ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄວິດ ສາຍພັນໃໝ່ ພາ​ໃຫ້​ຫຼາຍໆ​ປະ​ເທດ ປິດຊາຍແດນ


ຄົນຜູ້ນຶ່ງຍ່າງຢູ່ຕາມບ່ອນຊົມເຮືອບິນ ຢູ່ສະໜາມບິນສາກົນ ຮາເນດະ ຂອງນະຄອນຫຼວງ ໂຕກຽວ, 29 ພະຈິກ, 2021.
ຄົນຜູ້ນຶ່ງຍ່າງຢູ່ຕາມບ່ອນຊົມເຮືອບິນ ຢູ່ສະໜາມບິນສາກົນ ຮາເນດະ ຂອງນະຄອນຫຼວງ ໂຕກຽວ, 29 ພະຈິກ, 2021.

ບັນດາເຈົ້າໜ້າທີ່ສາ​ທາ​ລະ​ນະ​ສຸກ ເນເທີແລນ ໄດ້ກ່າວໃນວັນອາທິດວານນີ້ວ່າ 13 ຄົນຜູ້ທີ່ໄດ້ເດີນ ທາງຮອດປະເທດດັ່ງກ່າວເມື່ອບໍ່ດົນມານີ້ ໃນຖ້ຽວບິນຈາກປະເທດ ອາຟຣິກາໃຕ້ ໄດ້ຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ.

ພວກຜູ້ໂດຍສານທີ່ວ່ານັ້ນແມ່ນສ່ວນນຶ່ງຂອງກຸ່ມທີ່ມີ 61 ຄົນ ຜູ້ຖືກກວດເປັນຜົນບວກລຸນຫຼັງເຂົາ ເຈົ້າໄດ້ເດີນທາງຮອດນະຄອນຫຼວງ ອາມສເຕີດຳ ໃນວັນສຸກແລ້ວນີ້. ການປະກາດດັ່ງກ່າວໄດ້ມີຂຶ້ນບໍ່ດົນຫຼັງຈາກ ອອສເຕຣເລຍ ໄດ້ກ່າວວ່າ ສອງກໍລະນີຂອງໄວຣັສດັ່ງກ່າວໄດ້ຖືກຄົ້ນພົບໃນຜູ້ໂດຍ ສານທີ່ໄດ້ເດີນທາງຮອດນະຄອນ ຊິດນີ ເມື່ອບໍ່ດົນມານີ້.

ສາຍພັນ ໂອໄມຄຣອນ ສອງກໍລະນີກໍຖືກກວດພົບໃນປະເທດ ການາດາ ໃນວັນອາທິດວານນີ້ເຊັ່ນກັນ. ລັດຖະມົນຕີສາທາລະນະສຸກ ອອນທາຣີໂອ ທ່ານນາງ ຄຣິນສທີນ ແອລລຽດ (Christine Elliot) ໄດ້ກ່າວວ່າ ປະຊາຊົນໃນນະຄອນຫຼວງ ອັອດຕາວາ ໄດ້ເດີນທາງໄປປະເທດ ໄນຈີເຣຍ, ເຊິ່ງບໍ່ແມ່ນໃນພາກໃຕ້ຂອງ ອາຟຣິກາ ບ່ອນທີ່ບັນດາເຈົ້າໜ້າທີ່ກ່າວວ່າ ໄວຣັສກາຍພັນນັ້ນໄດ້ເກີດຂຶ້ນ.

ອິສຣາແອລ ແລະ ໂມຣັອກໂກ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າ ຕໍ່ນັກທ່ອງທ່ຽວຕ່າງປະເທດທຸກຄົນໃນວັນອາທິດວານນີ້ ແລະ ຍີ່ປຸ່ນ ໄດ້ປະກາດການຫ້າມທີ່ຈະມີຜົນບັງຄັບໃຊ້ໃນວັນອັງຄານມື້ອື່ນນີ້, ລຸນຫຼັງຂ່າວ ກ່ຽວກັບ COVID-19 ທີ່ກາຍພັນໄດ້ຖືກກວດພົບໃນ ອາຟຣິກາໃຕ້. ປະເທດອື່ນໆໄດ້ຈຳກັດການຫ້າມເດີນທາງຂອງເຂົາເຈົ້າຕໍ່ນັກເດີນທາງຈາກພາກພື້ນຕອນໃຕ້ຂອງ ອາຟຣິກາ.

ອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ລະມັດລະວັງ ໃນຂະນະທີ່ປະເທດຕ່າງໆ ໄດ້ເຄື່ອນໄຫວເພື່ອປິດເຂດຊາຍແດນຂອງເຂົາເຈົ້າຢ່າງວ່ອງໄວ.

ອົງການອະນາໄມໂລກໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາທິດວານນີ້ວ່າ “ມັນຍັງບໍ່ຈະແຈ້ງເທື່ອວ່າສາຍພັນ ໂອໄມຄຣອນ ແມ່ນສາມາດຕິດຕໍ່ໄດ້ງ່າຍກວ່າເກົ່າຫຼືບໍ່ ເມື່ອທຽບໃສ່ສາຍພັນອື່ນລວມທັງ ແດລຕ້າ. ຕົວເລກຂອງປະຊາຊົນ ທີ່ຖືກກວດເປັນຜົນບວກ ແມ່ນໄດ້ເພີ່ມຂຶ້ນ ໃນຂົງເຂດຕ່າງໆຂອງ ອາຟຣິກາໃຕ້ ທີ່ໄດ້ຮັບຜົນກະທົບໂດຍໄວຣັສສາຍພັນນີ້, ແຕ່ການສຶກສາດ້ານໂຣກລະບາດວິທະຍາແມ່ນກຳລັງດຳເນີນຢູ່ ເພື່ອທຳຄວາມເຂົ້າໃຈວ່າມັນແມ່ນຍ້ອນສາຍພັນ ໂອໄມຄຣອນ ຫຼື ປັດ​ໄຈອື່ນ. ປັດຈຸບັນນີ້ ມັນບໍ່ມີຂໍ້ມູນທີ່ຊີ້ໃຫ້ເຫັນວ່າ ອາການທີ່ກ້ຽວຂ້ອງກັບສາຍພັນ ໂອໄມຄຣອນ ແມ່ນແຕກຕ່າງກັບສາຍພັນອື່ນໆ.”

ຄວາມເປັນຫ່ວງ ກ່ຽວກັບ ສາຍພັນດັ່ງກ່າວແມ່ນໄດ້ກໍ່ໃຫ້້ຫຼາຍປະເທດ, ລວມທັງ ສະຫະລັດ, ການາດາ, ບຣາຊິລ ແລະ ບາງປະເທດໃນສະຫະພາບຢູໂຣບ, ຕ້ອງຈຳກັດ ຫຼື ຫ້າມການເດີນທາງຈາກບັນດາປະເທດທີ່ຢູ່ພາກໃຕ້ຂອງ ອາຟຣິກາ.

ກໍລະນີທີ່ໜ້າສົງໄສຍັງໄດ້ເກີດຂຶ້ນ ໃນຫຼາຍປະເທດອື່ນໆຂອງ ຢູໂຣບ. ນັກລະບາດວິທະຍາລະດັບສູງຂອງ ສະຫະລັດ ດຣ. ແອນໂທນີ ຟາວຈີ ໄດ້ກ່າວໃນລາຍການ “This Week” ຂອງໂທລະ ພາບ ABC ໃນວັນອາທິດວານນີ້ວ່າ “ຫຼີກລ່ຽງບໍ່ໄດ້, ມັນຈະໄປຢູ່ຫັ້ນ.” ຄຳຖາມກໍແມ່ນວ່າ ພວກເຮົາຈະມີຄວາມພ້ອມສຳລັບມັນບໍ່? ຖ້າ ແລະ ເວລາໃດ, ແລະ ຫວັງວ່າມັນຈະມາພີ້ຍາມໃດ, ພວກຈະມີຄວາມພ້ອມສຳລັບມັນບໍ່? ອີງຕາມການກ່າວຂອງ ດຣ. ຟາວຈີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG