ຄວາມພະຍາຍາມ ທີ່ຈະຄວບຄຸມ ໂຣກມາລາເຣຍ ຫລືໄຂ້ຍຸງ ໃນ
ເວລານີ້ ສ່ວນໃຫຍ່ແລ້ວ ແມ່ນກາງຕໍ່ສິ່ງຕ່າງໆ ເຊັ່ນ ມຸ້ງທີ່ຍ້ອມ
ສານເຄມີ ແລະ ສະເປຕໍ່ຕ້ານພວກແມງໄມ້ຕ່າງໆ ທີ່ເປັນພາຫະ
ນະ ໃນການນຳເຊື້ອພະຍາດ. ແຕ່ບັນດານັກວິທະຍາສາດ ໃນ
ປະເທດເຄັນຢາ ກ່າວວ່າ ໃນປີໜ້ານີ້ ຢາວັກຊີນໃໝ່ ຕ້ານມາລາ
ເຣຍ ຈະມີໃຫ້ໃຊ້ແລ້ວ ທີ່ອາດເປັນອົງປະກອບ ອັນສຳຄັນຕື່ມອີກ
ໃນການຄວບຄຸມ ແລະ ບາງທີອາດຈະລົບລ້າງພະຍາດນີ້ໄດ້. ຜູ້
ສື່ຂ່າວວີໂອເອ Mohammed Yusuf ມີລາຍງານ ກ່ຽວກັບເລື້ອງ
ນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂຣກມາລາເຣຍ ໄດ້ເອົາຊີວິດຜູ້ຄົນ ຫຼາຍກວ່າ 500,000 ຄົນ ໃນແຕ່ລະປີ ຢູ່ໃນທົ່ວໂລກ ແລະ ເປັນສາເຫດໃນການເຈັບປ່ວຍຂອງ ອີກຫຼາຍລ້ານຄົນ ໂດຍສ່ວນໃຫຍ່ແລ້ວ ແມ່ນ
ເດັກນ້ອຍ ທີ່ອາໄສຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ຂອງອາຟຣິກາ.
ໜຶ່ງສ່ວນສາມ ຂອງຄົນປ່ວຍທັງໝົດ ຢູ່ໃນເມືອງ Kisumu ຊຶ່ງເປັນເມືອງໃຫຍ່ອັນດັບສາມຂອງເຄັນຢາ ແລະເຂດອ້ອມແອ້ມ ແມ່ນເປັນ ມາລາເຣຍ.
ເຖິງແມ່ນວ່າ ການປາບປາມແລະປິ່ນປົວທີ່ມີຢູ່ໃນປັດຈຸບັນນີ້ ໄດ້ຊ່ອຍໃຫ້ພະຍາດດັ່ງກ່າວ
ຫລຸດນ້ອຍຖອຍລົງ ໃນທົດສະວັດ ທີ່ຜ່ານມາກໍຕາມ ແຕ່ບັນດານັກຄົ້ນຄວ້າ ຢູ່ຫ້ອງທົດລອງແຫ່ງນີ້ ໃນພາກຕາເວັນຕົກຂອງເຄັນຢາ ແມ່ນກຳລັງດຳເນີນງານກ່ຽວກັບຢາວັກຊີນ ໂດຍ
ໄດ້ຮັບການຊ່ອຍເຫຼືອ ຈາກບໍລິສັດຜະລິດຢາ GlaxoSmithKline ຂອງອັງກິດ ແລະ ພາຄີອື່ນໆອີກ ທີ່ອາດຈະກາຍເປັນອົງປະກອບ ອັນສຳຄັນໃນການຄວບຄຸມໂຣກມາລາເຣຍ ກໍ
ເປັນໄດ້.
ນັກວິທະຍາສາດຄົນໜຶ່ງ ກ່າວວ່າ ການສັກຢາວັກຊີນ ໃຫ້ຄົນທັງຫຼາຍ ໂດຍສະເພາະແລ້ວ
ພວກເດັກເຍົາວະຊົນນັ້ນ ແມ່ນຈະເປັນກະແຈ ທີ່ສຳຄັນເພື່ອຈະລົບລ້າງພະຍາດນີ້ໄດ້.
ດຣ. Martina Oneko ໄດ້ຊ່ອຍໃນການຊັກຢາວັກຊີນ ຢູ່ໃນເຂດຫ່າງໄກສອກຫລີກ ທາງພາກ ຕາເວັນຕົກຂອງເຄັນຢາ.
ດຣ. Oneko ອະທິບາຍວ່າ “ພວກເຮົາເຫັນວ່າ ໄດ້ຮັບຄວາມສຳເລັດ ຫຼາຍໃນການ
ສັກຢາວັກຊີນນີ້ ທີ່ເປັນຜົນເຮັດໃຫ້ສຸຂະພາບ ຂອງພວກເດັກນ້ອຍດີຂຶ້ນ. ພວກ
ເດັກນ້ອຍທີ່ໄດ້ສັກຢາວັກຊີນບໍ່ໄດ້ເຈັບປ່ວຍຫຼາຍປານໃດ ຕ່າງກັນກັບພວກເດັກ
ນ້ອຍຜູ້ທີ່ບໍ່ໄດ້ສັກກຢາວັກຊີນ ຢູ່ໃນຊຸມຊົນນັ້ນ. ປະສິດທິພາບຂອງຢາວັກຊີນ ໂດຍລວມແລ້ວ ຢູ່ໃນກຸ່ມ ຜູ້ມີອາຍຸຫຼາຍ ແລ້ວນັ້ນ ສຳຫລັບໃນຈຸດຕ່າງໆທັງໝົດ ແມ່ນ 47 ເປີເຊັນ ແລະ ໃນກຸ່ມທີ່ມີອາຍຸນ້ອຍ ແມ່ນ 27 ເປີເຊັນ.”
ຢາວັກຊີນ RTS ແມ່ນປ້ອງກັນ ບໍ່ໃຫ້ຕິດເຊື້ອກາຝາກມາລາເຣຍ ບໍ່ໃຫ້ເຊື້ອນີ້ເຕີບໃຫຍ່
ແລະ ຂະຫາຍຕົວຢູ່ໃນຕັບ ຊຶ່ງຫລັງຈາກນັ້ນຕາມ ປົກກະຕິແລ້ວ ມັນສາມາດກັບຄືນເຂົ້າໄປໃນເລືອດອີກ ແລະຕິດແປດພວກເມັດເລືອດແດງ ທີ່ນຳໄປສູ່ການເປັນພະຍາດນັ້ນເອງ.
ປະຊາຊົນຈຳນວນນຶ່ງ ໄດ້ພາກັນຕ້ອນຮັບ ການລິເລີ້ມສັກຢາວັກຊີນດັ່ງກ່າວນີ້.
ທ້າວ Jepheth Mume ເວົ້າວ່າ “ພວກແມ່ຍິງທີ່ຕັ້ງຄັນ ແລະ ພ້ອມດ້ວຍພວກເດັກ
ນ້ອຍ ແລະ ພວກທາຫລົກ ທີ່ຍັງບໍ່ທັນເກີດ ພວກເຂົາເຫຼົ່ານີ້ ຕາຍຍ້ອນມາລາເຣຍ
ສະນັ້ນ ຂ້ອຍຄິດວ່າ ການລິເລີ້ມຊັກຢາວັກຊີນນີ້ ຈະຊ່ອຍຮັກສາຊີວິດຂອງພວກ
ເດັກນ້ອຍຫຼາຍໆຄົນໄດ້.”
ສ່ວນນາງ Mercy Adhiambo ເວົ້າວ່າ “ແມ່ນແຕ່ຂ້ອຍເອງ ຂ້ອຍຈະໃຊ້ມັນ ແມ່ນແຕ່ ຄອບຄົວຂອງຂ້ອຍ ກໍຈະໃຊ້ມັນ ແລະພວກເຮົາຍອມ ຮັບກ່ຽວກັບເລື່ອງນີ້.”
ອິງຕາມບັນດານັກຄົ້ນຄວ້າແລ້ວ ຢາວັກຊີນ ອາດບໍ່ເປັນຄຳຕອບອັນສຸດທ້າຍ ສຳຫລັບໂຣກ
ມາລາເຣຍ ແຕ່ພ້ອມກັນກັບມາດຕາການອື່ນໆ ຄື ມຸ້ງກັນຍຸງ ສະເປໃສ່ລະບົບຮ່ອງລະບາຍ ນ້ຳ ແລະການຕັດພຸ່ມໄມ້ ອອກ ອາດເຮັດໃຫ້ມີຄວາມແຕກຕ່າງ ໃນທາງທີ່ດີຂຶ້ນ ສຳຫລັບຫຼາຍລ້ານຄົນ ຢູ່ໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ.