວ ໃນວັນສຸກວານນີ້. ຄື້ນຄວາມຖີ່ຕ່ຳ ທີ່
ມີສຽງດັງຄ້າຍຟ້າຄະນອງ ໄດ້ຖືກເກັບກຳມາໄດ້ ໂດຍຍານອະວະກາດ InSight ໃນ
ລະຫວ່າງ ປະຕິບັດພາລະກິດ ສັບປະດາທຳອິດຂອງມັນ ຢູ່ທີ່ດາວພະອັງຄານ.

ລົມຢູ່ທີ່ດາວພະອັງຄານນັ້ນ ຄຳນວນໄດ້ວ່າ ມີຄວາມແຮງລະຫວ່າງ 16 ຫາ 24 ກິໂລ
ແມັດຕໍ່ຊົ່ວໂມງ. ແລະເປັນຄັ້ງທຳອິດ ທີ່ສຽງເຫຼົ່ານີ້ ແມ່ນມາຈາກດາວພະອັງຄານ ທີ່ຫູ
ຂອງມະນຸດສາມາດໄດ້ຍິນ ອີງຕາມພວກນັກຄົ້ນຄວ້າ.

ທ່ານ ດອນ ແບນຟີລດ໌ ຈາກມະຫາວິທະຍາໄລ ຄອຣແນວ ໄດ້ກ່າວບອກບັນດານັກຂ່າວ
ວ່າ “ມັນເຮັດໃຫ້ຂ້ອຍຫວນຄິດເຖິງເວລານັ່ງຢູ່ທາງນອກ ຕອນບ່າຍຍາມຮ້ອນ ເມື່ອ
ມີລົມພັດມາ....ໃນບາງຄວາມຮູ້ສຶກ ມັນອາດຈະເປັນຄືສຽງແບບນີ້ ຖ້າເຈົ້າໄດ້ໄປນັ່ງ
ຢູ່ໃນຍານອະວະກາດ Insight ຢູ່ເທິງດາວພອັງຄານ.”

ບັນດານັກວິທະຍາສາດ ທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວ ເຫັນດີນຳກັນວ່າ ສຽງດັ່ງກ່າວ
ນັ້ນ ແມ່ນມີຄຸນລັກສະນະທີ່ມະຫັດສະຈັນ.

ທ່ານ ທອມມັສ ໄພ້ຄ໌ ຈາກມະຫາວິທະຍາໄລ ອິມແພຣີໂອລຂອງລອນດອນ ໄດ້ກ່າວວ່າ
ສຽງຄະນອງນັ້ນ ເປັນ “ແບບທີ່ແຕກຕ່າງກັບສຽງໃດໆ ທີ່ເຄີຍໄດ້ຍິນຢູ່ໃນໂລກ ແລະຂ້າ
ພະເຈົ້າ ຄຶດວ່າ ມັນພຽງເຮັດໃຫ້ພວກເຮົາຄຶດໄປໃນທາງອື່ນໆ ກ່ຽວກັບວ່າ ພວກເຮົາ
ຢູ່ໄກປານໃດໃນເວລາທີ່ໄດ້ຮັບສັນຍານສຽງເຫຼົ່ານີ້.”

ສຽງລົບກວນ ແມ່ນມາຈາກລົມທີ່ພັດກະທົບໃສ່ແຜ່ນເກັບແສງອາທິດ ຂອງຍານອະວະ
ກາດ InSight ແລະສົ່ງຜົນໃຫ້ເກີດການສັ່ນສະເທືອນໄປທົ່ວຍານອະວະກາດ. ສຽງເຫຼົ່າ
ນັ້ນ ໄດ້ຖືກບັນທຶກໄວ້ ໂດຍເຄື່ອງວັດຄວາມກົດດັນຂອງອາກາດ ຢູ່ພາຍໃນຍານອະວະ
ກາດ ອັນເປັນສ່ວນນຶ່ງຂອງສະຖານີອາກາດ ພ້ອມກັນນັ້ນ ຍັງເປັນເຄື່ອງວັດແທກແຜ່ນ
ດິນໄຫວນຳດ້ວຍ ທີ່ຕິດຕັ້ງຢູ່ໃນໂຕຖັງຂອງຍານນີ້.

ຄື້ນຄວາມຖີ່ຕ່ຳທັງຫຼາຍ ເກີດຈາກອາກາດທີ່ບາງຂອງດາວພະອັງຄານ ແລະແມ່ນກະທັງ
ສົ່ງຜົນຕໍ່ເຄື່ອງວັດແທກແຜ່ນດິນໄຫວ ທີ່ໃຊ້ເພື່ອວັດແທກຄື້ນສັ່ນສະເທືອນຢູ່ພື້ນດິນ ໃນ
ລະດັບເລິກລົງໄປທີ່ມະນຸດບໍ່ສາມາດໄດ້ຍິນ. ເຄື່ອງວັດແທກແຜ່ນດິນໄຫວ ຈະຖືກປົດ
ອອກ ເພື່ອນຳໄປວາງໃສ່ພື້ນຜິວຂອງດາວພະອັງຄານ ໃນສອງສາມສັບປະດາໜ້າ
ທີ່ຈະມາເຖິງນີ້ ຈົນກວ່າເວລານັ້ນ ທີມງານ ວາງແຜນ ທີ່ຈະບັນທຶກສຽງລົມຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG