ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢາ​ຊະ​ນິດ​ໃໝ່​ ຖືກ​ພັດ​ທະ​ນາ ​ຂຶ້ນ​ມາ ເພື່ອ​ຕໍ່​ສູ້​ກັບ​ໂຣກ ອີ​ໂບ​ລາ


New Drugs Join Fight Against Ebola
please wait

No media source currently available

0:00 0:01:31 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໄດ້ມີລາຍງານອີກຕື່ມ 4 ກໍ​ລະ​ນີ​ ກ່ຽວ​ກັບ ໂຣກອີ​ໂບ​ລາ ຢູ່ໃນ​ປະ​ເທດ ສາ​ທາ​ລະ​ນະ​ລັດ
ປະຊາທິປະໄຕ ຄອງໂກ ເມື່ອບໍ່ເທົ່າໃດວັນທີ່ຜ່ານມາ. ແລະ ອົງການອະນາໄມໂລກ
ໄດ້ກ່າວວ່າ ຕອນນີ້ ບັນດາເຈົ້າໜ້າທີ່ ແມ່ນມີຄວາມເປັນຫ່ວງວ່າ ໄວຣັສດັ່ງກ່າວ ຈະ
ລາມອອກໄປນອກປະເທດ ຄອງໂກ. ຕົວເລກທັງໝົດຂອງກໍລະນີຕ່າງໆຕອນນີ້ແມ່ນ
165 ກໍລະນີ, ພ້ອມກັບຜູ້ເສຍຊີວິດ 106 ຄົນ. ແຕ່ຢາປິ່ນປົວບາງຊະນິດ ແມ່ນໄດ້ຖືກ
ສົ່ງໄປປະເທດດັ່ງກ່າວ ເພື່ອຕໍ່ສູ້ກັບໄວຣັສຮ້າຍແຮງເຖິງຕາຍທີ່ວ່ານັ້ນ. ນັກຂ່າວວີໂອ
ເອ ເຄວິນ ອີນັອກສ໌ (Kevin Enochs) ມີລາຍງານເລື້ອງນີ້.

ລັດ​ຖະ​ບານສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ ໄດ້​ອະ​ນຸ​ມັດ​ການ​ນຳ​ໃຊ້​ຢາ​ຊະ​
ນິດໃໝ່ ເພື່ອຕໍ່ສູ້ກັບໂຣກອີໂບລາໃນເດືອນມິຖຸນາທີ່ຜ່ານມາ. ບັນດາເຈົ້າໜ້າທີ່ຊ່ວຍ
ເຫຼືອທີ່ກຳລັງຕໍ່ສູ້ກັບໄວຣັສດັ່ງກ່າວເວົ້າວ່າ ເຂົາເຈົ້າຂອບໃຈຫຼາຍ​ໆ​ສຳ​ລັບ​ການ​ຊ່ວຍ​
ເຫຼືອ ແຕ່ກໍຮູ້ເປັນຢ່າງດີວ່າ ເຂົາເຈົ້າກຳລັງໃຊ້ຢາທີ່ຍັງບໍ່ໄດ້ຖືກຮັບຮອງໃຫ້ໃຊ້ຢ່າງ
ກວ້າງຂວາງນຳຢູ່.

ທ່ານ ວິ​ລ​ລຽມ ຟິ​ສ​ເຊີ, ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ “ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ
ຈະເວົ້າວ່າ ມັນເປັນຄວາມຮູ້ສຶກແບບປະສົມ ເມື່ອເຈົ້າໄປໜ່ວຍປິ່ນປົວໂຣກອີໂບລາ
ແລ້ວ ສົ່ງວິທີນຶ່ງໃນການຮັກສາໂຣກນີ້ມາໃຫ້. ໃນອີກດ້ານນຶ່ງ, ເຈົ້າກໍຈະຮູ້ສຶກຕື່ນເຕັ້ນ
ຢ່າງແຮງ ຍ້ອນວ່າຫຼາຍຄົນ ແມ່ນບໍ່ໄດ້ມອບຢານີ້ໃຫ້ມາກ່ອນ ແລະ ຫຼາຍຄົນກໍບໍ່ເຄີຍ
ໄດ້ຮັບມັນໄປໃຊ້. ແຕ່ໃນອີກດ້ານນຶ່ງ ມັນກໍເປັນຄວາມຮູ້ສຶກທີ່ຕື່ນເຕັ້ນ, ແລະ ຄວາມຮູ້
ສຶກທີ່ເປັນຄວາມຫວັງ, ເພາະວ່າ ມັນເປັນຄັ້ງທຳອິດທີ່ພວກເຮົາມີສິ່ງທີ່ພວກເຮົາສາ
ມາດໃຊ້ ເພື່ອຕໍ່ສູ້ກັບໄວຣັສໂດຍກົງ.

