ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ NATO ກ່າວວ່າ ຈະບໍ່ມີການຖອນກຳລັງທະຫານ ອອກຈາກ ອັຟການິສຖານ ກ່ອນເຖິງເວລາທີ່ເໝາະສົມ


ເລຂາທິການໃຫຍ່ອົງການ NATO ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ອນກອງປະຊຸມລັດຖະມົນຕີປ້ອງກັນປະເທດ NATO ຢູ່ສຳນັກງານໃຫຍ່ອົງການ NATO, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 15 ກຸມພາ, 2021.
ເລຂາທິການໃຫຍ່ອົງການ NATO ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ອນກອງປະຊຸມລັດຖະມົນຕີປ້ອງກັນປະເທດ NATO ຢູ່ສຳນັກງານໃຫຍ່ອົງການ NATO, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 15 ກຸມພາ, 2021.

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໄດ້ກ່າວໃນວັນຈັນວານນີ້ວ່າ ພວກກະບົດ ຕາລິບານ ໃນປະເທດ ອັຟການິສຖານ ຕ້ອງເຮັດຫຼາຍກວ່າເກົ່າ ເພື່ອບັນລຸເງື່ອນໄຂຂອງຂໍ້ຕົກລົງສັນຕິພາບປີ 2020 ກັບ ສະຫະລັດ ເພື່ອອະນຸຍາດໃຫ້ກອງກຳລັງ ສາກົນທັງໝົດຖອນອອກຈາກປະເທດພາຍໃນຂີດເສັ້ນຕາຍເດືອນພຶດສະພາ..

ທ່ານ ສໂຕລເທັນເບີກ ໄດ້ກ່າວຕໍ່ບັນດານັກຂ່າວໃນນຄະອນຫຼວງ ບຣັສໂຊລສ໌ (Brussels) ກ່ອນກອງປະຊຸມໃນທ້າຍອາທິດນີ້ຂອງບັນດາລັດຖະມົນຕີພັນທະມິດ, ເຊິ່ງການມີໜ້າຂອງອົງການ NATO ຢູ່ ອັຟການິສຖານ ໃນອະນາຄົດຈະຖືກປຶກສາຫາລື ທີ່ສອດຄ່ອງກັບຂໍ້ຕົກລົງ ວັນທີ 29 ກຸມພາ ລະຫວ່າງ ສະຫະລັດ ກັບ ຕາລີບານ.

ແນວໃດກໍຕາມ, ຫົວໜ້າອົງການ NATO ໄດ້ເຕືອນຕໍ່ການດຳເນີນການຖອນກຳລັງຕ່າງປະເທດອອກໄປຢ່າງກະທັນຫັນ, ໂດຍກ່າວວ່າມັນອາດຈະປ່ຽນ ອັຟການິສຖານ ໃຫ້ເປັນບ່ອນຫລົບລີ້ຂອງພວກກໍ່ການຮ້າຍສາກົນອີກຄັ້ງ.

ທ່ານ ສໂຕລເທັນເບີກ ໄດ້ໂຕ້ແຍ້ງວ່າ “ມັນຍັງມີຄວາມຈຳເປັນເພື່ອໃຫ້ກຸ່ມ ຕາລີບານ ເຮັດຫຼາຍກວ່ານີ້ ເມື່ອເວົ້າເຖິງການປະຕິບັດຕາມຄຳໝັ້ນສັນຍາຂອງເຂົາເຈົ້າ, ລວມທັງຄຳໝັ້ນສັນຍາທີ່ຈະຕັດຂາດສາຍພົວພັນ ເພື່ອສະໜອງການສະໜັບສະໜູນໃດໆໃຫ້ອົງການກໍ່ການຮ້າຍຕ່າງໆ.”

ທ່ານໄດ້ກ່າວຢໍ້າວ່າ “ສະນັ້ນ, ການມີໜ້າຂອງພວກເຮົາແມ່ນອີງໃສ່ເງື່ອນໄຂ. ໃນຂະນະທີ່ບໍ່ມີພັນ ທະມິດປະເທດໃດຢາກຢູ່ໃນ ອັຟການິສຖານ ດົນກວ່າຄວາມຈຳເປັນອີກຕໍ່ໄປນັ້ນ, ພວກເຮົາຈະບໍ່ອອກໄປກ່ອນເຖິງເວລາທີ່ຖືກຕ້ອງ. ພວກເຮົາຕ້ອງຊອກຫາຄວາມດຸ່ນດ່ຽງທີ່ຖືກຕ້ອງ ລະຫວ່າງ ການຮັບປະກັນວ່າ ພວກເຮົາຈະບໍ່ຢູ່ດົນກວ່າຄວາມຈຳເປັນ, ແຕ່ໃນເວລາດຽວກັນ, ພວກເຮົາບໍ່ຕ້ອງອອກໄປໄວໂພດ.”

ຂໍ້ຕົກລົງດັ່ງກ່າວ ທີ່ຖືກເຊັນພາຍໃຕ້ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊ່ວຍເປີດການເຈລະຈາສັນຕິພາບໂດຍກົງຄັ້ງທຳອິດ ລະຫວ່າງ ກຸ່ມຕາລິບານ ກັບ ລັດຖະບານ ອັຟການິສຖານ ໃນເດືອນກັນຍາທີ່ຜ່ານມາ. ມັນໄດ້ເຮັດໃຫ້ ວໍຊິງຕັນ ສາມາດຫຼຸດຈຳນວນກອງກຳລັງ ສະຫະລັດ ໃນປະເທດດດັ່ງກ່າວລົງເປັນ​ 2,500 ຄົນຈາກເກືອບ 13,000 ຄົນໃນນຶ່ງປີທີ່ຜ່ານມາ.

ແຕ່ ອັຟການິສຖານ ໄດ້ປະເຊີນກັບຄວາມຮຸນແຮງ ທີ່ເພີ່ມຂຶ້ນເມື່ອບໍ່ດົນມານີ້, ຈົນກໍ່ໃຫ້ປະທານາທິ ບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຕ້ອງທົບທວນຂໍ້ຕົກລົງດັ່ງກ່າວເພື່ອພິຈາລະນາວ່າ ພວກກະບົດໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງພວກເຂົາຫຼືບໍ່ ແລະ ເພື່ອປິດສິ່ງທີ່ໄດ້ເປັນການແຊກແຊງຂອງຕ່າງປະເທດທີ່ດົນທີ່ສຸດຂອງກອງທັບ ສະຫະລັດ ຫຼືບໍ່.

ການມີສ່ວນຮ່ວມຂອງກອງທັບ ສະຫະລັດ ໃນ ອັຟການິສຖານ ໄດ້ເຮັດໃຫ້ ທະຫານ ສະຫະລັດ ເສຍຊີວິດຫຼາຍກວ່າ 2,400 ຄົນ ແລະ ວໍຊິງຕັນ ສູນ ເສຍເງິນເກືອບ 1 ພັນຕື້ໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG