ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາຂອງຍີ່ປຸ່ນ ແລະ ເກົາຫຼີໃຕ້ ພົບປະກັນຢູ່ນອກກອງປະຊຸມສຸດຍອດຂອງອົງການ NATO


ພາບປະກອບ-ນາຍົກລັດຖະມົນຕີຂອງຍີ່ປຸ່ນ ແລະປະທານພັກເສລີນິຍົມປະຊາທິປະໄຕ ທ່ານຟູມິໂອະ ກິຊິດະ ເຂົ້າຮ່ວມການໂຕ້ວາທີຂອງບັນດາຜູ້ນໍາພັກ ກ່ອນການເລືອກຕັ້ງ ສພາສູງ ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 21 ມິຖຸນາ 2022.
ພາບປະກອບ-ນາຍົກລັດຖະມົນຕີຂອງຍີ່ປຸ່ນ ແລະປະທານພັກເສລີນິຍົມປະຊາທິປະໄຕ ທ່ານຟູມິໂອະ ກິຊິດະ ເຂົ້າຮ່ວມການໂຕ້ວາທີຂອງບັນດາຜູ້ນໍາພັກ ກ່ອນການເລືອກຕັ້ງ ສພາສູງ ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 21 ມິຖຸນາ 2022.

ຜູ້ນໍາຂອງ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ໄດ້ສົນທະນາກັນກ່ຽວກັບຄວາມຫວັງໃນການຍົກລະດັບຄວາມສໍາພັນຂອງທັງສອງປະເທດ ໃນລະຫວ່າງການພົບປະແບບສັ້ນໆໃນມື້ວັນອັງຄານວານນີ້ ຢູ່ນອກກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນມາດຣີດ ປະເທດສະເປນ.

ປະທານາ​ທິ​ບໍ​ດີຂອງເກົາຫຼີໃຕ້ ທ່ານ​ຢູນ ຊຸກ ໂຢລ ແລະ ນາຍົກລັດຖະມົນຕີຂອງປະເທດຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ໂອ້ລົມກັນປະມານ 3 ຫາ 4 ນາທີ ໃນລະຫວ່າງງານລ້ຽງອາຫານແລງ ເຊິ່ງເປັນເຈົ້າພາບໂດຍກະສັດຟີລິບ​ເປ ທີ 6 ຂອງສະເປນ, ອີງຕາມລາຍງານຈາກທໍານຽບປະທານາ​ທິ​ບໍ​ດີຂອງເກົາຫຼີໃຕ້.

ທ່ານ​ຢູນ ບອກກັບທ່ານ ກິຊິດະ ວ່າ ທ່ານວາງແຜນທີ່ຈະ “ແກ້ໄຂບັນຫາຕ່າງໆທີ່ຍັງຄ້າງຄາລະຫວ່າງ ເກົາຫຼີ ແລະ ຍີ່ປຸ່ນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້” ດັ່ງ ນັ້ນ ທັງສອງປະເທດຈຶ່ງຈະສາມາດ “ກ້າວໄປຂ້າງໜ້າໃນລັກສະນະທີ່ມຸ້ງເນັ້ນເພື່ອອະນາຄົດ,” ອີງຕາມການກ່າວຂອງເຈົ້າໜ້າທີ່ນະຄອນຫຼວງໂຊລ.

ທ່ານ ກິຊິດະ ມີຄວາມຫວັງວ່າ ປະທານາ​ທິ​ບໍ​ດີຂອງເກົາຫຼີໃຕ້ຈະຟື້ນຟູ “ຄວາມສໍາພັນທີ່ຊຸດ​ໂຊມ​ຢ່າງ​ແຮງ” ເພື່ອ “ໃຫ້​ກ້າວ​ສູ່​ສະ​ພາບ​ທີ່ເຂັ້ມແຂງ,” ອີງຕາມອົງການຂ່າວກຽວໂດຂອງຍີ່ປຸ່ນ.

ນີ້ ແມ່ນການພົບປະແບບເຊິ່ງໜ້າຄັ້ງທໍາອິດ ລະຫວ່າງ​ຜູ້​ນຳຂອງເກົາຫຼີໃຕ້ ແລະ ຍີ່ປຸ່ນ ນັບຕັ້ງແຕ່ເດືອນທັນວາ ປີ 2019. ແຕ່ນັ້ນມາ, ຄວາມສໍາພັນຂອງທັງສອງປະເທດໄດ້ເຊື່ອມໂຊມລົງ ​ຍ້ອນ​ບັນ​ຫາ​ຂັດ​ແຍ້ງທີ່​ຍັງ​ແກ້​ໄຂ​ບໍ່​ໄດ້ກ່ຽວ​ກັບຄວາມໂຫດຮ້າຍທາລຸນຂອງຍີ່ປຸ່ນ ໃນການເຂົ້າຢຶດຄອງເກົາຫຼີ ເມື່ອປີ 1910 ຫາ 1945.

The top leaders of South Korea and Japan expressed hopes for improved bilateral relations during a brief meeting Tuesday on the sidelines of a NATO summit in Madrid, Spain.

South Korean President Yoon Suk Yeol and Japanese Prime Minister Fumio Kishida met for about three to four minutes during a dinner hosted by Spain's King Felipe VI, according to the South Korean presidential office.

Yoon told Kishida he plans to “resolve pending issues between Korea and Japan as soon as possible” so that the two countries can “move forward in a future-oriented manner,” Seoul officials said.

Kishida said he hoped the South Korean president would restore “extremely severe relations” to a “healthy state,” according to Japan’s Kyodo news agency.

It was the first face-to-face meeting between the top leaders of South Korea and Japan since December 2019. Since then, ties have plummeted due to lingering disputes related to Japan’s brutal 1910-1945 occupation of Korea.

XS
SM
MD
LG