ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສຸດຍອດ ອົງການເນໂຕ້ ມ້ວນທ້າຍ ຫຼັງຈາກ ປ. ທຣຳ ຕ້ອງຕິ ເຢຍຣະມັນ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍ່າງຢູ່ໃນລະຫວ່າງກອງປະຊຸມສຸດຍອດ ອົງການເນໂຕ້ ໃນນະຄອນຫຼວງ ບຣັສໂຊລ ຂອງແບລຢ້ຽມ, ວັນທີ 11ກໍລະກົດ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍ່າງຢູ່ໃນລະຫວ່າງກອງປະຊຸມສຸດຍອດ ອົງການເນໂຕ້ ໃນນະຄອນຫຼວງ ບຣັສໂຊລ ຂອງແບລຢ້ຽມ, ວັນທີ 11ກໍລະກົດ 2018.

ບັນດາຜູ້ນຳຂອງປະເທດສະມາຊິກ ອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ​ເນ​ໂຕ້
ຈະພົບປະກັນ ເປັນຄັ້ງທີສອງ ແລະ ວັນສຸດທ້າຍ ໃນກອງປະຊຸມສຸດຍອດປະຈຳປີ ຢູ່ໃນ
ນະຄອນຫຼວງ ບຣັສໂຊລສ໌ ຂອງແບລຢ້ຽມ ເຊິ່ງພວກເພິ່ນ ຍັງຄົງວິນຫົວຈາກການໂຈມຕີ
ທັງເລື້ອງ ກຸ່ມພັນທະມິດ ແລະເຢຍຣະມັນ ທີ່ເປັນປະເທດສະມາຊິກ ທີ່ຮັ່ງມີທີ່ສຸດ ໃນ
ຢູໂຣບ ທັງເປັນພັນທະມິດຂອງເນໂຕ້.

ບັນດາຜູ້ນຳ ອົງການເນໂຕ້ ຈະພະຍາຍາມ ອີກຄັ້ງນຶ່ງ ໃນວັນພະຫັນມື້ນີ້ ເພື່ອທີ່ຈະກ້າວ
ຜ່ານຄວາມຮຽກຮ້ອງຕ້ອງການຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່
ຢາກໃຫ້ ອົງການດັ່ງກ່າວ ມີງົບປະມານຄ່າໃຊ້ຈ່າຍ ໃນດ້ານການປ້ອງກັນປະເທດ ທີ່
ສູງຂຶ້ນກວ່າເກົ່າ ແລະ ໃຫ້ເພັ່ງເລັງໃສ່ການຍຸຕິສົງຄາມ ໃນອັຟການິສຖານ ທີ່ແກ່ຍາວ
ມານານແລ້ວນັ້ນ. ຫົວໜ້າອົງການເນໂຕ້ ທ່ານ ເຈັນສ໌ ສໂຕລເຕັນເບີກ ຢາກໃຫ້ບັນດາ
ຜູ້ນຳ ຕົກລົງກັນໃນການໃຫ້ທຶນສະໜັບສະໜຸນ ກຳລັງຮັກສາຄວາມສະຫງົບ ຂອງ
ອັຟການິສຖານ ຈົນເຖິງ ປີ 2024 ເຖິງແມ່ນວ່າ ປະຊາຊົນຢູ່ໃນບັນດາປະເທດຕາເວັນ
ຕົກ ມີຄວາມຮູ້ສຶກອິດເມື່ອຍ ກ່ຽວກັບການໄປມີສ່ວນພົວພັນ ໃນບັນຫາຂັດແຍ້ງ ຢູ່
ອັຟການິຖານ ນັ້ນກໍຕາມ.

ແຕ່ລາຍງານຂ່າວແຈ້ງວ່າ ເຈົ້າໜ້າທີ່ອົງການເນໂຕ້ ໄດ້ປະຊຸມກັນແບບບໍ່ມີໝາຍ
ກຳນົດການ ຊຶ່ງເປັນກອງປະຊຸມທີ່ຈັດຂຶ້ນຫລັງຈາກທ່ານທຣຳ ໄດ້ຕໍ່ວ່າອີກຄັ້ງນຶ່ງ
ກ່ຽວກັບ ລະດັບການໃຊ້ຈ່າຍ ໃນດ້ານປ້ອງກັນປະເທດຂອງສະມາຊິກເນໂຕ້ ໃນ
ລະຫວ່າງ ການປະຊຸມທີ່ປິດລັບ ທີ່ມີທັງ ຢູເຄຣນແລະຈໍເຈຍ ເຂົ້າຮ່ວມນຳດ້ວຍ.

ມີລາຍງານວ່າ ທ່ານທຣຳ ໄດ້ກ່າວໂຈມຕີ ທີ່ສະທ້ອນເຖິງການໃຫ້ຄວາມເຫັນ ທີ່ທ່ານ
ໄດ້ສະແດງອອກຜ່ານທາງທວີດເຕີ ເມື່ອຫຼາຍໆຊົ່ວໂມງກ່ອນໜ້ານີ້ ທີ່ເວົ້າວ່າ
“ປະທານາທິບໍດີຫລາຍໆຄົນ ໄດ້ພະຍາຍາມ ເປັນເວລາຫຼາຍປີມາແລ້ວ ແຕ່ບໍ່
ສຳເລັດຜົນ ທີ່ຈະໃຫ້ເຢຍຣະມັນ ແລະປະເທດສະມາຊິກເນໂຕ້ ທີ່ຮັ່ງມີອື່ນໆ ຈ່າຍ
ເງິນເພີ້ມຂຶ້ນໃນການປ້ອງກັນເຂົາເຈົ້າ ຈາກຣັດເຊຍ. ເຂົາເຈົ້າຈ່າຍພຽງສ່ວນນຶ່ງ
ຂອງລາຍຈ່າຍທັງໝົດ. ສະຫະລັດໄດ້ຈ່າຍຫຼາຍສິບພັນລ້ານໂດລາ ຫຼາຍໂພດ
ເກີນກວ່າທີ່ຈະຈ່າຍເງິນອຸດໜຸນໄດ້ ແລະກໍເສຍປຽບຢ່າງໃຫຍ່ ໃນດ້ານການຄ້າ.”

ໃນລະຫວ່າງ ການພົບປະກັນ ຕອນຮັບປະທານອາຫານເຊົ້າ ກັບທ່ານ ເຈັນສ໌
ສໂຕລເຕັນເບີກ ເລຂາທິການໃຫຍ່ອົງການເນໂຕ້ ໃນວັນເປີດກອງປະຊຸມເມື່ອ
ວັນພຸດວານນີ້ ທ່ານທຣຳ ໄດ້ກ່າວຫາ ເຢຍຣະມັນ ວ່າ ທຳການ “ດຶງດູດເອົາ” ຣັດເຊຍ
ໂດຍການອະນຸຍາດໃຫ້ບໍລິສັດ ພະລັງງານ ກັສປຣອມ (Gazprom) ຂອງຣັດເຊຍ
ກໍ່ສ້າງ 2 ທໍ່ລຳລຽງນ້ຳມັນ ທີ່ເອີ້ນວ່າ ນອຣດ໌ ສຕຣີມ (Nord Stream) ຜ່ານນ່ານນ້ຳ
ຂອງຕົນ.

ທ່ານຍັງໄດ້ຍົກເອົາເລື້ອງຄວາມເປັນຫ່ວງຂອງສະຫະລັດ ທີ່ຍັງຄົງຄ້າງມາດົນນານແລ້ວ
ຂຶ້ນມາ ທີ່ວ່າ ຢູໂຣບ ຄວນເພີ້ມຄ່າໃຊ້ຈ່າຍໃນການປ້ອງປະເທດ ທີ່ເປັນພາລະຂອງຕົນ
ໂດຍການອະທິບາຍເຖິງສະຖານະການ ໃນປັດຈຸບັນນີ້ວ່າ “ເປັນການບໍ່ສົມສ່ວນເລີຍ
ແລະບໍ່ຍຸຕິທຳ ຕໍ່ປະຊາຊົນຜູ້ເສຍພາສີ ຂອງສະຫະລັດ.”

ທ່ານທຣຳ ຍັງມີໝາຍກຳນົດທີ່ຈະພົບປະແບບສອງຕໍ່ສອງ ກັບພວກຜູ້ນຳຢູໂຣບ ໃນວັນ
ພະຫັດມື້ນີ້ ອີງຕາມເຈົ້າໜ້າທີ່ຂອງທຳນຽບຂາວ.

NATO Announces Iraq Mission, as Summit Overshadowed by Spending Dispute
please wait

No media source currently available

0:00 0:02:30 0:00

Leaders of the member nations of the North Atlantic Treaty Organization are meeting for the second and final day of their annual summit in Brussels still reeling from U.S. President Donald Trump's tongue-lashing of both the alliance and Germany, it's wealthiest European member.

NATO leaders were hoping on Thursday to move beyond President Trump's demands for higher defense spending, and focus on ending the long war in Afghanistan. NATO chief Jens Stoltenberg wants leaders to agree to fund Afghan security forces until 2024, despite public fatigue in Western countries about their involvement in the conflict.

But news outlets say NATO officials held an unscheduled, allies-only session after Trump openly complained once again about NATO members' defense spending levels during a closed-door meeting that included Ukraine and Georgia.

Trump's reported tirade mirrored comments he made hours earlier on Twitter:"Presidents have been trying unsuccessfully for years to get Germany and other rich NATO Nations to pay more toward their protection from Russia," he wrote."They pay only a fraction of their cost. The U.S. pays tens of Billions of Dollars too much to subsidize Europe, and loses Big on Trade![[ https://twitter.com/realDonaldTrump/status/1017288317342224384 ]]

During a breakfast meeting with NATO Secretary-General Jens Stoltenberg on Wednesday's opening day, Trump accused Germany of being a "captive" of Russia for allowing Russian energy company Gazprom to construct the Nord Stream 2 pipeline through its waters.

He also raised a longstanding U.S. concern that Europe increase its share of spending on defense, describing the current situation as ``disproportionate and not fair to the taxpayers of the United States.''

Trump is also scheduled to hold an an unspecified number of one-on-one meetings Thursday with other European leaders, according to White House officials.

XS
SM
MD
LG