ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ລົງຄະແນນສຽງ ໃນລັດນິວແຮມເຊີ ອາດເຮັດໃຫ້ມີການປະຫຼາດໃຈໃນການເລືອກຕັ້ງຂັ້ນຕົ້ນ ໃນວັນອັງຄານນີ້


ລາຍງານ: ການລົງຄະແນນສຽງຂອງຜູ້ປ່ອນບັດເລືອກຕັ້ງ ໃນລັດນິວແຮມເຊີ.

ລັດນິວແຮມເຊີ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ຈັດການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນໃນວັນອັງຄານມື້ນີ້. ລັດ​ດັ່ງ​ກ່າວ ເຊິ່ງເປັນລັດທີ່ມີຄວາມພາກພູມໃຈ ໃນຄວາມເປັນອິດ​ສະ​ຫຼະ​ຂອງ​ຕົນ ແລະກໍາລັງສ້າງຄວາມໝົດ​ຫວັງ, ໂດຍ​ພາ​ໃຫ້​ມີຄວາມສົນໃຈເພີ້ມເຕີມນໍາຂ່າວໃນວັນອາທິດແລ້ວນີ້ ທີ່ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ດີເຊັນທິສ ສິ້ນສຸດການໂຄສະນາຫາສຽງ, ​ເຊິ່ງ​ຈະເຮັດໃຫ້ ເປັນພຽງການແຂ່ງຂັນສອງຄົນຂອງພັກຣີພັບບລີກັນ. ຄາໂຣລີນ ພຣີສຸດທິ (Carolyn Presutti) ນັກຂ່າວ VOA ​ຢູ່​ທີ່​ນັ້ນ ແລະ​ອະ ທິບາຍ​ວ່າ ລັດຫີນ​ແກ​ຣ​ນິດແຫ່ງນີ້ ຈະ​ຫັນ​ປ່ຽນທິດທາງດ້ານການ​ເມືອງ​ໄປ​ແນວ​ໃດ ​ໃນ​ວັນ​ອັງຄານ​ມື້​ນີ້, ທິບສຸດາ ມີລາຍລະອຽດ.

ມັນບໍ່ແມ່ນສິ່ງທີ່ທ່ານຄາດວ່າ ຈະໄດ້ຍິນ ຫຼາຍຊົ່ວໂມງກ່ອນການເລືອກຕັ້ງປະ ທານາທິບໍດີຂັ້ນຕົ້ນ. ແຕ່ນີ້ ແມ່ນລັດນິວແຮມເຊີ ທີ່ແປກປະຫຼາດ, ບ່ອນທີ່ປະ ທານາທິບໍດີ ໂຈ ໄບເດັນ ບໍ່ໄດ້ຢູ່ໃນການປ່ອນບັດລົງຄະແນນສຽງ ໃນວັນອັງ ຄານມື້ນີ້. ການ​ເຄື່ອນ​ໄຫວໂດຍບັນດາ​ຜູ້​ນໍາປະຊາທິປະໄຕແຫ່ງຊາດ ທີ່​ຄົນ​ຈໍານວນນຶ່ງມອງວ່າ ​ເປັນ​ການ​ດູ​ໝິ່ນ.

ການເຄື່ອນໄຫວຂອງບັນດາຜູ້ນໍາປະຊາທິປະໄຕແຫ່ງຊາດ, ເຊິ່ງບາງຄົນເຊັ່ນ ອະດີດປະທານແຫ່ງຊາດຂອງພັກເດໂມແຄຣັດ ທ່ານນາງແຄັ​ທທີ ຊຸລລິວານ, ພິຈາລະນາວ່າ ເປັນການດູໝິ່ນ, ເຊິ່ງທ່ານນາງກ່າວວ່າ:

"ປະຊາຊົນກ່າວວ່າ ພວກເຮົາກໍາລັງປະຖິ້ມສິ່ງນັ້ນ ແລະພວກເຮົາກໍາລັງສະ ຫນັບສະຫນຸນ ທ່ານໂຈ ໄບເດັນ ເນື່ອງຈາກພວກເຮົາທຸກຄົນຮູ້ວ່າ ທ່ານດໍໂນລ ທຣໍາ ກໍາລັງຈະເປັນຜູ້ທີ່ຖືກສະເໜີຊື່ ແລະສິ່ງທີ່ສໍາຄັນທີ່ສຸດທີ່ພວກເຮົາສາມາດເຮັດໄດ້ ເພື່ອປົກ​ປັກຮັກສາປະຊາທິປະໄຕ ແມ່ນຍຸຕິທ່ານດໍໂນລ ທຣໍາ.”

