ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ທ. ທຣຳ ໄດ້ສັ່ງໃຫ້ລຶບວີດີໂອ ແລະໄດ້ຟ້ອງພະນັກງານຄົນທີສອງ ໃນຄະດີ ເອກະສານລັບ


ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງໃນລະຫວ່າງ ການໂຮມຊຸມນຸມ ຂອງພັກຣີພັບບລີກັນຢູ່ລັດຄາໂຣໄລນາເໜືອ ໃນເມືອງກຣີນສໂບໂຣ ຂອງລັດຄາໂຣໄລນາເໜືອ, ວັນທີ 10 ມິຖຸນາ 2023.
ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງໃນລະຫວ່າງ ການໂຮມຊຸມນຸມ ຂອງພັກຣີພັບບລີກັນຢູ່ລັດຄາໂຣໄລນາເໜືອ ໃນເມືອງກຣີນສໂບໂຣ ຂອງລັດຄາໂຣໄລນາເໜືອ, ວັນທີ 10 ມິຖຸນາ 2023.

ທ່ານດໍໂນລ ທຣຳ ໄດ້ສັ່ງໃຫ້ພວກພະນັກງານ ຢູ່ທີ່ບ້ານພັກຣີສອດຂອງທ່ານໃນລັດຟລໍຣິດາ ລຶບວີດີໂອວົງຈອນປິດອອກ ຂະນະທີ່ທ່ານຢູ່ພາຍໃຕ້ການສືບສວນສອບສວນສຳລັບການເກັບມຽນເອກະສານລັບຢູ່ນັ້ນ ດັ່ງທີ່ບັນດາໄອຍະການສະ ຫະລັດ ໄດ້ກ່າວໃນວັນພະຫັດວານນີ້ ອີງຕາມອົງການຂ່າວຣອຍເຕີສ໌. ພວກ​ໄອ​ຍະ​ການຍັງໄດ້ຟ້ອງ ພະນັກງານຄົນທີສອງຂອງທ່ານ ດ້ວຍຂໍ້ຫາ ຊ່ອຍໃນການເຊື່ອງເອກະສານທັງຫຼາຍ.

ໄອຍະການພິເສດຂອງສະຫະລັດ ທ່ານແຈັກ ສະມິຕ ໄດ້ຍື່ນຟ້ອງໃນ​ຂໍ້​ຫາອາຍາໃໝ່ 3 ກະທົງຕໍ່ທ່ານທຣຳ ຊຶ່ງລວມທັງໝົດແລ້ວ ມີຢູ່ 40 ກະທົງແລະຟ້ອງພະນັກງານສ້ອມແປງຢູ່ທີ່ບ້ານພັກ ມາ-ອາ-ລາໂກ (Mar-a-Lago) ຂອງທ່ານ ທຣຳ ກໍຄື ທ້າວ ຄາຣໂລສ ດີ ໂອລີແວຣາ (Carlos De Oliveira) ດ້ວຍການສົມຮູ້ຮ່ວມຄິດເພື່ອຂັດຂວາງວຽກງານຕຸລາການ ໂດຍກ່າວຫາລາວ ໃນການຊ່ອຍເຫຼືອທ່ານທຣຳ ເພື່ອເຊື່ອງເອກະສານ.

ທ້າວ ດີ ໂອລີແວຣາ ອາຍຸ 56 ປີ ໄດ້ກ່າວຕໍ່ພະນັກງານອີກຄົນນຶ່ງ ຢູ່ທີ່ບ້ານພັກ ບ່ອນທີ່ທ່ານທຣຳ ອາໄສຢູ່ນັ້ນ ວ່າ “ຫົວໜ້າ” ຕ້ອງການໃຫ້ລຶບວີດີໂອວົງຈອນປິດຂອງສະຖານທີ່ໃນລັດຟລໍຣິດາ ຫຼັງຈາກທີ່ກະຊວງຍຸຕິທຳໄດ້ມີໝາຍສານ ເພື່ອໃຫ້ມອບວີດີໂອເຫຼົ່ານັ້ນ.

ບັນດາໄອຍະການ ຍັງໄດ້ຟ້ອງ ທ້າວດີ ໂອລີແວຣາ ດ້ວຍຂໍ້ຫາໃຫ້ຄວາມເທັດຕໍ່ເຈົ້າໜ້າທີ່ ອົງການສັນຕິບານກາງ FBI ໃນລະຫວ່າງສະໝັກໃຈໃຫ້ສຳພາດຢູ່ນັ້ນ ໂດຍກ່າວອ້າງໃນສິ່ງທີ່ຜິດ ວ່າ ຕົນບໍ່ໄດ້ມີສ່ວນກ່ຽວຂ້ອງໃນການເຄື່ອນຍ້າຍພວກຫີບເອກະສານລັບທັງຫຼາຍ ຢູ່ທີ່ບ້ານພັກ ມາ-ອາ-ລາໂກ.

“ບໍ່ເຄີຍເຫັນຫຍັງເລີຍ” ທ້າວດີ ໂອລີແວຣາ ໄດ້ບອກຕໍ່ບັນດາເຈົ້າໜ້າທີ່ ອີງຕາມສຳເນົາຂອງຄຳຟ້ອງດັ່ງກ່າວ.

ທະນາຍຄວາມຂອງທ້າວດີ ໂອລີແວຣາ ບໍ່ໄດ້ໃຫ້ຄຳຕອບໃນທັນທີທັນໃດ ຕໍ່ການຂໍຄວາມເຫັນ.

Donald Trump ordered employees at his Florida resort to delete security videos as he was under investigation for retaining classified documents, U.S. prosecutors said Thursday. They also charged a second member of his staff with helping to hide documents.

U.S. special counsel Jack Smith filed three new criminal counts against Trump, bringing the total to 40, and charged a maintenance worker at Trump's Mar-a-Lago resort, Carlos De Oliveira, with conspiracy to obstruct justice, accusing him of helping Trump to hide documents.

De Oliveira, 56, told another worker at the resort where Trump lives that "the boss" wanted security videos of the Florida property deleted after the Justice Department subpoenaed them.

Prosecutors also charged De Oliveira with lying to the FBI during a voluntary interview, falsely claiming he had no involvement in moving boxes of classified documents at Mar-a-Lago.

"Never saw nothing," De Oliveira told the agents, according to the indictment.

De Oliveira's lawyer did not immediately respond to a request for comment.

XS
SM
MD
LG