ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ພັກ​ເດ​ໂມ​ແຄຣັດ ໃນ​ສະພາ​ສູງ ຄັດຄ້ານ ການແຕ່ງຕັ້ງທ່ານ Gorsuch ເປັນຜູ້ພິພາກສາ ສານສູງສຸດ


ທ່ານ Neil Gorsuch ພວມຮັບ​ຟັງ ຂະນະທີ່ທ່ານໃຫ້ການ ເພື່ອຮັບຮອງ ເອົາການແຕ່ງຕັ້ງໃຫ້ທ່ານ ດໍາລົງຕໍາແໜ່ງ ເປັນຜູ້ພິພາກສາ ສານສູງສຸດ ທີ່ລັດຖະສະພາ ສະຫະລັດ. ນະຄອນຫລວງ Washington ໃນວັນ 22 ມີນາ 2017
ທ່ານ Neil Gorsuch ພວມຮັບ​ຟັງ ຂະນະທີ່ທ່ານໃຫ້ການ ເພື່ອຮັບຮອງ ເອົາການແຕ່ງຕັ້ງໃຫ້ທ່ານ ດໍາລົງຕໍາແໜ່ງ ເປັນຜູ້ພິພາກສາ ສານສູງສຸດ ທີ່ລັດຖະສະພາ ສະຫະລັດ. ນະຄອນຫລວງ Washington ໃນວັນ 22 ມີນາ 2017

ຜູ້ນຳ​ໃນ​ສະພາ​ສູງ ຂອງພັກ​ເດ​ໂມ​ແຄຣັດ ທ່ານ Chuck Schumer ກ່າວ​ໃນ​ວັນ​ພະ
ຫັດ​ວານ​ນີ້ວ່າ ​ໃນມື້ສຸດ​ທ້າຍ​ຂອງ​ການ​ຮັບ​ຟັງການພິຈາລະນານັ້ນ ທ່ານ​ຈະຄັດຄ້ານ
​ຕໍ່ການ​ຮັບຮອງເອົາ ຜູ້​ທີ່​ປະທານາທິບໍດີ Donald Trump ​ເລືອກ​ໃຫ້​ເປັນ ຜູ້ພິພາກ
ສາສານ​ສູງ​ສຸດ​.

​ໃນ​ຄໍາ​ປາ​ໄສ​ທີ່​ທ່ານ​ກ່າວ​ໃນກອງ​ປະຊຸມ​ສະພາ​ສູງ ກ່ຽວກັບມື້ສຸດ​ທ້າຍ​ໃນການ​ຮັບ​ຟັງ
ການພິຈາລະນາຮັບຮອງ​ເອົາ​ການ​ແຕ່ງຕັ້ງ​ທ່ານ Neil Gorsuch ນັ້ນ ທ່ານ​ Schumer
ກ່າວ​ວ່າ ທ່ານ Gorsuch “ບໍ່​ໄດ້ສ້າງ​ຄວາມ​ໝັ້ນ​ໃຈ​ຢ່າງພຽງພໍ ​ເພື່ອ​ໃຫ້​ທ່ານ​ເຊື່ອ​ໄດ້​ວ່າຜູ້ກ່ຽວຈະ​ເປັນ​ຄົນ​ທີ່​ມີ​ການ​ກວດກາ​ຕັດສິນ​ ທີ່​ເປັນ​ອິດສະຫຼະ” ກ່ຽວກັບ​ເລື່ອງທ່ານ
Trump. ສະມາຊິກ​ສະພາ​ສູງທ່ານ​ນີ້ ​ໄດ້​ກ່າວ​ຫາ​ທ່ານ Gorsuch ວ່າ​ໄດ້ “​ຈົມ​ເລິກ
ຢູ່​ໃນ​ອຸດົມ​ການ​ທີ່​ອະ​ນຸ​ລັກ​ນິຍົມ.”

Partisan Divide on Gorsuch Deepens After Confirmation Hearing
please wait

No media source currently available

0:00 0:02:54 0:00

ພວກ​ສະມາຊິກ​ພັກຣີພັບ​ບລິ​ກັນ “ຈະ​ຕ້ອງມີ 60​ ສຽງສະໜັບສະໜຸນ ​ເພື່ອ​ຈະ​ຮັບ
ຮອງ​ເອົາ​ການ​ແຕ່ງຕັ້ງນີ້ໄດ້”, ທ່ານ​ Schumer ຍັງກ່າວວ່າ ຖ້າ​ບໍ່ດັ່ງນັ້ນ​ແລ້ວ ພວກ
​ເຂົາເຈົ້າ ຕ້ອງ​ໄດ້​ສະ​ເໜີແຕ່ງຕັ້ງຜູ້​ໃໝ່​ໃຫ້​ຮັບໜ້າທີ່​ດັ່ງກ່າວ​.

ທ່ານ Bob Casey ສະມາຊິກ​ສະພາ​ສູງຈາກ​ພັກ​ເດ​ໂມ​ແຄຣັດ ກໍ​ເຮັດ​ຄື​ກັນ​ກັບທ່ານ​
Schumer ​ໃນ​ການ​ປະກາດ​ການ​ຄັດຄ້ານ​ຂອງ​ທ່ານ​ຕໍ່ການ​ແຕ່ງຕັ້ງ​ທ່ານ Gorsuch
​ໃຫ້ກໍາ​ຕໍາ​ແໜ່ງດັ່ງກ່າວ ​ໂດຍ​ອ້າງ​ວ່າ ທ່ານ “ມີ​ຄວາມ​ເປັນ​ຫ່ວງ​ຢ່າງໜັກ​ ກ່ຽວກັບ​ປັດ
ຊະຍາ​ດ້ານ​ການ​ພິຈາລະນາ​ຄະດີທີ່ແຂງ​ກະດ້າງ ​ແລະແບບ​ຈໍາ​ກັດ​ຂອງ​ຜູ້​ພິພາກສາ Gorsuch.”

ພວກ​ຜູ້​ນໍາ​ຂອງພັກຣີພັບ​ບລິກ​ກັນຕ້ອງ​ໄດ້​ຮັບປະກັນ​ວ່າ ​ຕົນ​ເອງ​ຕ້ອງໄດ້​ຮັບ​ສຽງສະ
ໜັບສະໜຸນຈາກ​ພັກ​ເດ​ໂມ​ແຄຣັດ ຢ່າງໜ້ອຍ 8 ສຽງ ​ເພື່ອ​ຈະ​ເຮັດ​ໃຫ້ການ​ແຕ່ງຕັ້ງ ​ທ່ານ Gorsuch ຜ່ານ​ການຮັບ​ຮອງ​ເອົາ​ໄດ້ ຫລືບໍ່ ພວກ​ທ່ານ​ເຫລົ່ານັ້ນ ກໍ​ຕ້ອງ​ໄດ້ກົດ
ອັນ​ທີ່​ເອີ້ນວ່າ “ທາງ​ເລືອກ​ປະລາ​ມະນູ” ​ເພື່ອ​ປ່ຽນກົດ​ລະບຽບ​ໃນ​ການ​ຮັບຮອງ ​ແລະ​
ອະນຸຍາດ​ໃຫ້ການ​ອອກສຽງຜ່ານ​ໄດ້ ​ໂດຍ​ການພຽງ​ແຕ່​ໃຊ້​ສຽງສ່ວນ​ຫລາຍ​ເທົ່າ​ນັ້ນ.

​ໃນ​ປີ 2013, ພວກສະມາຊິກ​ພັກ​ເດ​ໂມ​ແຄຣັດ ​ໄດ້​ດຶງ​ເອົາທາງ​ເລືອກ​ປະລາ​ມະນູມາ
​ໃຊ້ ຄື​ຕ້ອງການ​ແຕ່​ສຽງສ່ວນ​ຫລາຍ​ເທົ່າ​ນັ້ນ ​ເພື່ອ​ຮັບ​ຮອງ​ເອົາເກືອບໝົດທຸກ​ຄົນ ທີ່
ຖືກແຕ່ງຕັ້ງ​ໃຫ້​ຮັບ​ຕໍາ​ແໜ່ງຕ່າງໆ ຈາກ​ປະທານາທິບໍດີ ​ແຕ່​ຍົກ​ເວັ້ນ ຜູ້ທີຖືກ​ແຕ່ງຕັ້ງ
​ໃຫ້​ຮັບ​ຕໍາ​ແໜ່ງ​ໃນ​ສານ​ສູງ​ສຸດ.

ຄະນະ​ກໍາມະການ​ສະພາ​ສູງ​ຂອງ​ສະຫະລັດ​ ກໍາລັງ​ພິຈາລະນາຄໍາ​ໃຫ້ການ ​ຈາກ​ບັນດາ​ທະນາຍຄວາມ​, ກຸ່ມ​ສະໜັບສະໜຸນສິດທິ​ຕ່າງໆ, ​ແລະ​ຜູ້​ພິພາກສາຂອງ​ລັດຖະບານ
​ກາງ​ອື່ນໆ ​ກ່ຽວກັບການແຕ່ງຕັ້ງໃຫ້​ດໍາລົງ​ຕໍາ​ແໜ່ງດັ່ງກ່າວ ທີ່​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ວານ
​ນີ້ ​ໃນ​ບາດກ້າວ​ສຸດ​ທ້າ​ຍ ​ຂອງ​ການຮັບຟັງເພື່ອ​ພິຈາລະນາ​ຮັບຮອງ​ເອົາຜູ້ກ່ຽວ.

ຫລັງ​ຈາກ​ວັນ​ພະ​ຫັດ​ວານ​ນີ້​ໄປ ມັນ​ຂຶ້ນກັບ​ຄະນະ​ກໍາມະການຕຸລາການຂອງ​ສະພາ​ສູງ​
​ວ່າ​ຈະ​ສົ່ງ​ການ​ແຕ່ງຕັ້ງດັ່ງກ່າວ ​ໄປ​ຫາກອງ​ປະຊຸມ​ຄົບ​ຄະນະຂອງ​ສະພາ​ສູງ​ຫລືບໍ່ ພາຍ
ຫລັງ​ທີ່​ໄດ້​ໃຊ້​ເວລາໃນ​ອາທິດ​ນີ້ ໃຫ້​ທ່ານ Gorsuch ຕອບຄໍາ​ຖາມຕ່າງໆໃນ​ສະພາ​ແລ້ວ.

ອ່ານຂ່າວນີ້ເພີ້ມອີກເປັນພາສາອັງກິດ

XS
SM
MD
LG