ທ່ານເຣ ບັກລີ (Ray Buckley), ປະທານພັກເດໂມແຄຣັດໃນລັດນິວແຮມເຊີ, ແຕ່ໃນວັນອັງຄານມື້ນີ້, ທ່ານໄບເດັນຈະບໍ່ໄດ້ຮັບການລົງຄະແນນສຽງຂອງທ່ານ, ເຊິ່ງ ທ່ານບັກລີກ່າວວ່າ:

"ນັບຕັ້ງແຕ່ໄດ້​ຮັບເລືອກເປັນປະທານພັກ, ຂ້າພະເຈົ້າໄດ້ຂຽນ​ຊື່ອະດີດປະທາ ນາທິບໍດີສະຫະລັດ ທ່ານຈິມມີ ຄາເຕີ້ ໃນທຸກໆຄັ້ງ ເພື່ອສະແດງໃຫ້ເຫັນວ່າ ຂ້າພະເຈົ້າມີ​ຄວາມ​ເປັນ​ກາງຢ່າງສົມບູນແບບ."

ທ່ານບັກລີ ໄດ້ເລືອກເອົາ​ຜູ້​ສະ​ໝັກເປັນ​ປະທານ​ພັກ​ເດ​ໂມ​ແຄຣັດຕື່ມ​ອີກ. ແຕ່​ໃນເທື່ອ​ນີ້...

"ພວກເຮົາຕົກໃຈຢ່າງຮຸນແຮງ ແລະງົງຫຼາຍ."

ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດຂອງ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຫຼຸດລັດນິວແຮມເຊີ ອອກຈາກ​ຈຸດ​ເດັ່ນ ​ທາງປະ​ຫວັດ​ສາດ​ຂອງ​ຕົນ ໃນ​ຖາ​ນະ​ທີ່​ເປັນລັດ​ທຳ​ອິດ​ທີ່ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໂດຍປ່ອຍ​ໃຫ້ລັດຄາໂຣໄລນາໃຕ້ ເຊິ່ງ​ເປັນລັດມີ​ຜູ້​ລົງ​ຄະ​ແນນ​ສຽງ​ທີ່​ຫຼາກ​ຫຼາຍນັ້ນ ຈັດ​ແທນ. ແນວ​ໃດ​ກໍ​ຕາມ ພວກ​ເຈົ້າ​ໜ້າ​ທີ່​ລັດ​ທີ່​ມີຄວາມໂກດແຄ້ນ ກໍໄດ້ກໍານົດທີ່​ຈະ​ໄປ​ເລືອກ​ຕັ້ງຂັ້ນຕົ້ນ, ແລະຜູ້ສະໜັບສະໜຸນທ່ານ ໄບເດັນ ກໍໄດ້ພາກັນເລີ້ມຕົ້ນ ການໂຄ​ສະ​ນາ ເພື່ອ​ໃຫ້​ມີ​ການ​ຂຽນ​ບັດ​ ແລ້ວ​ກໍ​ປ່ອນ.

​ສຳ​ລັບພັກຣີພັບບລິກັນ, ກໍ​ມີ​ເຫດ​ການ​ໃນ​ລັກ​ສະ​ນະທີ່ແຕກຕ່າງ. ຢູ່ໃນ​ສະ​ພາບ​ອາ​ກາດທີ່​ມີ​ລົມພັດແຮງລົບ 10 ອົງສາເຊລຊຽສ, ບັນດາຜູ້ຄົນໃນເສື້ອກັນໜາວທີ່ມີໝວກພາກັນສັ່ນໜາວ ແລະຫຍັບໃກ້ເຂົ້າກັນຫຼາຍຂື້ນ ໃນແຖວທີ່ຂະຫຍາຍອ້ອມຮອບຖະ​ໜົນ​ໄປ​ອີກ​ທາງ​ນຶ່ງ. ການໂຮມຊຸມນຸມຂອງທ່ານດໍໂນລ ທຣໍາ ບໍ່ໄດ້ເລີ້ມຕົ້ນຂຶ້ນ ໃນອີກສີ່ຊົ່ວໂມງຕໍ່ມາ.

ທ້າວເດເຣັກ ເລວິນ (Derek Levine), ຜູ້ມີສິດລົງຄະແນນສຽງຂອງລັດນິວແຮມເຊີ ກ່າວວ່າ:

"ພວກເຮົາຮັກຄົນຄື ທ່ານ ທຣໍາ, ທ່ານຕໍ່ສູ້ເພື່ອພວກເຮົາ."

ທ້າວດີ ບອຍສ໌ເວີດທ໌ (Dee Boisvert), ຜູ້ມີສິດລົງຄະແນນສຽງຂອງລັດນິວແຮມເຊີ ກ່າວວ່າ:

“ພວກເຮົາມີສົງຄາມຈັກຄັ້ງ ເມື່ອທ່ານເປັນປະທານາທິບໍດີ? ທຸກຄົນມີຄວາມສຸກ, ທຸກໆຄົນສ້າງລາຍຮັບໄດ້.”

ຄາໂຣລີນ ພຣີສຸດທິ, ນັກຂ່າວ VOA ກ່າວວ່າ:

“ອະດີດປະທານາທິບໍດີ ດໍໂນລ ທຣຳ, ກໍາລັງດຶງເອົາຝູງຊົນເຂົ້າມາໃນການໂຮມຊຸມນຸມຂອງທ່ານ ແລະການລົງຄະແນນສຽງຂອງທ່ານມີຫຼາຍກວ່າ 50 ເປີເຊັນໃນບັນດາຜູ້ລົງຄະແນນສຽງຢູ່ລັດນິວແຮມເຊີ. ອະດີດ​ເອກ​ອັກຄະ​ລັດຖະທູດປະຈໍາອົງການ​ສະຫະ​ປະຊາ​ຊາດ ທ່ານນາງນິກກີ້ ເຮລີ ​ໄດ້​ຄະ​ແນນ 35 ເປີເຊັນ​ໃນ​ການ​ສໍາຫຼວດຄວາມຄິດເຫັນ ຂອງໜັງ​ສື​ພິມ Boston Globe.”

ນາງເດນິສ ມັອນທ໌ມີນີ (Denise Montminy), ຜູ້ມີສິດລົງຄະແນນສຽງຂອງລັດນິວແຮມເຊີກ່າວວ່າ:

"ທ່ານນາງຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ໃຫ້ຂ້ອຍ​ປ່ຽນ​ໃຈ, ສະນັ້ນ ຂ້ອຍຈຶ່ງເປີດໃຈກັບສິ່ງໃດກໍຕາມ ທີ່ທ່ານນາງກ່າວອອກມາ."

ຜູ້ມີສິດລົງຄະແນນສຽງອິດສະຫຼະ ທີ່ໄດ້ໄປລົງທະບຽນ ທ້າວໄອແຊັກ ເກຍ (Isaac Geer) ມາທີ່ນີ້ເພື່ອຕັດສິນໃຈວ່າ ທ່ານນາງເຮລີ ຈະໄດ້ຮັບການລົງຄະແນນສຽງຂອງລາວ ​ຫຼາຍກວ່າທ່ານທຣໍາ.

ຄືກັນກັບນາງເດນິສ ມັອນທ໌ມີນີ, ຫຼາຍໆຄົນລຽນແຖວເພື່ອເບິ່ງທ່ານນາງເຮລີ ແມ່ນເປັນ​ພວກ​ທີ່​ບໍ່​ສັງ​ກັດ​ພັກ ຫຼື ພັກ​ເດ​ໂມ​ແຄ​ຣັດ ຈາກຜູ້ທີ່ສາມາດປ່ອນບັດລົງຄະແນນ ສຽງເອົາພັກຣີພັບບລີກັນ ຢູ່ທີ່ນີ້ໄດ້.

ທ້າວໄອແຊັກ ເກຍ ກ່າວວ່າ:

"ຂ້ອຍຢາກໄດ້ຍິນສໍານວນກ່ຽວ​ກັບສົງຄາມຫນ້ອຍລົງຈາກທ່ານນາງ ໃນລັກສະ ນະທີ່ເປັນຈຸດຢືນຂອງນາງຕໍ່ຢູເຄຣນ ແລະຂໍ້ຂັດແຍ້ງລະຫວ່າງອິສຣາແອລແລະ ປາແລັສໄຕນ໌."
ບັນດານັກວິເຄາະກ່າວວ່າ ພັກຣີພັບບລີກັນໃນລັດນິວແຮມເຊີ, ຜູ້ທີ່ເປັນນັກອະນຸ ລັກນິຍົມທາງດ້ານການເງິນທີ່ມີຄວາມສົນໃຈໃນການ​ຫຼຸດພາສີແລະມີ​ລັດຖະບານ ທີ່ນ້ອຍລົງ, ອາດຈະເປັນໂອກາດສຸດທ້າຍຂອງທ່ານນາງເຮລີ ທີ່ຈະຍຸຕິ ທ່ານ ທຣໍາ.

ທ່ານຄຣິສ ກາລດີຣີ (Chris Galdieri), ສາດສະດາຈານທາງດ້ານລັດຖະສາດການເມືອງ ຢູ່ທີ່ມະຫາວິທະຍາໄລ ເຊັນທ໌. ເອັນຊໍາມ໌ (St. Anselm) ກ່າວວ່າ:

"ຖ້າທ່ານນາງບໍ່ສາມາດຢືນຢູ່ໃນສະພາບທີ່ເຫມາະສົມກັບສິ່ງນັ້ນ, ຂ້າພະເຈົ້າຄິດວ່າ ມັນຍຸຕິທໍາທີ່ຈະຖາມ ໃນລັກສະນະທີ່ວ່າ ຂັ້ນຕອນຕໍ່ໄປແມ່ນຫຍັງ? ແມ່ນຫຍັງຄືສະຖານະທີ່ທ່ານນາງຈະມີໂອກາດຊະນະ ທ່ານ ທຣໍາ ໄດ້ອີກ, ແລະຈໍານວນໂຕເລກລັດ​ຕ່າງໆທີ່ຂ້າພະເຈົ້າສາມາດຍົກຂຶ້ນມານີ້ ແມ່ສັ້ນຫຼາຍໆ.”

ໃນຕອນແລງຂອງວັນອັງຄານມື້ນີ້, ພວກເຮົາສາມາດຮູ້ໄດ້ວ່າຜູ້ມີສິດລົງຄະແນນ ສຽງໃນລັດນິວແຮມເຊີ ສາມາດສະເຫນີຄວາມແປກປະຫຼາດໃຈ ໄດ້ຫຼືບໍ?

The small Northeastern U.S. state of New Hampshire holds its presidential primary Tuesday. The state, which prides itself on independence and creating havoc, takes on added interest with Sunday’s news that Florida Governor Ron DeSantis ended his campaign, making it a two-person Republican contest. VOA’s Carolyn Presutti is there and explains how the Granite State could turn politics upside-down on Tuesday.

Not what you expect to hear hours before a presidential primary. But this is the quirky state of New Hampshire, where President Joe Biden is not on Tuesday’s ballot. A move by national Democratic leaders, which some consider a snub.

A move by national democratic leaders, which some like

former state Democratic Party chair Kathy Sullivan, consider a snub.

“The people said we’re going to put that aside and we’re going to support Joe Biden because we all know Donald Trump is going to be the nominee and the most important thing we can do to save democracy is to stop Donald Trump.”

Ray Buckley chairs the New Hampshire Democratic Party, but on Tuesday, Biden will not get his vote.

Ray Buckley, State Democratic Party Chair.

“Since my election as chair, I’ve written in [former U.S. President] Jimmy Carter every single time to show that I am completely unbiased.”

Buckley has voted for Democratic incumbent presidents in the past. But this time …

Buckley.

“We were in shock and stunned.”

The Democratic National Committee demoted New Hampshire from its historic spot as the first state primary in favor of South Carolina, with its more diverse voters. Angry, state party officials scheduled the primary anyway, and Biden supporters began a write-in campaign.

On the Republican side, a different kind of drama. In a windy, minus-10 degrees Celsius, this is the line, four hours before a Donald Trump event.

On the Republican side, a different kind of drama. In a frigid minus 10 degrees Celsius, people in down parkas shiver and move closer to each other in a line that extends around the block. The Donald Trump rally doesn’t begin for another four hours.

Derek Levine, New Hampshire Voter.

“We love the Trumpster, he fights for us.”

Dee Boisvert, New Hampshire Voter.

“How many wars did we have when he was president? Everybody was happy, everybody was making money.”

Carolyn Presutti, VOA News.

Former President Donald Trump is pulling in the crowds at his rallies and polling at just over 50% among New Hampshire voters. Former U.N. Ambassador Nikki Haley is at 35% in the Boston Globe poll.

Denise Montminy, New Hampshire Voter.

“She needs to sway me, so I’m open-minded to whatever she has to say.”

Registered independent voter Isaac Geer is here to decide if Haley gets his vote over Trump.

Like Denise Montminy, many in line to see Haley are independents or Democrats who can vote on a Republican ballot here.

Isaac Geer, New Hampshire Independent.

“I’d like to hear a little less war-hawkish rhetoric from her in terms of her stance on Ukraine and the Israel-Palestine conflict.”
Analysts say New Hampshire Republicans, who are fiscal conservatives interested in lower taxes and smaller government, could be Haley’s last chance to stop Trump.

Chris Galdieri is a political science professor at St. Anselm College.

“If she can’t in a state that is tailor-made for that, I think it’s fair to ask, well, what is the next step? What is the state where she will have another chance to beat Trump, and the number of states I can come up with is a very, very, very short one.”

On Tuesday night, we find out whether New Hampshire voters offer any surprises.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG