ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດທັງຫຼາຍໃນທົ່ວໂລກ ໄດ້ທຳລາຍສະຖິຕິ ປະຈຳວັນ ຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາ ແລະການເສຍຊີວິດ


ພວກຫີບສົບ ແມ່ນລຽນລາຍກັນເປັນແຖວຍາວຢູ່ໃນໂບດ San Giuseppe ໃນເມືອງເຊີຣີອາດ Seriate, ຊຶ່ງເປັນພື້ນທີ່ແຫ່ງນຶ່ງ ທີ່ຖືກກະທົບຢ່າງໜັກໂດຍໄວຣັສໂຄໂຣນາ, ຕັ້ງຢູ່ໃກ້ໆກັບເມືອງ ເບີກາໂມຂອງອີຕາລີ, ຊຶ່ງລໍຖ້າການເຜົາສົບ, ວັນທີ 26, ມີນາ 2020.
ພວກຫີບສົບ ແມ່ນລຽນລາຍກັນເປັນແຖວຍາວຢູ່ໃນໂບດ San Giuseppe ໃນເມືອງເຊີຣີອາດ Seriate, ຊຶ່ງເປັນພື້ນທີ່ແຫ່ງນຶ່ງ ທີ່ຖືກກະທົບຢ່າງໜັກໂດຍໄວຣັສໂຄໂຣນາ, ຕັ້ງຢູ່ໃກ້ໆກັບເມືອງ ເບີກາໂມຂອງອີຕາລີ, ຊຶ່ງລໍຖ້າການເຜົາສົບ, ວັນທີ 26, ມີນາ 2020.

ໃນຂະນະທີ່ຫຼາຍໆປະເທດໄດ້ໃຫ້ການອະນຸມັດຢາວັກຊີນປ້ອງກັນໄວຣັສໂຄໂຣນາໄປແລ້ວ ຄວາມຮີບດ່ວນທີ່ຈຳເປັນກໍຄືການສັກຢາວັກຊີນໃຫ້ແກ່ປະຊາຊົນກໍສືບຕໍ່ເພີ້ມສູງຂຶ້ນ ພ້ອມກັນກັບກໍລະນີຕິດເຊື້ອໂຄວິດ-19 ເຊັ່ນກັນ ແລະການເສຍຊີວິດກໍໄດ້ພຸ່ງສູງຂຶ້ນເປັນປະຫວັດການຢູ່ໃນຫຼາຍປະເທດ.

ອົງການປ້ອງກັນແລະຄວບຄຸມພະຍາດຂອງເກົາຫຼີ ໄດ້ກ່າວໃນວັນອາທິດວານນີ້ ວ່າ ເກົາຫຼີໃຕ້ໄດ້ບັນທຶກກໍລະນີຕິດໄວຣັສໂຄໂຣນາປະຈຳວັນ ສູງຂຶ້ນເປັນປະ ຫວັດການ ໄລຍະເວລາສອງມື້ລຽນຕິດ ໂດຍມີ 1,030 ຄົນຕິດເຊື້ອໄວຣັສລາຍໃໝ່.

ໃນສະຫະລັດເມື່ອອາທິດແລ້ວນີ້ ລັດຄາລີຟໍເນຍ ໄດ້ບັນທຶນຜູ້ຕິດເຊື້ອໄວຣັສລາຍໃໝ່ຫຼາຍກວ່າ 25,000 ຄົນພາຍໃນມື້ດຽວ. ທ່ານແກບວິນ ນິວຊຳ ໄດ້ກ່າວວ່າ “ຊີວິດຄົນຈະສູນເສຍໄປ ເວັ້ນເສຍແຕ່ວ່າພວກເຮົາເຮັດຫຼາຍກວ່າທີ່ພວກເຮົາເຄີຍເຮັດມາ.”

ລວມທັງໝົດແລ້ວ ມີຫຼາຍກວ່າ 16 ລ້ານຄົນໃນສະຫະລັດ ໄດ້ຕິດເຊື້ອພະຍາດໄວຣັສດັ່ງກ່າວ ໃນຂະນະດຽວກັນ ມີເກືອບ 300,000 ຄົນໄດ້ເສຍຊີວິດແລ້ວ.

ການສືບສວນຂອງໜັງສືພິມນິວຢອກໄທມ໌ ພົບວ່າ ການເສຍຊີວິດຍ້ອນໄວຣັສໂຄໂຣນາໄດ້ເພີ້ມຂຶ້ນໄວກວ່າເຂດອື່ນໆ ໃນປະຊາຄົມຢູ່ຕາມຫົວເມືອງທີ່ມີມະຫາ
ວິທະຍາໄລຕ່າງໆຂອງສະຫະລັດບ່ອນທີ່ພວກນັກສຶກສາປະກອບເປັນຢ່າງໜ້ອຍ 10 ເປີເຊັນຂອງປະຊາກອນ.

ຢູ່ອີຕາລີ ແມ່ນກຽມພ້ອມ ທີ່ຈະກາຍປະເທດອັງກິດໄປ ໃນຈຳນວນການເສຍຊີ ວິດຫຼາຍທີ່ສຸດຍ້ອນໂຄວິດ-19 ຂອງປະເທດໃນເຂດຢູໂຣບ.

ເມື່ອຕົ້ນວັນອາທິດວານນີ້ ອີຕາລີ ນຳຫລັງອັງກິດ ໃນຈຳນວນການເສຍຊີວິດພຽງແຕ່ 87 ຄົນ ແຕ່ອີຕາລີ ມີປະຊາກອນໜ້ອຍກວ່າອັງກິດ 6 ລ້ານຄົນ.

ອີຕາລີໄດ້ປະສົບກັບການສູນເສຍຊີວິດ 25,418 ຄົນ ໃນຫຼາຍອາທິດ ນັບຕັ້ງ ແຕ່ວັນວັນທີ 1 ພະຈິກ ເປັນຕົ້ນມາ ຊຶ່ງເປັນຈຳນວນຫຼາຍກວ່າທີ່ຕົນໄດ້ຮັບ ຈາກວັນທີ 2 ເດືອນເມສາ ຫາ ວັນທີ 31 ຕຸລາ ເມື່ອຕົນໄດ້ລາຍງານວ່າ ມີ 25,463 ຄົນທີ່ໄດ້ເສຍຊີວິດ.

ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ແລ້ວ ມີຫຼາຍກວ່າ 71 ລ້ານຄົນໃນທົ່ວໂລກ ທີ່ຕິດເຊື່ອພະຍາດໂຄວິດ ແລະ 1 ລ້ານ 6 ແສນຄົນໄດ້ເສຍຊີວິດໄປ.

ອ່ານຂ້າວນີ້ຕື່ມ ເປັນພາສາອັງກິດ

As more countries approve a coronavirus vaccine, the urgent need for inoculation continues to grow with COVID-19 cases and deaths spiking to record highs in several countries.

The Korea Disease Control and Prevention Agency said Sunday that South Korea recorded a record daily increase in coronavirus cases for a second straight day with 1,030 new infections.

In the U.S. last week, California recorded more than 25,000 new infections in one day. “Lives will be lost unless we do more than we’ve ever done,” Governor Gavin Newsom said.

Overall, more than 16 million people in the U.S. have contracted the disease, while nearly 300,000 have died.

A New York Times investigation found that coronavirus deaths have risen faster than the rest of the country in U.S. college town communities where students make up at least 10% of the population.

Italy is poised to overtake Britian as the European country with the most COVID-19 deaths, according to data from Johns Hopkins Coronavirus Resource Center.

Early Sunday, Italy was just 87 deaths behind Britain, but Italy has 6 million fewer people than Britain.

Italy has suffered 25,418 deaths in the weeks since November 1, which is more than it did from April 2 to October 31, when it reported 25,463.

According to Johns Hopkins University, there have been more than 71 million global COVID infections and 1.6 million deaths.

XS
SM
MD
LG