ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າອົງການເນໂຕ້ ຮຽກ​ຮ້ອງ​ໃຫ້ເກົາຫຼີ​ໃຕ້ ເລີ້ມໃຫ້​ການ​ຊ່ວຍ​ເຫລືອ​ທາງ​ທະ​ຫານ ແກ່ ​ຢູ​ເຄ​ຣນ


ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາຫຼີ​ໃຕ້, ທ່ານ Park Jin ໃນ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ ຢູ່​ທີ່​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ເກົາຫຼີ​ໃຕ້, ໃນ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 29 ມັງ​ກອນ, 2023
ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາຫຼີ​ໃຕ້, ທ່ານ Park Jin ໃນ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ ຢູ່​ທີ່​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ເກົາຫຼີ​ໃຕ້, ໃນ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 29 ມັງ​ກອນ, 2023

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໃນວັນຈັນມື້ນີ້ ໄດ້ຮຽກຮ້ອງໃຫ້ເກົາຫຼີໃຕ້ ເພີ່ມທະວີການສະໜັບສະ ໜຸນທາງທະຫານຕໍ່ຢູເຄຣນ ໂດຍອ້າງເຖິງປະເທດອື່ນທີ່ໄດ້ປ່ຽນແປງນະໂຍບາຍຂອງ​ການບໍ່ໃຫ້ສະໜອງອາວຸດແກ່ປະເທດທີ່ມີ​ການຂັດແຍ້ງກັນ ຫຼັງຈາກມີການຮຸກຮານ ຂອງຣັດເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

​ທ່ານສໂຕລເທັນເບີກ ຢູ່ໃນນະ​ຄອນ​ຫລວງໂຊລ ຊຶ່ງເປັນບ່ອນຢຸດແວ່ທໍາອິດຂອງ​ທ່ານໃນການເດີນທາງ ທີ່ຈະລວມ​ມີຍີ່ປຸ່ນ ແລະມີຈຸດປະສົງເພື່ອເພີ່ມທະວີການພົວພັນກັບປະ​ເທດພັນທະມິດຂອງສະຫະລັດ ໃນການປະເຊີນຫນ້າກັບສົງຄາມໃນຢູເຄຣນ ແລະການແຂ່ງຂັນທີ່ເພີ່ມຂຶ້ນກັບຈີນ.

ໃນ​ການກ່າວ​ຄຳ​ປາ​ໄສ​ຢູ່​ທີ່​ສະ​ຖາ​ບັນເຊ (Chey) ສຳ​ລັບ​ການ​ສຶກ​ສາ​ຂັ້ນ​ສູງ ​ໃນນະ​ຄອນ​ຫວງ​ໂຊ​ລນັ້ນ ທ່ານ​ໄດ້​ຂອບ​ໃຈ​ເກົາ​ຫຼີ​ໃຕ້ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ແມ່ນ​ສິ່ງເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃຫ້​ແກ່ຢູ​ເຄ​ຣນ ແຕ່​ກໍໄດ້​ຮຽກ​ຮ້ອງ​ໃຫ້​ເຮັດ​ຫຼາຍ​ກວ່າ​ນັ້ນ ໂດຍ​ກ່າວເພີ່ມ​ວ່າ “ມີຄວາມຕ້ອງ​ການ​ອັນ​ຮີບ​ດ່ວນ” ສຳ​ລັບ​ລູກ​ປືນ. ຣັດ​ເຊຍ​ເອີ້ນ​ການ​ບຸກ​ລຸກ ດັ່ງ​ກ່າວ​ວ່າ ​ເປັນ "ການ​ປະ​ຕິ​ບັດ​ງານ​ພິ​ເສດ."

ທ່ານ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້ສ​າ​ທາ​ລະ​ນະ​ລັດເກົາ​ຫຼີ​ ສືບ​ຕໍ່ການ​ຊ່ວຍ​ເຫລືອ​ແລະ​ກ້າວ​ໄປ​ເຖິງ​ບັນ​ຫາ​ສະ​ເພາະ​ເຈາະ​ຈົງ​ໃນການ​ຊ່ວຍເຫລືອ​ດ້ານ​ການ​ທະ​ຫານ. "ໃນຕອນທ້າຍຂອງມື້, ມັນເປັນການຕັດສິນໃຈສໍາລັບທ່ານ ທີ່ຈະເຮັດ, ແຕ່ຂ້າພະເຈົ້າ ຈະເວົ້າວ່າ ພັນທະມິດຂອງເນ​ໂຕ້ ຫຼາຍປະ​ເທດທີ່ມີນະໂຍບາຍບໍ່ສົ່ງອາວຸດໃຫ້ແກ່ປະເທດທີ່ມີຄວາມຂັດແຍ້ງກັນ​ຈັກ​ເທື່ອນັ້ນ ກໍໄດ້ປ່ຽນແປງນະໂຍບາຍນັ້ນແລ້​ວ​ດຽວນີ້."

ໃນການພົບປະກັບເຈົ້າໜ້າທີ່ອາວຸໂສຂອງເກົາຫຼີໃຕ້ນັ້ນ, ທ່ານສໂຕລເທັນເບີກໄດ້ໃຫ້ ​ເຫດ​ຜົນວ່າ ເຫດການຕ່າງໆໃນຢູ​ໂຣບ ແລະອາເມຣິກາເໜືອ ມີການພົວພັນກັນກັບ ຂົງ​ເຂດອື່ນ ແລະ ປະ​ເທດພັນທະມິດຢາກຊ່ວຍຄວບ​ຄຸມໄພຂົ່ມຂູ່ຂອງໂລກໂດຍການ ເພີ່ມທະວີການຮ່ວມມືໃນຂົງ​ເຂດ​ເອ​ເຊຍ.

​ເກົາຫຼີໃຕ້​ໄດ້​ເຊັນ​ຂໍ້​ຕົກລົງ​ທີ່​ສຳຄັນ​ໃນ​ການ​ສະໜອງ​ລົດ​ຖັງ, ​ເຮືອບິນ​ ແລະ​ອາວຸດ​ອື່ນໆ ​ຫຼາຍ​ຮ້ອຍ​ອັນ ໃຫ້​ແກ່ປະ​ເທດ​ໂປ​ແລນຊຶ່ງ​ເປັນ​ສະ​ມາ​ຊິກຂອງເນ​ໂຕ້ ນັບ​ແຕ່​ສົງຄາມ​ໄດ້​ເລີ່​ມຂຶ້ນ, ​ແຕ່​ປະທານາທິບໍດີ​ເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ (Yoon Suk Yeol) ​ໄດ້​ກ່າວ​ວ່າ ກົດໝາຍ​ຂອງ​ປະ​ເທດ​ຕົນ ​ຕ້ານ​ການ​ສະໜອງ​ອາວຸດ​ໃຫ້​ປະ​ເທດ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ມັນ​ຈຶ່ງ​ເຮັດ​ໃຫ້​ການ​ສະ​ໜອງ​ອາ​ວຸດ​ໃຫ້ແກ່​ຢູ​ເຄ​ຣນ​ມີ​ຄວາມ​ຫຍຸ້ງ​ຍາກ.

ສໂຕລເທັນເບີກກ່າວວ່າ ປະເທດຕ່າງໆເຊັ່ນເຢຍຣະມັນ, ສະວີເດັນ, ແລະນໍເວ ແມ່ນມີນະໂຍບາຍທີ່ຄ້າຍຄືກັນນີ້ ແຕ່ກໍໄດ້ປ່ຽນແປງມັນແລ້ວ.

"ຖ້າພວກເຮົາບໍ່​ຢາກ​ໃຫ້​ລະ​ບອບຜະ​ເດັດ​ການ ແລະລະ​ບອບກົດ​ຂີ່​ຂົ່ມ​ເຫັງຊະນະແລ້ວ ພວກເຂົາເຈົ້າຕ້ອງ ການອາວຸດ, ນັ້ນແມ່ນຄວາມຈິງ," ທ່ານກ່າວເຊັ່ນ​ນີ້ ໂດຍໝາຍເຖິງຢູເຄ​ຣນ.

ຫົວໜ້າອົງການ​ເນ​ໂຕ້ກ່າວ​ວ່າ “ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ”​ ທີ່ຈະ​ບໍ່​ໃຫ້ຣັດ​ເຊຍໄດ້​ຮັບ​ໄຊຊະນະ​ໃນ​ສົງຄາມ​ຄັ້ງ​ນີ້ ມັນບໍ່​ພຽງ​ແຕ່​ສຳລັບ​ຊາວ​ຢູ​ເຄຣນ​ເທົ່າ​ນັ້ນ ​ແຕ່ເຮົາ​ຍັງ​ຕ້ອງ​ຫລີກ​ລ້ຽງ​ການ​ສົ່ງ​ຂໍ້​ຄວາມ​ທີ່​ຜິດພາດ​ ໄປ​ຍັງ​ບັນດາ​ຜູ້ນຳຜະ​ເດັດ​ການ, ລວມທັງ​ຢູ່​ໃນ​ປັກ​ກິ່ງ​ວ່າ ພວກ​ເຂົາ​ສາມາດ​ໄດ້​ຮັບ​ສິ່ງ​ທີ່​ຕົນ​ຢາກ​ໄດ້​ດ້ວຍການໃຊ້​ກຳລັງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG