ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ NATO ປະຕິຍານທີ່ຈະຊ່ວຍຊາວ ຢູເຄຣນ ໃຫ້ຢູ່ລອດໃນລະດູໜາວ


NATO Vows to Help Ukrainians Survive Winter
please wait

No media source currently available

0:00 0:02:25 0:00

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ປະ​ກາດ​ໂຄງ​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ ເພື່ອ​ຊ່ວຍ​ ຢູ​ເຄ​ຣນ ຮັບມື​ກັບ​ລະ​ບົບ​ໄຟ​ຟ້າ​ທີ່​ຖືກ​ທຳ​ລາຍ​ ໃນ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ໃນ​ຂະ​ນະ​ທີ່ ກີ​ຢິບ ກຽມ​ພ້ອມ​ສຳ​ລັບ​ການ​ໂຈມ​ຕີ​ທາງ​ອ​າ​ກາດ​ຄັ້ງ​ໃຫຍ່​ອີກ​ຄັ້ງ​ນຶ່ງ. ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ຢູ່ນອກກອງ​ປະ​ຊຸມ ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ຂອງ​ອົງ​ການ NATO ໃນ​ປະ​ເທດ ໂຣ​ມາ​ເນຍ ທີ່​ໄດ້​ເພັ່ງ​ເລັງ​ໃສ່​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ຢູ​ເຄ​ຣນ ໃຫ້​ຢູ່​ລອດໃນ​ລະ​ດູ​ໜາວ. ນັກ​ຂ່າວ​ການ​ທູດ​ອະວຸ​ໂສວີ​ໂອ​ເອ ຊິນດີ ເຊນ ມີ​ລາຍ​ງານ, ເຊິ່ງ​ ພຸດ​ທ​ະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ດ້ວຍ​ລະ​ດູ​ໜາວ​ຫຍັບ​ໃກ້​ເຂົ້າ​ມ​າ​ໃນ ຢູ​ເຄ​ຣນ ແລະ ອຸນ​ຫະ​ພູມ​ຕ່ຳ​ກວ່າ​ຈຸດ​ແຂ​ງ​ເປັນ​ນ້ຳ​ກ້ອນ​ໃນຫຼາຍ​ພາກ​ສ່ວນ​ຂອງ​ປະ​ເທດ​ນັ້ນ, ຣັດ​ເຊຍ ໄດ້​ທຳ​ລາຍ​ ຫຼື ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພາກ​ສ່ວນ​ພະ​ລັງ​ງານ​ຂອງ ຢູ​ເຄ​ຣນ 40 ເປີ​ເຊັນ, ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ບໍ່​ມີ​ອາຍ​ຮ້ອນ, ໄຟ​ຟ້າ ຫຼື ນ້ຳ​ໃຊ້.

ຢູ່ກອງ​ປະ​ຊຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ອົງ​ການ NATO ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໃນ​ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ມາ​ເນຍ, ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ນັ້ນ, ເລ​ຂາ​ທິ​ການ​ໃຫຍ່ ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ຫາປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ກ່ຽວ​ກັບ ການ​ໃຊ້​ລະ​ດູ​ໜາວ​ເປັນ​ອາ​ວຸດ​ຕໍ່​ປະ​ຊາ​ຊົນ​ຂອງ ຢູ​ເຄ​ຣນ.

ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ແມ່ນ​ກຳ​ລັງ​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ ຢູ​ເຄ​ຣນ. ລາວ​ແມ່ນ​ກຳ​ລັງ​ຕອບ​ໂຕ້​ດ້ວຍ​ຄວາມ​ໂຫດ​ຮ້າຍກວ່າ​ເກົ່າ, ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງ​ອາຍ​ແກັ​ສ, ສາຍ​ໄຟ​ຟ້າ ແລະ ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັນ​ນ້ຳ, ໄຟ​ຟ້າ, ແສງໄຟ ແລະ ອາຍ​ຮ້ອນ​ຈາກ​ປະ​ຊາ​ຊົນ ຢູ​ເຄ​ຣນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ກ່າວ​ວ່າ “ເວ​ລາ​ທີ່​ພວກ​ເຮົາ​ມີ​ໝໍ້​ແປງ​ໄຟ ແລະ ເຄື່ອງ​ປັ່ນ​ໄຟ, ພວກ​ເຮົາ​ສາ​ມາດ​ນຳ​ເອົາ​ລະ​ບົບ​ຂອງ​ພວກ​ເຮົາ​, ສາຍ​ໄຟ​ຟ້າ​ຂອງ​ພວກ​ເຮົາ ກັບ​ຄືນ​ມາ ແລະ ສະ​ໜອງ​ສະ​ພາບ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ຕໍ່​ປະ​ຊາ​ຊົນ ເຊິ່ງ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັ້ນ​ເຂົາ​ເຈົ້າ​ຈາກ​ມັນ.”

ທ່ານ ຄູ​ເລ​ບາ ຍັງ​ໄດ້​ຮຽກ​ຮ້ອງ​ອົງ​ການ NATO ໃຫ້​ສະ​ໜອງ​ອາ​ວຸດ​ປ້ອງ​ກັນ​ທາງອາ​ກາດ​ເພີ່ມ​ເຕີມ​ຢ່າງວ່ອງ​ໄວ ສະ​ນັ້ນ ຢູ​ເຄ​ຣນ ຈຶ່ງ​ສາ​ມາດ​ທຳ​ລາຍ​ວົງ​ຈອນ​ທີ່​ຊົ່ວຮ້າຍ​ໃນ​ການ​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ຣັດ​ເຊຍ, ຢູ​ເຄ​ຣນ ໄດ້​ສ້ອມ​ແປງ​ມັນ ແລະ ຣັດ​ເຊຍ ໄດ້​ທຳ​ລາຍ​ມັນ​ອີກ. ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ ຢູ​ເຄ​ຣນ.

ໃນ​ການ​ຢືນ​ຄຽງ​ຂ້າງ​ຄູ່​ຮ່ວ​ມ​ຕຳ​ແໜ່ງ ໂຣ​ມາ​ເນ​ຍ ນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ອົງ​ການ NATO ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ຍັບ​ຢັ້ງ​ໂດຍ​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ.

ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ “ຣັດ​ເຊຍ ໄດ້​ປ່ຽນຫຼາຍ​ພາກ​ສ່ວນ​ຂອງ​ທະ​ເລ​ດຳ​ໃຫ້​ເປັນ​ເຂດ​ສົງ​ຄາມ. ພວກ​ເຮົາ​ເ​ຫັນ​ລູກ​ສອນ​ໄຟ​ຫຼາຍ​ລູກ​ຈາກ​ກຳ​ປັ່ນ​ລົບຍິງ​ເຂົ້າ​ມາ​ໃນ​ຕົວ​ເມືອງ ແລະ ເມືອງ​ຕ່າງໆ​ຂອງ ຢູ​ເຄ​ຣນ. ກອງ​ກຳ​ລັງ ຣັດ​ເຊຍ, ແນ່ນອນ, ໄດ້​ກີດ​ກັ້ນ​ທ່າ​ເຮືອ ຢູ​ເຄ​ຣນ, ເຮັດ​ໃຫ້​ມັນ​ເກີດ​ວິ​ກິດ​ການ​ຄວາມ​ປອດ​ໄພ​ດ້າ​ນ​ອາ​ຫານ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບຫຼາຍ​ປີ.

ສະ​ຫະ​ລັດ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ສະ​ໜອງ​ເງິນ ຫຼາຍກວ່າ 53 ລ້ານ​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ ກ່ຽວ​ກັບ ສ​າຍ​ໄຟ​ຟ້າ, ນອກ​ຈາກ​ເງິນຫຼາຍກວ່າ 55 ລ້ານ​ໂດ​ລາ​ໃນ​ການ​ສະ​ໜັບ​ສະ​ໜູນພ​ະ​ລັງ​ງານ​ສຸກ​ເສີນສຳ​ລັບ​ເຄື່ອງ​ປັ່ນ​ໄຟ​ເພື່ອ​ຊ່ວຍ​ເຫຼືອ​ນຳ​ເອົາ​ພະ​ລັງ​ງານ ແລະ ອາຍ​ຮ້ອນ​ກັບ​ຄື​ນມາ.

With winter approaching in Ukraine and below-freezing temperatures in many parts of the country, Russia has destroyed or damaged 40 percent of Ukraine’s energy sector, leaving millions without heat, electricity or water.

At a NATO foreign ministers meeting on Tuesday in Bucharest, Romania, focused on helping Ukraine, Secretary-General Jens Stoltenberg accused Russian President Vladimir Putin of using winter as a weapon against the people of Ukraine.

“President Putin is failing in Ukraine. He is responding with more brutality, attacking gas infrastructure, power lines, and trying to deprive the Ukrainians of water, electricity, light and heating."

Ukrainian Foreign Minister Dmytro Kuleba agreed.

"When we have transformers and generators, we can restore our system, our energy grid, and provide people with decent living conditions which President Putin is trying to deprive them of. "

Kuleba also called on NATO to provide more air defense weapons quickly so Ukraine can break the vicious cycle of Russia destroying infrastructure, Ukraine repairing it and Russia destroying it again. Russia denies it is targeting Ukrainian civilians.

Standing beside his Romanian counterpart, U.S. Secretary of State Antony Blinken said the United States and its NATO allies will not be deterred by Russia’s aggression.

“Russia's turned parts of the Black Sea into a war zone. We see missiles from warships coming into Ukrainian cities and towns. Russian forces, of course, block Ukrainian ports, causing what has been the worst food security crisis in years.”

The U.S. announced Tuesday that it is providing Ukraine with more than 53 million dollars in electricity grid assistance, in addition to more than 55 million dollars in emergency energy sector support for generators to help restore power and heat.

XS
SM
MD
LG