ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ກ່າວວ່າ ຕົນໂຈມຕີຖືກເປົ້າໝາຍຂອງກອງທັບຣັດເຊຍ ສອງແຫ່ງ ໃນແຫຼມຄຣາຍເມຍ


ບັນດາຕຳຫຼວດແລະພົນລະເມືອງ ພວມກວດກາຄວາມເສຍຫາຍຢູ່ດ້ານນອກຂອງຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໂດຍການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນນະຄອນຫຼວງກີຢິບ, ວັນທີ 3 ມັງກອນ 2024.
ບັນດາຕຳຫຼວດແລະພົນລະເມືອງ ພວມກວດກາຄວາມເສຍຫາຍຢູ່ດ້ານນອກຂອງຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໂດຍການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນນະຄອນຫຼວງກີຢິບ, ວັນທີ 3 ມັງກອນ 2024.

ຢູເຄຣນ ກ່າວໃນວັນພະຫັດວານນີ້ ວ່າ ກອງທັບອາກາດຂອງຕົນໄດ້ໂຈມຕີຖືກເປົ້າໝາຍຂອງກອງທັບຣັດເຊຍສອງແຫ່ງ ໃນຄຣາຍເມຍທີ່ຢຶດຄອງໂດຍຣັດເຊຍ ລວມມີສູນບັນຊາການ ໃກ້ກັບເມືອງເຊວາສໂຕໂປລ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງແຫຼມແຫ່ງນີ້.

“ຂອບໃຈອີກເທື່ອນຶ່ງຕໍ່ບັນດານັກບິນຂອງກອງທັບອາກາດ ແລະໝົດທຸກຄົນຜູ້ທີ່ໄດ້ວາງແຜນປະຕິບັດການສຳລັບວຽກງານການສູ້ລົບທີ່ສົມບູນແບບນີ້” ຜູ້ບັນຊາການກອງທັບອາກາດຂອງຢູເຄຣນ ທ່ານມີໂຄລາ ໂອເລສຊຸກ ທີ່ໄດ້ກ່າວຢູ່ທາງເທເລແກຣມ.

ທ່ານມິແຄລ ຣາສໂວຊາເຢບ ຜູ້ປົກຄອງເມືອງເຊວາສໂຕໂປລ ທີ່ຖືກແຕ່ງຕັ້ງໂດຍມົສກູ ໄດ້ຂຽນລົງໃນເທເລແກຣມວ່າ ການໂຈມຕີຄັ້ງນີ້ ແມ່ນ “ໃຫຍ່ທີ່ສຸດໃນຊ່ວງເວລາບໍ່ດົນມານີ້.”

ບໍ່ດົນຫຼັງຈາກທ່ຽງຄືນ ກະຊວງປ້ອງກັນປະເທດຂອງຣັດເຊຍ ກໍໄດ້ລາຍງານວ່າ ໜ່ວຍປ້ອງກັນໄພທາງອາກາດຂອງຕົນ ໄດ້ຍິງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງ ຢູເຄຣນ 36 ລຳຕົກ ຢູ່ເທິງນ່ານຟ້າຂອງຄຣາຍເມຍ ຊຶ່ງມົສກູ ໄດ້ເຂົ້າມາຢຶດຄອງ ໃນປີ 2014.

ຢູເຄຣນເມື່ອມໍ່ໆມານີ້ ໄດ້ເສີມຂະຫຍາຍການໂຈມຕີຂອງຕົນຕໍ່ຄຣາຍເມຍ ໂດຍຫວັງວ່າ ຈະບັງຄັບໃຫ້ກອງເຮືອຂອງຣັດເຊຍ ຖອຍໜີອອກໄປ ຈາກທະເລດຳ.

Ukraine said on Thursday its air force struck two Russian military targets in occupied Crimea, including a command post near Sevastopol, the peninsula's largest city.

"Thanks again to the air force pilots and everyone who planned the operation for perfect combat work," Ukraine's Air Force Commander, Mykola Oleshchuk, said on Telegram.

Mikhail Razvozhayev, the Moscow-installed governor of Sevastopol, wrote on Telegram that the attack was "the most massive in recent times."

Just after midnight, Russia's Defense Ministry reported that its air defense units had downed 36 Ukrainian drones over Crimea, which Moscow annexed in 2014.

Ukraine has recently enhanced its attacks on Crimea in hopes of forcing Russia's fleet to retreat from the Black Sea.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG