ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າ​ອົງ​ການ​ເນ​ໂຕ້ ເຫັນ 'ຮ່ອງ​ຮອຍ​ບາງ​ຢ່າງ' ທີ່​ຈີນ​ອາດ​​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ


​ແຟ້ມ - ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ອັງ​ກາ​ຣາ ເມື່ອ​ວັນ​ທີ 16 ກຸມ​ພາ 2023.
​ແຟ້ມ - ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ອັງ​ກາ​ຣາ ເມື່ອ​ວັນ​ທີ 16 ກຸມ​ພາ 2023.

ຫົວ​ໜ້າ​ອົງ​ການ​ເນ​ໂຕ້​ກ່າວ​ວ່າ ກຸ່ມ​ພັນ​ທະ​ມິດ​ໄດ້​ພົບ​ເຫັນ “ຮ່ອງ​ຮອຍ​ບາງ​ຢ່າງ” ທີ່​ຈີນ​ອາດ​ຈະ​ພວມ​ວາງ​ແຜນເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຣັດ​ເຊຍ​ໃນ​ການ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ແລະ​ຮຽກ​ຮ້ອງ​ຢ່າງ​ແຂງ​ຂັນ​ໃຫ້​ປັກ​ກິ່ງ ລະ​ເວັ້ນ​ຈາກ​ອັນ​ທີ່​ຈະ​ເປັນ​ການ​ລະ​ເມີດ ​ຕໍ່​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ ໃນ​ການ​ໃຫ້​ສຳ​ພາດ​ເມື່ອ​ວັນ​ພຸດ​ວານນີ້​ວ່າ ກຸ່ມ​ພັນ​ທະ​ມິດ​ເນ​ໂຕ້ ໃນ​ຂະ​ນະ​ທີ່​ບໍ່​ແມ່ນ​ພັກ​ຝ່າຍ​ໃນ​ສົງ​ຄາມ ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ “ດົນ​ນານ​ເທົ່າ​ທີ່​ຍັງ​ມີ​ຄວາມ​ຕ້ອງ​ການ​ຢູ່.”

ຈີນ ຊຶ່ງ​ໄດ້​ປະ​ຕິ​ເສດ​ຢ່າງ​ຊັດ​ແຈ້ງ​ບໍ່​ຍອມ​ຕ້ອງ​ຕິ​ການ​ຮຸກ​ຮານ​ຂອງ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ກ່າວ​ອ້າງ​ຂອງ​ມົ​ສ​ກູ​ທີ່​ວ່າ ຄວນ​ມີ​ການ​ຖິ້ມ​ໂທດ​ໃສ່​ສະ​ຫະ​ລັດແລະ​ອົງ​ການ​ເນ​ໂຕ້ ທີ່​ໄດ້​ທ້າ​ທາຍ​ເກາະ​ຜິດ​ກັບ​ວັງ​ເຄ​ຣັມ​ລິນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ໄດ້​ກ່າວ​ວ່າ ການ​ພົວ​ພັນ​ໃດໆ​ກໍ​ຕາມ​ຂອງ​ຈີນໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເຮັດ​ສົງ​ຄາມ​ຂອງວັງ​ເຄ​ຣັມ​ລິນ ຈະ​ປະ​ສົບ​ກັບ “​ບັນ​ຫາທີ່​ຮ້າຍ​ແຮງ.”

WARSAW, Poland (AP) — NATO’s chief says the military alliance has seen “some signs” that China may be planning to support Russia in its war in Ukraine, and strongly urged Beijing to desist from what would be a violation of international law. NATO Secretary General Jens Stoltenberg also told The Associated Press in an interview Wednesday that the alliance, while not a party to the war, will support Ukraine “for as long as it takes.” China has pointedly refused to criticize the invasion of Ukraine while echoing Moscow’s claim the U.S. and NATO were to blame for provoking the Kremlin. U.S. Secretary of State Antony Blinken has said any Chinese involvement in the Kremlin’s war effort would be a “serious problem.”

XS
SM
MD
LG