ບັນດາຜູ້ລົງຄະແນນສຽງໄດ້ປ່ອນບັດ ໃນການລົງປະຊາມະຕິແຍກຕົວເປັນເອກະລາດ
ໃນວັນອາທິດມື້ນີ້ ຢູ່ເກາະ ນິວ ຄາເລໂດເນຍ ທີ່ເປັນເຂດແດນຂອງ ຝຣັ່ງ ຕັ້ງຢູ່ພາກ
ໃຕ້ຂອງມະຫາສະໝຸດປາຊີຟິກ..
ພວກຜູ້ລົງຄະແນນສຽງໄດ້ຕອບຄຳຖາມທີ່ວ່າ: ທ່ານຢາກໃຫ້ເກາະ ນິວ ຄາເລໂດເນຍ
ມີອຳນາດອະທິປະໄຕຢ່າງຄົບຖ້ວນ ແລະ ກາຍເປັນເອກະລາດບໍ່?
ຜົນທີ່ອອກມາແມ່ນຍັງບໍ່ເປັນທີ່ຮູ້ຈັກເທື່ອ, ແຕ່ການຊີ້ບອກ ໄດ້ສັນຍານໃຫ້ເຫັນວ່າ
ເຂດແດນດັ່ງກ່າວຈະລົງຄະແນນສຽງ ເພື່ອຄົງຢູ່ເປັນພາກສ່ວນນຶ່ງຂອງປະເທດ ຝຣັ່ງ
ຕໍ່ໄປ ເຊິ່ງເຂົາເຈົ້າໄດ້ອ້າງເອົາໝູ່ເກາະດັ່ງກ່າວນັ້ນ ໃນກາງສັດຕະວັດທີ 19 ທີ່ຜ່ານມາ.
ເກາະ ນິວ ເຄເລໂດເນຍ ມີຜູ້ລົງຄະແນນສຽງທີ່ໄດ້ລົງຖະບຽນ 174,000 ຄົນ ຈາກປະ
ຊາກອນຂອງເຂົາເຈົ້າທັງໝົດປະມານ 270,000 ຄົນ.
ເສດຖະກິດຂອງເຂົາເຈົ້າແມ່ນໄດ້ຮັບການສະໜັບສະໜູນ ດ້ວຍເງິນສຳປະທານຂອງ
ຝຮັ່ງ ປະມານ 1 ພັນ 5 ຮ້ອຍລ້ານໂດລາໃນແຕ່ລະປີ ແລະ ຫຼາຍຄົນຢ້ານວ່າ ເສດຖະ
ກິດຂອງເຂົາເຈົ້າຈະລົ້ມລະລາຍ ຖ້າບໍ່ໄດ້ຮັບເງິນສຳປະທານຈາກ ຝຮັ່ງ.
ໃນຂະນະທີ່ເຂດແດນດັ່ງກ່າວ ແມ່ນໄດ້ຮັບການປົກຄອງຕົນເອງໃນຂົງເຂດກວ້າງ
ຂວາງຢູ່ແລ້ວນັ້ນ, ແຕ່ເຂົາເຈົ້າກໍຍັງອາໄສ ຝຣັ່ງ ຢ່າງຫຼວງຫຼາຍສຳລັບບາງບັນຫາ,
ລວມມີການປ້ອງກັນຄວາມປອດໄພ ແລະ ການສຶກສານຳ.
ການລົງປະຊາມະຕິ ແມ່ນສ່ວນນຶ່ງຂອງຂະບວນການທີ່ໄດ້ເລີ່ມຂຶ້ນໃນປີ 1988 ເພື່ອ
ສິ້ນສຸດຄວາມຮຸນແຮງ ລະຫວ່າງຜູ້ສະໜັບສະໜູນ ແລະ ຄູ່ປໍລະປັກ ກ່ຽວກັບ ການ
ປະກາດເອກະລາດຈາກ ຝຣັ່ງ. ນຶ່ງທົດສະວັດຕໍ່ມາ, ຂໍ້ຕົກລົງໄດ້ຖືກບັນລຸ ເພື່ອຈັດໃຫ້
ມີການລົງຄະແນນສຽງເອກະລາດໃນປີ 2018 ນີ້. ຖ້າຜູ້ລົງຄະແນນສຽງເວົ້າ ບໍ່ເຫັນດີ
ຕໍ່ການເປັນເອກະລາດ, ຂໍ້ຕົກລົງກໍຈະອະນຸຍາດໃຫ້ມີການລົງປະຊາມະຕິເປັນເອກະ
ລາດອີກສອງຄັ້ງ ເຊິ່ງຈະຖືກຈັດຂຶ້ນບໍ່ກາຍປີ 2022.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ໄດ້ໄປຢ້ຽມຢາມເກາະ ນິວ ຄາເລ
ໂດເນຍ ໃນເດືອນພຶດສະພາທີ່ຜ່ານມາ ແລະ ໄດ້ເວົ້າ ກ່ຽວກັບ “ຄວາມເຈັບປວດຂອງ
ການເປັນຫົວເມືອງຂຶ້ນ.”
ພາຍໃຕ້ການປົກຄອງແບບຫົວເມືອງຂຶ້ນນັ້ນ, ຊົນເຜົ່າພື້ນເມືອງ ການັກ (Kanaks)
ແມ່ນໄດ້ຖືກຈຳກັດ ແລະ ຖືກແຍກຈາກເສດຖະກິດສ່ວນຫຼາຍຂອງເກາະດັ່ງກ່າວ.