ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງ NATO ພ້ອມແລ້ວທີ່ຈະພົບປະກັບ ທ່ານເຊເລັນສກີ ຢູ່ທີ່ກອງປະຊຸມສຸດຍອດ ວີລນຽສ


ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ, ຜູ້ທີສອງເບື້ອງຊ້າຍ, ແລະປະທານາທິບໍດີ ຈີຕານາສ ນາວເສດາ ຂອງລີທົວເນຍ, ຜູ້ທີສອງເບືອງຂວາ, ກ່າວຖະແຫລງຕໍ່ສາທາລະນະ ໃນລະຫວ່າງງານຢູ່ນອກກອງປະຊຸມສຸດຍອດ ຂອງ NATO ໃນນະຄອນຫຼວງວີລນຽສ ຂອງລີທົວເນຍ, ວັນທີ 11 ກໍລະກົດ 2023.
ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ, ຜູ້ທີສອງເບື້ອງຊ້າຍ, ແລະປະທານາທິບໍດີ ຈີຕານາສ ນາວເສດາ ຂອງລີທົວເນຍ, ຜູ້ທີສອງເບືອງຂວາ, ກ່າວຖະແຫລງຕໍ່ສາທາລະນະ ໃນລະຫວ່າງງານຢູ່ນອກກອງປະຊຸມສຸດຍອດ ຂອງ NATO ໃນນະຄອນຫຼວງວີລນຽສ ຂອງລີທົວເນຍ, ວັນທີ 11 ກໍລະກົດ 2023.

ບັນດາຜູ້ນຳຂອງອົງການເນໂຕ ກຳລັງກຽມພ້ອມທີ່ຈະພົບປະກັນ ໃນວັນພຸດມື້ນີ້ ພ້ອມກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຂະນະທີ່ພວກເພິ່ນໃກ້ຈະປິດກອງປະຊຸມສຸດຍອດ ຢູ່ໃນນະຄອນຫຼວງຂອງລີທົວເນຍ ທີ່ ລວມເຖິງການເນັ້ນໜັກ ກ່ຽວກັບການສະໜັບສະໜຸນຢູເຄຣນ ໃນການຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ ແລະການປຶກສາຫາລືກ່ຽວກັບອະນາຄົດຂອງຢູເຄຣນ ພາຍໃນກຸ່ມພັນທະມິດນີ້.

“ພວກເຮົາຢູ່ໃນທ່າທີທີ່ຈະຍື່ນການເຊື້ອເຊີນແກ່ຢູເຄຣນ ເພື່ອເຂົ້າຮ່ວມກຸ່ມພັນທະມິດ ເມື່ອໃດທີ່ບັນດາພັນທະມິດທັງຫຼາຍເຫັນດີຕົກລົງ ແລະເງື່ອນໄຂທັງຫຼາຍແມ່ນໄດ້ຖືກປະຕິບັດ” ນັ້ນແມ່ນຄຳເວົ້າຂອງບັນດາຜູ້ນຳອົງການເນໂຕ ທີ່ໄດ້ກ່າວໃນຖະແຫລງການ ທີ່ຂຽນດ້ວຍມື ຊຶ່ງເປັນການກ່າວຢ້ຳເຖິງທ່າທີຂອງພວກເພິ່ນ ໃນການສະໜັບສະໜຸນການເຂົ້າຮ່ວມເປັນສະມາຊິກຂອງຢູເຄຣນນັ້ນ ແຕ່ກໍຢຸດຢັ້ງທີ່ຈະໃຫ້ຄຳໝັ້ນໝາຍໃດໆທີ່ສະເພາະເຈາະ ຫຼື ໄລຍະເວລາທີ່ທ່ານເຊເລັນສກີ ໄດ້ສະແຫວງຫານັ້ນ.

ວາລະທີ່ໂດດເດັ່ນໃນກອງປະຊຸມຄັ້ງທຳອິດຂອງເນໂຕ ແລະສະພາຂອງຢູເຄຣນ ໃນວັນພຸດມື້ນີ້ ກໍແມ່ນວ່າ ທ່ານເຊເລັນສກີ ຍັງກຽມພ້ອມທີ່ຈະຈັດການເຈລະຈາຕ່າງຫາກ ກັບປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ.

ຜູ້ນຳຂອງສະຫະລັດ ແມ່ນມີກຳນົດທີ່ຈະກ່າວຄຳປາໄສ “ໂດຍການເນັ້ນໜັກເຖິງວິທີທີ່ສະຫະລັດ ຄຽງຄູ່ກັບບັນດາພັນທະມິດ ແລະຄູ່ພາຄີທັງຫຼາຍຂອງພວກເຮົາ ຈະສະໜັບສະໜຸນຢູເຄຣນ, ປົກປ້ອງຄຸນຄ່າຂອງປະຊາທິປະໄຕ ແລະເອົາມາດຕະການເພື່ອແກ້ໄຂຄວາມທ້າທາຍຕ່າງໆຂອງໂລກ ແນວໃດ” ທຳນຽບຂາວໄດ້ກ່າວ.

ອັງກິດ ໄດ້ກ່າວວ່າ ບັນດາສະມາຊິກຂອງກຸ່ມປະເທດ G-7 ໄດ້ວາງແຜນທີ່ຈະປະກາດໂຄງຮ່າງການທຳງານສຳລັບບັນດາພັນທະມິດ ໃນການສະໜອງການສະໜັບສະໜຸກ ດ້ານຄວາມໝັ້ນຄົງໄລຍະຍາວ ໃຫ້ແກ່ຢູເຄຣນ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ກອງປະຊຸມສຸດຍອດຂອງເນໂຕ ເປັນການສະແດງເຖິງ “ຊ່ວງເວລາທີ່ເປັນປະ ຫວັດການ” ຂະນະທີ່ກຸ່ມກ້ອນດ້ານຄວາມໝັ້ນຄົງ ກຽມພ້ອມທີ່ຈະຂະຫຍາຍຂຶ້ນຕື່ມ ໃນຂະນະດຽວກັນ ຮັບມືກັບບັນຫາຕ່າງໆ ກ່ຽວຂ້ອງກັບສົງຄາມທີ່ແກ່ຍາວນັບມື້ ໃນຢູເຄຣນ.

“ໂດຍການຮັບເອົາຟິນແລນ ແລະສະວີເດັນ ເຂົ້າມາໃນອົງການເນໂຕ ແມ່ນສຳ ຄັນຍິ່ງ” ທ່ານໄບເດັນໄດ້ກ່າວຕໍ່ ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສໂຕລເທັນເບີກ. ແລະກ່າວຕື່ມວ່າ “ແລະການນຳພາຂອງທ່ານ ແມ່ນສຳຄັນ ແທ້ໆ. ແລະພວກເຮົາກໍເຫັນດີກັບຄຳເວົ້າທີ່ທ່ານນຳສະເໜີ ທີ່ກ່ຽວຂ້ອງກັບອະ ນາຄົດ ຂອງການສາມາດທີ່ຈະເຂົ້າຮ່ວມໃນເນໂຕຂອງຢູເຄຣນ.”

NATO leaders are set to meet Wednesday with Ukrainian President Volodymyr Zelenskyy as they close a summit in Lithuania’s capital that has included emphasis on supporting Ukraine in its fight against a Russian invasion and discussion of Ukraine’s future within the alliance.

"We will be in a position to extend an invitation to Ukraine to join the alliance when allies agree and conditions are met," NATO leaders said in a written declaration, reiterating their position supporting Ukraine’s membership but stopping short of any specific commitments or timeline that Zelenskyy has sought.

Wednesday’s agenda features the first meeting of the NATO-Ukraine Council, and Zelenskyy is also set to hold separate talks with U.S. President Joe Biden.

The U.S. leader is scheduled to deliver an address “highlighting how the United States, alongside our allies and partners, are supporting Ukraine, defending democratic values, and taking action to address global challenges,” the White House said.

Britain said members of the G-7 group of nations planned to announce a new framework for allies providing long-term security support for Ukraine.

Alliance expansion

Biden said Tuesday the NATO summit represents a “historic moment,” as the security bloc prepares to enlarge while tackling issues around the grinding war in Ukraine.

“Adding Finland and Sweden to NATO is consequential,” Biden said to NATO Secretary-General Jens Stoltenberg. “And your leadership really matters. And we agree on the language that you propose, relative to the future of Ukraine being able to join NATO.”

XS
SM
MD
LG