ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ NATO ຕ້ອງສົ່ງອາວຸດ ໄປຊ່ວຍຢູເຄຣນ ໃຫ້ 'ເທົ່າກັບຄວາມໄວຂອງສົງຄາມ'


US: NATO Must Send Weapons to Ukraine ‘at Speed of War’
please wait

No media source currently available

0:00 0:03:15 0:00

ລານງານກ່ຽວກັບ ອົງການ NATO ຕ້ອງສົ່ງອາວຸດໄປຊ່ວຍ ຢູເຄຣນ ໃຫ້ 'ເທົ່າກັບຄວາມໄວຂອງສົງຄາມ.'

ອົງການ NATO ແລະປະເທດພັນທະມິດ ໄດ້ຕົກລົງເຫັນດີທີ່ເພີ້ມ​ການ ໃຫ້​ຄວາມສະໜັບສະໜຸນທາງ​ດ້ານ​ທະ​ຫານ​ແກ່ຢູເຄຣນ ໃນການຕໍ່ສູ້ກັບການຮຸກຮານຂອງຣັດເຊຍ, ລຸນຫຼັງມີການປະຊຸມທີ່ຈັດໂດຍລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ເຊິ່ງທ່ານໄດ້ເຕືອນວ່າ ອາວຸດຕ່າງໆນັ້ນຕ້ອງຖືກຈັດສົ່ງໃຫ້ທັນເວລາ ໃນຂະນະທີ່ສົງຄາມ ກ້າວເຂົ້າສູ່ພາວະ​ທີ່ຮຸນແຮງ. ເຮັນຣີ ຣິຈເວລ (Henry Ridgwell) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ໄດ້ເປັນເຈົ້າພາບຈັດກອງປະຊຸມຮ່ວມກັບ​ຄູ່​ຕຳ​ແໜ່ງ​ຈາກ 40 ປະເທດພັນທະມິດ ຢູ່ທີ່ຖານທັບອາກາດ ຣາມສໄຕນ໌ (Ramstein) ໃນເຢຍຣະມັນ ເພື່ອລະດົມການສະໜັບສະໜຸນ​ໃຫ້​ແກ່ຢູເຄຣນ.

ທ່ານລອຍ ອອສຕິນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ກ່າວວ່າ:

“ຢູເຄຣນ ມີຄວາມເຊື່ອຢ່າງໝັ້ນໃຈວ່າ ພວກເຂົາເຈົ້າສາມາດເອົາຊະນະໄດ້, ແລະທຸກໆຄົນຢູ່ໃນນີ້ ກໍຄົງຊິຄິດເຊັ່ນດຽວກັນ.”

ໃນການກ່າວກັບນັກຂ່າວ, ທ່ານອອສຕິນ ເວົ້າວ່າ ກອງກໍາລັງທະຫານຣັດເຊຍ ໄດ້ປະສົບກັບຄວາມສູນເສຍຄັ້ງສໍາຄັນ.

ທ່ານລອຍ ອອສຕິນ ກ່າວວ່າ:

“ພວກເຮົາຕ້ອງການທີ່ຈະເຮັດໃຫ້ໝັ້ນໃຈອີກຄັ້ງວ່າ ພວກເຂົາຈະບໍ່ນໍາເອົາຄວາມສາມາດແບບເກົ່ານັ້ນ ໄປຂົ່ມເຫັງເພື່ອນບ້ານ ເໝືອນດັ່ງທີ່ພວກເຮົາໄດ້ເຫັນ​ໃນຕ​ອນ​ເລີ້ມ​ຕົ້ນ​ຂອງ​ບັນ​ຫາຂັດແຍ້ງດັ່ງກ່າວ.”

ທ່ານອອສຕິນ ກ່າວວ່າ 30 ປະເທດໄດ້ໃຫ້ຄໍາໝັ້ນ​ສັນ​ຍາທີ່ຈະໃຫ້ເງິນຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງ 5 ຕື້ໂດລາແກ່ຢູເຄຣນ ລວມເຖິງເງິນຈໍານວນ 3 ຕື້ 700 ລ້ານໂດລາ ຈາກສະຫະລັດນໍາອີກດ້ວຍ.

ທ່ານ ອອສຕິນ ກ່າວວ່າ:

“ໃນອີກບໍ່ເທົ່າໃດອາທິດທີ່ຈະມາເຖິງນີ້ ຈະເປັນຊ່ວງໄລຍະທີ່ສໍາຄັນທີ່ສຸດສໍາລັບ ຢູເຄຣນ. ດັ່ງນັ້ນ ພວກເຮົາຈໍາເປັນຈະຕ້ອງປະຕິບັດງານຢ່າງຮີບດ່ວນ ເທົ່າກັບຄວາມໄວຂອງສົງຄາມ.

ຈົນເຖິງປັດຈຸບັນນີ້, ເຢຍຣະມັນຍັງຄົງປະຕິເສດທີ່ຈະສະໜອງອາວຸດທີ່ສໍາຄັນໃຫ້ແກ່ ຢູເຄຣນ, ແຕ່ຢືນຢັນໃນມື້ວັນອັງຄານແລ້ວນີ້ວ່າ ພວກເຂົາເຈົ້າຈະສົ່ງລົດຖັງຕິດອາວຸດຕໍ່ຕ້ານການໂຈມຕີທາງອາກາດໄປໃຫ້ແກ່ປະເທດດັ່ງກ່າວນີ້ 50 ຄັນ.

ທ່ານຄຣິສຕີນ ແລມເບຣສຕ໌ (Christine Lambrech), ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງເຢຍຣະມັນ ກ່າວວ່າ:

“ນັ້ນ ຄືສິ່ງທີ່ ຢູເຄຣນ ຕ້ອງການໃນຂະນະນີ້ ເພື່ອປ້ອງກັນການໂຈມຕີທາງອາ ກາດຈາກພາກພື້ນດິນ.”

ທ່ານຟາບຣິກ ໂພເທຍ (Fabrice Pothier), ເຊິ່ງເປັນອະດີດຜູ້ອໍານວຍການ ໃນການວາງແຜນນະໂຍບາຍຂອງອົງການ NATO ກ່າວວ່າ ໄດ້ມີການຜັກດັນໃຫ້ປະເທດຕາເວັນຕົກ ມີການດໍາເນີນງານ, ເຊິ່ງທ່ານ ໂພເທຍ ກ່າວວ່າ:

“ມັນເປັນທີ່ແຈ່ມແຈ້ງວ່າ ສະຖານະການທາງພາກພື້ນດິນມີການປ່ຽນແປງ, ແລະລັກສະນະຂອງການສັງຫານ​ໝູ່ພົນລະເຮືອນ ທີ່ພວກເຈົ້າກໍາລັງເຫັນຢູ່ນີ້ ໄດ້ພາ​ໃຫ້ມີການເຄື່ອນ​ໄຫວ.”

ທ່ານເບຣດເລ ບາວແມນ (Bradley Bowman), ເຊິ່ງເປັນນັກວິເຄາະ ກ່າວວ່າ ສົງຄາມຢູ່ໃນຢູເຄຣນ ໄດ້ຫັນ​ໄປ​ສູ່ເຂດດອນບາສ (Donbas) ທີ່ຢູ່ທາງທິດຕາເວັນອອກຂອງປະເທດຢູເຄຣນ ​ເຊິ່ງ​ພາ​ໃຫ້ມີຄວາມຕ້ອງການ​ທາງ​ດ້ານທະຫານ ທີ່ແຕກຕ່າງອອກ​ໄປ.

ທ່ານເບຣດເລ ບາວແມນ ຈາກມູນນິທິເພື່ອຄວາມໝັ້ນຄົງຂອງປະຊາທິປະໄຕ ກ່າວຜ່ານທາງສະໄກປ໌ ວ່າ:

“ພື້ນທີ່ຕ່າງໆ​ແມ່ນ​ເປັນ​ເຂດ​ໂລ່ງກວ້າງຫຼາຍຂຶ້ນ, ປືນໃຫຍ່ ແມ່ນກໍາລັງຈະເປັນສ່ວນສໍາຄັນຢູ່​ທີ່ນີ້. ຝ່າຍໃດທີ່ສາມາດຍິງປືນໃຫຍ່ໄດ້ຢ່າງໄວ ແລະຖືກເປົ້າທີ່ ​ຫຼາຍກວ່ານັ້ນ ສາມາດ​ທີ່​ຈະ​ເປັນ​ຝ່າຍໄດ້ຮັບໄຊຊະນະ.”

