ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Neil Gorsuch ຈະເຂົ້າຮັບຕຳແໜ່ງເປັນຜູ້ພິພາກສາໃນ ສານສູງສຸດ ສະຫະລັດ


ຜູ້ຖືກສະເໜີຊື່ເຂົ້າຮັບຕຳແໜ່ງໃນສານສູງສຸດ ທ່ານ Neil Gorsuch ໃຫ້ຄຳພິສູດຕົນເອງຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 22 ມີນາ, 2017.
ຜູ້ຖືກສະເໜີຊື່ເຂົ້າຮັບຕຳແໜ່ງໃນສານສູງສຸດ ທ່ານ Neil Gorsuch ໃຫ້ຄຳພິສູດຕົນເອງຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 22 ມີນາ, 2017.

14 ເດືອນ ຫຼັງຈາກການມໍລະນະກຳຂອງຜູ້ພິພາກສາສານສູງສຸດ ທ່ານ Antonin
Scalia ແລ້ວ ໃນວັນຈັນມື້ນີ້ສານດັ່ງກ່າວກໍຈະມີຄະນະຜູ້ພິພາກສາ 9 ຄົນເຕັມຄົບຄະນະ
ອີກຄັ້ງໜຶ່ງ ດ້ວຍການສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ Neil Gorsuch.

ຜູ້ພິພາສາຄົນໃໝ່ ຈະຕ້ອງໄດ້ກ່າວຄຳສາບານສອງຄັ້ງ ຕາມກົດໝາຍໃນພິທີຕ່າງກັນ.

ພິທີທຳອິດຈະຖືກດຳເນີນຂຶ້ນຊ້ອງໜ້າກັນ ໂດຍຫົວໜ້າຜູ້ພິພາກສາທ່ານ John
Roberts ຢູ່ສານສູງສຸດ. ຕໍ່ມາ, ຜູ້ພິພາກສາດ້ວຍກັນ ຄືທ່ານ Anthony Kennedy ຈະ
ດຳເນີນພິທີສາບານໂຕ ຢູ່ສວນກຸຫຼາບຂອງ ທຳນຽບຂາວ ພ້ອມດ້ວຍການເຂົ້າຮ່ວມຂອງ
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ.

ທ່ານ ທຣຳ ໄດ້ເລືອກທ່ານ Gorsuch ເພື່ອເຂົ້າຮັບຕຳແໜ່ງທີ່ຍັງຫວ່າງດ່ັງກ່າວ ທ້າຍ
ເດືອນມັງກອນທີ່ຜ່ານມາ, ແລະ ໃນສັບປະດາແລ້ວນີ້ ສະພາສູງ ສະຫະລັດ ໄດ້ໃຫ້ການ
ອະນຸມັດ ຫຼັງຈາກຂັ້ນຕອນການຮັບຮອງໂດຍສະພາຂອງທັງສອງພັກທີ່ມີຄວາມຂັດແຍ້ງ
ກັນນັ້ນ ໄດ້ຈົບລົງ ດ້ວຍການລົງຄະແນນສຽງ 54 ຕໍ່ 45 ໃນສະພາທີ່ມີສະມາຊິກພັກຣີ
ພັບບລີກັນຈຳນວນຫຼາຍກວ່າ.

ບໍ່ມີສະມາຊິກພັກຣີພັບບລີກັນຄົນໃດຕໍ່ຕ້ານທ່ານ Gorsuch, ຜູ້ທີ່ໄດ້ປະຕິບັດໜ້າທີ່ເປັນ
ຜູ້ພິພາກສາສານອຸທອນລັດຖະບານກາງ ໄດ້ໜຶ່ງທົດສະວັດແລ້ວ, ໃນຂະນະທີ່ສະມາຊິກ
ພັກເດໂມແຄຣັດ ສາມຄົນໄດ້ສະໜັບສະໜູນການຮັບຮອງຂອງທ່ານນຳ.

ດ້ວຍການທີ່ທ່ານ Gorsuch ອາຍຸ 49 ປີຈະມາເຂົ້າຮ່ວມໃນກຸ່ມຜູ້ພິພາກສານັ້ນ, ສານສູງ
ສຸດອີກຄັ້ງໜຶ່ງ ກໍຈະມີຜູ້ພິພາກສາຫົວອະນຸລັກນິຍົມຫຼາຍກວ່າ 5 ຕໍ່ 4 ທ່ານ.

ບັນດາສະມາຊິກສະພາສູງພັກເດໂມແຄຣັດ ໄດ້ພະຍາຍາມທີ່ຈະໃຊ້ການຂັດຂວາງຕາມ
ລະບຽບການ ທີ່ຮູ້ຈັກກັນວ່າ Filibuster ເພື່ອກີດກັ້ນການລົງຄະແນນສຽງຮອງຮັບຕຳ
ແໜ່ງດັ່ງກ່າວ, ແຕ່ພັກຣີພັບບລີກັນໄດ້ຕອບໂຕ້ຄືນດ້ວຍການປ່ຽນແປງກົດລະບຽບສະພາ
ສູງ ທີ່ຮຽກຮ້ອງພຽງແຕ່ຄະແນນສຽງສ່ວນຫຼາຍເທົ່ານັ້ນ ເພື່ອຮອງຮັບຜູ້ຖືກສະເໜີຊື່ເຂົ້າ
ຮັບຕຳແໜ່ງໃນສານສູງສຸດ.

ສະມາຊິກພັກເດໂມແຄຣັດຫຼາຍຄົນໄດ້ຕິຕຽນ ກ່ຽວກັບ ຂັ້ນຕອນຕື່ມຕຳແໜ່ງຫວ່າງໂດຍ
ການມໍລະນະກຳຂອງທ່ານ Scalia ນັ້ນ. ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ ໄດ້ພະຍາຍາມທີ່ຈະແຕ່ງຕັ້ງຜູ້ພິພາກສາທ່ານ Merrick Garland ສຳລັບຕຳແໜ່ງດັ່ງ
ກ່າວໃນປີກາຍນີ້, ແຕ່ພັກຣີພັບບລີກັນໄດ້ປະຕິເສດທີ່ຈະຈັດການພິຈະລະນາຕຳ

ແໜ່ງນັ້ນ, ເຊິ່ງຫຼາຍຄັ້ງໄດ້ອ້າງເຫດຜົນວ່າ ທ່ານ ໂອບາມາ ແມ່ນຢູ່ໃນການດຳລົງຕຳ
ແໜ່ງປີສຸດທ້າຍ ແລະ ວ່າການແຕ່ງຕັ້ງນັ້ນຄວນປ່ອຍໃຫ້ແກ່ຜູ້ຊະນະການເລືອກຕັ້ງໃນ
ເດືອນພະຈິກທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG