ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NATO ກັບ ຣັດເຊຍ ມີກຳນົດຈັດການເຈລະຈາ ກ່ຽວກັບ ການເສີມກຳລັງທະຫານ ຂອງ ມົສກູ ຢູ່ເຂດຊາຍແດນ ຕິດກັບ ຢູເຄຣນ


ປ້າຍສະແດງໃຫ້ເຫັນ ໂລໂກ ຂອງອົງການ NATO ຢູ່ທາງເຂົ້າຂອງສຳນັກງານໃຫຍ່ອົງການ NATO ໃນນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 19 ເມສາ, 2018.
ປ້າຍສະແດງໃຫ້ເຫັນ ໂລໂກ ຂອງອົງການ NATO ຢູ່ທາງເຂົ້າຂອງສຳນັກງານໃຫຍ່ອົງການ NATO ໃນນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 19 ເມສາ, 2018.

ອົງການ NATO ໄດ້ກ່າວໃນວັນອັງຄານວານນີ້ວ່າ ເລຂາທິການໃຫຍ່ ທ່ານ ເຈັນສ໌ ສໂຕລເທັນເບີກ ໄດ້ມີແຜນທີ່ຈະຈັດກອງປະຊຸມໃນອາທິດໜ້າລະຫວ່າງ ບັນດາເອກອັກຄະລັດຖະທູດປະເທດຕາເວັນຕົກ ກັບບັນດາເຈົ້າໜ້າທີ່ ຣັດເຊຍ ເພື່ອພະຍາຍາມທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ ກ່ຽວກັບ ການເສີມກຳລັງທະຫານຂອງ ຣັດເຊຍ ຢູ່ຕາມເຂດຊາຍແດນພາກຕາເວັນອອກຂອງ ຢູເຄຣນ ຕິດກັບ ຣັດເຊຍ.

ກອງປະຊຸມລະຫວ່າງ ອົງການ NATO ກັບສະພາ ຣັດເຊຍ ແມ່ນມີກຳນົດທີ່ຈະຈັດຂຶ້ນ ໃນວັນພຸດທີ 12 ມັງກອນ ຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ, ສອງວັນຫຼັງຈາກບັນດາເຈົ້າໜ້າ ທີ່ ສະຫະລັດ ແລະ ຣັດເຊຍ ເປີດການເຈລະຈາສອງຝ່າຍ ກ່ຽວກັບ ການຮັກສາຄວາມປອດໄພໃນນະຄອນ ເຈນີວາ.

ບັນດາພັນທະມິດຕາເວັນຕົກຢ້ານວ່າ ມົສກູ, ເຊິ່ງໄດ້ເສີມກຳລັງທະຫານ 100,000 ຄົນຢູ່ຕາມເຂດຊາຍແດນກໍ້າຕາເວັນອອກຂອງ ຢູເຄຣນ ນັ້ນ, ແມ່ນ​ພວມກະກຽມທີ່ຈະບຸກເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນອະດີດ​ ສາ​ທາ​ລະ​ນະ​ລັດ​ນຶ່ງ ​ຂອງສະຫະພາບໂຊຫວຽດ. ຣັດເຊຍ ແມ່ນກຳລັງຮຽກ ຮ້ອງການຄໍ້າປະກັນວ່າ ອົງການ NATO ຈະບໍ່ຮັບເອົາການຂໍເປັນສະມາຊິກຂອງ ຢູເຄຣນ ເຂົ້າໃນພັນທະມິດທາງທະຫານຂອງປະເທດຕາເວັນຕົກ ແລະ ຈະຖອນ​ການ​ພົວ​ພັນ​ທາງທະຫານຂອງເຂົາເຈົ້າ ອອ​ກ​ຈາກພາກກາງ ແລະ ຕາເວັນອອກຂອງ ຢູໂຣບ.

