ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການເນໂຕ້ ຍອມຮັບວ່າ ການຖອນກຳລັງ ອອກຈາກອັຟການິສຖານ 'ຈຳເປັນຕ້ອງມີຄວາມສ່ຽງຫຼາຍຢ່າງ'


ເລຂາທິການໃຫຍ່ ອົງການ NATO ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມກັບ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອັອສຕິນ ຢູ່ທຳນຽບຫ້າແຈ (Pentagon), ຕອງຢູ່ນອກນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມິຖຸນາ 2021.
ເລຂາທິການໃຫຍ່ ອົງການ NATO ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມກັບ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອັອສຕິນ ຢູ່ທຳນຽບຫ້າແຈ (Pentagon), ຕອງຢູ່ນອກນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມິຖຸນາ 2021.

ອີງຕາມການປະເມີນຜົນແບບຈິງໃຈຈາກເຈົ້າໜ້າທີ່ຂອງອົງການເນໂຕ້ (NATO) ແລ້ວ ກໍແມ່ນວ່າ ບໍ່ມີຫຍັງຄ້ຳປະກັນໄດ້ວ່າ ລັດຖະບານຂອງອັຟການິສຖານ ແລະກຳລັງຮັກສາຄວາມປອດໄພ ຈະປະສົບຜົນສຳເລັດ ຫຼື ແມ່ນກະທັງຢູ່ລອດໄດ້ ເມື່ອໃດທີ່ກຳລັງທະຫານຂອງສະຫະລັດແລະພັນທະມິດ ກຸ່ມສຸດທ້າຍ ຖອນອອກໄປຈາກປະເທດນີ້.

“ພວກເຮົາຈະຕ້ອງໄດ້ປະເຊີນກັບຄວາມເປັນຈິງ ທີ່ຈະມີຢ່າງແນ່ນອນ ກໍຄືຄວາມບໍ່ແນນອນຫຼາຍປະການ” ນັ້ນຄືຄຳເວົ້າຂອງເລຂາທິການໃຫຍ່ ທ່ານເຈັນສ໌ ສໂຕລເຕັນເບີກ ທີ່ໄດ້ກ່າວຜ່ານທາງອອນໄລຕໍ່ຜູ້ຊົມໃນວັນຈັນວານນີ້ ກ່ອນໜ້າກອງປະຊຸມຢູ່ທີ່ທຳນຽບຫ້າແຈ ແລະທຳນຽມຂາວ.

ທ່ານກ່າວອີກວ່າ “ການຕັດສິນໃຈທີ່ຈະອອກໄປນັ້ນ ຈຳເປັນຕ້ອງມີຄວາມສ່ຽງຫຼາຍຢ່າງ.”

ອີງຕາມກອງບັນຊາການກຳລັງສະຫະລັດ ຊຶ່ງຮັບຜິດຊອບນຳກຳລັງທະຫານຂອງອາເມຣິກາຢູ່ໃນພາກຕາເວັນອອກກາງ ແລະເອເຊຍຕອນໃຕ້ນັ້ນ ການຖອນກຳລັງອອກຈາກພາກພື້ນແມ່ນໃກ້ເຂົ້າມາເຖິງເຄິ່ງທາງແລ້ວ ໂດຍມີກອງກຳລັງສະຫະລັດກຸ່ມສຸດທ້າຍ ບັນດາພະນັກງານພົນລະເຮືອນສັນຍາຈ້າງ ແລະອຸປະກອນ ແມ່ນພ້ອມແລ້ວທີ່ຈະຍົກຍ້າຍອອກຈາກອັຟການິສຖານພາຍໃນຕົ້ນເດືອນກັນຍາ ຢ່າງຊ້າທີ່ສຸດ.

ລິ້ງທວິດເຕີ້ຂອງທ່ານແຊລດິນ:

https://twitter.com/jseldin/status/1401919310633869315?s=20

ການຖອນກຳລັງຂອງອົງການເນໂຕ້ເອງ ພົວພັນກັບກຳລັງທະຫານປະມານ 7,000 ຄົນ ແມ່ນຍັງ “ດໍາເນີນໄປຢູ່” ດັ່ງທີ່ທ່ານສໂຕລເຕັນເບີກ ໄດ້ກ່າວໄປ ໂດຍການປົກປ້ອງການຕັດສິນໃຈທີ່ຈະສົ່ງກຳລັງທະຫານກັບຄືນປະເທດ ຫຼັງຈາກເກືອບຮອດສອງທົດສະວັດຂອງການສູ້ລົບກັບກຸ່ມຕາລີບານ ແລະພວກກຸ່ມກໍ່ການຮ້າຍ ຄື ກຸ່ມອາລ-ກາອີດາ ແລະກຸ່ມລັດອິສລາມ.

ທ່ານສໂຕລເຕັນເບີກ ໄດ້ກ່າວວ່າ “ເຈົ້າຕ້ອງຈົດຈຳວ່າ ໃນທາງນຶ່ງ ອັນນີ້ແມ່ນການພັດທະນາ ແບບຄ່ອຍເປັນຄ່ອຍໄປ. ເມື່ອຫຼາຍປີກ່ອນ ພວກເຮົາມີກຳລັງທະຫານຫຼາຍກວ່າ 100,000 ຄົນ ໃນປະຕິບັດການສູ້ລົບຂະໜາດໃຫຍ່. ຕະຫຼອດໄລຍະຫຼາຍປີເຫຼົ່ານີ້ ພວກເຮົາກໍສາມາດສ້າງຕັ້ງ ຝຶກແອບກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ສະນັ້ນພວກເຂົາບັດນີ້ ແມ່ນຮັບຜິດ ຊອບສຳລັບການຮັກສາຄວາມປອດໄພໃນປະເທດຂອງພວກເຂົາເຈົ້າເອງ.”

ແຕ່ຫາກຄວາມບໍ່ໝັ້ນໃຈ ໃນດ້ານຄວາມອາດສາມາດຂອງກອງກຳລັງຮັກສາຄວາມປອດໄພຂອງອັຟການິຖານ ທີ່ຈະປະຕິບັດງານໄດ້ ໂດຍບໍ່ໄດ້ຮັບການສະໜັບສະໜຸນຈາກກອງກຳລັງຂອງສະຫະລັດ ແລະອົງການເນໂຕ້ ກໍຍັງມີຢູ່.

ນັບຕັ້ງແຕ່ກຳລັງທະຫານຂອງສະຫະລັດໄດ້ເລີ້ມຖອນອອກໄປ ເມື່ອເດືອນແລ້ວນີ້ ກອງກຳລັງຂອງກຸ່ມຕາລີບານ ໄດ້ເຂົ້າຍຶດເອົາຢ່າງໜ້ອຍ ເຈັດຫົວເມືອງ ຊຶ່ງໃນບາງເມືອງ ບໍ່ໄດ້ຮັບການຕໍ່ຕ້ານໃດໆເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG