ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຸ່ນຍົນແບບໃໝ່ ທີ່ຕິດເຂັມດູດ ອາດຊ່ອຍກຳຈັດ ກ້ອນເລືອດ ໃນສະໝອງໄດ້ (ວີດີໂອ ພາສາລາວ/ອັງກິດ)


New Device May Help Remove Blood Clots from Brain
please wait

No media source currently available

0:00 0:02:08 0:00

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ບັນດາ​ນັກ​ຄົ້ນຄວ້າໃນສະຫະລັດ ກຳລັງ​ພັດທະນາ​ຫຸ່ນ​ຍົນ​
ແບບ​ໃໝ່ ທີ່ອອກ​ແບບ​ມາ ເພື່ອ​ນຳ​ໃຊ້​ໃນ​ການກຳຈັດ​ເລືອດ
ທີ່​ກ້າມ​ເປັນ​ກ້ອນ​ຢູ່​ໃນ​ສະ​ໝອງ. ​ຫຸ່ນ​ຍົນ​ທີ່​ມີ​ເຂັມ​ຕິດ​ຢູ່​ປາຍ​
ທີ່​ວ່າ​ນີ້​ ຍັງ​ບໍ່​ທັນ​ໄດ້​ຖື​ກນຳ​ໃຊ້​ໃນ​ຫ້ອງ​ຜ່າຕັດ​ເທື່ອ ​ແຕ່ໃນ​ການຜ່າຕັດສະໝອງຈຳລອງນັ້ນ ມັນສາມາດ ​ດູດ​ເອົາເລືອດ​
ທີ່​ກ້າມ​ຢູ່​ໃນສະ​ໝອງ ອອກ​ໄດ້ຮອດ 90 ​ເປີ​ເຊັນ. ດັ່ງ​ທີ່ ຜູ້​ສື່​
ຂ່າວວີ​ໂອ​ເອລາຍ​ງານ​ມາ​ນັ້ນ ​ອຸປະກອນທີ່​ວ່າ​ນີ້ ​ມີ​ຄວາມ
ສາມາດບົ່ມ​ຊ້ອນ ທີ່​ຈະ​ຊ່ອຍ​ຊີວິດ​ຜູ້​ຄົນ​ໄດ້​ຫຼາຍ​ຄົນ ຊຶ່ງ​ສິງ​ມີ
ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ບັນດາ​ນັກ​ຄົ້ນຄວ້າ​ທີ່​ມະຫາວິທະຍາ​ໄລ Vanderbilt ​ໃຊ້​ວຸ້ນ​ສີ​ແດງ​ແລະ​ສີ​ເຫລືອງ
ເຮັດ​ສະໝອງ​ຈຳລອງ ​ເພື່ອ​ທົດ​ລອງ​ໃຊ້​ຫຸ່ນ​ຍົນ​ດັ່ງ​ກ່າວ ຊຶ່ງພາກສ່ວນ​ສີ​ແດງ ​ແມ່ນ
​ໝາຍ​ເຖິງ​ບ່ອນທີ່​ເລືອດກ້າມເປັນ​ກ້ອນ. ​ຫຸ່ນ​ຍົນດັ່ງກ່າວ ມີ​ເຂັມ​ສຽບ​ຢູ່​ປາຍ​ຂອງ​ມັນ
ທີ່​ສາມາດຖອດ​ອອກ​ໄດ້​ແລະ​ແຫຍ່​ໄປ​ຍັງ​ຈຸດ​ໃດ​ກໍ​ໄດ້ ​ແລະ​ອອກ​ແບບ​ມາ​ເພື່ອໃຫ້​
ເຂົ້າ​ໄປ​ຮອດຈຸດ​ທີ່​ເລືອດ​ກ້າມເປັນ​ກ້ອນຢູ່​ໃນ​ສະໝອງ ຊຶ່ງ​ມື້​ໃດ​ມື້​ນຶ່ງ ພວກ​ນາຍ​
ແພດ​ຜ່າຕັດ​ອາດ​ຈະ​ນຳ​ໃຊ້ ​ເພື່ອ​ດູດ​ເອົາ​ເລືອດທີ່​ກ້າມ​ນັ້ນ​ອອກ​ມາ ໂດຍ​ບໍ່​ເຮັດ​ໃຫ້
ເນື້ອ​ເຍື່ອຂອງ​ສະໝອງ ທີ່ຢູ່ບໍລິ​ເວນ​ອ້ອມ​ຂ້າງ​ນັ້ນ​ເສຍ​ຫາຍ.

