ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍ ປະຊາຊົນໄທ ຍື່ນຄຳຮ້ອງ ຕໍ່ສານ ປົກຄອງສູງສຸດ ຂອງໄທ ເພື່ອໃຫ້ໂຈະການຊື້ ໄຟຟ້າ ຈາກລາວ


ເຄືອຂ່າຍປະຊາຊົນໄທ ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທ ເພື່ອຂໍໃຫ້ມີຄຳສັ່ງໂຈະ ການຊື້ກະແສໄຟຟ້າຈາກເຂື່ອນໄຊຍະບູລີ ໃນລາວ
ເຄືອຂ່າຍປະຊາຊົນໄທ ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທ ເພື່ອຂໍໃຫ້ມີຄຳສັ່ງໂຈະ ການຊື້ກະແສໄຟຟ້າຈາກເຂື່ອນໄຊຍະບູລີ ໃນລາວ

ເຄືອຂ່າຍປະຊາຊົນໄທ ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທ ເພື່ອຂໍໃຫ້ມີຄຳສັ່ງ
ໂຈະການຊື້ກະແສໄຟຟ້າຈາກເຂື່ອນໄຊຍະບູລີໃນລາວ ເພາະສົ່ງຜົນກະທົບຕໍ່ສິ່ງແວດ
ລ້ອມຂ້າມພົມແດນ.

ທ່ານຊານນະຣົງ ວົງລາ ຜູ້ປະສານງານຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມ
ນ້ຳຂອງ ຢືນຢັນວ່າທະນາຍຄວາມ ແລະຄະນະຕົວແທານຂອງເຄືອຂ່າຍປະຊາຊົນໄທ
8 ຈັງຫວັດໃນລຸ່ມນ້ຳຂອງ ໄດ້ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທໃນວັນທີ 26
ກໍລະກົດ 2019 ທີ່ຜ່ານມາ ເພື່ອຂໍໃຫ້ມີຄຳສັ່ງລະງັບ ຫຼືໂຈະການຊື້ກະແສໄຟຟ້າຈາກ
ໂຄງການເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງໃນລາວ ໂດຍການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທ (EGAT) ໃນເດືອນທັນວາ 2019 ນີ້ ຕາມຂໍ້ຕົກລົງວ່າດ້ວຍການຊື້
ກະແສໄຟຟ້າຈາກລາວ ໃນປະລິມານ 9,000 ເມກາວັດຕໍ່ປີ ເປັນເວລາ 25 ປີ ກໍຄື
ເຖິງປີ 2044.

ເຄືອຂ່າຍປະຊາຊົນໄທ ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທ ເພື່ອຂໍໃຫ້ມີຄຳສັ່ງໂຈະການຊື້ກະແສໄຟຟ້າ ຈາກເຂື່ອນໄຊຍະບູລີ ໃນລາວ
ເຄືອຂ່າຍປະຊາຊົນໄທ ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທ ເພື່ອຂໍໃຫ້ມີຄຳສັ່ງໂຈະການຊື້ກະແສໄຟຟ້າ ຈາກເຂື່ອນໄຊຍະບູລີ ໃນລາວ

ທ່ານຊານນະຣົງ ບອກວ່າ ການຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງໄທໃນຄັ້ງນີ້
ຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໄດ້ສະແດງເຫດຜົນວ່າ ເຂື່ອນໄຊຍະບູລີ ໄດ້
ເກັບກັກນ້ຳໄວ້ຜະລິດກະແສໄຟຟ້າ ເຮັດໃຫ້ພື້ນທີ່ໃນເຂດຕອນລຸ່ມຂອງເຂື່ອນ ຕ້ອງ
ປະເຊີນກັບບັນຫາຂາດນ້ຳຢ່າງໜັກໜ່ວງໃນປັດຈຸບັນ ໂດຍສະເພາະ ແມ່ນຈັງຫວັດ
ທີ່ຕິດນ້ຳຂອງໃນເຂດພາກອີສານຂອງໄທນັ້ນ ໄດ້ຮັບຜົນກະທົບຢ່າງຮຸນແຮງ ທັງຕໍ່
ສິ່ງແວດລ້ອມທຳມະຊາດ ແລະສັງຄົມ ຈຶ່ງຖືເປັນຜົນກະທົບຂ້າມພົມແດນ ຈາກເຂື່ອນ
ໃນລາວ ຕໍ່ປະຊາຊົນໄທນັ້ນເອງ.

ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ເຄີຍຟ້ອງຮ້ອງຕໍ່ສານປົກຄອງ
ຂອງໄທ ໃນລັກສະນະດຽວກັນນີ້ມາແລ້ວຄັ້ງນຶ່ງ ເມື່ອປີ 2012 ໂດຍຄະນະຕຸລາການ
ສານປົກຄອງຂອງໄທ ໄດ້ມີຄຳຕັດສິນໃຫ້ຍົກການຟ້ອງຮ້ອງດັ່ງກ່າວໃນປີ 2015 ດ້ວຍ
ເຫດຜົນທີ່ວ່າ ຂໍ້ຕົກລົງວ່າດ້ວຍການຊື້ກະແສໄຟຟ້າຈາກເຂື່ອນໄຊຍະບູລີ ໃນລາວ
ເປັນ ຂໍ້ຕົກລົງທີ່ຖືກຕ້ອງຕາມກົດໝາຍ.

ທາງດ້ານກົມອຸຕຸນິຍົມ ແລະອຸທົກກສາດ ກະຊວງຊັບພະຍາກອນທຳມະຊາດແລະສິ່ງ
ແວດລ້ອມ ສະເໜີລາຍງານວ່າ ປະລິມານນ້ຳທີ່ບົກແຫ້ງຜິດປົກກະຕິໃນນ້ຳຂອງ ໃນ
ໄລຍະນີ້ ເປັນຍ້ອນປະລິມານນ້ຳຝົນຫລຸດລົງຫຼາຍ ໂດຍການວັດແທກໃນເດືອນມິຖຸນນາ
-ກໍລະກົດ 2019 ພົບວ່າ ປະລິມານນ້ຳຝົນ ໄດ້ຫລຸດລົງຈາກຊ່ວງດຽວກັນໃນປີຜ່ານມາ
ຄິດເປັນອັດຕາສະເລ່ຍ ເກີນກວ່າ 75 ເປີເຊັນ ຈຶ່ງເຮັດໃຫ້ລະດັບນ້ຳຂອງບົກແຫ້ງທຸກ
ພື້ນທີ່ ນັບແຕ່ຫຼວງພະບາງ ລົງໄປເຖິງປາກເຊ ໂດຍສະພາວະໂລກຮ້ອນ ທີ່ເອີ້ນວ່າ El
Nino ກໍຄືສາເຫດສຳຄັນ ທີ່ເຮັດໃຫ້ເກີດການແຫ້ງແລ້ງ ໂດຍສະເພາະແມ່ນເຂດແຂວງ
ພາກເໜືອດ້ານຕາເວັນຕົກຂອງລາວນັ້ນ ເປັນເຂດທີ່ມີຝົນຕົກໜ້ອຍທີ່ສຸດ ຊຶ່ງຈາກການ
ວັດແທກໃນເດືອນກໍລະກົດ 2019 ພົບວ່າ ແຂວງບໍ່ແກ້ວມີປະລິມານນ້ຳຝົນພຽງ 3
ເປີເຊັນ ໄຊຍະບູລີ 15 ເປີເຊັນ ແລະຫຼວງນ້ຳທາ 19 ເປີເຊັນ ທ່ຽບໃສ່ປະລິມານນ້ຳຝົນ
ໃນເດືອນກໍລະກົດ 2018 ດັ່ງນັ້ນ ເຂື່ອນໄຟຟ້າໃນລາວ ຈຶ່ງບໍ່ແມ່ນສາເຫດທີ່ເຮັດໃຫ້
ນ້ຳຂອງບົກແຫ້ງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງກະຊວງພະລັງງານແລະບໍ່ແຮ່ ໄດ້ໃຫ້ການ
ຢືນຢັນວ່າ:

“ທຳມະດານີ້ ເຮົາສ້າງເຂື່ອນນີ້ ກະຍ້ອນວ່າ ກະຢາກຮັກສານ້ຳໄວ້ຊ່ອຍໃນການຕ້ານ
ແລ້ງ ຕ້ານຖ້ວມ ແລະຄັນວ່າ ບົກແຫ້ງນີ້ ກະຂຶ້ນນຳວ່າ ເລື້ອງຂອງການປ່ຽນແປງດິນຟ້າ
ອາກາດ ຫັ້ນແຫລະ ສະນັ້ນແລ້ວ ຄັນວາ ບົກແຫ້ງເປັນຍ້ອນຕົວເຂື່ອນເອງ ກະຄືວ່າ ສິ
ໄປໄດ້ຍາກຢູ່ ສາເຫດຫັ້ນຫນ່ະ ແລ້ວກະຄືຟັງບໍ່ມີເຫດຜົນປານໃດ ຄັນວ່າ ມີການໄປ
ຕັດໄມ້ ທຳລາຍປ່າໄມ້ເຂດອະນຸລັກບໍ່ ເຂດແຫລ່ງນ້ຳຫັ້ນ ແລະເຮັດໃຫ້ພາບົກແຫ້ງ
ແລ້ວກະເປັນສາເຫດທີ່ບໍ່ແມ່ນມາຈາປປານສ້າງອຂື່ ນ ເພາະວ່າ ການສ້າງເຂື່ອນນີ້
ມັນກະສິບໍ່ແມ່ນ ເປັນປະລິມານກວ້າງ ມັນກະເປັນໃນໃນເຂດຫາງສາຍນ້ຳຫັ້ນ.

ທາງດ້ານເຈົ້າໜ້າທີ່ ໃນຄະນະກຳມາທິການແມ່ນ້ຳຂອງ (Mekong River Commis-
sion-MRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນລາວ ຊຶ່ງໃນປັດຈຸບັນ ມີຢູ່ເຖິງ
53 ໂຄງການທີີ່ຜະລິດໄຟຟ້າແລ້ວນັ້ນ ຖືເປັນປັດໄຈນຶ່ງທີ່ເຮັດໃຫ້ນ້ຳຂອງບົກແຫ້ງ
ເນື່ອງຈາກວ່າ ເຂື່ອນໄຟຟ້າໃນລາວ ກໍຕ້ອງກັກເກັບນ້ຳໄວ້ ໃນອ່າງໂຕ່ງ ແລະເມື່ອສົມ
ທົບດ້ວຍປະລິມານນ້ຳຝົນຕົກລົງມາໜ້ອຍ ໃນໄລຍະນີ້ ຈຶ່ງບໍ່ມີໂຄງການໃດທີ່ປ່ອຍນ້ຳ
ອອກ ຈາກອ່າງໂຕ່ງລົງສູ່ແມ່ນ້ຳຂອງນັ້ນເອງ.

ຍິ່ງໄປກວ່ານັ້ນ ການທີ່ຈີນ ໄດ້ກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງສຳເລັດແລ້ວ
10 ໂຄງການ ທີ່ມີຄວາມອາດສາມາດເກັບກັກນ້ຳໄດ້ໃນປະລິມານລວມກັນຫຼາຍກວ່າ
44,000 ລ້ານເມັດກ້ອນໃນປັດຈຸບັນ ກໍຄືສາເຫດສຳຄັນອີກປະການນຶ່ງທີ່ເຮັດໃຫ້
ນ້ຳຂອງບົກແຫ້ງໃນເວລານີ້ ເພາະຈີນໄດ້ຫລຸດການປ່ອຍນ້ຳອອກຈາກເຂື່ອນຊຽງຮຸ່ງ
ລົງ 50 ເປີເຊັນ ຈາກລະດັບປົກກະຕິ ນັບແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ ທັງຍັງ
ບໍ່ມີກຳນົດທີແນ່ນ້ອນດ້ວຍວ່າ ຈະຫລຸດການປ້ອຍນ້ຳດັ່ງກ່າວ ໄປຈົນເຖິງເມື່ອໃດ
ອີກດ້ວຍ.

XS
SM
MD
LG