ອົງການ NATO ທີ່ຕອນນີ້ມີ 30 ປະເທດ, ລວມທັງ ສະຫະລັດ, ການາດາ ແລະ 28 ປະເທດ ຢູໂຣບ, ໄດ້ກ່າວວ່າ ບັນດາລັດຖະມົນຕີການຕ່າງປະເທດຂອງເຂົາເຈົ້າຈະຈັດກອງປະຊຸມທາງວິດີໂອໃນວັນສຸກນີ້ ໃນການກະກຽມສຳລັບກອງປະຊຸມກັບ ມົສກູ ໃນອາທິດໜ້າ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະຕິເສດການຕອບໂຕ້ທາງທະຫານໃນເຫດການທີ່ ຣັດເຊຍ ບຸກລຸກ ຢູເຄຣນ ແຕ່ໄດ້ກ່າວຕໍ່ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ວ່າ ສະຫະລັດ ແລະພັນທະມິດຂອງເຂົາເຈົ້າ ຈະວາງມາດຕະການລົງໂທດທາງເສດຖະກິດ ທີ່ໜັກຫຼາຍກວ່າສິ່ງທີ່ເຂົາເຈົ້າໄດ້ເຮັດເວລາທີ່ ຣັດເຊຍ ປະ​ກາດ​ຮວມ​ເອົາແຫຼມໄຄຣເມຍຂອງ ຢູເຄຣນ ເຂົ້າ​ເປັນ ດິນ​ແດນ​ຂອງ​ເຂົາ​ເຈົ້າ ໃນປີ 2014 ຖ້າ ຣັດເຊຍ ເປີດການໂຈມຕີ.

ສະຫະລັດ ແມ່ນໄດ້ສົ່ງອາວຸດຂະໜາດນ້ອຍ ແລະ ລູກປືນໄປໃຫ້ ຢູເຄຣນ, ພ້ອມກັບລູກສອນໄຟຕໍ່​ຕ້ານ​ລົດ​ຖັງ ​ຈາ​ເວີ​ລີນ ທີ່ສາມາດ​ແບກ​ຍິງ​ໄດ້ ເຊິ່ງເຂົາເຈົ້າເວົ້າວ່າ ຄວນຖືກໃຊ້ເພື່ອການປ້ອງກັນຕົວເທົ່ານັ້ນ.

ວັງ ເຄຣັມລິນ ໄດ້ກ່າວໃນອາທິດທີ່ຜ່ານມາວ່າ ທ່ານ ປູຕິນ ໄດ້ເຕືອນທ່ານ ໄບເດັນ ວ່າ ມາດຕະການລົງໂທດໃໝ່ຂອງ ສະຫະລັດ ຕໍ່ ຣັດເຊຍ ອາດນຳໄປສູ່ການແຕກຫັກຢ່າງສິ້ນເຊີງ ໃນສາຍພົວພັນລະຫວ່າງ ວໍຊິງຕັນ ກັບ ມົສກູ.

NATO said Tuesday that Secretary-General Jens Stoltenberg has scheduled a meeting next week between Western ambassadors and Russian officials to try to defuse tensions over Moscow’s troop buildup along Ukraine’s eastern border with Russia.

The NATO-Russia Council meeting is set for Wednesday, January 12 in Brussels, two days after U.S. and Russian officials open bilateral security talks in Geneva.

Western allies fear that Moscow, which has amassed 100,000 troops along Ukraine’s eastern flank, is preparing to invade the one-time Soviet republic. Russia is seeking assurances that NATO won’t accede to Ukraine’s request for membership in the West’s military alliance and will pull back its military involvement in central and eastern Europe.

NATO—now with 30 countries, including the United States, Canada and 28 in Europe—said its foreign ministers would hold a video conference on Friday in preparation for next week’s meetings with Moscow.

U.S. President Joe Biden has rejected a military response in the event of a Russian invasion of Ukraine but told Russian President Vladimir Putin the U.S. and its allies would impose significant economic sanctions far beyond what they levied when Russia annexed Ukraine’s Crimean Peninsula in 2014 if Russia launches an attack.

The U.S. has been dispatching small arms and ammunition to Ukraine, along with Javelin missiles it says should be used only in defense.

The Kremlin said last week that Putin warned Biden that new U.S. sanctions on Russia could lead to a complete rupture in Washington-Moscow relations.

XS
SM
MD
LG