ທ່ານ Robert Webster ອາຈານ​ສອນ​ວິຊາ​ວິ​ສະວະ​ກຳ ທີ່ມະຫາວິທະຍາ​ໄລ
Vanderbilt ມີຄວາມ​ສົນ​ໃຈ​ເປັນ​ການສ່ວນ​ຕ​ົວ​ໃນ​ຄວາມ​ສຳ​ເລັດ​ຂອງ​ການ​ນຳ​

ທ່ານ Webster ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ໃນ​ເລື້ອງນີ້ ຢ່າງ​ແຮງ​
ກ້າ​ເປັນ​ການ​ສ່ວນ​ຕົວ ເພາະວ່າ ພໍ່ຂອງຂ້າພະເຈົ້າ​ໄດ້​ມີ​ອາການເລືອດ​
ກ້າມແບບນີ້​ໃນ​ສະໝອງ ເມື່ອສອງປີກ່ອນ ແລະເວລານັ້ນ ບໍ່ມີວິທີການ
ປິ່ນປົວທີ່ດີໆສຳລັບເພິ່ນ​ເລີຍ.


ພໍ່ຂອງທ່ານ Webster ລອດຊີວິດມາ​ໄດ້ ​ເພາະວ່າ​ໄດ້​ຮັບ​ການຜ່າຕັດ​ສະໝອງ
ທັນ​ເວລາ ແຕ່ 40ເປີເຊັນຂອງພວກຄົນ ທີ່ມີອາການແບບນີ້ ບໍ່​ໂຊກ​ດີ​ຄື​ເພິ່ນ ຍ້ອນ
ວ່າ ເວລານັ້ນ ບໍ່​ມີຫຍັງ​ຫລາຍ​ທີ່ນາຍແພດຈະສາມາດເຮັດໄດ້ ເພື່ອ​ປົວພວກຄົນ
ເຈັບ ອີງຕາມດອກ​ເຕີ້ Kyle Weaver ໝໍຜ່າຕັດເສັ້ນປະສາດ ທີ່ເຮັດວຽກຮ່ວມ
ກັບທ່ານ Webster ໃນໂຄງການດັ່ງກ່າວ.

ດຣ. Weaver ກ່າວວ່າ “ມີ​ຢູ່ເລື້ອຍໆ ທີ່​ວ່າ ອີງຕາມ​ຮູບ​ລັກສະນະ​ຂອງ​ສະ
ໝອງ ແລະ​ເສັ້ນສາຍ​ຂອງ​ຫລອດເລືອດນັ້ນ ບໍລິ​ເວນ​ທີ່​ເລືອດ​ກ້າມມັກ
ຈະຢູ່ໃນສ່ວນທີ່ເລິກໆຂອງສະໝອງ ແລະຄວາມນຶກຄິດກໍແມ່ນວ່າ ການ
ຜ່າຕັດ ​ໃນ​ພາກ​ຕົວຈິງແລ້ວ ​ແມ່ນຈະສ້າງຄວາມເສຍຫາຍຮ້າຍ​ແຮງ
ກວ່າເລືອດທີ່​ກ້າມນັ້ນ​ຊ້ຳ.”


​ໃນ​ຈຸດ​ນີ້​ແຫລະ​ທີ່ຫຸ່ນຍົນ​ໃໝ່ນີ້ ອາດ​ສາມາດ​ຊ່ວຍ​ໄດ້. ຫຸ່ນ​ຍົນ​ຕົວ​ນີ້ ຕິດຫລອດ​ເຫຼັກບາງໆຈຳນວນນຶ່ງ ທີ່ນາຍ​ແພດ​ສາມາດ​ໃຊ້​ຄອມ​ພິວ​ເຕີ ຄວບ​ຄຸມ​ໃຫ້​ເໜັງ​ໄປ​
ທາງ​ໃດ​ກໍ​ໄດ້. ສາດສະດານຈານ Websteກ່າວວ່າພວກໝໍຜ່າຕັດຈະສາມາດ
ກວດເບິ່ງສະໝອງຂອງຄົນເຈັບໄດ້ ແລະຫຼັງຈາກນັ້ນ ເຄື່ອງຄອມພີວເຕີກໍຈະສຳ
ຫລວດເບິ່ງເສັ້ນທາງທີ່ດີທີ່ສຸດ ສຳ​ຫລັບເຂົ້າ​ໄປ​ໃຫ້​ເຖິງ​ຈຸດ​ທີ່ເລືອດກ້າມນັ້ນ ​ໂດຍ​
ບໍ່​ສ້າງອັນຕະລາຍ ​ເພື່ອ​ໃຫ້​ພວກໝໍຜ່າຕັດ​ໃຊ້ທໍ່​ເຫຼັກທີ່ງໍໄດ້​ນັ້ນ ເຂົ້າ​ໄປ​ດູດ​ເອົາ​
ກ້ອນ​ເລືອ​ດອອກ​ມາ ​ໂດຍ​ແຫຍ່​ຫລອດ​ເຫຼັກ​ເຫລົ່າ​ນັ້ນ ອ້ອມ​ໄປ​ທາງ​ຂ້າງ​ບໍລິ​ເວນ
​ເນື້ອ​ເຍື່ອທີ່ລະອຽດອ່ອນ​ເປັນ​ອັນຕະລາຍ​ໄດ້​ງ່າຍຂອງ​ສະໝອງ ບໍ່​ແມ່ນ​ແຫຍ່​ຜ່ານ
​ມັນ​ເຂົ້າ​ໄປ.

ທ່ານ Webster ກ່າວ​ຕໍ່​ໄປວ່າ “ຫລັງ​ຈາກ​ນັ້ນ ນາຍໝໍ​ກໍຈະກົດ​ປຸ່ມ​ຫຸ່ນ​ຍົນ
​ເພື່ອບອກ
ໃຫ້​ມັນ​ດູດ​ເອົາ​ເລືອດ​ອອກ​ມາ ຊຶ່ງ​ມັນ​ກໍ​ຈະ​ເຮັດ ​ແລະ​ຈະດູດ​
ເອົາ​ທຸກ​ຢ່າງ​ອອກ​ມາ ທີ່ຢູ່​ພາຍ​ໃນ​ເຂດ​ບໍລິ​ເວນທີ່ນາຍໝໍ​ໄດ້​ໃຊ້​ຄອມ​
ພິວ​ເຕີ​ແຕ້ມໄວ້ ​ແຕ່​ຈະບໍ່​ດູດ​ເອົາ​ສິ່ງ​ອື່ນ​ໃດ ​ທີ່ຢູ່​ນອກ​ບໍລິ​ເວນ​ນັ້ນ.”


ພວກ​ນັກ​ຄົ້ນຄວ້າ​ກຳລັງ​ພະຍາຍາມ​ອອກ​ແບບ​ເຄື່ອງມື​ຕ່າງໆ​ທີ່​ສາມາດເອົາ​ໄປ​
ຕິດ​ກັບ​ຫລອດ​ເຫຼັກ​ຂອງ​ຫຸ່ນ​ຍົນ​ດັ່ງກ່າວ ​ເຊັ່ນ​ເຄື່ອງມື​ນ້ອຍໆ ທີ່​ສາມາດ​ທັບ​ກ້ອນ
​ເລືອດໃຫ້​ແຕກ​ໄດ້ ກ່ອນ​ຈະດູດ​ເລືອດ​ອອກ​ນັ້ນ. ຫຸ່ນຍົນ​ຕິດເຂັມ​ດັ່ງກ່າວ​ນີ້ ຈະ​
ຕ້ອງ​ໄດ້​ຜ່ານການ​ທົດ​ລອງຕື່ມ​ອີກ​ຫຼາຍ​ຄັ້ງ ​ແລະ​ຜ່ານຂັ້ນ​ຕອນການ​ອະນຸມັດ​ເສຍ​
ກ່ອນ ກ່ອນ​ຈະ​ສາມາດ​ເອົາໄປ​ໃຊ້​ໃນ​ຫ້ອງ​ຜ່າຕັດ​ໄດ້ ແລະບັນດາ​ນັກ​ຄົ້ນຄວ້າ
ຫວັງ​ວ່າ ​ເວລາ​ໃດ​ເຄື່ອງມື​ນີ້​ຫາກ​ພ້ອມສຳລັບ​ໃຊ້​ໄດ້​ແລ້ວ ພວກ​ນາຍ​ແພດ​ຜ່າ
ຕັດກໍຈະ​ສາມາດ​ຊ່ອຍ​ຊີວິດ​ຜູ້​ຄົນ​ໄດ້​ຫຼາຍ.
XS
SM
MD
LG