ການກ່າວເຖິງຢູເຄຣນ ຂອງສະຫະລັດ ກໍໄດ້ມີການປ່ຽນແປງເຊັ່ນກັນ. ລັດຖະ ມົນຕີຄວາມໝັ້ນຄົງຂອງປະເທດ ທ່ານລອຍ ອອສຕິນ ໄດ້​ກ່າວ​ຢ້ຳ​ເຖິງ​ໄຊ​ຊະ

ນະ​ຂອງຊາວ​ຢູ​ເຄ​ຣນ.

ທ່ານເບຣດເລ ບາວແມນ ກ່າວວ່າ:

“ຖ້າພວກເຈົ້າ ຫາກລວມເອົາຄວາມກ້າຫານ, ຄວາມສາມາດ ຂອງປະຊາຊົນຊາວຢູເຄຣນເຂົ້າກັນ ແລະຄວາມພໍໃຈທີ່ຈະປົກປ້ອງບ້ານເກີດເມືອງນອນຈາກການຮຸກຮານທີ່ບໍ່ມີເຫດຜົນ ພ້ອມດ້ວຍການຊ່ວຍເຫຼືອຈາກປະເທດຕາເວັນຕົກແລ້ວ, ເວົ້າແບບກົງໆ ພວກເຮົາຈໍາເປັນຕ້ອງຈັດຫາການຂົນສົ່ງໃນໄລຍະຍາວ, ຈາກນັ້ນ ຂ້າພະເຈົ້າຄິດວ່າ ຈາກຊ່ວງການປະຕິບັດງານທີ່ຍາວນານນັ້ນ ສິ່ງນີ້ຈະກາຍເປັນຄວາມຫາຍະນະ ທາງຍຸດທະສາດທີ່ສໍາຄັນຂອງ ປູຕິນ. ແຕ່ ໃນຊ່ວງໄລຍະເວລາສັ້ນນີ້, ເວົ້າ​ຢ່າງແຈ້ງໆເລີຍວ່າ ​ຮູບ​ພາບ​ແມ່ນ​ຍັງ​ປະ​ສົມ​ປະ​ສານ​ກັນ​ຢູ່.”

ທ່ານໂພເທຍກ່າວວ່າ ແຕ່ມັນຍັງມີຄວາມ​ເຫັນແຕກຕ່າງ​ກັນຢູ່ໃນຄອບຄົວຂອງ ​ອົງ​ການ NATO, ເຊິ່ງທ່ານໄດ້ກ່າວວ່າ:

“ລະຫວ່າງຜູ້ທີ່ຄິດວ່າ ນັ້ນຄືຊ່ວງເວລາທີ່ພວກເຮົາຈະໄດ້ຮັບໄຊຊະນະ ແລະຕໍ່ ຕ້ານກັບສົງຄາມຮຸກຮານຂອງ ປູຕິນ ໄດ້ຢ່າງແທ້ຈິງ, ຕໍ່ຕ້ານກັບຄວາມຄິດຂອງລະບົບການສຶກສາ ທີ່ມີລັກສະນະຂອງຄວາມກັງວົນທີ່ເພີ້ມຂຶ້ນ ແລະບໍ່ລົງໂທດ ຣັດເຊຍ, ຄວາມອັບອາຍຂອງ ຣັດເຊຍ, ແຕ່ ເບິ່ງຄືວ່າມີຄວາມພະຍາຍາມທີ່ຈະຍຸຕິຫຼາຍໆສິ່ງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.”

ຣັດເຊຍ ໄດ້ເຕືອນໃນມື້ວັນຈັນແລ້ວນີ້ວ່າ ການສະໜອງອາວຸດຕ່າງໆຂອງປະ ເທດຕາເວັນຕົກໃຫ້ແກ່ ຢູເຄຣນ ເຮັດໃຫ້ມີຄວາມສ່ຽງໃນການເກີດ “ສົງຄາມໂລກຄັ້ງທີສາມ.” ລັດຖະມົນຕີປ້ອງ​ກັນ​ປະ​ເທດຂອງສະຫະລັດ ທ່ານ ອອສຕິນ ຮ້ອງ​ການ​ໃຫ້​ຄວາມ​ເຫັນນີ້ວ່າ “ມັນເປັນອັນຕະລາຍ ແລະບໍ່ໄດ້ຊ່ວຍຫຍັງ.”

ສະຫະ​ຣາຊະອານາຈັກອັງກິດ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ຕໍ່​ການ​ໃຫ້ຄວາມເຫັນຂອງ ມົສກູນັ້ນ​ວ່າ “​ເປັນຄວາມອົງອາດກ້າຫານ” ​ແຕ່​ຢ່າງ​ໃດ ແລະກ່າວວ່າ ຕົນບໍ່ໄດ້ເຫັນເຖິງການ​ມີຄວາມສ່ຽງ​ເພີ້ມ​ຂຶ້ນໃນທັນທີທັນໃດ​ແຕ່​ຢ່າງ​ໃດ​ເລີຍ.

NATO and allied nations have agreed to step up their military support for Ukraine to fight the Russian invasion, following a meeting hosted by the U.S. Secretary of Defense — who warned the weapons must be delivered quickly as the war enters a crucial phase. Henry Ridgwell reports.

US Secretary of Defense Lloyd Austin hosted counterparts from forty allied nations at the Ramstein Air Base in Germany to rally support for Ukraine.

Lloyd Austin, US Defense Secretary

“Ukraine clearly believes that it can win. And so does everyone here.”

Speaking to reporters, Austin said Russian forces have suffered significant losses.

Lloyd Austin, US Defense Secretary

“We would like to make sure again that they don't have the same type of capability to bully their neighbors that we saw at the outset of this conflict.”

Austin said thirty countries had pledged 5 billion dollars of security assistance to Ukraine — including 3.7 billion dollars from the U.S.

Lloyd Austin, US Defense Secretary

“The coming weeks will be so crucial for Ukraine. So we've got to move at the speed of war.”

Until now, Germany has refused to supply heavy weapons — but confirmed Tuesday it will send 50 ‘Gepard’ tanks fitted with anti-aircraft weapons.

Christine Lambrecht, German Defense Minister (in German)

“That is exactly what Ukraine needs now to secure the airspace from the ground.”

The West has been forced to act, says Fabrice Pothier, former NATO director of policy planning.

Fabrice Pothier, Former NATO Director of Policy Planning

“Clearly, the situation on the ground has changed. And the kind of civilian massacres that you are seeing have moved the needle.”

The war in Ukraine has shifted to the eastern Donbas region — with different military requirements, says analyst Bradley Bowman.

Bradley Bowman, Foundation for the Defense of Democracies (Skype)

“So wider open areas. Artillery is going to be a key part of this. The side that can have the most artillery fire precisely delivered quickly is probably the side that’s going to win.

U.S. rhetoric about Ukraine has also shifted. Secretary Austin repeatedly spoke of a Ukrainian victory.

Bradley Bowman, Foundation for the Defense of Democracies (Skype)

“If you combine Ukrainian bravery and skill and a willingness to defend their homes against this unprovoked invasion with Western support, which frankly we’re going to have to be able to provide for the long haul, then I think over the long run this will be a grand strategic disaster for Putin. But in the short term, let’s be clear, the picture is mixed.”

But there are differences in the NATO family, says Pothier.

Fabrice Pothier, Former NATO Director of Policy Planning

“Between those who think that this is the moment where we can win it and really defeat Putin’s war of aggressions, against a school of thought of kind of more worry of escalation and of not punishing Russia, humiliating Russia, but rather just trying to stop things as soon as possible.”

Russia warned Monday the Western supply of weapons to Ukraine risks ‘World War Three.’ Secretary Austin called the remarks ‘dangerous and unhelpful.’

Britain dismissed Moscow’s comments as ‘bravado’ and said it did not see an immediate risk of escalation.

XS
SM
MD
LG