ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການເນໂຕ ຈັດການຊ້ອມລົບທີ່ໃຫຍ່ທີ່ສຸດຂອງຕົນ ໃນຮອບຫຼາຍທົດສະຫວັດ ໃນອາທິດໜ້ານີ້


ຜູ້ບັນຊາການສູງສຸດຂອງກຸ່ມພັນທະມິດເຂດຢູໂຣບ ພົນເອກ ຄຣິສໂຕເຟີ ຄາໂວລີ (Christopher Cavoli) ພວມກ່າວຖະແຫລງຕໍ່ສື່ມວນຊົນໃນກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ຂອງ NATO ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈ້ຽມ, ວັນທີ18 ມັງກອນ 2024.
ຜູ້ບັນຊາການສູງສຸດຂອງກຸ່ມພັນທະມິດເຂດຢູໂຣບ ພົນເອກ ຄຣິສໂຕເຟີ ຄາໂວລີ (Christopher Cavoli) ພວມກ່າວຖະແຫລງຕໍ່ສື່ມວນຊົນໃນກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ຂອງ NATO ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈ້ຽມ, ວັນທີ18 ມັງກອນ 2024.

ອົງການສົນທິສັນຍາເຂດແ​ອັດແລນຕິກເໜືອ ຫຼື NATO ຈະເລີ້ມການຝຶກ​ຊ້ອມ​ ທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດຂອງຕົນ ໃນອາທິດໜ້ານີ້ ໂດຍຈະ​ມີທະ ຫານປະມານ 90,000 ຄົນ ທີ່ກຽມພ້ອມຈະເຂົ້າຮ່ວມໃນການຊ້ອມລົບທາງທະ ຫານໄລຍະຫຼາຍເດືອນ ອີງຕາມລາຍງານຂອງອົງການຂ່າວເອພີ.

ການຊ້ອມລົບທີ່ເອີ້ນວ່າ “ກຽມພ້ອມເພື່ອປ້ອງກັນປີ 24 ຫຼື Steadfast Defender 24” ແມ່ນແນໃສ່ເພື່ອສະແດງໃຫ້ຣັດເຊຍເຫັນວ່າ ກຸ່ມພັນທະມິດແມ່ນມຸ້ງໝັ້ນທີ່ຈະປ້ອງກັນທຸກພື້ນທີ່ຂອງຕົນ. ການຊ້ອມລົບທັງຫຼາຍມີຂຶ້ນຂະນະທີ່ສົງຄາມຂອງຣັດເຊຍຕໍ່ຢູເຄຣນແມ່ນບໍ່ໄປບໍ່ມາ.

ໃນໄລຍະຫຼາຍເດືອນກ່ອນໜ້າປະທານາທິບໍດີ ວລາດີເມຍ ປູຕິນ ໄດ້ສັ່ງການໃຫ້ທະຫານຂອງຣັດເຊຍເຂົ້າໄປໃນຢູເຄຣນ ໃນເດືອນກຸມພາ ປີ 2022, ອົງການເນໂຕ ໄດ້ເລີ້ມເສີມກຳລັງທາງດ້ານຄວາມໝັ້ນຄົງ ຢູ່ທາງຟາກຕາເວັນອອກຂອງຕົນ ທີ່ຕິດກັບຣັດເຊຍແລະຢູເຄຣນ. ມັນເປັນການລວມກຳລັງເຂົ້າກັນຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມເຢັນ.

ການຊ້ອມລົບທັງຫຼາຍ ແມ່ນໝາຍເຖິງການສະກັດກັ້ນຣັດເຊຍບໍ່ໃຫ້ແນເປົ້າໝາຍໃສ່ປະເທດສະມາຊິກຂອງອົງການ. ສະຫະຣາຊະອານາຈັກ ວາງແຜນທີ່ຈະສົ່ງທະຫານຂອງຕົນ 20,000 ຄົນເຂົ້າ​ຮ່ວມພ້ອມດ້ວຍເຮືອບິນລົບອາຍພົ່ນສະໜັບສະໜຸນ, ເຮືອບິນສອດແນມ, ກຳປັ່ນລົບ ແລະເຮືອດຳນ້ຳ ຈຳນວນນຶ່ງ.

NATO will launch its biggest military exercises in decades next week with around 90,000 personnel set to take part in months of drills aimed at showing the alliance can defend all of its territory up to its border with Russia, top officers said Thursday.

The exercises come as Russia's war on Ukraine bogs down. NATO as an organization is not directly involved in the conflict, except to supply Kyiv with nonlethal support, although many member countries send weapons and ammunition individually or in groups and provide military training.

In the months before President Vladimir Putin ordered Russian troops into Ukraine in February 2022, NATO began beefing up security on its eastern flank with Russia and Ukraine. It's the alliance's biggest buildup since the Cold War. The war games are meant to deter Russia from targeting a member country.

The exercises – dubbed Steadfast Defender 24 – "will show that NATO can conduct and sustain complex multi-domain operations over several months, across thousands of kilometers, from the High North to Central and Eastern Europe, and in any condition," the 31-nation organization said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG