ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແອປໂຄວິດ-19 ຊ່ວຍໃຫ້ຈັດການພື້ນທີ່ ໃນອາຄານທີ່ແອອັດ ໄດ້ງ່າຍຂຶ້ນ ເພື່ອຫລີກລ້ຽງ ການແຜ່ເຊື້ອພະຍາດ


ແອປແຜນທີ່ຊ່ວຍຈັດການພື້ນທີ່ໃນອາຄານເພື່ອຫລີກລ້ຽງຄວາມແອອັດ ທີ່ຈະພາໃຫ້ມີການແຜ່ເຊື້ອພະຍາດໂຄວິດ-19 ໄດ້.

ຂະນະທີ່ເຊື້ອໄວຣັສໂຄໂຣນາກຳລັງຄຸກຄາມຢູ່ນີ້, ບໍລິສັດ, ສະຖານທີ່ ສວດມົນພາວະນາ ແລະທີ່ພັກອາໄສຂອງຄົນຂາດທີ່ຢູ່ອາໄສ ກຳລັງຫັນໜ້າໄປຫາແອັບຈັດສັນພື້ນທີ່ເພື່ອສ້າງພື້ນທີ່ໃນອາຄານທີ່ປອດໄພກວ່າທີ່ສອດຄ່ອງກັບຄໍາຊີ້ນໍາ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ນັກຂ່າວຂອງວີໂອເອ Julie Taboh ມີລາຍງານເພີ່ມເຕີມກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ມັນເປັນບັນຫາທີ່ທຸລະກິດ, ໂບດແລະສະຖານທີ່ຢູ່ໃນອາຄານອື່ນໆ ຫລາຍແຫ່ງ ກຳລັງປະເຊີນຢູ່ ໂດຍທີ່ມີການລະບາດຂອງພະຍາດໂຄວິດ-19 ແກ່ຍາວອອກໄປ, ຈະເຮັດແນວໃດ ເພື່ອເອົາຄົນມາຢູ່ຮ່ວມກັນ ໃນສະພາບແວດລ້ອມທີ່ປອດໄພ ແລະຮູ້ສຶກວ່າໄດ້ຮັບການຕ້ອນຮັບ.

ບັນດານັກພັດທະນາໂປແກຼມ ຫລືແອັປ ຈັດສັນພື້ນທີ່ ທີ່ເອີ້ນວ່າ ແມັບຕິຊຽນ (Maptician) ໄດ້ອອກແບບຜະລິດຕະພັນໃໝ່ຂອງພວກເຂົາເຈົ້າຄືນໃໝ່ ໂດຍ ຄໍານຶງເຖິງສິ່ງທ້າທາຍອັນນັ້ນຢູ່ໃນໃຈ…

ທ່ານ ນິກ ຢູເຣັກຄ໌ (Nick Eurek) ເປັນປະທານ ແລະຫົວໜ້າສະຖາປະນິກອອກ ແບບ ແອັປແມັບຕິຊຽນ (Maptician).
ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ດັ່ງນີ້:
"ໃນເບື້ອງຕົ້ນ ພວກເຮົາສ້າງມັນຂຶ້ນມາໃຫ້ເປັນເວທີໃຊ້ສໍາລັບການວິເຄາະພື້ນທີ່ ສຳລັບບັນດາຫົວໜ້າບໍລິຫານການເງິນ ຫລື CFO, ສຳລັບຜູ້ຈັດການທັງຫລາຍ - ຜູ້ຄົນທີ່ຕ້ອງການຮູ້ວ່າ ແມ່ນໃຜຢູ່ໃນພື້ນທີ່ນັ້ນ, ພວກເຂົາກຳລັງໃຊ້ພື້ນທີ່ຫຼາຍປານໃດ, ໃຜກຳລັງເຂົ້າມາ ແລະໃຜກຳລັງອອກໄປ, ແລະຜູ້ຄົນມີຄ່າໃຊ້ຈ່າຍຫຼາຍປານໃດ.”
ແລະຫຼັງຈາກນັ້ນໄວຣັສໂຄໂຣນາກໍໄດ້ເຂົ້າມາ.

ທ່ານ ຢູເຣັກຄ໌ (Eurek) ກ່າວເພີ້ມອີກວ່າ:
"ເມື່ອໂຣກລະບາດໄດ້ເລີ້ມເກີດຂຶ້ນ, ພວກເຮົາໄດ້ຫລຽວເບິ່ງລອບໆຂ້າງຢ່າງຄັກ ແນ່ ແລະເວົ້າວ່າ, ‘ນີ້ແມ່ນໂອກາດຂອງພວກເຮົາທີ່ຈະເຮັດບາງສິ່ງບາງຢ່າງທີ່ມີຜົນກະທົບຫລາຍກວ່ານີ້ໜ້ອຍນຶ່ງ’ ...ເຄື່ອງມືທີ່ພວກເຮົາຈະສ້າງຂຶ້ນມາເພື່ອຈຸດ ປະສົງເດີມນັ້ນ ໄດ້ຖືກປ່ຽນໄປຫາສະພາບແວດລ້ອມໃໝ່ອັນນີ້ໄດ້ຢ່າງສະດວກສະບາຍຫລາຍ. "

ເຄື່ອງມືຈັດສັນພື້ນທີ່ເຫລົ່ານັ້ນ ປະກອບມີຄຸນລັກສະນະທີ່ສຳຄັນ 3 ຢ່າງ ທີ່ທຸກຄົນ ຊອກຫາ.

ທ່ານນາງ ລີຊ ບຣາວ (Liz Brown) ເປັນຮອງປະທານດ້ານການຮັບປະກັນຄວາມເພິ່ງພໍໃຈຂອງລູກຄ້າ ສຳລັບບໍລິສັດໄບຣທຣີ (Brightree), ຊຶ່ງເປັນບໍລິສັດໄອທີດ້ານຮັກສາສຸຂະພາບທີ່ໃຊ້ບ່ອນເກັບກໍາຂໍ້ມູນໄວ້ໃນອິນເຕີແນັດ ຫລື cloud ທີ່ຕັ້ງຢູ່ນະຄອນແອັດແລນຕາ, ລັດຈໍເຈຍ.

ທ່ານນາງໄດ້ກ່າວຕໍ່ວີໂອເອໂດຍຜ່ານທາງ Skype ວ່າ:
"ນຶ່ງໃນນັ້ນແມ່ນການກຳນົດຕາຕະລາງເວລາ ເພື່ອວ່າພວກເຮົາຈະກຳນົດຄວາມສາມາດບັນຈຸຂອງຫ້ອງການຂອງພວກເຮົາສູງສຸດບໍ່ໃຫ້ກາຍ 25 ຄົນໄດ້... "

ທ່ານນາງກ່າວຕໍ່ໄປວ່າ:
“ …ສະນັ້ນ ໂດຍໃຊ້ພາກສ່ວນການຈັດຕາຕະລາງຢູ່ໃນແອັປ ພວກເຮົາສາມາດບັນລຸຈຸດປະສົງນັ້ນໄດ້. ການຢູ່ຫ່າງກັນ - ພວກເຮົາຢາກໃຫ້ແນ່ໃຈວ່າ ມີໄລຍະ ຫ່າງກັນຂອງພະນັກງານແຕ່ລະຄົນຢ່າງໜ້ອຍຫົກຟຸດ ໃນເວລາທີ່ພວກເຂົາເຈົ້າຢູ່ໃນບ່ອນເຮັດວຽກຂອງພວກເຂົາເຈົ້າ ຫຼືຢູ່ໃນຫ້ອງປະຊຸມ. ແລະຫຼັງຈາກນັ້ນ ກໍ ຕິດຕາມທາວຫາຜູ້ທີ່ມີເຊື້ອໄວຣັສ.”

ທ່ານນາງ ຊີນດີ ຄູນຫາ (Cindy Cunha) [[Koon-ah]] ເປັນຜູ້ອຳນວຍການດ້ານພອນສະຫວັນ ແລະວັດທະນະທຳ ທີ່ເບຣນຊາກຄ໌ (Brainshark), ຊຶ່ງ ເປັນບໍລິສັດເທັກໂນໂລຈີທີ່ຕັ້ງຢູ່ເມືອງວອລທາມ (Waltham) ລັດແມັຊຊາຈູແຊັສ. ທ່ານນາງເປັນຜູ້ໃນແອັປແມັບຕິຊຽນ (Maptician) ຜູ້ນຶ່ງ.

ທ່ານນາງໄດ້ກ່າວຕໍ່ວີໂອເອຜ່ານທາງ Skype ວ່າ:
"Maptician ສາມາດສະໜອງລະບົບ ໃຫ້ພວກເຮົາ ເພື່ອໃຫ້ພະນັກງານຂອງພວກເຮົາກັບມາຫ້ອງການໄດ້ຖ້າພວກເຂົາເຈົ້າຢາກມາເຮັດວຽກ ... .. ຊຶ່ງພວກເຮົາສາມາດຈັດສັນບ່ອນນັ່ງທີ່ພວກເຂົາເຈົ້ານັ່ງຢູ່, ແຕ່ພວກເຂົາກໍ່ຍັງຄຸນລັກສະນະດ້ານຄວາມປອດໄພຂອງໂຄວິດອີກ ເຊັ່ນວ່າການສືບທາວ ຫາຜູ້ທີ່ຕິດເຊື້ອ ແລະການຮັກສາໄລຍະຫ່າງ, ເຊິ່ງເປັນສິ່ງທີ່ພວກເຮົາກຳລັງຊອກຫາ ອີ່ຫລີ."

ສຳລັບທ່ານຢູເຣັກຄ໌ (Eurek) ແລ້ວ, ການຫັນເອົາໂປແກຼມຊັອຟແວໄປເປັນ ສິ່ງໃດສິ່ງນຶ່ງ ທີ່ສາມາດຊ່ວຍໃນຍາມວິກິດການ, ແມ່ນຜົນສຳເລັດທີ່ໄດ້ເຮັດໃຫ້ ເພິ່ງພໍໃຈ.

ທ່ານ ຢູເຣັກຄ໌ (Eurek) ກ່າວດັ່ງນີ້:
"ສຳລັບໂສກນາດຕະກໍາທັງຫລາຍທັງປວງຂອງປີ, ມັນເປັນສິ່ງທີ່ໜ້າງຶດງໍ້ທີ່ໄດ້ເປັນສ່ວນນຶ່ງຂອງການແກ້ໄຂບັນຫາທີ່ມີຢູ່ນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

As the coronavirus rages on, companies, houses of worship and homeless shelters are turning to space management apps to create safer indoor spaces in compliance with COVID-19 guidelines. VOA’s Julie Taboh has more.

It’s a problem many businesses, churches and other indoor venues are facing: With COVID-19 dragging out, how to bring people together in a safe and welcoming environment.
Developers of a space management application called Maptician have redesigned their product with that challenge in mind…

Nick Eurek is the president and chief architect of Maptician. He spoke with VOA via Skype:

“We originally built it to be a space analytics platform for CFOs, for managers -- people who needed to know who was in the space, how much space were they taking, who's coming and who was going, and how much it was costing people.”

And then came the coronavirus.

Nick Eurek, Maptician App Developer:
“When the pandemic started, we really took a look around and said, ‘Here's our opportunity to do something a little bit more impactful..The tools we’d built for the original purpose transferred very, very well to this new environment.”

Those space management tools include three key features everyone was looking for.

Liz Brown is vice president of customer satisfaction for Brightree, a cloud-based healthcare IT company based in Atlanta, Georgia. She spoke with VOA via Skype.))

Liz Brown, Brightree, Maptician App User:
“One of them is scheduling, so we set a capacity of our office of a maximum of 25……so using the scheduling portion of the app we're able to reach that. Physical distancing -- we want to make sure that there's at least six feet apart from every employee when they're in their workstation or in a conference room. And then contact tracing.”

Cindy Cunha [[Koon-ah]] is director of talent & culture at Brainshark, a technology company based in Waltham, Massachusetts. She spoke with VOA via Skype.

Cindy Cunha, Brainshark, Maptician App User:
“Maptician was able to provide us a system to allow our employees to come back to the office if they wanted to work…… where we could manage the seats they were sitting in, but they also have COVID safety features like contact tracing and spacing, which is really what we were looking for.”

For Eurek, turning his software program into something that can help in the crisis, is a fulfilling accomplishment.
Nick Eurek, Maptician App Developer

“For all the tragedy of the year, it's been an amazing thing to be part of the solution out there.”

XS
SM
MD
LG