ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີຄົນໃໝ່ ຂອງມາເລເຊຍ ແລະຫົວໜ້າພັກຝ່າຍຄ້ານ ໄດ້ເຊັນຂໍ້ຕົກລົງຮ່ວມມືກັນ


ໃນຮູບພາບທີ່ຖືກເຜີຍແຜ່ໂດຍກົມຂໍ້ມູນຂ່າວສານ, ນາຍົກລັດຖະມົນຕີ ທ່ານອິສເມລ ຊາບຣີ ຢາກົບ (ຜູ້ຢູ່ທາງກາງ), ແລະຫົວໜ້າພັກຝ່າຍຄ້ານ ທ່ານອັນວາ ອິບຣາຮິມ (ຜູ້ຢູ່ທາງຊ້າຍ), ລົງນາມໃນເອກະສານ ລະຫວ່າງພິທີ ທີ່ລັດຖະສະພາ, ໃນນະຄອນຫລວງກົວລາລໍາເປີ, ວັນທີ 13 ກັນຍາ, ປີ 2021.
ໃນຮູບພາບທີ່ຖືກເຜີຍແຜ່ໂດຍກົມຂໍ້ມູນຂ່າວສານ, ນາຍົກລັດຖະມົນຕີ ທ່ານອິສເມລ ຊາບຣີ ຢາກົບ (ຜູ້ຢູ່ທາງກາງ), ແລະຫົວໜ້າພັກຝ່າຍຄ້ານ ທ່ານອັນວາ ອິບຣາຮິມ (ຜູ້ຢູ່ທາງຊ້າຍ), ລົງນາມໃນເອກະສານ ລະຫວ່າງພິທີ ທີ່ລັດຖະສະພາ, ໃນນະຄອນຫລວງກົວລາລໍາເປີ, ວັນທີ 13 ກັນຍາ, ປີ 2021.

ນາຍົກລັດຖະມົນຕີຂອງມາເລເຊຍ ທ່ານອິສເມລ ຊາບຣີ ຢາກົົບ ໄດ້ເຊັນຂໍ້ຕົກລົງການຮ່ວມມື ກັບພັກຝ່າຍຄ້ານຫຼັກ ໃນມື້ວັນຈັນວານນີ້ ໂດຍມີເປົ້າໝາຍເພື່ອຄ້ຳປະກັນສະຖຽນລະພາບ ຂອງລັດຖະບານໃໝ່.

ພາຍໃຕ້ຂໍ້ຕົກລົງ ລະຫວ່າງນາຍົກລັດຖະມົນຕີອິສເມລ ແລະຫົວໜ້າພັກຝ່າຍຄ້ານ ທ່ານອັນວາ ອິບຣາຮິມ, ທ່ານອິສເມລ ໄດ້ຕົກລົງເຫັນດີ ທີ່ຈະປະຕິຮູບຫລາຍໆຢ່າງ ເຊິ່ງລວມເຖິງກົດໝາຍໃໝ່ເພື່ອປ້ອງກັນການໂຕນພັກ, ການຈໍາກັດໄລຍະເວລາ ຂອງການດໍາລົງຕໍາແໜ່ງນາຍົກລັດຖະມົນຕີມາເປັນ 10 ປີ, ແລະການຫລຸດອາຍຸຂອງຜູ້ມີສິດປ່ອນບັດເລືອກຕັ້ງຈາກ 21 ມາເປັນ 18 ປີ.

ຂໍ້ຕົກລົງນີ້ ຍັງໃຫ້ການຄ້ຳປະກັນຕໍ່ຂໍ້ຕົກລົງເຫັນດີຂອງທັງສອງຝ່າຍ ໃນທຸກໆຮ່າງກົດໝາຍທີ່ສະເໜີໃຫ້ທາງສະພາແຫ່ງຊາດ, ຄວາມຄິດເຫັນຈາກພັກຝ່າຍຄ້ານໃນສະພາຟື້ນຟູຊາດ ແລະການຄ້ຳປະກັນວ່າຜູ້ນໍາຂອງພັກຝ່າຍຄ້ານນັ້ນຈະໄດ້ຮັບເງິນເດືອນ ແລະສິດທິພິເສດເຊັ່ນດຽວກັນ ກັບຄະນະລັດຖະມົນຕີ.

ທ່ານອິສເມລ ກ່າວຢູ່ໃນຖະແຫລງການວ່າ ຂໍ້ຕົກລົງດັ່ງກ່າວ ຈະນໍາໄປສູ່ການຮ່ວມມືຂອງທັງສອງພັກການເມືອງ, ຊ່ວຍລັດຖະບານຕໍ່ສູ້ກັບວິກິດການໂຄວິດ-19 ແລະຊ່ວຍກັນຟື້ນຟູເສດຖະກິດຂອງປະເທດ.

“ລັດຖະບານມີຄວາມໝັ້ນໃຈວ່າ ນີ້ຈະບໍ່ເຫັນພຽງແຕ່ການປະຄວາມແຕກຕ່າງທາງການເມືອງໄວ້ຢູ່ທາງຂ້າງ ແຕ່ຍັງຮັບປະກັນວ່າ ການຟື້ນໂຕຄືນມາຂອງປະເທດຈະຖືກລວມຢູ່ນໍາ ແລະເປັນແບບອົງປະກອບລວມ.”

ທ່ານອິສເມລ ກາຍມາເປັນນາຍົກລັດຖະມົນຕີຄົນທີສາມຂອງປະເທດ ໃນຮອບສາມປີເມື່ອທ່ານໄດ້ຖືກແຕ່ງຕັ້ງຈາກອົງຊຸລລະຕານອັບດຸນລະ ຊຸລລະຕານ ອາ-ມາດ ຊາ ເມື່ອເດືອນແລ້ວ ໂດຍເຂົ້າດໍາລົງຕໍາແໜ່ງຕໍ່ຈາກທ່ານມູຢິດດີນ ຢາສຊິນ. ທ່ານມູຢິດດີນ ໄດ້ລາອອກ ຫລັງຈາກຍອມຮັບວ່າ ທ່ານໄດ້ສູນເສຍ ສຽງສ່ວນຂອງສະມາຊິກສະພາ. ທ່ານອິສເມລ ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກ ລັດຖະມົນຕີ ພາຍໃຕ້ການນໍາຂອງທ່ານມູຢິດດີນ.

ອົງຊຸລລະຕານຂອງມາເລເຊຍໄດ້ຍົກຍ້ອງຊື່ນຊົມໃນການດໍາເນີນງານຮ່ວມມືຂອງທັງສອງພັກການເມືອງໃນການກ່າວຄໍາປາໄສທີ່ລັດຖະສະພາໃນວັນຈັນວານນີ້.

“ຄວາມເປັນອະວຸໂສແບບນີ້ ແມ່ນຄວາມຕ້ອງການຂອງປະຊາຊົນ,” ອົງຊຸລລະຕານໄດ້ກ່າວ.

ອົງຊຸລລະຕານ ໄດ້ເລືອກເອົາທ່ານມູຢິດດີນ ເປັນນາຍົກລັດຖະມົນຕີໃນເດືອນມີນາປີ 2020 ຫລັງຈາກການພັງທະລາຍລົງຂອງລັດຖະບານຮ່ວມຂອງອະດີດນາຍົກລັດຖະມົນຕີມະຫາເທຍ ໂມຮໍາມັດ ເມື່ອນຶ່ງເດືອນກ່ອນໜ້ານັ້ນ. ແຕ່ວ່າ ທ່ານມູຢິດດີນ ຖືກຫ້ອມລ້ອມດ້ວຍຄວາມທ້າທາຍ ໃນການເປັນຜູ້ນໍາຂອງທ່ານພາຍໃນກຸ່ມພັນທະມິດທີ່ບອບບາງ ແລະການຖົກຖຽງທີ່ເພີ້ມຄວາມຮຸນແຮງຂຶ້ນໃນການບໍລິຫານທີ່ອ່ອນແອຂອງລັດຖະບານທ່ານ ກ່ຽວກັບການຮັບມືຂອງການລະບາດ COVID-19 ທີ່ຮ້າຍແຮງນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG