ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ອີ​ຣ່ານ ຍັງ​ຮັກ​ສາ ສາງ​ເກັບ ອາ​ວຸດ​ນິວ​ເຄ​ລຍລັບ ໄວ້​ຢູ່ 


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ທີ່​ນະ​ຄອນ ນິວຢອກ. (ວັນ​ທີ 27 ກັນ​ຍາ 2018)
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ທີ່​ນະ​ຄອນ ນິວຢອກ. (ວັນ​ທີ 27 ກັນ​ຍາ 2018)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຫາ​ອີ​ຣ່ານ​ວ່າ ຍັງ​ຮັກ​
ສາ​ສາງ​ເກັບ​ອາ​ວຸດ​ນິວ​ເຄ​ລຍ ແບບ​ລັບໆ ຢູ່​ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ.

ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ​ວ່​າ “ອີ​ຣ່ານບໍ່​ໄດ້
​ຢຸດ​ເຊົາ​ເປົ້າ​ໝາຍ​ຂອງ​ຕົນ​ໃນ​ການ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ” ໃນ​ຂະ​ນະ​ທີ່​ທ່ານໄດ້​ຍົ​ກ​ແຜນ
​ທີ່ ແລະ​ຮູບ​ພາບ​ໃຫ້​ເບິ່ງກ່ຽວ​ກັບ​ຕຶກ​ອາ​ຄານ​ຫຼັງ​ນຶ່ງທີ່​ຄຸ້ມ​ເທີ​ກູ​ຊາ​ບັດໃນ​ນະ​ຄອນ​ຫຼວງ​ເຕ
​ຫະ​ຣ່ານ.

ທ່ານ​ເນ​ຕັນ​ຢາ​ຮູ ​ກ່າວ​ອ້າງວ່​າ ອີ​ຣ່ານ​ໄດ້​ໃຊ້​ຕຶກ​ຫຼັງ​ນີ້ ເປັນ​ສາງເກັບ​ມ້ຽນ “ອຸບ​ປະ​ກອນ
ແລະ​ວັດ​ຖຸ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຈາກ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ແບບ​ລັບໆ.”

ທ່ານ​ກ່າວ​ວ່າ ທ່ານ​ໄດ້​ແຈ້ງ​ໃຫ້​ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ແລະ ໜ່ວຍສືບ
​ລັບ​ຕ່າງໆຊາບ​ແລ້ວ ກ່ຽວ​ກັບ​ສະ​ຖານ​ທີ່​ແຫ່ງນີ້ ແລະ​ທວງ​ໃຫ້​ອົງ​ການ​ພະ​ລັງງານ​ປະ​ລະ
​ມາ​ນູ​ສາ​ກົນ ເຂົ້າ​ໄປ​ກວດ​ກາ​ໃນ​ທັນ​ທີ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຈາ​ວາດ ຊາ​ຣິ​ຟ ໄດ້​ປະ​ຕິ​ເສດ​ຕໍ່​ການນຳ​ສະ​
ເໜີ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູນັ້ນ​ວ່າ ເປັນ​ການ​ສະ​ແດງ​ໃນ​ດ້ານ​ສິນ​ລະ​ປະ​ແລະຊ່າງ​ສີ​ມື. ອີ​
ຣ່ານ​ໄດ້​ປະ​ຕິ​ເສດ​ສະ​ເໝີ​ມາ​ວ່າ ຕົນ​ບໍ່ມີ​ໂຄງ​ການ​ພັດ​ທະ​ນາ​ອາ​ວຸດ​ນິວເຄ​ລຍ.

ທ່ານ​ຊາ​ຣິ​ຟ ກ່າວ​ວ່າ “ຈຸດ​ປະ​ສົງ​ພຽງ​ຢາງ​ດຽວ​ ກ່ຽວ​ກັບ​ເລື້ອງນີ້ ກໍເພື່ອ​ຢາກ​ຫັນ​ເຫ​ສະ​
ພາບ​ການ​ໂຕ​ຈິງ​ທີ່​ວ່າ ອິ​ສ​ຣາ​ແອ​ລ​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ ຕໍ່​ຂົງເຂດ.”

Israeli Prime Minister Benjamin Netanyahu accused Iran on Thursday of maintaining a secret nuclear weapons storage facility in Tehran.

"Iran has not abandoned its goal to develop nuclear weapons," Netanyahu told the U.N. General Assembly as he held up maps and photos of a building in Tehran's Turquzabad district.

Netanyahu said Iran uses the building to store "massive amounts of equipment and material from Iran's secret weapons program."

He said he'd informed the International Atomic Energy Agency and some intelligence agencies about the facility and had demanded that the IAEA immediately inspect it.

Iranian Foreign Minister Mohammad Javad Zarif rejected Netanyahu's presentation as an "arts and crafts show." Iran has routinely denied it has a nuclear weapons development program.

"The only purpose of this is to undercut the reality that Israel is the biggest threat to the region,'' Zarif said.

Speaking to reporters at the assembly Wednesday, U.S. President Donald Trump defended his decision to withdraw from the 2015 six-nation agreement for Tehran to give up its nuclear program in exchange for the removal of crippling economic sanctions.

Trump said "Iran has to come back and they have to talk" if it wants to avoid a new round of economic sanctions.

XS
SM
MD
LG