ຄວາມ​ຫວັງ​ດັ່ງກ່າວ ແມ່ນ​ສິ່ງ​ທີ່​ຍາກ ​ທີ່​ຈະ​ເກີດ​ຂຶ້ນ​ ເມື່ອ​ເວົ້າ​ເຖິງ​ໂຣກ​ອີ​ໂບ​ລາ. ໃນ​ເວ​
ລາທີ່ມັນໄດ້ເກີດຂຶ້ນ, 80 ເປີເຊັນຂອງຄົນຜູ້ທີ່ຕິດເຊື້ອໄວຣັສນັ້ນ ແມ່ນໄດ້ເສຍຊີວິດ.
ຢາທີ່ແຮງ ແລະ ຢາຄືທີ່ໄດ້ຖືກສົ່ງໃຫ້ໃນປະເທດ ຄອງໂກ ແມ່ນໄດ້ຊ່ວຍໃນການຕັດ
ອັດຕາການເສຍຊີວິດລົງ ປະມານ 50 ເປີເຊັນ.

ທ່ານ ວິ​ລ​ລຽມ ຟິ​ສ​ເຊີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສິ່ງນີ້​ຈະ​ເປັນ​ຕົວ​ແທນ​ໃຫ້​ໃນການ​
ປ່ຽນແປງແມ່ແບບ ໃນວິທີການປິ່ນປົວ ຂອງພວກເຮົາສຳລັບໂຣກໄວຣັສ ອີໂບລາ.
ມັນຈະເປັນຕົວແທນໃຫ້ບາດກ້າວຕໍ່ໄປແທ້ໆ ຫຼັງຈາກການເບິ່ງແຍງຢ່າງແຂງຂັນ ແລະ
ເປັນກຳລັງໃຈໃຫ້. ຕອນນີ້ພວກເຮົາມີໂອກາດ ທີ່ຈະມອບຢາຮັກສາໂຣກພວກນີ້ ເຊິ່ງ
ມັນອາດມີຄວາມເປັນໄປໄດ້ ໃນການສ້າງປະຕິກິລິຍາຕໍ່ໄວຣັສດັ່ງກ່າວ. ສະນັ້ນສຳລັບ
ຂ້າພະເຈົ້າແລ້ວ ສິ່ງນີ້ ຈະເປັນຕົວແທນໃຫ້ບາດກ້າວທີ່ສຳຄັນ ໃນແງ່ຂອງສິ່ງທີ່ພວກ
ເຮົາມີ ສຳລັບຄົນໄຂ້ ທີ່ຕິດໂຣກນີ້.”

ໃນ​ວັນ​ທີ 1 ຕຸ​ລາ​ທີ່​ຜ່ານ​ມາ, ປະ​ມານ 47 ຄົນ​ໄດ້​ຮັບ​ຢາ​ປິ່ນ​ປົວ​ໃໝ່ ແລະ ອົງ​ການ​ອະ​
ນາໄມໂລກກ່າວວ່າ ເຂົາເຈົ້າກຳລັງຈະເອົາຢາໃໝ່ຕ່າງໆໄປໃຫ້ຄົນໄຂ້ພາຍໃນອີກບໍ່
ທໍ່ໃດຊົ່ວໂມງ ຫຼັງຈາກຖືກກວດພົບເຫັນໄວຣັສ ອີໂບລາ ຮ້າຍແຮງນີ້ແລ້ວ.

Four more cases of Ebola have been reported in the Democratic Republic of Congo over the past two days. And the World Health Organization says officials are now concerned the virus will spread beyond the DRC. The total number of cases is now 165, with 106 deaths. But some new drugs are being deployed to fight the deadly virus. VOA's Kevin Enochs reports.

The DRC government approved the use of new drugs to fight Ebola in June.Aid workers fighting the virus say they're thankful for the help, but also very aware they're using drugs that have not been approved for widespread use.

"So, I would say there's a mix of emotions when you go into the Ebola treatment unit and deliver one of these therapeutics. On the one hand, you're incredibly nervous because not many people have given these drugs before, and not many people have received them. But on the other hand there's a sense of excitement, and a sense of hope, because for the first time we have something we can use to directly fight against the virus."

Hope is something that is hard to come by when it comes to Ebola.When it first came on the scene, over 80 percent of those who contracted the virus died. Agressive therapies and drugs like the ones being admistered in the DRC have helped cut that mortality rate to about 50 percent.

"I think this really represents a paradigm shift in our treatment approach to Ebola virus disease. It really represents that next step after more aggressive, supportive care. Now we have the opportunity to give these therapeutics that potentially could act against the virus. So for me this really represents a monumental step forward in terms of what we have available to patients with this disease."

As of October first, about 47 people have received the new treatments and the World Health Organization says they are getting the new drugs to patients within hours of their diagnosis with the deadly Ebola virus.

XS
SM
MD
LG